top of page




SOUKCHAY.com
“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”


ຝຶກອົບຮົມແຮງງານກ່ອນການຈັດສົ່ງໄປປະເທດໄທ
ເພາະການເດີນທາງໄປເຮັດວຽກຢູ່ຕ່າງປະເທດ ບໍ່ໄດ້ມີພຽງແຕ່ການກຽມເອກະສານ ແລະ ຈັດສົ່ງແຮງງານໄປພຽງເທົ່ານັ້ນ ສໍາລັບ ບໍລິສັດ ສຸກໃຈ ຍັງແມ່ນການກຽມຄວາມພ້ອມດ້ານຮ່າງກາຍ, ຈິດໃຈ, ພາສາ ແລະ ທັກສະການດຳລົງຊີວິດໃຫ້ແກ່ແຮງງານ. ພວກເຮົາໃຫ້ຄວາມສຳຄັນກັບ ການຝຶກອົບຮົມກ່ອນການຈັດສົ່ງ ຢ່າງເຂັ້ມງວດ ເພື່ອໃຫ້ໝັ້ນໃຈວ່າ ແຮງງານຂອງບໍລິສັດ ສຸກໃຈ ທຸກຄົນຈ ະສາມາດປັບຕົວ ແລະ ເຮັດວຽກໄດ້ຢ່າງມີປະສິດທິພາບ, ປອດໄພ ແລະ ປະສົບຄວາມສຳເລັດໃນປະເທດປາຍທາງ.
ເພື່ອຮັບປະກັນຄວາມພ້ອມ, ຄວາມຖືກຕ້ອງທາງດ້ານກົດໝາຍ ແລະ ຄວາມປອດໄພຂອງແຮງງານທຸກຄົນ ກ່ອນການເດີນທາງໄປດເຮັດວຽກຢູ່ປະເທດໄທ, ທາງບໍລິສັດໄດ້ຈັດວາງລະບົບການກຽມຄວາມພ້ອມ ໂດຍມີລາຍລະອຽດຂັ້ນຕອນ ແລະ ຂໍ້ກຳນົດດັ່ງນີ້:

ຂັ້ນຕອນທີ 1: ການລາຍງານຕົວ ແລະ ກະກຽມຄວາມພ້ອມ
1) ການລາຍງານຕົວ ແລະ ຮັບເອກະສານ: ແຮງງານທຸກຄົນຕ້ອງເຂົ້າມາລາຍງານຕົວ ກັບພະນັກງານທີ່ປະຈໍາຢູ່ສູນ ເພື່ອຮັບປ້າຍຄອງຄໍ ທີ່ລະບຸຊື່-ນາມສະກຸນ ພ້ອມທັງໜ່ວຍງານ ຫຼື ສະຖານທີ່ເຮັດວຽກ ທີ່ແຮງງານຈະໄປ.
2) ການກວດສຸຂະພາບຮ່າງການ: ບໍລິສັດຈະດຳເນີນການກວດສຸຂະພາບ ໂດຍເນັ້ນໃສ່ການກວດຖືພາ (ສຳລັບເພດຍິງ) ແລະ ການກວດສານເສບຕິດ ພາຍໃຕ້ການຄວບຄຸມຂອງພະນັກງານປະຈໍາສູນ ເພື່ອຮັບປະກັນຄວາມພ້ອມທາງດ້ານຮ່າງກາຍຂອງແຮງງານ ກ່ອນການເດີນທາງ.
3) ການເຊັນເອກະສານ ແລະ ສັນຍາຜູກພັນ: ແຮງງານຈະໄດ້ຮັບຟັງການອະທິບາຍ ແລະ ເຊັນໜັງສືຢັ້ງຢືນໜ່ວຍງານ ພ້ອມທັງສັນຍາຜູກພັນ ວ່າດ້ວຍການຈັດສົ່ງແຮງງານໄປເຮັດວຽກ ຢູ່ປະເທດໄທ ໃຫ້ຖືກຕ້ອງສອດຄ່ອງຕາມລະບົບ MOU ຢ່າງເປັນທາງການ.

ຂັ້ນຕອນທີ 2: ການຝຶກອົບຮົມແຮງງານ
ແຮງງານທຸກທ່ານຈະໄດ້ຮັບການຝຶກອົບຮົມ ແລະ ເກັບກຳຂໍ້ມູນທີ່ຈຳເປັນ ເພື່ອປະໂຫຍດສູງສຸດໃນການດຳລົງຊີວິດ ແລະ ການເຮັດວຽກ ດັ່ງນີ້:
1) ອະທິບາຍລາຍລະອຽດກ່ຽວກັບຊົ່ວໂມງການເຮັດວຽກ, ອັດຕາຄ່າຈ້າງຕໍ່ວັນ/ຕໍ່ເດືອນ, ຄ່າເຮັດວຽກລ່ວງເວລາ (OT) ແລະ ສະຫວັດດີການຕ່າງໆ.
2) ພ້ອມທັງຊີ້ແຈງລາຍຈ່າຍປະຈຳເດືອນໂດຍປະມານ ເຊັ່ນ: ການຫັກຄ່າລະບົບ MOU, ປະກັນສັງຄົມ, ຄ່າເຊົ່າທີ່ພັກ, ຄ່າເບ້ຍປະກັນຊີວິດ ແລະ ສະຫຼຸບຍອດລາຍໄດ້ສຸດທິຫຼັງຫັກຄ່າໃຊ້ຈ່າຍ.
3) ຝຶກອົບຮົມການພັດທະນາທັກສະການບໍລິການ ແລະ ພື້ນຖານການເຮັດວຽກ ເພື່ອມຸ່ງໝັ້ນການສ້າງຄວາມຮັບຮູ້ໃຫ້ແກ່ແຮງງານໃນການເຮັດວຽກ ໂດຍແຮງງານຕ້ອງມີຄວາມຮູ້ຄວາມເຂົ້າໃຈໃນໜ້າວຽກຂອງຕົນ, ມີຄວາມກະຕືລືລົ້ນ, ຄວາມຄິດສ້າງສັນ, ເປັນຄົນຊ່າງສັງເກດ, ມີຄວາມຊື່ສັດ, ເອົາໃຈໃສ່ໃນໜ້າທີ່ ພ້ອມທັງມີການປະສານງານທີ່ດີ ແລະ ຕົງຕໍ່ເວລາຢ່າງເຂັ້ມງວດ.
4) ຝຶກອົບຮົມເລື່ອງການຮັກສາສຸຂະອະນາໄມ, ຄວາມປອດໄພໃນສະຖານທີ່ເຮັດວຽກ, ການແຕ່ງກາຍໃຫ້ສະອາດຮຽບຮ້ອຍຖືກຕ້ອງຕາມກົດລະບຽບ (ໃສ່ຊຸດຢູນີຟອມ, ຫ້າມນຸ່ງໂສ້ງຂາສັ້ນ ຫຼື ເສື້ອກ້າມ), ມີກິລິຍາວາຈາສຸພາບຮຽບຮ້ອຍ, ມີມາລະຍາດ ແລະ ດູແລຮັກສາຊັບສິນຂອງລູກຄ້າ ແລະ ນາຍຈ້າງ ຢ່າງລະມັດລະວັງ.
5) ຝຶກອົບຮົມຂໍ້ກຳນົດ, ຂໍ້ຫ້າມ ແລະ ອະທິບາຍບົດບາດໜ້າທີ່, ສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດໃນເວລາເຮັດວຽກຮ່ວມກັບນາຍຈ້າງໄທຢ່າງລະອຽດ
ຝຶກອົບຮົມກ່ຽວກັບຂໍ້ຫ້າມດ້ານສຸຂະພາບ: ແຮງງານຕ້ອງບໍ່ມີໂລກປະຈຳໂຕ ທີ່ເປັນອຸປະສັກຕໍ່ການເຮັດວຽກ (ເຊັ່ນ: ໄທລອຍ, ໂລກຫົວໃຈ, ອາການແພ້ຕ່າງໆ, ຊີຟີລິສ ແລະ HIV) ແລະ ຕ້ອງບໍ່ມີການພົວພັນກັບສານເສບຕິດທຸກຊະນິດ.
6) ຝຶກອົບຮົມກ່ຽວກັບພຶດຕິກຳທີ່ບໍ່ເໝາະສົມ: ການລັກຂະໂມຍ, ການທຳລາຍຊັບສິນ, ການກໍ່ເຫດທະເລາະວິວາດ, ຫ້າມເສບ ຫຼື ຈຳໜ່າຍສານເສບຕິດ, ຫ້າມນຳເອົາເຄື່ອງດື່ມມຶນເມົາເຂົ້າພື້ນທີ່ເຮັດວຽກ ແລະ ຫ້າມສູບຢາໃນຂະນະປະຕິບັດງານເດັດຂາດ.
7) ຝຶກອົບຮົມກ່ຽວກັບລະບຽບການລາພັກວຽກ ແລະ ການລາອອກ: ອະທິບາຍສິດຜົນປະໂຫຍດ ເມື່ອເຮັດວຽກຄົບ 1 ປີ ຈະໄດ້ຮັບສິດຫຍັງແດ່ ແລະ ໃນກໍລະນີທີ່ຕ້ອງການລາອອກຕ້ອງດໍາເນີນຂັ້ນຕອນແນວໃດ.
8) ແນະນຳຂັ້ນຕອນການເປີດບັນຊີ ແລະ ວິທີການໂອນເງິນກັບຄືນປະເທດ.

ນອກຈາກຂັ້ນຕອນທີ່ໄດ້ລະບຸໄວ້ຂ້າງເທິງນັ້ນແລ້ວ ໃນລະຫວ່າງທີ່ແຮງງານເຂົ້າສູນຝຶກອົບຮົມ ບໍລິສັດ ສຸກໃຈ ບໍລິການຈັດຫາງານ ຂອງພວກເຮົາ ຍັງມີສະຫວັດດີການ ແລະ ບໍລິການຕ່າງໆໃນຊ່ວງເຂົ້າສູນດັ່ງນີ້:
1) ບໍລິການລົດຮັບ-ສົ່ງ: ອຳນວຍຄວາມສະດວກໃນການຮັບ-ສົ່ງ ລະຫວ່າງ ຄິວລົດສາຍໃຕ້, ຄິວລົດສາຍເໜືອ ແລະ ສະຖານີລົດໄຟ ເຂົ້າມາສູ່ທີ່ພັກ ແລະ ສູນຝຶກອົບຮົມ ຟຣີ
2) ບໍລິການທີ່ພັກ: ທີ່ອໍານວຍຄວາມສະກວດສະບາຍ, ສະອາດ ແລະ ປອດໄພ ຟຣີ.
3) ບໍລິການອາຫານ ແລະ ນໍ້າດື່ມ: ຈັດກຽມອາຫານ ແລະ ນໍ້າດື່ມທີ່ສະອາດ ຖືກຫຼັກອະນາໄມ ຕະຫຼອດໄລຍະເວລາການເຂົ້າສູນ ຟຣີ.
4) ບໍລິການແຈກຢາຍເຄື່ອງແບບສໍາລັບໃສ່ໃນການເດີນທາງໃຫ້ແກ່ແຮງງານ ຄົນລະ 1 ໂຕ ຟຣີ.
5) ບໍລິການຈັດສົ່ງເດີນທາງ ແລະ ພາຂ້າມດ່ານເຂົ້າສູ່ປະເທດໄທ ເຮັດບັດ MOU ແລະ ສົ່ງແຮງງານໃຫ້ແກ່ນາຍຈ້າງ.









ສູນພັດທະນາສີມືແຮງງານ ສຸກໃຈ ຈຳກັດຜູ້ດຽວ

ສູນພັດທະນາສີມືແຮງງານ ສຸກໃຈ ຈໍາກັດຜູ້ດຽວ ແມ່ນໜຶ່ງໃນພາລະກິດທີ່ສຳຄັນ ພາຍໃຕ້ “ກຸ່ມບໍລິສັດ ສຸກໃຈ” ທີ່ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃນການສ້າງ ແລະ ພັດທະນາສີມືແຮງງານລາວໃຫ້ມີຄວາມທັນສະໄໝ. ພວກເຮົາພ້ອມທີ່ຈະເປັນສູນກາງໃນການຍົກລະດັບຄຸນນະພາບຂອງກຳລັງແຮງງານ, ສ້າງໂອກາດໃນການຈັດຫາງານ ພ້ອມທັງສົ່ງເສີມການພັດທະນາອາຊີບທີ່ໝັ້ນຄົງ ແລະ ມີລາຍໄດ້ດີໃຫ້ແກ່ແຮງງານລາວໃນຂອບເຂດທົ່ວປະເທດ.
ເພື່ອຮອງຮັບການເຕີບໃຫຍ່ຂອງຕະຫຼາດແຮງງານ, ບໍລິສັດໄດ້ກຳນົດແຜນຍຸດທະສາດການຮ່ວມມືກັບທັງພາຍໃນ ແລະ ຕ່າງປະເທດ ດັ່ງນີ້:
1. ການຮ່ວມມືເພື່ອການຝຶກອົບຮົມ ແລະ ຈັດສົ່ງແຮງງານ:
ຮ່ວມມືກັບຄູ່ສັນຍາໃນຂອບເຂດທົ່ວປະເທດ ເພື່ອຈັດຝຶກອົບຮົມວິຊາຊີບຢູ່ທີ່ ສູນພັດທະນາສີມືແຮງງານ ສຸກໃຈ ໂດຍນຳໃຊ້ຫຼັກສູດທີ່ຕິດພັນກັບຄວາມຕ້ອງການຂອງພາກອຸດສາຫະກຳ ແລະ ຕະຫຼາດແຮງງານຕົວຈິງ. ຫຼັງສຳເລັດການຝຶກອົບຮົມ, ຈະມີການຈັດສົ່ງນັກຝຶກອົບຮົມໄປເຮັດວຽກຢູ່ປະເທດຄູ່ສັນຍາ ຕາມກຳນົດເວລາ ແລະ ຫຼັກສູດທີ່ໄດ້ຕົກລົງຮ່ວມກັນ.
2. ການຮ່ວມມືກັບນັກລົງທຶນຕ່າງປະເທດ
ດຶງດູດນັກລົງທຶນຕ່າງປະເທດໃຫ້ເຂົ້າມາລົງທຶນໃນພາກອຸດສາຫະກຳ ແລະ ຂະແໜງການທີ່ກ່ຽວຂ້ອງຢູ່ ສປປ ລາວ ໂດຍໃຫ້ ສູນພັດທະນາສີມືແຮງງານ ສຸກໃຈ ເປັນຈຸດເລີ່ມຕົ້ນຂອງການສ້າງລະບົບພັດທະນາສີມືແຮງງານ ທີ່ເຊື່ອມໂຍງກັບພາກອຸດສາຫະກຳໂດຍກົງ ຄວບຄູ່ໄປກັບການພັດທະນາຊັບພະຍາກອນມະນຸດ.
ໃນປັດຈຸບັນ, ບັນຫາໃຫຍ່ຄືນັກສຶກສາທີ່ຮຽນຈົບຈຳນວນຫຼວງຫຼາຍຍັງຂາດທັກສະຕົວຈິງ ເຮັດໃຫ້ນາຍຈ້າງຕ້ອງເສຍເວລາ ແລະ ຄ່າໃຊ້ຈ່າຍໃນການຝຶກອົບຮົມໃໝ່, ສົ່ງຜົນໃຫ້ເກີດບັນຫາວ່າງງານ ຫຼື ເຮັດວຽກຕໍ່າກວ່າມາດຕະຖານ.
ເປົ້າໝາຍຂອງສູນພັດທະນາສີມືແຮງງານ ສຸກໃຈ ຄື: “ເຊື່ອມໂຍງພາກການຝຶກອົບຮົມ ເຂົ້າກັບພາກອຸດສາຫະກຳໃນທຸກໆດ້ານ ໂດຍໃຫ້ນັກຝຶກອົບຮົມໄດ້ຮຽນຮູ້ ແລະ ສ້າງປະສົບການຈາກການປະຕິບັດຕົວຈິງ ພ້ອມກ້າວເຂົ້າສູ່ຕະຫຼາດແຮງງານໄດ້ທັນທີຫຼັງສຳເລັດການຝຶກອົບຮົມ”
1. ສ້າງປະສົບການຈາກການປະຕິບັດຕົວຈິງ: ຜູ້ຮຽນຈະໄດ້ຮຽນທັງທິດສະດີ ແລະ ລົງມືເຮັດຕົວຈິງ, ເຂົ້າໃຈເຕັກໂນໂລຊີ, ຂະບວນການຜະລິດ ແລະ ວັດທະນະທຳການເຮັດວຽກຕັ້ງແຕ່ຍັງສຶກສາຢູ່ ໂດຍບໍ່ຕ້ອງເລີ່ມຕົ້ນຮຽນຮູ້ໃໝ່ທັງໝົດເມື່ອເຂົ້າເຮັດວຽກ.
2. ການຍົກລະດັບທັກສະຄູຝຶກ: ຖືເປັນປັດໄຈສຳຄັນໃນການຖ່າຍທອດຄວາມຮູ້ ຄູຝຶກຈະໄດ້ເຂົ້າເຖິງການອົບຮົມ ແລະ ເຕັກໂນໂລຊີສະໄໝໃໝ່ຢ່າງຕໍ່ເນື່ອງ ເພື່ອຍົກລະດັບການສອນໃຫ້ມີຄຸນນະພາບສູງສຸດ.
ເປົ້າໝາຍໃນການສ້າງຮາກຖານສິ່ງເຫຼົ່ານີ້ ຈະຊ່ວຍໃຫ້ແຮງງານລາວມີສີມືພຽງພໍໃນຮອງຮັບຕໍ່ການຂະຫຍາຍຕົວຂອງພາກອຸດສາຫະກຳ, ຊ່ວຍລັດຖະບານໃນການພັດທະນາເສດຖະກິດທີ່ເນັ້ນການສ້າງຄົນ ແລະ ສ້າງໂອກາດໃຫ້ເຍົາວະຊົນລາວມີວຽກເຮັດງານທຳທີ່ມີລາຍໄດ້ດີຢ່າງຍືນຍົງ.
ສູນພັດທະນາສີມືແຮງງານ ສຸກໃຈ ມຸ່ງໝັ້ນຍົກລະດັບທັກສະ ແລະ ພັດທະນາສີມືແຮງງານລາວ ສູ່ມາດຕະຖານອຸດສາຫະກຳສະໄໝໃໝ່ໃນລະດັບສາກົນ.
ມື້ເຮັດວຽກ: ວັນຈັນ-ວັນສຸກ (ພັກວັນເສົາ-ອາທິດ ແລະ ວັນພັກລັດຖະການ)
ເວລາເຮັດວຽກ 08:00 – 17:00 ໂມງ
ເບີໂທ: 020 5704 9666


ຝຶກອົບຮົມແຮງງານກ່ອນການຈັດສົ່ງໄປປະເທດ ສ.ເກົາຫຼີ
ແຮງງານທຸກທ່ານທີ່ມີລາຍຊື່ເດີນທາງ ຈະຕ້ອງໄດ້ເຂົ້າຝຶກອົບຮົມຢູ່ສູນຝຶກອົບຮົມຂອງບໍລິສັດ ສຸກໃຈ ບໍລິການຈັດຫາງານ ເຊິ່ງເປັນສູນຝຶກທີ່ໄດ້ມາດຕະຖານ, ມີສະພາບແວດລ້ອມທີ່ອໍານວຍຄວາ ມສະດວກຄົບຖ້ວນ, ມີຫ້ອງຮຽນທີ່ທັນສະໄໝ, ທີ່ພັກສະອາດ ແລະ ລະບົບການດູແລທີ່ປອດໄພ.


SOUKCHAY.com
“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”
ກຸ່ມບໍລິສັດ ສຸກໃຈ ດໍາເນີນທຸລະກິດດ້ວຍເປົ້າໝາຍສູງສຸດ ຄືການຮ່ວມເປັນກຳລັງສຳຄັນໃນການພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຢ່າງຍືນຍົງ ແລະ ຂັບເຄື່ອນເສດຖະກິດຂອງປະເທດ. ພວກເຮົາໃຫ້ບໍລິການຈັດຫາງານຢ່າງໂປ່ງໃສ, ສະໜອງແຫຼ່ງທຶນສິນເຊື່ອທີ່ດອກເບ້ຍຕໍ່າ, ຝຶກອົບຮົມສີມືແຮງງານໃຫ້ມີຄຸນນະພາບ, ສ້າງວຽກເຮັດງານທຳໃຫ້ຄົນລາວ, ມຸ່ງໝັ້ນທີ່ຈະສ້າງໂອກາດ ແລະ ຍົກລະດັບຄຸນນະພາບຊີວິດຂອງແຮງງານລາວ ຄຽງຄູ່ໄ ປກັບການຕອບແທນຄືນສູ່ສັງຄົມ, ປະເທດຊາດ, ຄູ່ຮ່ວມງານ ແລະ ລູກຄ້າໝົດທຸກທ່ານໃຫ້ເຕີບໃຫຍ່ຂະຫຍາຍຕົວໄປພ້ອມກັນແບບຍືນຍົງ.
ກຸ່ມບໍລິສັດ ສຸກໃຈ
ສຳນັກງານໃຫຍ່ຕັ້ງຢູ່ ຖະໜົນນາຄວາຍ ບ້ານ ດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ມຶ້ເຮັດວຽກ : ວັນຈັນ - ວັນສຸກ (ພັກວັນເສົາ-ອາທິດ ແລະ ວັນພັກລັດຖະການ)
ເວລາເຮັດວຽກ 08:00 - 17:00 ໂມງ
ໂທ:
+856 20 5704 9666
+856 21 711 919
Email:
info@soukchay.com
SOUKCHAY.com | All rights reserved.
bottom of page








