top of page
ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100
‎BRANDING.co.th - LOGO.‎005.png

SOUKCHAY.com

“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”

ภาพโปร่ง 100x100
ภาพโปร่ง 100x100

ຝຶກອົບຮົມແຮງງານກ່ອນການຈັດສົ່ງໄປປະເທດ ສ.ເກົາຫຼີ

ເພາະການເດີນທາງໄປເຮັດວຽກຢູ່ຕ່າງປະເທດ ບໍ່ໄດ້ມີພຽງແຕ່ການກຽມເອກະສານ ແລະ ຈັດສົ່ງແຮງງານໄປພຽງເທົ່ານັ້ນ ສໍາລັບ ບໍລິສັດ ສຸກໃຈ ຍັງແມ່ນການກຽມຄວາມພ້ອມດ້ານຮ່າງກາຍ, ຈິດໃຈ, ພາສາ ແລະ ທັກສະການດຳລົງຊີວິດໃຫ້ແກ່ແຮງງານ. ພວກເຮົາໃຫ້ຄວາມສຳຄັນກັບ ການຝຶກອົບຮົມກ່ອນການຈັດສົ່ງ ຢ່າງເຂັ້ມງວດ ເພື່ອໃຫ້ໝັ້ນໃຈວ່າ ແຮງງານຂອງບໍລິສັດ ສຸກໃຈ ທຸກຄົນຈະສາມາດປັບຕົວ ແລະ ເຮັດວຽກໄດ້ຢ່າງມີປະສິດທິພາບ, ປອດໄພ ແລະ ປະສົບຄວາມສຳເລັດໃນປະເທດປາຍທາງ.

ແຮງງານທຸກທ່ານທີ່ມີລາຍຊື່ເດີນທາງ ຈະຕ້ອງໄດ້ເຂົ້າຝຶກອົບຮົມຢູ່ສູນຝຶກອົບຮົມຂອງບໍລິສັດ ສຸກໃຈ ບໍລິການຈັດຫາງານ ເຊິ່ງເປັນສູນຝຶກທີ່ໄດ້ມາດຕະຖານ, ມີສະພາບແວດລ້ອມທີ່ອໍານວຍຄວາມສະດວກຄົບຖ້ວນ, ມີຫ້ອງຮຽນທີ່ທັນສະໄໝ, ທີ່ພັກສະອາດ ແລະ ລະບົບການດູແລທີ່ປອດໄພ.

ສໍາລັບແຮງງານແຮງງານທີ່ຈະເດີນທາງໄປເຮັດວຽກລະດູການຢູ່ ສ.ເກົາຫຼີ ແມ່ນຈະໄດ້ເຂົ້າສູນຝຶກອົບຮົມເພື່ອກຽມຄວາມພ້ອມໃນດ້ານຕ່າງໆ ຕາມຂັ້ນຕອນການເຂົ້າສູນຝຶກອົບຮົມດັ່ງນີ້:

ภาพโปร่ง 100x100

ຂັ້ນຕອນທີ 1: ຕິດຕັ້ງແອັບທະນາຄານ ແລະ ແນະນຳວິທີການນຳໃຊ້

ແຮງງານທຸກຄົນຕ້ອງໄດ້ຕິດຕັ້ງແອັບພລິເຄຊັນຂອງທະນາຄານທີ່ບໍລິສັດນຳໃຊ້ ເພື່ອໃຊ້ໃນການຕິດຕາມ ແລະ ກວດສອບຍອດເງິນຂອງແຮງງານເອງ ທີ່ໂອນຈາກ ສ.ເກົາຫຼີ ກັບຄືນມາ ສປປ ລາວ ໃນທຸກໆເດືອນ.

ສໍາລັບແຮງງານເກົ່າທີ່ມີແອັບພລິເຄຊັນທະນາຄານທີ່ບໍລິສັດນຳໃຊ້ຢູ່ແລ້ວ ກໍຈຳເປັນຕ້ອງໄດ້ເຂົ້າມາຮັບການກວດສອບ ແລະ ອັບເດດລະບົບໃໝ່ກັບພະນັກງານ ເພື່ອປ້ອງກັນບັນຫາການຂັດຂ້ອງ ຫຼື ບໍ່ສາມາດເຂົ້າໃຊ້ງານລະບົບໄດ້ໃນໄລຍະທີ່ເຮັດວຽກຢູ່ຕ່າງປະເທດ.

ภาพโปร่ง 100x100

ຂັ້ນຕອນທີ 2: ແຮງງານຈະໄດ້ຖ່າຍຮູບກ່ອນການເດີນທາງເພື່ອຈະສາມາດນຳໃຊ້ຕິດເອກະສານໄດ້ທັນທີເມື່ອເດີນທາງໄປຮອດ ສ.ເກົາຫຼີ.

ภาพโปร่ง 100x100

ຂັ້ນຕອນທີ 3: ການກວດສານເສບຕິດ ແລະ ກວດຖືພາ (ສໍາລັບເພດຍິງ):

ແຮງງານທຸກຄົນຕ້ອງໄດ້ເຂົ້າກວດຄືນສານເສບຕິດ ແລະ ກວດການຖືພາ (ສຳລັບເພດຍິງ) ໂດຍຈະມີພະນັກງານທີ່ປະຈໍາຢູ່ສູນຝຶກ ເປັນຜູ້ດໍາເນີນຂັ້ນຕອນຕ່າງໆກ່ອນການເດີນທາງ ເພື່ອໃຫ້ໝັ້ນໃຈວ່າຈະບໍ່ມີຂໍ້ຜິດພາດ ຫຼື ພົບຄວາມຜິດປົກກະຕິໃດໆ ເມື່ອທ່ານເດີນທາງຮອດ ສ.ເກົາຫຼີ.

ภาพโปร่ง 100x100

ຂັ້ນຕອນທີ 4: ການແຈກຢາຍເຄື່ອງແບບ ແລະ ອຸປະກອນ:

ພະນັກງານທີ່ປະຈໍາຢູ່ສູນຝຶກຈະດຳເນີນການແຈກຢາຍເຄື່ອງແບບໃຫ້ແຮງງານ ທີ່ຕ້ອງໄດ້ໃສ່ສຳລັບມື້ເດີນທາງ ຕາມລະບຽບຂອງ ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ

ภาพโปร่ง 100x100

ຂັ້ນຕອນທີ 5: ແຮງງານຈະໄດ້ຮັບການຝຶກອົບຮົມໃນຫົວຂໍ້ທີ່ຈໍາເປັນ ແລະ ສໍາຄັນ ເພື່ອການດໍາລົງຊີວິດ ແລະ ການເຮັດວຽກ ປະກອບມີ:

ภาพโปร่ง 100x100

1) ຂໍ້ມູນກ່ຽວກັບວຽກລະດູການ
2) ການຮຽນຮູ້ວັດທະນະທຳ, ຮີດຄອງປະເພນີ ແລະ ຂໍ້ຫ້າມຕ່າງໆໃນ ສ. ເກົາຫຼີ.
3) ການປັບຕົວໃຫ້ເຂົ້າກັບສະພາບແວດລ້ອມ ແລະ ສິ່ງທີ່ຄວນຮູ້ຫຼັງຈາກເດີນທາງຮອດ ສ.ເກົາຫຼີ.
4) ຂັ້ນຕອນການໂອນເງິນກັບປະເທດຢ່າງປອດໄພ ແລະ ການຊໍາລະສິນເຊື່ອ.
5) ຫຼັກສູດຮຽນພາສາເກົາຫຼີພື້ນຖານ ທີ່ໃຊ້ໃນຊີວິດປະຈຳວັນ ແລະ ໃນສະຖານທີ່ເຮັດວຽກ.

ภาพโปร่ง 100x100
ภาพโปร่ง 100x100

ຂັ້ນຕອນທີ 6: ການອະນຸມັດສິນເຊື່ອ ແລະ ສົ່ງຄືນຄ່າກວດສຸຂະພາບ

ສໍາລັບແຮງງານຜູ້ທີ່ບໍ່ມີເງິນທຶນໃນການດໍາເນີນເອກະສານແລ້ວກູ້ຢືມນຳບໍລິສັດ ພະນັກງານຈະດໍາເນີນການອະທິບາຍເງື່ອນໄຂ, ລາຍລະອຽດ ແລະ ຍອດວົງເງິນກູ້ຍືມຢ່າງໂປ່ງໃສ ພ້ອມທັງດຳເນີນການສົ່ງເງິນຄ່າກວດສຸຂະພາບຄືນໃຫ້ແກ່ແຮງງານຕາມຂໍ້ກຳນົດທີ່ໄດ້ລະບຸໄວ້.

ภาพโปร่ง 100x100

ຂັ້ນຕອນທີ 7: ການກວດສອບ ແລະ ຊັ່ງນໍ້າໜັກກະເປົາເດີນທາງ:

ແຮງງານທຸກຄົນຕ້ອງໄດ້ນຳກະເປົາເດີນທາງມາຊັ່ງນໍ້າໜັກ ແລະ ກວດສອບມາດຕະຖານຢູ່ສູນກ່ອນ ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ຫຼີກລ່ຽງບັນຫານໍ້າໜັກເກີນ ກ່ອນທີ່ຈະເດີນທາງໄປຮອດສະໜາມບິນສາກົນວັດໄຕ ເພື່ອຂຶ້ນຍົນໄປ ສ.ເກົາຫຼີ

ภาพโปร่ง 100x100

ຂັ້ນຕອນທີ 8: ການແຈກຢາຍເອກະສານເດີນທາງ

ພະນັກງານຂອງບໍລິສັດ ຈະດໍາເນີນການແຈກຢາຍໜັງສືຜ່ານແດນ (Passport) ແລະ ເອກະສານວີຊ້າ (Visa) ໃຫ້ແກ່ແຮງງານທຸກຄົນຢ່າງຄົບຖ້ວນໃນມື້ເດີນທາງ.

ภาพโปร่ง 100x100

ຂັ້ນຕອນທີ 9: ການຈັດລະບຽບຂຶ້ນລົດຂົນສົ່ງຈາກສູນຝຶກອົບຮົມ ໄປ ສະໜາມບິນ

ເພື່ອຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍ ແຮງງານທຸກຄົນຈຳເປັນຕ້ອງເດີນທາງດ້ວຍລົດຂົນສົ່ງ ທີ່ທາງບໍລິສັດໄດ້ຈັດກຽມໄວ້ໃຫ້ເທົ່ານັ້ນ ເພື່ອເດີນທາງໄປສະໜາມບິນ.

ນອກຈາກຂັ້ນຕອນທີ່ໄດ້ລະບຸໄວ້ຂ້າງເທິງນັ້ນແລ້ວ ໃນລະຫວ່າງທີ່ແຮງງານເຂົ້າສູນຝຶກອົບຮົມ ບໍລິສັດ ສຸກໃຈ ບໍລິການຈັດຫາງານ ຂອງພວກເຮົາ ຍັງມີສະຫວັດດີການ ແລະ ບໍລິການຕ່າງໆໃນຊ່ວງເຂົ້າສູນດັ່ງນີ້:

1) ບໍລິການລົດຮັບ-ສົ່ງ: ອຳນວຍຄວາມສະດວກໃນການຮັບ-ສົ່ງ ລະຫວ່າງ ທີ່ພັກ ແລະ ສູນເຝິກອົບຮົມ ຟຣີ
2) ບໍລິການທີ່ພັກ: ທີ່ອໍານວຍຄວາມສະກວດສະບາຍ, ສະອາດ ແລະ ປອດໄພ ຟຣີ.
3) ບໍລິການອາຫານ ແລະ ນໍ້າດື່ມ: ຈັດກຽມອາຫານ ແລະ ນໍ້າດື່ມທີ່ສະອາດ ຖືກຫຼັກອະນາໄມ ຕະຫຼອດໄລຍະເວລາການເຂົ້າສູນ ຟຣີ.
4) ບໍລິການລົດເມສົ່ງຮອດສະໜາມບິນ: ບໍລິການລົດຂົນສົ່ງທີ່ມີມາດຕະຖານ ເພື່ອນຳສົ່ງແຮງງານທຸກທ່ານຮອດສະໜາມບິນສາກົນວັດໄຕ ຢ່າງປອດໄພ.

ภาพโปร่ง 100x100

ສູນພັດທະນາສີມືແຮງງານ ສຸກໃຈ ຈຳກັດຜູ້ດຽວ

ภาพโปร่ง 100x100

ສູນພັດທະນາສີມືແຮງງານ ສຸກໃຈ ຈໍາກັດຜູ້ດຽວ ແມ່ນໜຶ່ງໃນພາລະກິດທີ່ສຳຄັນ ພາຍໃຕ້ “ກຸ່ມບໍລິສັດ ສຸກໃຈ” ທີ່ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃນການສ້າງ ແລະ ພັດທະນາສີມືແຮງງານລາວໃຫ້ມີຄວາມທັນສະໄໝ. ພວກເຮົາພ້ອມທີ່ຈະເປັນສູນກາງໃນການຍົກລະດັບຄຸນນະພາບຂອງກຳລັງແຮງງານ, ສ້າງໂອກາດໃນການຈັດຫາງານ ພ້ອມທັງສົ່ງເສີມການພັດທະນາອາຊີບທີ່ໝັ້ນຄົງ ແລະ ມີລາຍໄດ້ດີໃຫ້ແກ່ແຮງງານລາວໃນຂອບເຂດທົ່ວປະເທດ.

ເພື່ອຮອງຮັບການເຕີບໃຫຍ່ຂອງຕະຫຼາດແຮງງານ, ບໍລິສັດໄດ້ກຳນົດແຜນຍຸດທະສາດການຮ່ວມມືກັບທັງພາຍໃນ ແລະ ຕ່າງປະເທດ ດັ່ງນີ້:

1. ການຮ່ວມມືເພື່ອການຝຶກອົບຮົມ ແລະ ຈັດສົ່ງແຮງງານ:

ຮ່ວມມືກັບຄູ່ສັນຍາໃນຂອບເຂດທົ່ວປະເທດ ເພື່ອຈັດຝຶກອົບຮົມວິຊາຊີບຢູ່ທີ່ ສູນພັດທະນາສີມືແຮງງານ ສຸກໃຈ ໂດຍນຳໃຊ້ຫຼັກສູດທີ່ຕິດພັນກັບຄວາມຕ້ອງການຂອງພາກອຸດສາຫະກຳ ແລະ ຕະຫຼາດແຮງງານຕົວຈິງ. ຫຼັງສຳເລັດການຝຶກອົບຮົມ, ຈະມີການຈັດສົ່ງນັກຝຶກອົບຮົມໄປເຮັດວຽກຢູ່ປະເທດຄູ່ສັນຍາ ຕາມກຳນົດເວລາ ແລະ ຫຼັກສູດທີ່ໄດ້ຕົກລົງຮ່ວມກັນ.

2. ການຮ່ວມມືກັບນັກລົງທຶນຕ່າງປະເທດ

ດຶງດູດນັກລົງທຶນຕ່າງປະເທດໃຫ້ເຂົ້າມາລົງທຶນໃນພາກອຸດສາຫະກຳ ແລະ ຂະແໜງການທີ່ກ່ຽວຂ້ອງຢູ່ ສປປ ລາວ ໂດຍໃຫ້ ສູນພັດທະນາສີມືແຮງງານ ສຸກໃຈ ເປັນຈຸດເລີ່ມຕົ້ນຂອງການສ້າງລະບົບພັດທະນາສີມືແຮງງານ ທີ່ເຊື່ອມໂຍງກັບພາກອຸດສາຫະກຳໂດຍກົງ ຄວບຄູ່ໄປກັບການພັດທະນາຊັບພະຍາກອນມະນຸດ.

ໃນປັດຈຸບັນ, ບັນຫາໃຫຍ່ຄືນັກສຶກສາທີ່ຮຽນຈົບຈຳນວນຫຼວງຫຼາຍຍັງຂາດທັກສະຕົວຈິງ ເຮັດໃຫ້ນາຍຈ້າງຕ້ອງເສຍເວລາ ແລະ ຄ່າໃຊ້ຈ່າຍໃນການຝຶກອົບຮົມໃໝ່, ສົ່ງຜົນໃຫ້ເກີດບັນຫາວ່າງງານ ຫຼື ເຮັດວຽກຕໍ່າກວ່າມາດຕະຖານ.

ເປົ້າໝາຍຂອງສູນພັດທະນາສີມືແຮງງານ ສຸກໃຈ ຄື: “ເຊື່ອມໂຍງພາກການຝຶກອົບຮົມ ເຂົ້າກັບພາກອຸດສາຫະກຳໃນທຸກໆດ້ານ ໂດຍໃຫ້ນັກຝຶກອົບຮົມໄດ້ຮຽນຮູ້ ແລະ ສ້າງປະສົບການຈາກການປະຕິບັດຕົວຈິງ ພ້ອມກ້າວເຂົ້າສູ່ຕະຫຼາດແຮງງານໄດ້ທັນທີຫຼັງສຳເລັດການຝຶກອົບຮົມ”

1. ສ້າງປະສົບການຈາກການປະຕິບັດຕົວຈິງ: ຜູ້ຮຽນຈະໄດ້ຮຽນທັງທິດສະດີ ແລະ ລົງມືເຮັດຕົວຈິງ, ເຂົ້າໃຈເຕັກໂນໂລຊີ, ຂະບວນການຜະລິດ ແລະ ວັດທະນະທຳການເຮັດວຽກຕັ້ງແຕ່ຍັງສຶກສາຢູ່ ໂດຍບໍ່ຕ້ອງເລີ່ມຕົ້ນຮຽນຮູ້ໃໝ່ທັງໝົດເມື່ອເຂົ້າເຮັດວຽກ.

2. ການຍົກລະດັບທັກສະຄູຝຶກ: ຖືເປັນປັດໄຈສຳຄັນໃນການຖ່າຍທອດຄວາມຮູ້ ຄູຝຶກຈະໄດ້ເຂົ້າເຖິງການອົບຮົມ ແລະ ເຕັກໂນໂລຊີສະໄໝໃໝ່ຢ່າງຕໍ່ເນື່ອງ ເພື່ອຍົກລະດັບການສອນໃຫ້ມີຄຸນນະພາບສູງສຸດ.

ເປົ້າໝາຍໃນການສ້າງຮາກຖານສິ່ງເຫຼົ່ານີ້ ຈະຊ່ວຍໃຫ້ແຮງງານລາວມີສີມືພຽງພໍໃນຮອງຮັບຕໍ່ການຂະຫຍາຍຕົວຂອງພາກອຸດສາຫະກຳ, ຊ່ວຍລັດຖະບານໃນການພັດທະນາເສດຖະກິດທີ່ເນັ້ນການສ້າງຄົນ ແລະ ສ້າງໂອກາດໃຫ້ເຍົາວະຊົນລາວມີວຽກເຮັດງານທຳທີ່ມີລາຍໄດ້ດີຢ່າງຍືນຍົງ.

ສູນພັດທະນາສີມືແຮງງານ ສຸກໃຈ ມຸ່ງໝັ້ນຍົກລະດັບທັກສະ ແລະ ພັດທະນາສີມືແຮງງານລາວ ສູ່ມາດຕະຖານອຸດສາຫະກຳສະໄໝໃໝ່ໃນລະດັບສາກົນ.

ມື້ເຮັດວຽກ: ວັນຈັນ-ວັນສຸກ (ພັກວັນເສົາ-ອາທິດ ແລະ ວັນພັກລັດຖະການ)
ເວລາເຮັດວຽກ 08:00 – 17:00 ໂມງ
ເບີໂທ: 020 5704 9666

ภาพโปร่ง 100x100
ภาพโปร่ง 100x100

ຝຶກອົບຮົມແຮງງານກ່ອນການຈັດສົ່ງໄປປະເທດ ສ.ເກົາຫຼີ

ແຮງງານທຸກທ່ານທີ່ມີລາຍຊື່ເດີນທາງ ຈະຕ້ອງໄດ້ເຂົ້າຝຶກອົບຮົມຢູ່ສູນຝຶກອົບຮົມຂອງບໍລິສັດ ສຸກໃຈ ບໍລິການຈັດຫາງານ ເຊິ່ງເປັນສູນຝຶກທີ່ໄດ້ມາດຕະຖານ, ມີສະພາບແວດລ້ອມທີ່ອໍານວຍຄວາມສະດວກຄົບຖ້ວນ, ມີຫ້ອງຮຽນທີ່ທັນສະໄໝ, ທີ່ພັກສະອາດ ແລະ ລະບົບການດູແລທີ່ປອດໄພ.

ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100

ຝຶກອົບຮົມແຮງງານກ່ອນການຈັດສົ່ງໄປປະເທດໄທ

ເພື່ອຮັບປະກັນຄວາມພ້ອມ, ຄວາມຖືກຕ້ອງທາງດ້ານກົດໝາຍ ແລະ ຄວາມປອດໄພຂອງແຮງງານທຸກຄົນ ກ່ອນການເດີນທາງໄປດເຮັດວຽກຢູ່ປະເທດໄທ, ທາງບໍລິສັດໄດ້ຈັດວາງລະບົບການກຽມຄວາມພ້ອມ

ภาพโปร่ง 100x100

ກຸ່ມບໍລິສັດ ສຸກໃຈ

ນະໂຍບາຍຂອງບໍລິສັດ

ທຸລະກິດ

ການຊ່ວຍເຫຼືອແຮງງານ

‎BRANDING.co.th - LOGO.‎005.png

SOUKCHAY.com

“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”

ກຸ່ມບໍລິສັດ ສຸກໃຈ ດໍາເນີນທຸລະກິດດ້ວຍເປົ້າໝາຍສູງສຸດ ຄືການຮ່ວມເປັນກຳລັງສຳຄັນໃນການພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຢ່າງຍືນຍົງ ແລະ ຂັບເຄື່ອນເສດຖະກິດຂອງປະເທດ. ພວກເຮົາໃຫ້ບໍລິການຈັດຫາງານຢ່າງໂປ່ງໃສ, ສະໜອງແຫຼ່ງທຶນສິນເຊື່ອທີ່ດອກເບ້ຍຕໍ່າ, ຝຶກອົບຮົມສີມືແຮງງານໃຫ້ມີຄຸນນະພາບ, ສ້າງວຽກເຮັດງານທຳໃຫ້ຄົນລາວ, ມຸ່ງໝັ້ນທີ່ຈະສ້າງໂອກາດ ແລະ ຍົກລະດັບຄຸນນະພາບຊີວິດຂອງແຮງງານລາວ ຄຽງຄູ່ໄປກັບການຕອບແທນຄືນສູ່ສັງຄົມ, ປະເທດຊາດ, ຄູ່ຮ່ວມງານ ແລະ ລູກຄ້າໝົດທຸກທ່ານໃຫ້ເຕີບໃຫຍ່ຂະຫຍາຍຕົວໄປພ້ອມກັນແບບຍືນຍົງ.

ກຸ່ມບໍລິສັດ ສຸກໃຈ

ສຳນັກງານໃຫຍ່ຕັ້ງຢູ່ ຖະໜົນນາຄວາຍ ບ້ານ ດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ມຶ້ເຮັດວຽກ : ວັນຈັນ - ວັນສຸກ (ພັກວັນເສົາ-ອາທິດ ແລະ ວັນພັກລັດຖະການ)
ເວລາເຮັດວຽກ 08:00 - 17:00 ໂມງ

ໂທ:
+856 20 5704 9666
+856 21 711 919

Email:
info@soukchay.com

SOUKCHAY.com | All rights reserved.

bottom of page