top of page
ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100
‎BRANDING.co.th - LOGO.‎005.png

SOUKCHAY.com

“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”

ภาพโปร่ง 100x100

ໜ້າວຽກກະສິກໍາ

ໂອກາດສ້າງລາຍໄດ້ສູງກັບໜ້າວຽກກະສິກຳທີ່ທັນສະໄໝຢູ່ຕ່າງປະເທດ ເໝາະສຳລັບຜູ້ທີ່ມັກວຽກກາງແຈ້ງ ແລະ ວຽກທີ່ໄດ້ຢູ່ກັບທຳມະຊາດ, ນອກຈາກນັ້ນຍັງມີສະຫວັດດີການທີ່ພັກ ແລະ ຄ່າຕອບແທນທີ່ໝັ້ນຄົງ.

ວຽກກະສິກໍາ ເປັນໜຶ່ງໃນໜ້າວຽກທີ່ໄດ້ຮັບຄວາມນິຍົມສູງສຸດ ໂດຍສະເພາະໂຄງການວຽກລະດູການຢູ່ ສ.ເກົາຫຼີ ແລະ ວຽກໄລຍະຍາວໃນປະເທດຍີ່ປຸ່ນ. ເປັນວຽກທີ່ເນັ້ນການນຳໃຊ້ເຕັກໂນໂລຊີ ແລະ ເຄື່ອງມືທີ່ທັນສະໄໝ ເຂົ້າມາຊ່ວຍອຳນວຍຄວາມສະດວກ.

ລັກສະນະຂອງໜ້າວຽກ

1) ວຽກໃນຮົ່ມ: ການປູກ, ບົວລະບັດຮັກສາ ແລະ ເກັບກ່ຽວພືດຜັກໃນຮົ່ມ ທີ່ຄວບຄຸມອຸນຫະພູມ.

2) ຟາມໝາກໄມ້: ການປູກ ແລະ ເກັບກ່ຽວຫມາກໄມ້ຕາມລະດູການເຊັ່ນ : ໝາກສະຕໍເບີລີ, ໝາກອະງຸ່ນ,ຫມາກກ້ຽງ,ຫມາກແອັບເປີ້ນ ແລະ ອື່ນໆ.

3) ຟາມພືດຜັກສວນຄົວ: ການປູກ ແລະ ເກັບຜົນຜະລິດ ໝາກແຕງ, ໝາກເຜັດ, ໝາກເຂືອ, ຜັກສະຫຼັດ, ຕົ້ນຫອມໃຫຍ່, ຫົວຜັກບົ່ວໃຫຍ່, ຜັກກາດຂາວ , ໃບງາ ແລະ ອື່ນໆ.

4) ຟາມພືດພັນ ແລະ ເບ້ຍໄມ້: ການປູກເຂົ້າ, ມັນຕົ້ນ, ມັນດ້າງ, ໝາກອຶ, ພ້ອມທັງການເພາະປູກ ແລະ ບຳລຸງຮັກສາເບ້ຍໄມ້ເພື່ອຈຳໜ່າຍ.

5) ກະສິກຳລ້ຽງສັດ: ສ່ວນໃຫຍ່ຈະເປັນການເກັບໄຂ່ໄກ່, ການທຳຄວາມສະອາດ ແລະ ຄັດແຍກຜົນຜະລິດ.

ໜ້າວຽກ

ເປີດປະຕູສູ່ໂອກາດການເຮັດວຽກຢູ່ຕ່າງປະເທດຢ່າງຖືກຕ້ອງຕາມກົດໝາຍ ແລະ ປອດໄພ 100% ພວກເຮົາໄດ້ຮວບຮວມຕໍາແໜ່ງງານ ແລະ ໜ້າວຽກທີ່ເປັນທີ່ນິຍົມ ທີ່ຫຼາກຫຼາຍ ຈາກບັນດານາຍຈ້າງໃນ ສ.ເກົາຫຼີ, ຍີ່ປຸ່ນ ແລະ ໄທ. ບໍ່ວ່າທ່ານຈະມີປະສົບການ ຫຼື ຢາກເລີ່ມຕົ້ນຮຽນຮູ້ໃໝ່, ເລືອກສຶກສາໜ້າວຽກທີ່ເໝາະສົມກັບທ່ານດ້ານລຸ່ມນີ້ ເພື່ອເດີນທາງສູ່ຄວາມສຳເລັດ ພ້ອມລາຍໄດ້ທີ່ໝັ້ນຄົງໄປກັບພວກເຮົາ.

ภาพโปร่ง 100x100
ภาพโปร่ง 100x100

ໜ້າວຽກກະສິກໍາ

ໂອກາດສ້າງລາຍໄດ້ສູງກັບໜ້າວຽກກະສິກຳທີ່ທັນສະໄໝຢູ່ຕ່າງປະເທດ ເໝາະສຳລັບຜູ້ທີ່ມັກວຽກກາງແຈ້ງ ແລະ ວຽກທີ່ໄດ້ຢູ່ກັບທຳມະຊາດ, ນອກຈາກນັ້ນຍັງມີສະຫວັດດີການທີ່ພັກ ແລະ ຄ່າຕອບແທນທີ່ໝັ້ນຄົງ. ຄລິກອ່ານລາຍລະອຽດ ເພື່ອຄົ້ນຫາໜ້າວຽກ ແລະ ປະເທດທີ່ເໝາະສົມກັບທ່ານ

ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100

ໜ້າວຽກທໍາຄວາມສະອາດ

ໂອກາດສໍາລັບຜູ້ທີ່ມັກການເຮັດວຽກໃນສາຍງານບໍລິການ ແລະ ທຳຄວາມສະອາດ ຮ່ວມງານກັບບໍລິສັດມາດຕະຖານສາກົນຕ່າງໆ ພາຍໃຕ້ສະພາບແວດລ້ອມການເຮັດວຽກທີ່ດີ ແລະ ມີລະບົບ ຄລິກອ່ານລາຍລະອຽດໜ້າວຽກເພີ່ມເຕີມໄດ້ເລີຍ

ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100

ໜ້າວຽກໂຮງງານ

ໂອກາດສໍາລັບແຮງງານຜູ້ທີ່ຢາກເຮັດວຽກກັບໂຮງງານອຸດສາຫະກຳມາດຕະຖານສາກົນ ບໍ່ວ່າຈະເປັນ ໂຮງງານແປຮູບອາຫານ ທີ່ເນັ້ນຄວາມສະອາດຮອບຄອບ ຫຼື ໂຮງງານປະກອບລົດຍົນ ທີ່ເນັ້ນຄວາມລະອຽດ ແລະ ຄວາມຮັບຜິດຊອບສູງ. ລາຍໄດ້ໝັ້ນຄົງ ມີໂອທີ (OT) ພ້ອມສະຫວັດດີການ ແລະ ລະບົບຄວາມປອດໄພທີ່ມີມາດຕະຖານ. ຄລິກອ່ານລາຍລະອຽດໜ້າວຽກໄດ້ເລີຍ

ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100

ໜ້າວຽກຮ້ານອາຫານ

ເປີດໂອກາດສໍາລັບແຮງງານຜູ້ທີ່ຕ້ອງການເຮັດວຽກໃນທຸລະກິດບໍລິການ ວຽກຮ້ານອາຫານ ແລະ ພະນັກງານບໍລິການ ທີ່ໄດ້ທັງລາຍໄດ້ ແລະ ໄດ້ການພັດທະນາທັກສະພາສາ ເຊີ່ງເປັນທີ່ຕ້ອງການໃນຕະຫຼາດແຮງງານໄທ. ຄລິກອ່ານລາຍລະອຽດ ເພື່ອເລືອກຕຳແໜ່ງທີ່ເໝາະກັບທ່ານ

ภาพโปร่ง 100x100

ກຸ່ມບໍລິສັດ ສຸກໃຈ

ນະໂຍບາຍຂອງບໍລິສັດ

ທຸລະກິດ

ການຊ່ວຍເຫຼືອແຮງງານ

‎BRANDING.co.th - LOGO.‎005.png

SOUKCHAY.com

“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”

ກຸ່ມບໍລິສັດ ສຸກໃຈ ດໍາເນີນທຸລະກິດດ້ວຍເປົ້າໝາຍສູງສຸດ ຄືການຮ່ວມເປັນກຳລັງສຳຄັນໃນການພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຢ່າງຍືນຍົງ ແລະ ຂັບເຄື່ອນເສດຖະກິດຂອງປະເທດ. ພວກເຮົາໃຫ້ບໍລິການຈັດຫາງານຢ່າງໂປ່ງໃສ, ສະໜອງແຫຼ່ງທຶນສິນເຊື່ອທີ່ດອກເບ້ຍຕໍ່າ, ຝຶກອົບຮົມສີມືແຮງງານໃຫ້ມີຄຸນນະພາບ, ສ້າງວຽກເຮັດງານທຳໃຫ້ຄົນລາວ, ມຸ່ງໝັ້ນທີ່ຈະສ້າງໂອກາດ ແລະ ຍົກລະດັບຄຸນນະພາບຊີວິດຂອງແຮງງານລາວ ຄຽງຄູ່ໄປກັບການຕອບແທນຄືນສູ່ສັງຄົມ, ປະເທດຊາດ, ຄູ່ຮ່ວມງານ ແລະ ລູກຄ້າໝົດທຸກທ່ານໃຫ້ເຕີບໃຫຍ່ຂະຫຍາຍຕົວໄປພ້ອມກັນແບບຍືນຍົງ.

ກຸ່ມບໍລິສັດ ສຸກໃຈ

ສຳນັກງານໃຫຍ່ຕັ້ງຢູ່ ຖະໜົນນາຄວາຍ ບ້ານ ດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ມຶ້ເຮັດວຽກ : ວັນຈັນ - ວັນສຸກ (ພັກວັນເສົາ-ອາທິດ ແລະ ວັນພັກລັດຖະການ)
ເວລາເຮັດວຽກ 08:00 - 17:00 ໂມງ

ໂທ:
+856 20 5704 9666
+856 21 711 919

Email:
info@soukchay.com

SOUKCHAY.com | All rights reserved.

bottom of page