top of page
ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100
‎BRANDING.co.th - LOGO.‎005.png

SOUKCHAY.com

“ສຸກໃຈ ເມື່ອໄປກັບເຮົາ”

ภาพโปร่ง 100x100

ນະໂຍບາຍ ແລະ ຈັນຍາບັນທາງທຸລະກິດ

ກຸ່ມບໍລິສັດ ສຸກໃຈ ດຳເນີນທຸລະກິດໂດຍຍຶດໝັ້ນໃນຫຼັກການກົດໝາຍ, ຄວາມຮັບຜິດຊອບ ແລະ ຄວາມເປັນມືອາຊີບໃນທຸກດ້ານ ພວກເຮົາໄດ້ວາງມາດຕະການ ແລະ ກຳນົດນະໂຍບາຍຫຼັກຂອງອົງກອນ ເພື່ອເປັນເສົາຄ້ຳໃນການຂັບເຄື່ອນຍຸດທະສາດທາງທຸລະກິດ, ການຄຸ້ມຄອງບຸກຄະລາກອນ ແລະ ການສົ່ງມອບການບໍລິການທີ່ໄດ້ຮັບຄວາມໄວ້ວາງໃຈໃນລະດັບສາກົນ ບົນຮາກຖານຂອງຄວາມໂປ່ງໃສ, ວ່ອງໄວ ແລະ ເປັນມືອາຊີບ.

ບໍລິການຈັດຫາງານ

ໜ້າວຽກ

ລີວິວຈາກແຮງງານ

ແຫຼ່ງທຶນກູ້ຢືມ

ກຸ່ມບໍລິສັດ ສຸກໃຈ

ນະໂຍບາຍຂອງບໍລິສັດ

ທຸລະກິດ

ການຊ່ວຍເຫຼືອແຮງງານ

‎BRANDING.co.th - LOGO.‎005.png

SOUKCHAY.com

“ສຸກໃຈ ເມື່ອໄປກັບເຮົາ”

Short Description . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . .

ກຸ່ມບໍລິສັດ ສຸກໃຈ

ສຳນັກງານໃຫຍ່ຕັ້ງຢູ່ ຖະໜົນນາຄວາຍ ບ້ານ ດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ໂທ:
+856 20 5704 9666
+856 21 711 919

SOUKCHAY.com | All rights reserved.

ภาพโปร่ง 100x100
ภาพโปร่ง 100x100

ນະໂນບາຍຄວາມໂປ່ງໃສ 100%

ກຸ່ມບໍລິສັດ ສຸກໃຈ ຍຶດໝັ້ນໃນຫຼັກການຄວາມໂປ່ງໃສ ໂດຍເປີດເຜີຍຂໍ້ມູນ ແລະ ຂະບວນການເຮັດວຽກຢ່າງຊັດເຈນໃນທຸກຂັ້ນຕອນ ເພື່ອສ້າງຄວາມເຊື່ອໝັ້ນຈາກບັນດາລູກຄ້າທີ່ມາໃຊ້ບໍລິການ ແລະ ການຮ່ວມມືທີ່ຍືນຍົງກັບທຸກພາກສ່ວນ ບົນພື້ນຖານຂອງຄວາມໂປ່ງໃສທີ່ສາມາດກວດສອບໄດ້.

ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100

ນະໂຍບາຍມາດຕະຖານດ້ານຈັນຍາບັນ

ກຸ່ມບໍລິສັດ ສຸກໃຈ ພວກເຮົາກຳນົດຈັນຍາບັນໃນການເຮັດວຽກຂອງພະນັກງານທຸກລະດັບ ໂດຍເນັ້ນໃສ່ການແຂ່ງຂັນທາງການຄ້າທີ່ເປັນທຳ, ຕໍ່ຕ້ານການສໍ້ລາດບັງຫຼວງໃນທຸກຮູບແບບ ແລະ ມຸ່ງເນັ້ນການສ້າງວັດທະນະທໍາອົງກອນທີ່ເຄົາລົບຄວາມຖືກຕ້ອງ ແລະ ຄວາມສະເໝີພາບໃນທຸກໆດ້ານ.

ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100

ນະໂຍບາຍມາດຕະຖານສາກົນ ISO

ມຸ່ງໝັ້ນພັດທະນາ ແລະ ປັບປຸງໂຄງສ້າງການບໍລິຫານຈັດການພາຍໃນອົງກອນຢ່າງຕໍ່ເນື່ອງຢູ່ສະເໝີ ເພື່ອໃຫ້ສອດຄ່ອງກັບຂໍ້ກຳນົດຂອງມາດຕະຖານສາກົນ ISO ເພື່ອຮັບປະກັນປະສິດທິພາບ ແລະ ຄຸນນະພາບການດຳເນີນງານໃນລະດັບສາກົນ.

ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100

ນະໂຍບາຍພັດທະນາສີມື ແລະ ສົ່ງເສີມແຮງງານ

ພວກເຮົາໃຫ້ຄວາມສຳຄັນກັບການຝຶກອົບຮົມ ແລະ ພັດທະນາສີມືແຮງງານຢ່າງເປັນລະບົບ ເພື່ອຍົກລະດັບທັກສະສີມືແຮງງານລາວ ໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານສາກົນ ແລະ ເຕີບໂຕໄປພ້ອມກັບການພັດທະນາປະເທດຊາດຢ່າງໝັ້ນຄົງ.

ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100

ນະໂຍບາຍມາດຕະຖານບຸກຄະລາກອນ

ພວກເຮົາກຳນົດມາດຕະຖານການຄັດເລືອກ, ປະເມີນຜົນ ແລະ ພັດທະນາຊັບບຸກຄະລາກອນຢູ່ສະເໝີຢ່າງຕໍ່ເນື່ອງ ເພື່ອຮັບປະກັນວ່າ ພະນັກງານພາຍໃນອົງກອນ ເປັນບຸກຄະລາກອນທີ່ມີຄຸນນະພາບ, ມີຄວາມຮູ້, ຄວາມສາມາດ ທີ່ຈະປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບ ແລະ ເປັນມືອາຊີບໃນມາດຕະຖານສາກົນໃນທຸກໆໜ້າທີ່.

ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100

ນະໂຍບາຍມາດຕະຖານການບໍລິການ

ມຸ່ງເນັ້ນການຮັກສາມາດຕະຖານການບໍລິການໃນທຸກລະດັບ ໂດຍມີການຮັບຟັງທຸກການສະແດງຄວາມຄິດເຫັນຈາກທຸກພາກສ່ວນ ເພື່ອນຳມາພັດທະນາ ແລະ ປັບປຸງຄຸນນະພາບການເຮັດວຽກຢ່າງຕໍ່ເນື່ອງ ເພື່ອສົ່ງມອບການບໍລິການທີ່ດີທີ່ສຸດ, ສ້າງຄວາມພຶງພໍໃຈສໍາລັບລູກຄ້າທຸກທ່ານທີ່ມາໃຊ້ບໍລິການ ແລະ ຄູ່ຮ່ວມທຸລະກິດທຸກພາກສ່ວນ.

ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100

ນະໂຍບາຍດ້ານມາດຕະຖານການຮັກສາຂໍ້ມູນ

ໃຫ້ຄວາມສຳຄັນສູງສຸດກັບຄວາມປອດໄພທາງດ້ານຂໍ້ມູນ, ຄວາມປອດໄພທາງດ້ານໄຊເບີ ແລະ ຄວາມລັບທາງທຸລະກິດ ໂດຍນຳໃຊ້ມາດຕະການ ແລະ ເຕັກໂນໂລຊີການຮັກສາຄວາມປອດໄພສູງ ເພື່ອປ້ອງກັນຄວາມສ່ຽງ ແລະ ການຮົ່ວໄຫຼຂອງຂໍ້ມູນໄດ້ຢ່າງ 100%.

ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100

ນະໂຍບາຍເພື່ອສັງຄົມ

ພວກເຮົາຮຽນຮູ້ ແລະ ເຊື່ອໝັ້ນຢ່າງເລິກເຊິ່ງວ່າ ຄວາມສຳເລັດທີ່ແທ້ຈິງຂອງທຸລະກິດ ບໍ່ໄດ້ປະເມີນພຽງແຕ່ຜົນກຳໄລ ແຕ່ຄືການເຕີບໂຕໄປພ້ອມກັນກັບສັງຄົມ ແລະ ປະເທດຊາດ ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ ກຸ່ມບໍລິສັດ ສຸກໃຈ ຈຶ່ງໄດ້ກຳນົດນະໂຍບາຍດ້ານການຊ່ວຍເຫຼືອສັງຄົມ ເປັນສ່ວນໜຶ່ງໃນຍຸດທະສາດຫຼັກຂອງອົງກອນ.

ภาพโปร่ง 100x100
bottom of page