



SOUKCHAY.com
“ພັ ດທະນາຍືນຍົງ ຄຽງຄູ່ສັງຄົມລາວ”

ນະໂຍບາຍພັດທະນາສີມືແຮງງານ ແລະ ສົ່ງເສ ີມແຮງງານ
1. ບໍລິສັດ ສຸກໃຈ ພວກເຮົາເຊື່ອໝັ້ນວ່າ "ແຮງງານທີ່ມີສີມື ແລະ ຄຸນນະພາບ ຄືຮາກຖານແຫ່ງຄວາມສຳເລັດ". ພວກເຮົາມຸ່ງໝັ້ນທີ່ຈະເປັນແຮງຂັບເຄື່ອນຫຼັກ ໃນການພັດທະນາສັກກາຍະພາບ, ຍົກລະດັບສີມືແຮງງານ ແລະ ສົ່ງເສີມໂອກາດໃນການສ້າງລາຍໄດ້ທີ່ໝັ້ນຄົງໃຫ້ແກ່ກຳລັງແຮງງານລາວ ເພື່ອໃຫ້ກ້າວສູ່ຕະຫຼາດແຮງງານສາກົນ ຢ່າງມີກຽດ ແລະ ສັກສີ ເປັນແຮງງານທີ່ມີຄຸນນະພາບ ແລະ ຄວາມສາມາດໃນດ້ານວຽກງານສະເພາະ.
2. ພວກເຮົາມີສູນພັດທະນາສີມືແຮງງານທີ່ໄດ້ມາດຕະຖານ ແລະ ສ້າງຂຶ້ນຢ່າງຖືກຕ້ອງຕາມກົດໝາຍ ເພື່ອຝຶກອົບຮົມໃຫ້ແກ່ແຮງງານ ນອກຈາກນີ້ ຍັງເນັ້ນການປູກຝັງຄວາມຮູ້ດ້ານວັດທະນະທຳ, ກົດໝາຍ ແລະ ວິຖີຊີວິດການເປັນຢູ່ຂອງປະເທດ ສ.ເກົາຫຼີ ເພື່ອໃຫ້ແຮງງານສາມາດປັບຕົວ ແລະ ເຮັດວຽກຮ່ວມກັບນາຍຈ້າງໄດ້ຢ່າງມີຄວາມສຸກ
3. ພວກເຮົາເປີດກວ້າງ ແລະ ມຸ່ງໝັ້ນທີ່ຈະມອບໂອກາດໃຫ້ແກ່ແຮງງານລາວຈາກທຸກທ້ອງຖິ່ນ ໄດ້ເຂົ້າເຖິງແຫຼ່ງວຽກງານທີ່ມີລາຍໄດ້ດີ ແລະ ເໝາະສົມໂດຍບໍ່ມີການຈຳແນກຊົນເຜົ່າ ເຊື້ອຊາດ ແລະ ສາສະໜາ ນອກຈາກນັ້ນ ພວກເຮົາຍັງມີນະໂຍບາຍສົ່ງເສີມນັກສຶກສາ ແລະ ຄົນລຸ້ນໃໝ່ ທີ່ຢາກຊອກຫາປະສົບການເຮັດວຽກໃນລະດັບສາກົນ ເພື່ອນຳເອົາຄວາມຮູ້ກັບມາພັດທະນາປະເທດຊາດໃນອະນາຄົດ
4. ພວກເຮົາຍຶດໝັ້ນໃນການສົ່ງເສີມແຮງງານ ພາຍໃຕ້ລະບົບການຈ້າງງານທີ່ເປັນທຳ ພວກເຮົານຳພາແຮງງານທຸກຄົນເຂົ້າສູ່ລະບົບການເຊັນສັນຍາຈ້າງງານ ແລະ ການເຮັດວຽກທີ່ຖືກຕ້ອງຕາມກົດໝາຍ ໂດຍໄດ້ຮັບການຄຸ້ມຄອງດ້ານສະຫວັດດິການ, ປະກັນໄພ ແລະ ຄ່າຕອບແທນ ທີ່ເໝາະສົມຕາມກົດໝາຍແຮງງານຂອງປະເທດປາຍທາງ ພ້ອມທັງໃຫ້ຄຳປຶກສາ ແລະ ປົກປ້ອງສິດທິຂອງແຮງງານທຸກຄົນຕະຫຼອດອາຍຸສັນຍາ.
ນະໂຍບາຍ ແລະ ຈັນຍາບັນທາງທຸລະກິດ
ກຸ່ມບໍລິສັດ ສຸກໃຈ ດຳເນີນທຸລະກິດໂດຍຍຶດໝັ້ນໃນຫຼັກການກົດໝາຍ, ຄວາມຮັບຜິດຊອບ ແລະ ຄວາມເປັນມືອາຊີບໃນທຸກດ້ານ ພວກເຮົາໄດ້ວາງມາດຕະການ ແລະ ກຳນົດນະໂຍບາຍຫຼັກຂອງອົງກອນ ເພື່ອເປັນເສົາຄ້ຳໃນການຂັບເຄື່ອນຍຸດທະສາດທາງທຸລະກິດ, ການຄຸ້ມຄອງບຸກຄະລາກອນ ແລະ ການສົ່ງມອບການບໍລິການທີ່ໄດ້ຮັບຄວາມໄວ້ວາງໃຈໃນລະດັບສາກົນ ບົນພື້ນຖານຂອງຄວາມໂປ່ງໃສ, ວ່ອງໄວ ແລະ ເປັນມືອາຊີບ.

