



SOUKCHAY.com
“ພັດທະນາຍືນຍົງ ຄຽງຄູ່ສັ ງຄົມລາວ”

ກ່ຽວກັບ ກຸ່ມບໍລິສັດ ສຸກໃຈ
ກຸ່ມບໍລິສັດສຸກໃຈ ເກີດຂຶ້ນໄດ້ ດ້ວຍການກຳນົດເປົ້າໝາຍທີ່ຊັດເຈນ ມີວິໃສທັດ ແລະ ດ້ວຍຫົວໃຈທີ່ປ່ຽມລົ້ນໄປດ້ວຍຄວາມມຸ່ງໝັ້ນ ທີ່ຢາກສ້າງໂອກາດໃຫ້ແຮງງານລາວທຸກຄົນໄດ້ມີວຽກເຮັດງານທຳ ມີສີມືແຮງງານທີ່ໄດ້ມາດຕະຖານ ມີທາງເລືອກໃນການເຂົ້າເຖິງອາຊີບທີ່ໝັ້ນຄົງ ມີຄຸນນະພາບຊີວິດການເປັນຢູ່ທີ່ດີຂຶ້ນ; ດ້ວຍຍຸດທະສາດທີ່ວ່າ: “ພັດທະນາຄົນ ພັດທະນາຊາດ” ພວກເຮົາຈຶ່ງໄດ້ພັດທະນາ ແລະ ສ້າງຕົນເອງ ຈາກບໍລິສັດຈັດຫາງານໃນເມື່ອກ່ອນ ຈົນໄດ້ກາຍເປັນ “ກຸ່ມບໍລິສັດສຸກໃຈ” ທີ່ເຂັ້ມແຂງໃນປັດຈຸບັນ.
ຄຳວ່າ: ສຸກໃຈ ແມ່ນຄວາມສຸກ ຄວາມພາກພູມໃຈຂອງພວກເຮົາ ທີ່ລວມພະລັງໃຫ້ເປັນໜຶ່ງດຽວ ນັ້ນກໍຄື “ກຸ່ມບໍລິສັດ ສຸກໃຈ”
ພາຍໃຕ້ຄຳຂວັນ: ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ ! ປະກອບດ້ວຍບໍລິສັດຕ່າງໆດັ່ງຕໍ່ໄປນີ້:
1) ບໍລິສັດ ສຸກໃຈ ບໍລິການຈັດຫາງານ ຈຳກັດຜູ້ດຽວ;
2) ບໍລິສັດ ສຸກໃຈ ພັດທະນາກະສິກຳ ແລະ ການຄ້າ ຈຳກັດຜູ້ດຽວ;
3) ສູນພັດທະນາສີມືແຮງງານ ສຸກໃຈ ຈຳກັດຜູ້ດຽວ;
4) ສູນສົ່ງເສີມການສຶກສາ ສຸກໃຈ ຈຳກັດຜູ້ດຽວ;
5) ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ສຸກໃຈ ຈຳກັດຜູ້ດຽວ;
6) ບໍລິສັດ ສຸກໃຈ ອະສັງຫາລິມະຊັບ ຈໍາກັດຜູ້ດຽວ;
7) ບໍລິສັດ ນ້ຳດື່ມ ສຸກໃຈ ຈໍາກັດຜູ້ດຽວ.
ແຜນໃນຕໍ່ໜ້າ:
1) ຍົກສູງຄວາມເປັນຜູ້ນໍາ ເປັນຫົວໜ່ວຍທຸລະກິດທີ່ນຳໜ້າ ທາງດ້ານບໍລິການກ່ຽວກັບການຈັດຫາງານ, ການພັດທະນາຊັບພະຍາກອນມະນຸດ ໂດຍການສົ່ງເສີມການຮ່ວມມືຢ່າງໃກ້ຊິດ ກັບພາກລັດ, ພາກເອກະຊົນລາວ ແລະ ຮ່ວມມືກັບນັກລົງທຶນຕ່າງປະເທດ ເພື່ອການຮ່ວມມື ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ສາມາດລົງທຶນໃສ່ການພັດທະນາສີມືແຮງງານ, ການຝຶກງານ ການທົດສອບສີມືແຮງງານ ແລະ ການຈັດຫາວຽກເຮັດງານທຳ;
2) ກຸ່ມບໍລິສັດ ສຸກໃຈ ສ້າງຍຸດທະສາດຫັນເປັນດິຈິຕອນ ແລະ ການພັດທະນາລະບົບການບໍລິການດ້ວຍເອເລັກໂຕຣນິກ ເພາະວ່າການປ່ຽນແປງໃໝ່ໃນໂລກ ມັນໄດ້ກາຍເປັນຄວາມຈຳເປັນຂອງບໍລິສັດພວກເຮົາ ຕ້ອງໄດ້ປັບໂຕເອງ ແລະ ຫັນເປັນດິຈິຕອນ ເພື່ອໃຫ້ທັນກັບການປ່ຽນແປງໃຫມ່ຂອງໂລກ ແລະ ເຫັນໂອກາດໃນການນຳໃຊ້ ດິຈິຕອນ ເພື່ອສ້າງທຸລະກິດໃໝ່ ດ້ວຍການສ້າງທາງເລືອກໃຫ້ຜູ້ມາໃຊ້ບໍລິການໃຫ້ມີຫຼາຍຊ່ອງທາງ ເພື່ອສົ່ງເສີມການບໍລິການຈັດຫາງານໃຫ້ສອດຄ່ອງ, ສະໜອງແຮງງານທີ່ມີຄຸນນະພາບ; ສ້າງລະບົບຂໍ້ມູນຂ່າວສານຕະຫລາດແຮງງານເປັນໃຈກາງຂັບເຄື່ອນຢ່າງມີວິທະຍາສາດ, ສົ່ງເສີມການປະກອບອາຊີບໃຫ້ແຮງງານພາຍໃນ ແລະ ແຮງງານທີ່ກັບຄືນມາຈາກຕ່າງປະເທດເມື່ອສີ້ນສຸດສັນຍາ ໂດຍນຳໃຊ້ລະບົບການບໍລິການຜ່ານທາງເວັບໄຊ ແລະ ຜ່ານທາງ ແອັບສຸກໃຈ (Soukchay Application)
3) ສ້າງ ແລະ ນໍາພາບໍລິສັດ ເຂົ້າສູ່ລະບົບ ISO 9001 ໃນບໍ່ຊ້ານີ໊. ພວກເຮົາສ້າງແຜນພັດທະນາຊັບພະຍາກອນມະນຸດ ສ້າງກຳລັງແຮງງານລາວ ເພື່ອຮອງຮັບການປ່ຽນແປງອາຊີບທີ່ເກີດໃໝ່ ເຊິ່ງເປັນສິ່ງທ້າທາຍ ຢູ່ ສປປ ລາວ ທີ່ພວກເຮົາຍັງຕ້ອງໄດ້ປະເຊີນໃນອະນາຄົດໃກ້ນີ້;
ໂດຍອີງໃສ່ແຜນພັດທະນາ ເສດຖະກິດດິຈິຕອນແຫ່ງຊາດ ທີ່ຊຸກຍູ້ໃຫ້ພາກທຸລະກິດຂອງປະເທດຫັນເປັນດີຈີຕອນ; ບໍລິສັດພວກເຮົາ ຍິ່ງມີຄວາມຈຳເປັນຈະຕ້ອງອໍານວຍຄວາມສະດວກ ໃຫ້ກັບລູກຄ້າ ຫລື ແຮງງານທີ່ມາໃຊ້ບໍລິການ ສາມາດໃຊ້ບໍລິການຜ່ານ ເວັບໄຊ ຫຼື ແອັບພລິເຄຊັນເທິງມືຖືໃຫ້ໄດ້ ແຮງງານທຸກຄົນສາມາດເຂົ້າເຖິງການຈັດຫາງານຜ່ານມືຖື ດ້ວຍດ້ວຍລະບົບດີຈີຕອນ; ການຊຳລະຄ່າບໍລິການ ຕ້ອງຜ່ານການຊຳລະແບບເອເລັກໂຕຣນິກ.
ດັ່ງນັ້ນ ບໍລິສັດພວກເຮົາ ຈຶ່ງໄດ້ສ້າງວິໄສທັດ ພັດທະນາການບໍລິການຜ່ານລະບົບດິຈິຕອນ ພາຍໃຕ້ຄໍາຂວັນ “ນຳໃຊ້ເຕັກໂນໂລຊີດິຈິຕອນ ເປັນເຄື່ອງມືສຳຄັນໃນການຂັບເຄື່ອນທຸກຂະແໜງການຂອງບໍລິສັດ ເຮັດໃຫ້ການບໍລິການຮັບໃຊ້ສັງຄົມ ມີການຂະຫຍາຍຕົວ ຢ່າງເຂັ້ມແຂງ, ໜັກແໜ້ນ ໝັ້ນທ່ຽງ ແລະ ຍືນຍົງ”
ກຸ່ມບໍລິສັດ ສຸກໃຈ
ກຸ່ມບໍລິສັດ ສຸກໃຈ ເຄື່ອນໄຫວທຸລະກິດດ້ວຍເປົ້າໝາຍສູງສຸດ ຄືການຮ່ວມເປັນກຳລັງສຳຄັນໃນການພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຢ່າງຍືນຍົງ ແລະ ຂັບເຄື່ອນເສດຖະກິດຂອງປະເທດ. ຜ່ານການສຸ່ມໃສການຍົກລະດັບຄຸນນະພາບຊີວິດ, ສ້າງອາຊີບທີ່ໝັ້ນຄົງໃຫ້ກັບຄົນລາວ ແລະ ພັດທະນາສີມືແຮງງານ-ຊັບພະຍາກອນມະນຸດຂອງຄົນລາວໃຫ້ໄດ້ມາດຕະຖານ. ພວກເຮົາພ້ອມແລ້ວທີ່ຈະເດີນໄປຂ້າງໜ້າ ແລະ ຢູ່ຄຽງຂ້າງທ່ານ, ຮ່ວມສ້າງອາຊີບທີ່ໝັ້ນຄົງ, ສົ່ງມອບຄຸນນະພາບຊີວິດທີ່ດີໃຫ້ກັບຄົນລາວ ແລະ ສົ່ງມອບຄວາມສຸກຄືນໃຫ້ແກ່ສັງຄົມ ພາຍໃຕ້ຄໍາຂວັນ "ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ".
ມື້ເຮັດວຽກ: ວັນຈັນ-ວັນສຸກ (ພັກວັນເສົາ-ອາທິດ ແລະ ວັນພັກລັດຖະການ)
ເວລາເຮັດວຽກ 08:00 – 17:00 ໂມງ
ເບີໂທ: 020 5704 9666
Email: info@soukchay.com


ກ່ຽວກັບ ກຸ່ມບໍລິສັດ ສຸກໃຈ
ການພັດທະນາທີ່ແທ້ຈິງ ແລະ ການສ້າງຄວາມຍືນຍົງ ເລີ່ມຕົ້ນຈາກການສ້າງໂອກາດ ພ້ອມທັງຍົກລະດັບສັກກະຍະພາບຂອງຊັບພະຍາກອນມະນຸດ ໃຫ້ກ້າວສູ່ການເປັນກຳລັງແຮງງານທີ່ມີຄຸນນະພາບສູງ. ກຸ່ມບໍລິສັດ ສຸກໃຈ ເຕີບໃຫຍ່ດ້ວຍພັນທະກິດອັນແຂງແກ່ນ ທີ່ຈະເປັນຮາກຖານອັນສໍາຄັນ ໃນການຂັບເຄື່ອນເສດຖະກິດ-ສັງຄົມ ແລະ ພັດທະນາປະເທດຊາດ ຜ່ານການດຳເນີນທຸລະກິດຢ່າງຫຼາກຫຼາຍ, ເປັນລະບົບ ແລະ ໂປ່ງໃສ 100%. ມາຮູ້ຈັກກັບ ກຸ່ມບໍລິສັດ ສຸກໃຈ ເພື່ອສຶກສາຂໍ້ມູນ ເຄືອຂ່າຍທຸລະກິດ ແລະ ວິໄສທັດການພັດທະນາຂອງພວກເຮົາ.



ຜູ້ບໍລິຫານ ກຸ່ມບໍລິສັດ ສຸກໃຈ
ດ້ວຍວິໄສທັດອັນກວ້າງໄກ ແລະ ເປົ້າໝາຍສູງສຸດ ໃນການຍົກລະດັບຄຸນນະພາບຊີວິດຂອງປະຊາຊົນລາວໃຫ້ດີຂຶ້ນ. ຜູ ້ບໍລິຫານ ກຸ່ມບໍລິສັດ ສຸກໃຈ ມຸ່ງໝັ້ນທີ່ຈະສ້າງອົງກອນໃຫ້ກາຍເປັນກຳລັງສຳຄັນ ໃນການຂັບເຄື່ອນເສດຖະກິດ ແລະ ພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ. ໂດຍການສ້າງໂອກາດ ພ້ອມທັງຍົກລະດັບແຮງງານລາວໃຫ້ມີທັກສະ, ຄຸນນະພາບ ແລະ ສັກກະຍະພາບທຽບເທົ່າລະດັບສາກົນ ຄຽງຄູ່ໄປກັບການຕອບແທນຄືນສູ່ສັງຄົມ, ຄູ່ຮ່ວມງານ ແລະ ລູກຄ້າທຸກທ່ານ ເພື່ອກ້າວໄປສູ່ຄວາມສໍາເລັດພ້ອມກັນຢ່າງຍືນຍົງ.



ພັນທະກິດແລະວິໄສທັດ
ກຸ່ມບໍລິສັດ ສຸກໃຈ ມຸ່ງໝັ້ນກ້າວສູ່ການເປັນອົງກອນອັນດັບໜື່ງໃນການຂັບເຄື່ອນ ແລະ ຍົກລະດັບສັກກະຍະພາບແຮງງານລາວ ສູ່ມາດຕະຖານສາກົນ. ດ້ວຍພັນທະກິດ ແລະ ວິໄສທັດ ທີ່ແນ່ໃສການສ້າງໂອກາດທາງອາຊີບ, ສ້າງລາຍຮັບ ແລະ ຄວາມໝັ້ນຄົງໃຫ້ກັບປະຊາຊົນ ພ້ອມທັງຮ່ວມພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ເຕີບໃຫຍ່ຂະຫຍາຍຕົວໄປພ້ອມກັບເປົ້າໝາຍຂອງບໍລິສັດ ໃນອານາຄົດ.



ຈັນຍາບັນທາງດ້ານທຸລະກິດ
ກຸ່ມບໍລິສັດ ສຸກໃຈ ດຳເນີນທຸລະກິດພາຍໃຕ້ລະບຽບກົດໝາຍ ແລະ ຄວາມຮັບຜິດຊອບສູງສຸດຕໍ່ທຸກພາກສ່ວນ ໂດຍມີການກໍານົດຈັນຍາບັນເປັນເຂັມທິດຊີ້ນໍາ ທັງຕໍ່ປະເທດຊາດ, ຄູ່ຮ່ວມທຸລະກິດ, ລູກຄ້າ-ແຮງງານ, ແລະ ພະນັກງານໃນອົງກອນ. ພວກເຮົາໃຫ້ຄວາມເຄົາລົບ, ໂປ່ງໃສ ແລະ ມຸ່ງໝັ້ນທີ່ຈະດໍາເນີນທຸລະກິດໂດຍໃຫ້ທຸກຝ່າຍໄດ້ຮັບຜົນປະໂຫຍດຮ່ວມກັນ. ທຸກບາດກ້າວການດໍາເນີນທຸລະກິດຂອງພວກເຮົາ ຂັບເຄື່ອນດ້ວຍຄຸນນະທຳ ແລະ ຈັນຍາບັນທາງດ້ານທຸລະກິດທີ່ໄດ້ກໍານົດໄວ້.



ຄ່ານິຍົມຂອງອົງກອນ
ຄ່ານິຍົມ ຫຼື ວັດທະນະທຳຂອງ ບໍລິສັດ ສຸກໃຈ ຍຶດຖືຫຼັກການຄວາມເປັນມືອາຊີບ ແລະ ຜົນສຳເລັດຮ່ວມກັນ ເປັນຫົວໃຈສຳຄັນໃນການຂັບເຄື່ອນທຸລະກິດ ພວກເຮົາຮຽນຮູ້ຈາກທຸກສິ່ງທ້າທາຍ, ບັນຫາທີ່ພົບເຫັນຕົວຈິງ ເພື່ອພັດທະນາ ແລະ ຍົກລະດັບມາດຕະຖານການບໍລິການໃຫ້ວ່ອງໄວ, ໂປ່ງໃສ ແລະ ເປັນມືອາຊີບກັບທຸກໆຝ່າຍ.



ຊ່ວຍເຫຼືອສັງຄົມ
ພວກເຮົາຮຽນຮູ້ ແລະ ເຊື່ອໝັ້ນຢ່າງເລິກເຊິ່ງວ່າ ຄວາມສຳເລັດທີ່ແທ້ຈິງຂ ອງທຸລະກິດ ບໍ່ໄດ້ປະເມີນພຽງແຕ່ຜົນກຳໄລ ແຕ່ຄືການເຕີບໂຕໄປພ້ອມກັນກັບສັງຄົມ ແລະ ປະເທດຊາດ ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ ກຸ່ມບໍລິສັດ ສຸກໃຈ ສົ່ງຕໍ່ຮອຍຍິ້ມ ແລະ ສົ່ງມອບຄວາມສຸກຄືນໃຫ້ແກ່ສັງຄົມ ໃນຫຼາຍກິດຈະກໍາ ກົດອ່ານຕໍ່ເພື່ອເບີ່ງການເຄື່ອນໄຫວຂອງກຸ່ມບໍລິສັດ ສຸກໃຈ ໄດ້ເລີຍ.


SOUKCHAY.com
“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”
ກຸ່ມບໍລິສັດ ສຸກໃຈ ດໍາເນີນທຸລະກິດດ້ວຍເປົ້າໝາຍສູງສຸດ ຄືການຮ່ວມເປັນກຳລັງສຳຄັນໃນການພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຢ່າງຍືນຍົງ ແລະ ຂັບເຄື່ອນເສດຖະກິດຂອງປະເທດ. ພວກເຮົາໃຫ້ບໍລິການຈັດຫາງານຢ່າງໂປ່ງໃສ, ສະໜອງແຫຼ່ງທຶນສິນເຊື່ອທີ່ດອກເບ້ຍຕໍ່າ, ຝຶກອົບຮົມສີມືແຮງງານໃຫ້ມີຄຸນນະພາບ, ສ້າງວຽກເຮັດງານທຳໃຫ້ຄົນລາວ, ມຸ່ງໝັ້ນທີ່ຈະສ້າງໂອກາດ ແລະ ຍົກລະດັບຄຸນນະພາບຊີວິດຂອງແຮງງານລາວ ຄຽງຄູ່ໄປກັບການຕອບແທນຄືນສູ່ສັງຄົມ, ປະເທດຊາດ, ຄູ່ຮ່ວມງານ ແລະ ລູກຄ້າໝົດທຸກທ່ານໃຫ້ເຕີບໃຫຍ່ຂະຫຍາຍຕົວໄປພ້ອມກັນແບບຍືນຍົງ.
ກຸ່ມບໍລິສັດ ສຸກໃຈ
ສຳນັກງານໃຫຍ່ຕັ້ງຢູ່ ຖະໜົນນາຄວາຍ ບ້ານ ດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ມຶ້ເຮັດວຽກ : ວັນຈັນ - ວັນສຸກ (ພັກວັນເສົາ-ອາທິດ ແລະ ວັນພັກລັດຖະການ)
ເວລາເຮັດວຽກ 08:00 - 17:00 ໂມງ
ໂທ:
+856 20 5704 9666
+856 21 711 919
Email:
info@soukchay.com
SOUKCHAY.com | All rights reserved.
.jpg)







