top of page




SOUKCHAY.com
“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”

ບໍລິສັດ ສຸກໃຈ ພັດທະນາກະສິກໍາ ແລະ ການຄ້າ ຈໍາກັດຜູ້ດຽວ
ບໍລິສັດ ສຸກໃຈ ພັດທະນາກະສິກໍາ ແລະ ການຄ້າ ຈໍາກັດຜູ້ດຽວ ແມ່ນໜຶ່ງໃນທຸລະກິດພາຍໃຕ້ ກຸ່ມບໍລິສັດ ສຸກໃຈ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2020 ຕາມນະໂຍບາຍການສົ່ງເສີມຜະລິດຕະພັນພາຍໃນຂອງລັດຖະບານວາງອອກ ເຊີ່ງໄດ້ບຸກເບີກທາງດ້ານດ້ານກະສິກຳ ແລະ ການຄ້າ, ສ້າງຟາມລ້ຽງໝູ ແລະ ປູກມັນຕົ້ນ ເພື່ອເປັນໜື່ງກຳລັງສຳຄັນໃນການພັດທະນາເສດຖະກິດພື້ນຖານຂອງຊາດ. ພາລະກິດຫຼັກຂອງພວກເຮົາຄື ການຍົກລະດັບຂະແໜງການກະສິກຳ ແລະ ການຄ້າຂອງຄົນລາວໃຫ້ກ້າວສູ່ລະດັບຄົບວົງຈອນຄວບຄູ່ໄປກັບການເປັນສູນກາງໃນການຈັດຫາງານ ແນໃສ່ຫຼຸດຜ່ອນອັດຕາການວ່າງງານ ແລະ ສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ປະຊາຊົນລາວ.
ພວກເຮົາໄດ້ວາງແຜນຍຸດທະສາດໃນການສ້າງ "ສູນພັດທະນາກະສິກຳຄົບວົງຈອນ" ຂອງກຸ່ມບໍລິສັດສຸກໃຈຂຶ້ນມາ ເພື່ອນຳໃຊ້ທີ່ດິນທີ່ມີຢູ່ໃຫ້ເກີດຜົນປະໂຫຍດສູງສຸດ ໂຄງການນີ້ຈະນຳໃຊ້ແຮງງານລາວທີ່ເດີນທາງກັບມາຈາກການເຮັດວຽກຕາມລະດູການ ຢູ່ ສ.ເກົາຫຼີ ເປັນກຳລັງຫຼັກ ໂດຍການນຳເອົາຄວາມຮູ້, ເຕັກນິກ ແລະ ປະສົບການດ້ານກະສິກຳທີ່ທັນສະໄໝຈາກຕ່າງປະເທດ ມາໝູນໃຊ້ ແລະ ພັດທະນາໂຄງການຕົວຈິງ.
ພວກເຮົາມຸ່ງເນັ້ນການຜະລິດ ແລະ ແປຮູບຜະລິດຕະພັນກະສິກຳທີ່ມີຄຸນນະພາບສູງ ບໍ່ພຽງແຕ່ເພື່ອສະໜອງ ແລະ ຮັບໃຊ້ຕະຫຼາດພາຍໃນປະເທດເທົ່ານັ້ນ ແຕ່ຍັງມີເປົ້າໝາຍຫຼັກໃນການສົ່ງອອກຜະລິດຕະພັນກະສິກຳລາວໄປສູ່ຕະຫຼາດສາກົນອີກດ້ວຍ.
ອີກໜື່ງເປົ້າໝາຍທີ່ສໍາຄັນຄືການສ້າງໂອກາດຄັ້ງໃໝ່ໃຫ້ແກ່ແຮງງານທີ່ສິ້ນສຸດສັນຍາຈ້າງຈາກ ສ.ເກົາຫຼີ, ຍີ່ປຸ່ນ ແລະ ປະເທດໄທ ໂດຍສະເພາະຜູ້ທີ່ມີອາຍຸເກີນມາດຖານທີ່ບໍ່ສາມາດເດີນທາງໄປເຮັດວຽກຢູ່ຕ່າງປະເທດໄດ້ອີກ ໃຫ້ສາມາດເຂົ້າສູ່ຕຳແໜ່ງງານທີ່ເໝາະສົມໃນອົງກອນ ຫຼື ໂຮງງານພາຍໃນລາວ ຕາມຄວາມຮ່ວມມືກັບພາກສ່ວນຕ່າງໆ.
ມື້ເຮັດວຽກ: ວັນຈັນ-ວັນສຸກ (ພັກວັນເສົາ-ອາທິດ ແລະ ວັນພັກລັດຖະການ)
ເວລາເຮັດວຽກ 08:00 – 17:00 ໂມງ
ເບີໂທ: 020 5704 9666

SOUKCHAY.com
“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”
ກຸ່ມບໍລິສັດ ສຸກໃຈ ດໍາເນີນທຸລະກິດດ້ວຍເປົ້າໝາຍສູງສຸດ ຄືການຮ່ວມເປັນກຳລັງສຳຄັນໃນການພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຢ່າງຍືນຍົງ ແລະ ຂັບເຄື່ອນເສດຖະກິດຂອງປະເທດ. ພວກເຮົາໃຫ້ບໍລິການຈັດຫາງານຢ່າງໂປ່ງໃສ, ສະໜອງແຫຼ່ງທຶນສິນເຊື່ອທີ່ດອກເບ້ຍຕໍ່າ, ຝຶກອົບຮົມສີມືແຮງງານໃຫ້ມີຄຸນນະພາບ, ສ້າງວຽກເຮັດງານທຳໃຫ້ຄົນລາວ, ມຸ່ງໝັ້ນທີ່ຈະສ້າງໂອກາດ ແລະ ຍົກລະດັບຄຸນນະພາບຊີວິດຂອງແຮງງານລາວ ຄຽງຄູ່ໄ ປກັບການຕອບແທນຄືນສູ່ສັງຄົມ, ປະເທດຊາດ, ຄູ່ຮ່ວມງານ ແລະ ລູກຄ້າໝົດທຸກທ່ານໃຫ້ເຕີບໃຫຍ່ຂະຫຍາຍຕົວໄປພ້ອມກັນແບບຍືນຍົງ.
ກຸ່ມບໍລິສັດ ສຸກໃຈ
ສຳນັກງານໃຫຍ່ຕັ້ງຢູ່ ຖະໜົນນາຄວາຍ ບ້ານ ດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ມຶ້ເຮັດວຽກ : ວັນຈັນ - ວັນສຸກ (ພັກວັນເສົາ-ອາທິດ ແລະ ວັນພັກລັດຖະການ)
ເວລາເຮັດວຽກ 08:00 - 17:00 ໂມງ
ໂທ:
+856 20 5704 9666
+856 21 711 919
Email:
info@soukchay.com
SOUKCHAY.com | All rights reserved.
bottom of page








