



SOUKCHAY.com
“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”

ແນະນຳການກຽມເອກະສານ
ກັງວົນເລື່ອງເອກະສານທີ່ຊັບຊ້ອນ ແລະ ບໍ່ຮູ້ຈະເລີ່ມຕົ້ນແນວໃດ? ບໍລິສັດ ສຸກໃຈ ບໍລິການຈັດຫາງານ ພ້ອມໃຫ້ຄຳແນະນຳ ແລະ ຊ່ວຍທ່ານກຽມເອກະສານຢ່າງລະອຽດທຸກຂັ້ນຕອນ ຖືກຕ້ອງຕາມກົດໝາຍ, ວ່ອງໄວ ແລະ ປອດໄພ.
ການກຽມເອກະສານທີ່ຖືກຕ້ອງ ແລະ ຄົບຖ້ວນ ຄືຂັ້ນຕອນທຳອິດທີ່ສຳຄັນ ບໍລິສັດ ສຸກໃຈ ບໍລິການຈັດຫາງານ ຈະມີພະນັກງານຊ່ວຍໃຫ້ຄຳແນະນຳ, ກວດສອບ ແລະ ດຳເນີນງານດ້ານເອກະສານຢ່າງເປັນລະບົບ ເພ ື່ອໃຫ້ແຮງງານທຸກຄົນປະຫຍັດເວລາ, ຫຼຸດຜ່ອນຂໍ້ຜິດພາດ ແລະ ໄດ້ຮັບການອະນຸມັດເອກະສານຢ່າງຖືກຕ້ອງຕາມກົດໝາຍ.
ເຊີ່ງເອກະສານທີ່ທຸກທ່ານຕ້ອງໄດ້ກະກຽມເພື່ອສະໝັກໄປເຮັດວຽກໃນແຕ່ລະປະເທດ ມີດັ່ງນີ້:
ປະເທດ ສ.ເກົາຫຼີ
1. ພາສປອດແທ້ ແລະ ພາສປອດເຫຼັ້ມເກົ່າ (ຖ້າມີ).
2. ກ໋ອບປີ້ພາສປອດ 3 ໃບ
3. ກ໋ອບປີ້ສຳມະໂນຄົວ ແລະ ສຳມະໂນຄົວເຫຼັ້ມເກົ່າ (ຖ້າມີ).
4. ໃບຕາດິນຂອງແທ້ ພ້ອມກ໋ອບປີ້ 1 ໃບ.
5. ຮູບ 3x4 ຈໍານວນ 6 ໃບ (ຮູບຖ່າຍໃໝ່ບໍ່ເກ ີນ 3 ເດືອນ ບໍ່ໃຫ້ແຕ່ງຮູບ)
ປະເທດໄທ
1. ພາສປອດແທ້
2. ຮູບຖ່າຍໂຕຈິງຂອງແຮງງານ ພື້ນຫຼັງສີຂາວ (ເຄິ່ງໂຕ) (ອັບເດດໃຫມ່)
ປະເທດຍີ່ປຸ່ນ
1. ພາສປອດແທ້
2. ກ໋ອບປີ້ບັດປະຈຳໂຕ 1 ສະບັບ
3. ກ໋ອບປີ້ໃບຈົບການສຶກສາ 1 ສະບັບ
4. ຮູບ 3x4 ຈໍານວນ 12 ໃບ (ພື້ນສີຂາວ)
5. ຮູບ 4x6 ຈໍານວນ 12 ໃບ (ພື້ນສີຂາວ)
ການຊື້ຈ້າງ, ການປອມແປງປະຫວັດສ່ວນຕົວ, ການເສບສານເສບຕິດ ເປັນສິ່ງທີ່ຜິດກົດໝາຍ
ເພື່ອຄວາມໝັ້ນໃຈ ທ່ານສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ: 020 5704 9666
ມື້ເຮັດວຽກ: ວັນຈັນ-ວັນສຸກ (ພັກວັນເສົາ-ອາທິດ ແລະ ວັນພັກລັດຖະການ)
ເວລາເຮັດວຽກ: 08:00-17:00 ໂມງ
ຊ່ວຍເຫຼືອແຮງງານ
ບໍລິສັດ ສຸກໃຈ ພ້ອມຢູ່ຄຽງຂ້າງ ແລະ ໃຫ້ຄວາມຊ່ວຍເຫຼືອທ່ານ ພວກເຮົາບໍ່ໄດ້ພຽງແຕ່ຈັດສົ່ງແຮງງານໄປເຮັດວຽກ ແຕ່ຍັງສຶບຕໍ່ຄຸ້ມຄອງ ແລະ ໃຫ້ຄຳປຶກສາທ່ານ ເພື່ອໃຫ້ທ່ານສາມາດເຮັດວຽກຢູ່ຕ່າງປະເທດໄດ້ຢ່າງອຸ່ນໃຈ, ມີຄວາມໝັ້ນຄົງ ແລະ ໄດ້ຮັບຄວາມຍຸດຕິທຳໃນທຸກໆດ້ານຕະຫຼອດໄລຍະເວລາການເຮັດວຽກ.


ຄຳຖາມຍອດຮິດ (FAQs)
ສັງລວມທຸກຄຳຖາມ, ໄຂຂໍ້ຂ້ອງໃຈ ແລະ ເລື່ອງທີ່ແຮງງານຕ້ອງຮູ້ກ່ອນການເດີນທາງ ເຮັດແນວໃດໃຫ້ສາມາດສະໝັກໄປໄດ້, ຂັ້ນຕອນການກຽມໂຕ, ແລະ ຜົນປະໂຫຍດທີ່ຈະໄດ້ຮັບ. ທຸກຂໍ້ສົງໄສຂອງທ່ານ ມີຄຳຕອບທີ່ຊັດເຈນ ແລະ ໂປ່ງໃສ 100% ຢູ່ໃນນີ້ ຄລິກອ່ານຕໍ່ ເພື່ອກວດເບີ່ງຄຳຕອບຂອງຄຳຖາມທີ່ທ່ານຢາກຮູ້.



ບໍລິການສິນເຊື່ອດອກເບ້ຍຕໍ່າ
ຢາກໄປເຮັດວຽກຢູ່ຕ່າງປະເທດ ແຕ່ບໍ່ມີທຶນໃນການສະໝັກ ແລະ ດຳເນີນເອກະສານ ບໍ່ແມ່ນອຸປະສັກຂອງການສ້າງອະນາຄົດອີກຕໍ່ໄປ ບໍລິສັດ ສຸກໃຈ ບໍລິການຈັດຫາງານ ເຂົ້າໃຈທຸກຄວາມຝັນ ແລະ ຄວາມຕັ້ງໃຈຂອງທຸກທ່ານ ພວກເຮົາຮ່ວມມືກັບ ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ສຸກໃຈ ເພື່ອປົດລ໋ອກຂໍ້ຈຳກັດນີ້. ພວກເຮົາພ້ອມສະໜອງ ສິນເຊື່ອດອກເບ້ຍຕ ່ຳ ໃຫ້ແຮງງານທີ່ຜ່ານການຄັດເລືອກ ດ້ວຍເງື່ອນໄຂທີ່ເປັນທຳ, ອະນຸມັດງ່າຍ, ໂປ່ງໃສ 100%.



ສູນພັດທະນາສີມືແຮງງານ
ຢາກໄປເຮັດວຽກຢູ່ຕ່າງປະເທດ ແຕ່ຍັງກັງວົນເລື່ອງພາສາ ແລະ ວິທີການດໍາລົງຊີວິດ ບໍລິສັດ ສຸກໃຈ ບໍລິການຈັດຫາງານ ພວກເຮົາມີ ສູນພັດທະນາສີມືແຮງງານ ສຸກໃຈ ທີ່ພ້ອມຈະຝຶກອົບຮົມ ແລະ ຍົກລະດັບສີມືແຮງງານລາວສູ່ມາດຕະຖານສາກົນ ໃຫ້ບໍລິການອົບຮົມທັງດ້ານພາສາ, ວິຊາຊີບ ແລະ ວັດທະນະທຳຢ່າງຄົບວົງຈອນ ເພື່ອໃຫ້ທ່ານມີຄວາມພ້ອມສໍາລັບການເດີນທາງໄປເຮັດວຽກຢູ່ຕ່າງປະເທດ.

