top of page
ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100
‎BRANDING.co.th - LOGO.‎005.png

SOUKCHAY.com

“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”

ภาพโปร่ง 100x100

ນະໂຍບາຍດ້ານການກຸສົນ ແລະ ເພື່ອສັງຄົມ

ກຸ່ມບໍລິສັດ ສຸກໃຈ ພວກເຮົາເຊື່ອໝັ້ນວ່າ ການເຕີບໃຫຍ່ຂອງທຸລະກິດ ຕ້ອງດຳເນີນໄປຄວບຄູ່ກັບການພັດທະນາສັງຄົມ ແລະ ສິ່ງແວດລ້ອມ ຢ່າງຍືນຍົງ. ພວກເຮົາມຸ່ງໝັ້ນສູ່ການເປັນຜູ້ນຳດ້ານການຈັດຫາງານຄົບວົງຈອນ ພາຍໃຕ້ຄ່ານິຍົມ “ການເຮັດວຽກທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ” ພວກເຮົາພ້ອມທີ່ຈະສ້າງງານ ສ້າງອາຊີບ ແລະ ສ້າງຄວາມສຸກໃຈໃຫ້ກັບຄົນລາວ ພວກເຮົາເຊື່ອວ່າ ຄວາມສຳເລັດທີ່ແທ້ຈິງ ຄືການເຕີບໂຕໄປພ້ອມກັບສັງຄົມ

ພວກເຮົາສະໜັບສະໜູນກິດຈະກຳເພື່ອສັງຄົມ ໂດຍການບໍລິຈາກບໍ່ວ່າເປັນທາງດ້ານເງິນ, ວັດຖຸ ຫຼື ອຸປະກອນທີ່ຈຳເປັນ ໃຫ້ແກ່ຊຸມຊົນ, ໂຮງຮຽນ ຫຼື ຜູ້ຂາດແຄນ ຢ່າງເປັນປະຈຳທຸກໆປີ. ນອກຈາກນີ້ ຍັງມີການລົງພື້ນທີ່ຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດຕ່າງໆ ເພື່ອຮ່ວມເປັນສ່ວນໜຶ່ງໃນການສ້າງຮອຍຍິ້ມ ແລະ ພັດທະນາສັງຄົມໃຫ້ເຕີບໂຕໄປພ້ອມກັນຢ່າງຍືນຍົງ.

ນະໂຍບາຍ ແລະ ຈັນຍາບັນທາງທຸລະກິດ

ກຸ່ມບໍລິສັດ ສຸກໃຈ ດຳເນີນທຸລະກິດໂດຍຍຶດໝັ້ນໃນຫຼັກການກົດໝາຍ, ຄວາມຮັບຜິດຊອບ ແລະ ຄວາມເປັນມືອາຊີບໃນທຸກດ້ານ ພວກເຮົາໄດ້ວາງມາດຕະການ ແລະ ກຳນົດນະໂຍບາຍຫຼັກຂອງອົງກອນ ເພື່ອເປັນເສົາຄ້ຳໃນການຂັບເຄື່ອນຍຸດທະສາດທາງທຸລະກິດ, ການຄຸ້ມຄອງບຸກຄະລາກອນ ແລະ ການສົ່ງມອບການບໍລິການທີ່ໄດ້ຮັບຄວາມໄວ້ວາງໃຈໃນລະດັບສາກົນ ບົນພື້ນຖານຂອງຄວາມໂປ່ງໃສ, ວ່ອງໄວ ແລະ ເປັນມືອາຊີບ.

ภาพโปร่ง 100x100
ภาพโปร่ง 100x100

ນະໂນບາຍຄວາມໂປ່ງໃສ 100%

ກຸ່ມບໍລິສັດ ສຸກໃຈ ຍຶດໝັ້ນໃນຫຼັກການຄວາມໂປ່ງໃສ ໂດຍເປີດເຜີຍຂໍ້ມູນ ແລະ ຂະບວນການເຮັດວຽກຢ່າງຊັດເຈນໃນທຸກຂັ້ນຕອນ ເພື່ອສ້າງຄວາມເຊື່ອໝັ້ນຈາກບັນດາລູກຄ້າທີ່ມາໃຊ້ບໍລິການ ແລະ ການຮ່ວມມືທີ່ຍືນຍົງກັບທຸກພາກສ່ວນ ບົນພື້ນຖານຂອງຄວາມໂປ່ງໃສທີ່ສາມາດກວດສອບໄດ້.

ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100

ນະໂຍບາຍມາດຕະຖານດ້ານຈັນຍາບັນ

ກຸ່ມບໍລິສັດ ສຸກໃຈ ພວກເຮົາກຳນົດຈັນຍາບັນໃນການເຮັດວຽກຂອງພະນັກງານທຸກລະດັບ ໂດຍເນັ້ນໃສ່ການແຂ່ງຂັນທາງການຄ້າທີ່ເປັນທຳ, ມຸ່ງຫມັ້ນໃນການສ້າງວັດທະນະທໍາອົງກອນທີ່ເຄົາລົບຄວາມຖືກຕ້ອງ ແລະ ຄວາມສະເໝີພາບໃນທຸກໆດ້ານ.

ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100

ນະໂຍບາຍມາດຕະຖານສາກົນ ISO

ມຸ່ງໝັ້ນພັດທະນາ ແລະ ປັບປຸງໂຄງສ້າງການບໍລິຫານຈັດການພາຍໃນອົງກອນຢ່າງຕໍ່ເນື່ອງຢູ່ສະເໝີ ເພື່ອໃຫ້ສອດຄ່ອງກັບຂໍ້ກຳນົດຂອງມາດຕະຖານສາກົນ ISO ເພື່ອຮັບປະກັນປະສິດທິພາບ ແລະ ຄຸນນະພາບການດຳເນີນງານໃນລະດັບສາກົນ.

ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100

ນະໂຍບາຍພັດທະນາສີມື ແລະ ສົ່ງເສີມແຮງງານ

ພວກເຮົາໃຫ້ຄວາມສຳຄັນກັບການຝຶກອົບຮົມ ແລະ ພັດທະນາສີມືແຮງງານຢ່າງເປັນລະບົບ ເພື່ອຍົກລະດັບທັກສະສີມືແຮງງານລາວ ໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານສາກົນ ແລະ ເຕີບໂຕໄປພ້ອມກັບການພັດທະນາປະເທດຊາດຢ່າງໝັ້ນຄົງ.

ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100

ນະໂຍບາຍມາດຕະຖານບຸກຄະລາກອນ

ພວກເຮົາກຳນົດມາດຕະຖານການຄັດເລືອກ, ປະເມີນຜົນ ແລະ ພັດທະນາບຸກຄະລາກອນຢູ່ສະເໝີຢ່າງຕໍ່ເນື່ອງ ເພື່ອຮັບປະກັນວ່າ ພະນັກງານພາຍໃນອົງກອນ ຈະກາຍເປັນບຸກຄະລາກອນທີ່ມີຄຸນນະພາບ, ມີຄວາມຮູ້, ຄວາມສາມາດ ທີ່ຈະປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບ ແລະ ເປັນມືອາຊີບໃນມາດຕະຖານສາກົນໃນທຸກໆໜ້າທີ່.

ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100

ນະໂຍບາຍມາດຕະຖານການບໍລິການ

ມຸ່ງຫມັ້ນໃນການຮັກສາມາດຕະຖານການບໍລິການໃນທຸກລະດັບ ໂດຍມີການຮັບຟັງທຸກການສະແດງຄວາມຄິດເຫັນຈາກທຸກພາກສ່ວນ ເພື່ອນຳມາພັດທະນາ ແລະ ປັບປຸງຄຸນນະພາບການເຮັດວຽກຢ່າງຕໍ່ເນື່ອງ ເພື່ອສົ່ງມອບການບໍລິການທີ່ດີທີ່ສຸດ, ສ້າງຄວາມເພິ່ງພໍໃຈສໍາລັບລູກຄ້າທຸກທ່ານທີ່ມາໃຊ້ບໍລິການ ແລະ ຄູ່ຮ່ວມທຸລະກິດທຸກພາກສ່ວນ.

ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100

ນະໂຍບາຍດ້ານມາດຕະຖານການຮັກສາຂໍ້ມູນ

ໃຫ້ຄວາມສຳຄັນສູງສຸດກັບຄວາມປອດໄພທາງດ້ານຂໍ້ມູນ, ຄວາມປອດໄພທາງດ້ານໄຊເບີ ແລະ ຄວາມລັບທາງທຸລະກິດ ໂດຍນຳໃຊ້ມາດຕະການ ແລະ ເຕັກໂນໂລຊີການຮັກສາຄວາມປອດໄພສູງ ເພື່ອປ້ອງກັນຄວາມສ່ຽງ ແລະ ການຮົ່ວໄຫຼຂອງຂໍ້ມູນໄດ້ຢ່າງ 100%.

ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100

ນະໂຍບາຍເພື່ອສັງຄົມ

ພວກເຮົາຮຽນຮູ້ ແລະ ເຊື່ອໝັ້ນຢ່າງເລິກເຊິ່ງວ່າ ຄວາມສຳເລັດທີ່ແທ້ຈິງຂອງທຸລະກິດ ບໍ່ໄດ້ປະເມີນພຽງແຕ່ຜົນກຳໄລ ແຕ່ຄືການເຕີບໂຕໄປພ້ອມກັນກັບສັງຄົມ ແລະ ປະເທດຊາດ ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ ກຸ່ມບໍລິສັດ ສຸກໃຈ ຈຶ່ງໄດ້ກຳນົດນະໂຍບາຍດ້ານການຊ່ວຍເຫຼືອສັງຄົມ ເປັນສ່ວນໜຶ່ງໃນຍຸດທະສາດຫຼັກຂອງອົງກອນ.

ภาพโปร่ง 100x100

ກຸ່ມບໍລິສັດ ສຸກໃຈ

ນະໂຍບາຍຂອງບໍລິສັດ

ທຸລະກິດ

ການຊ່ວຍເຫຼືອແຮງງານ

‎BRANDING.co.th - LOGO.‎005.png

SOUKCHAY.com

“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”

ກຸ່ມບໍລິສັດ ສຸກໃຈ ດໍາເນີນທຸລະກິດດ້ວຍເປົ້າໝາຍສູງສຸດ ຄືການຮ່ວມເປັນກຳລັງສຳຄັນໃນການພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຢ່າງຍືນຍົງ ແລະ ຂັບເຄື່ອນເສດຖະກິດຂອງປະເທດ. ພວກເຮົາໃຫ້ບໍລິການຈັດຫາງານຢ່າງໂປ່ງໃສ, ສະໜອງແຫຼ່ງທຶນສິນເຊື່ອທີ່ດອກເບ້ຍຕໍ່າ, ຝຶກອົບຮົມສີມືແຮງງານໃຫ້ມີຄຸນນະພາບ, ສ້າງວຽກເຮັດງານທຳໃຫ້ຄົນລາວ, ມຸ່ງໝັ້ນທີ່ຈະສ້າງໂອກາດ ແລະ ຍົກລະດັບຄຸນນະພາບຊີວິດຂອງແຮງງານລາວ ຄຽງຄູ່ໄປກັບການຕອບແທນຄືນສູ່ສັງຄົມ, ປະເທດຊາດ, ຄູ່ຮ່ວມງານ ແລະ ລູກຄ້າໝົດທຸກທ່ານໃຫ້ເຕີບໃຫຍ່ຂະຫຍາຍຕົວໄປພ້ອມກັນແບບຍືນຍົງ.

ກຸ່ມບໍລິສັດ ສຸກໃຈ

ສຳນັກງານໃຫຍ່ຕັ້ງຢູ່ ຖະໜົນນາຄວາຍ ບ້ານ ດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ມຶ້ເຮັດວຽກ : ວັນຈັນ - ວັນສຸກ (ພັກວັນເສົາ-ອາທິດ ແລະ ວັນພັກລັດຖະການ)
ເວລາເຮັດວຽກ 08:00 - 17:00 ໂມງ

ໂທ:
+856 20 5704 9666
+856 21 711 919

Email:
info@soukchay.com

SOUKCHAY.com | All rights reserved.

bottom of page