top of page
ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100
‎BRANDING.co.th - LOGO.‎005.png

SOUKCHAY.com

“ສຸກໃຈ ເມື່ອໄປກັບເຮົາ”

ภาพโปร่ง 100x100

ປະເທດຍີ່ປຸ່ນ

ປະເທດຍີ່ປຸ່ນ . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . .

✅ 1. ເປັນຫຍັງຈຶ່ງຕ້ອງໄປເຮັດວຽກຢູ່ປະເທດຢີ່ປຸ່ນ ນຳບໍລິສັດ ສຸກໃຈ

ທ່ານກຳລັງປະເຊີນກັບຄວາມກັງວົນເຫຼົ່ານີ້ຢູ່ຫຼືບໍ່?

1. ຢ້ານຖືກຕົວະ, ຢ້ານສະໝັກຈ່າຍເງິນແລ້ວບໍ່ໄດ້ເດີນທາງ, ຢ້ານສະໝັກແລ້ວຖືກບໍລິສັດທີ່ບໍ່ມີຕົວຕົນ.

2. ບໍ່ຮູ້ຈະເລີ່ມຕົ້ນແນວໃດ, ຂັ້ນຕອນເອກະສານໄປຍີ່ປຸ່ນເບິ່ງຄືຍາກ ແລະ ຊັບຊ້ອນ, ບໍ່ຮູ້ກົດໝາຍ ແລະ ວິທີການຍື່ນວີຊາທີ່ຖືກຕ້ອງ.

3. ເວົ້າພາສາຍີ່ປຸ່ນບໍ່ໄດ້, ກັງວົນເລື່ອງການສື່ສານ, ຢ້ານສອບເສັງພາສາບໍ່ຜ່ານ ແລະ ກັງວົນເລື່ອງການປັບຕົວເຂົ້າກັບວັດທະນະທຳຂອງຄົນຍີ່ປຸ່ນບໍ່ໄດ້.

4. ຢ້ານມີຄ່າໃຊ້ຈ່າຍໃນການສະໝັກບານປາຍດ, ຢ້ານມີຄ່າໃຊ້ຈ່າຍແຝງເພີ່ມຂຶ້ນເລື່ອຍໆໂດຍບໍ່ຮູ້ຕົວ

ພວກເຮົາ ບໍລິສັດ ສຸກໃຈ ບໍລິການຈັດຫາງານ ຈໍາກັດຜູ້ດຽວ ຄືຄຳຕອບ ແລະ ທາງອອກທີ່ດີທີ່ສຸດສຳລັບທ່ານ
ພວກເຮົາພ້ອມທີ່ຈະປ່ຽນຄວາມກັງວົນຂອງທ່ານ ໃຫ້ເປັນຄວາມໝັ້ນໃຈ ດ້ວຍມາດຕະຖານການບໍລິການ ທີ່ໂປ່ງໃສ, ວ່ອງໄວ ແລະ ເປັນມືອາຊີບ:

1. ບໍລິສັດ ສຸກໃຈ ບໍລິການຈັດຫາງານ ຈໍາກັດຜູ້ດຽວ ໄດ້ຮັບອະນຸຍາດການສ້າງຕັ້ງຂຶ້ນຢ່າງຖືກຕ້ອງ ຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈຶ່ງໝັ້ນໃຈໄດ້ວ່າ ທຸກຂັ້ນຕອນດໍາເນີນງານພາຍໃຕ້ກົດໝາຍຂອງ ສປປ ລາວ ແລະ ປະສານງານກັບອົງກອນ/ສະມາຄົມ/ນາຍຈ້າງຈາກຍີ່ປຸ່ນໂດຍກົງ ຢ່າງຖືກຕ້ອງຕາມກົດໝາຍ.

2. ພວກເຮົາຍຶດໝັ້ນໃນຄວາມໂປ່ງໃສ ທຸກຄ່າໃຊ້ຈ່າຍໃນການດຳເນີນເອກະສານ ພວກເຮົາຈະແຈ້ງໃຫ້ຊາບລ່ວງໜ້າຢ່າງລະອຽດຕັ້ງແຕ່ມື້ທຳອິດ ບໍ່ມີຄ່າບໍລິການທີ່ແຝງມາເກັບເພີ່ມພາຍຫຼັງ ເຮັດໃຫ້ທ່ານສາມາດວາງແຜນການເງິນໄດ້ກ່ອນການຍື່ນສະໝັກ.

3. ແຮງງານທຸກທ່ານຈະໄດ້ຮັບສັນຍາຈ້າງງານທີ່ຖືກຕ້ອງຕາມກົດໝາຍ ລະບຸອັດຕາຄ່າຈ້າງ ຕາມມາດຕະຖານຄ່າແຮງງານຂັ້ນຕ່ຳຂອງຍີ່ປຸ່ນ, ເວລາເຮັດວຽກ, ວັນພັກ ແລະ ສະຫວັດດິການຕ່າງໆ ຢ່າງຈະແຈ້ງ ບໍ່ມີການຫັກຄ່າແຮງງານທີ່ບໍ່ຖືກຕ້ອງ ແລະ ຖືກເອົາປຽບ.

4. ຫາກທ່ານກັງວົນເລື່ອງພາສາ ພວກເຮົາມີສູນສົ່ງເສີມການສຶກສາ ທີ່ຈະຝຶກອົບຮົມພາສາຍີ່ປຸ່ນພື້ນຖານ ແລະ ແນະນຳກ່ຽວກັບວັດທະນະທຳການດຳລົງຊີວິດ, ການເຮັດວຽກຂອງຄົນຍີ່ປຸ່ນ ແນະນຳການໃຊ້ຊີວິດຢູ່ຍີ່ປຸ່ນບໍ່ວ່າຈະເປັນມາລະຍາດທາງສັງຄົມ, ກົດໝາຍ, ຂໍ້ຫ້າມ, ຂໍ້ຄວນລະວັງຕ່າງໆໃຫ້ແກ່ແຮງງານກ່ອນການເດີນທາງ ເພື່ອໃຫ້ແຮງງານສາມາດປັບໂຕໄດ້ໄວເມື່ອໄປຮອດ.

5. ບໍລິສັດ ສຸກໃຈ ພວກເຮົາຮ່ວມເດີນທາງ ແລະ ໃຫ້ຄວາມຊ່ວຍເຫຼືອແກ່ແຮງງານ ຕັ້ງແຕ່ຂັ້ນຕອນການສະໝັກ, ການຄັດເລືອກ ຫຼື ການສຳພາດກັບນາຍຈ້າງຍີ່ປຸ່ນ, ການກະກຽມເອກະສານ, ການຂໍວິຊາ (VISA), ໄປຈົນເຖິງການຈອງປີ້ຍົນ ທາງບໍລິສັດຈະເປັນຜູ້ດໍາເນີນການໃຫ້ທຸກຢ່າງໂດຍທີ່ແຮງງານບໍ່ຕ້ອງໄປດໍາເນີນດ້ວຍຕົນເອງໃຫ້ຫຍຸ້ງຍາກ.

6. ໃນລະຫວ່າງທີ່ເຮັດວຽກຢູ່ຍີ່ປຸ່ນ, ຫາກແຮງງານມີບັນຫາດ້ານການສື່ສານ, ສະພາບແວດລ້ອມການເຮັດວຽກ,ການເຈັບປ່ວຍ ຫຼື ບັນຫາຂັດແຍ່ງກັບນາຍຈ້າງ, ທາງບໍລິສັດຈະມີພະນັກງານຊ່ວຍປະສານງານ ແລະ ໃຫ້ຄວາມຊ່ວຍເຫຼືອຢູ່ສະເໝີ. ນອກຈາກນີ້ ທາງບໍລິສັດຈະມີການລົງໄປຢ້ຽມຢາມແຮງງານທີ່ເຮັດວຽກຢູ່ຍີ່ປຸ່ນເປັນໄລຍະໆເພື່ອສອບຖາມສະພາບຄວາມເປັນຢູ່ ແລະ ການດໍາລົງຊີວິດຕະຫຼອດໄລຍະເວລາທີ່ແຮງງານເຮັດວຽກຢູ່ຢີ່ປຸ່ນ.


Facebook Page
ບໍລິສັດ ສຸກໃຈ ບໍລິການຈັດຫາງານ ຈຳກັດຜູ້ດຽວ Soukchay Employment Service Sole

✅ 2. ລາຍໄດ້ ແລະ ສະຫວັດດີການ ທີ່ແຮງງານຈະໄດ້ຮັບ

1. ລາຍໄດ້ ແລະ ຄ່າແຮງ

- ເງິນເດືອນພື້ນຖານ ໂດຍທົ່ວໄປຈະຢູ່ລະຫວ່າງ 120,000 ເຖິງ 140,000 ເຢນຕໍ່ເດືອນ (15-20 ລ້ານກີບ, 700-800 ໂດລາ) ເຊິ່ງລາຍຮັບນີ້ແມ່ນໄດ້ຫັກພາສີ, ຄ່ານໍ້າ, ຄ່າໄຟ, ຄ່າທີພັກອອກໝົດແລ້ວ ຂຶ້ນກັບປະເພດງານ ແລະ ເມືອງທີ່ໄປເຮັດວຽກຢູ່

- ຄ່າເຮັດວຽກລ່ວງເວລາ (OT): ຫາກມີການເຮັດວຽກເກີນເວລາ, ເຮັດວຽກໃນວັນພັກ ຫຼື ເວລາກາງຄືນ, ນາຍຈ້າງຈະຕ້ອງຈ່າຍຄ່າ OT ເພີ່ມຂຶ້ນອີກ 25% ເຖິງ 50% ຂອງຄ່າຈ້າງປົກກະຕິຕໍ່ຊົ່ວໂມງ ຕາມກົດໝາຍຂອງປະເທດຍີ່ປຸ່ນ.

2. ສະຫວັດດີການຕ່າງໆ

- ປະກັນສັງຄົມ ແລະ ປະກັນສຸຂະພາບ: ແຮງງານຈະໄດ້ຮັບການຄຸ້ມຄອງດ້ານການປິ່ນປົວພະຍາດ. ຫາກເຈັບປ່ວຍ ຫຼື ເກີດອຸປະຕິເຫດ, ປະກັນໄພຈະຊ່ວຍຈ່າຍຄ່າຮັກສາວົງເງິນສູງສຸດເຖິງ 70% ຂອງມູນຄ່າປິ່ນປົວ

- ປະກັນໄພການຈ້າງງານ ແລະ ອຸປະຕິເຫດຈາກການເຮັດວຽກ: ເຊີ່ງຈະຄຸ້ມຄອງ ແລະ ຊົດເຊີຍໃນກໍລະນີທີ່ເກີດອຸປະຕິເຫດໃນລະຫວ່າງການເຮັດວຽກ.
ເງິນບໍານານ: ແຮງງານທີ່ຈ່າຍເງິນສະສົມບຳນານທຸກໆເດືອນ ເມື່ອເຮັດວຽກຄົບກຳນົດສັນຍາ ແລະ ເດີນທາງກັບຄືນປະເທດລາວ ສາມາດປະກອບເອກະສານຍື່ນຂໍເງິນບຳນານຄືນໄດ້.

- ພັກອາໄສ: ນາຍຈ້າງຈະຈັດຫາຫໍພັກ, ອາພາດເມັນ ຫຼື ເຮືອນພັກທີ່ອຸປະກອນອຳນວຍຄວາມສະດວກເຊັ່ນ: ຕູ້ເຢັນ, ເຄື່ອງຊັກຜ້າ, ແອ, ລະບົບເຮັດ

- ຄວາມຮ້ອນໃຫ້ ເຊີ່ງແຮງງານອາດຈະໄດ້ຈ່າຍຄ່າເຊົ່າ ແລະ ຄ່ານ້ຳ-ຄ່າໄຟ ດ້ວຍຕົວເອງບາງສ່ວນໃນລາຄາ ທີ່ຖືກກວ່າບ່ອນພັກທົ່ວໄປ.

- ວັນພັກປະຈໍາອາທິດ: ແຮງງານຈະໄດ້ຮັບວັນພັກ 1-2 ມື້ຕໍ່ອາທິດ ຕາມປະຕິທິນການເຮັດວຽກຂອງບໍລິສັດທີ່ຕົນເອງໄປເຮັດວຽກຢູ່.

- ວັນພັກປະຈໍາປີ: ເມື່ອແຮງງານເຮັດວຽກຕິດຕໍ່ກັນຄົບ 6 ເດືອນ ແຮງງານຈະມີສິດໄດ້ຮັບວັນພັກປະຈໍາປີແບບໄດ້ຮັບຄ່າຈ້າງຕາມປົກກະຕິ ເຊີ່ງມື້ພັກແມ່ນຈະໄດ້ຮັບຢ່າງໜ້ອຍ 10 ມື້/ຄົນ/ປີ.

✅ 3. ປະເພດວຽກທີ່ມີໃຫ້ເລືອກ

1. ຂະແໜງກະສິກໍາ

- ກະສິກຳປູກຝັງ: ສ່ວນໃຫຍ່ຈະເປັນການປູກພືດຕາມລະດູການ (ກະລຳປີ, ໝາກແຕງ, ໝາກເລັ່ນ, ເຂົ້າບາເລ ແລະ ອື່ນໆ) ເຊິ່ງຈະມີການປູກຢູ່ໃນຟາມ ຫຼື ເຮືອນແກ້ວ ມີການເກັບກ່ຽວ ແລະ ການຄັດແຍກຜົນຜະລິດ

- ກະສິກຳລ້ຽງສັດ:ສ່ວນໃຫຍ່ຈະເປັນການເກັບໄຂ່ໄກ່, ການທຳຄວາມສະອາດ ແລະ ຄັດແຍກຜົນຜະລິດ.

2. ຂະແໜງອຸດສາຫະກໍາ

- ວຽກໂຮງງານ: ແມ່ນການເຮັດວຽກໃນໂຮງງານກ່ຽວກັບການລ້າງຜັກ, ການຕົບແຕ່ງອາຫານໃຫ້ສວຍງາມ, ການແພັກ ແລະ ບັນຈຸພັນອາຫານ.

- ວຽກລົດຍົນ: ຈະເປັນການປະກອບປະເພດລົດໃຫຍ່ທີ່ຈະຕ້ອງໃຊ້ຄວາມຮັບຜິດຊອບສູງ ເພື່ອປ້ອງກັນການເກີດອຸບັດຕິເຫດ ແລະ ອັນຕະລາຍທີ່ອາດເກີດຂຶ້ນໄດ້.

3. ຂະແໜງການກໍ່ສ້າງ

- ວຽກໂຄງສ້າງເຫຼັກ ແລະ ວຽກກໍ່ສ້າງທົ່ວໄປ.

✅ 4. ເງື່ອນໄຂການສະໝັກໄປເຮັດວຽກຢູ່ປະເທດຢີ່ປຸ່ນ

ເງື່ອນໄຂການສະໝັກໄປເຮັດວຽກຢູ່ປະເທດຢີ່ປຸ່ນ

1. ອ່ານໄດ້ ແລະ ຂຽນເປັນ (ພາສາລາວ)
2. ບໍ່ຕິດສານເສບຕິດ, ບໍ່ມີຄະດີຕິດໂຕ
3. ອາຍຸ 18-35 ປີ (ຕ້ອງອາຍຸ 18 ປິເຕັມ)
4. ເພດຍິງ (ບໍ່ຖືພາ ຫຼື ເກີດລູກ (ລູກຕ້ອງກາຍ 2 ປີຂື້ນໄປ)
5. ບໍ່ຕິດສານເສບຕິດ, ບໍ່ມີຄະດີຕິດໂຕ
6. ພາສປອດ ບໍ່ເປື້ອນ, ບໍ່ຂາດ (ຕ້ອງມີອາຍຸການໃຊ້ງານ 4 ປີຂື້ນໄປ ນັບຈາກມື້ສະໝັກ)
7. ຫຼັກຊັບຄ້ຳປະກັນ & ຜູ້ຄຳ້ປະກັນ
8. ຫຼັກຊັບຄຳ້ປະກັນເນື້ອທີດິນ 400 ຕາແມັດ ຂຶ້ນໄປ
9. ຜູ້ຄ້ຳປະກັນ ອາຍຸ 35 ປີ ຂື້ນໄປ

ເງື່ອນໄຂການສໍາພາດ

1. ຈົບການສຶກສາຂັ້ນ ມໍ 3 ຂື້ນໄປສາມາດອ່ານ, ຂຽນ, ພາສາລາວໄດ້
2. ບໍ່ມີຄະດີ, ບໍ່ມີປະຫວັດເຂົ້າ-ອອກ ຍີ່ປຸ່ນ ຜິດກົດໝາຍ ຫຼື ບໍ່ຖືກຈຳກັດການເດີນທາງອອກນອກປະເທດ
3. ບໍ່ປອມແປງເອກະສານເດີນທາງ ຫຼື ປ່ຽນແປງຂໍ້ມູນປະຈຳຕົວບ່ຽງເບນຈາກເດີມ
4. ຕ້ອງມີໂທລະສັບ ສະມາສໂຟນ ເພື່ອໃຊ້ລົງທະບຽນຢູ່ ຍີ່ປຸ່ນ
5. ການດຳເນີນເອກະສານໃຊ້ເວລາປະມານ 4-6 ເດືອນ ຈຶ່ງໄດ້ເດີນທາງ
6. ຫຼັງຈາກສຳພາດຜ່ານ ແມ່ນຕ້ອງໄດ້ກຽມພາສາຍີ່ປຸ່ນ 3-6 ເດືອນ
7. ຕ້ອງເປັນຜູ້ທີ່ບໍ່ເຄີຍໄປເຮັດວຽກຢູ່ຍີ່ປຸ່ນດ້ວຍວີຊ່ານັກຝຶກອົບຮົມມາກ່ອນ
8. ບໍ່ມີພະຍາດປະຈຳຕົວ, ບໍ່ມີພະຍາດແຊກຊ້ອນ
9. ບໍ່ມີພະຍາດວັນນະໂລກ, ໂລກເອດ, ຊີຟີລິດ

ເອກະສານທີ່ຕ້ອງຖືມາໃນມື້ສໍາພາດ

1. ພາສປອດແທ້
2. ກ໋ອບປີ້ບັດປະຈຳໂຕ 1 ສະບັບ
3. ກ໋ອບປີ້ໃບຈົບການສຶກສາ 1 ສະບັບ
4. ຮູບ 3x4 ຈໍານວນ 12 ໃບ (ພື້ນສີຂາວ)
5. ຮູບ 4x6 ຈໍານວນ 12 ໃບ (ພື້ນສີຂາວ)

✅ 5. ຂັ້ນຕອນການດໍາເນີນງານທີ່ໂປ່ງໃສ

ບໍລິສັດ ສຸກໃຈ ບໍລິການຈັດຫາງານ ພວກເຮົາຈະເປີດຮັບສະໝັກໄປເຮັດວຽກຢູ່ປະເທດຢີ່ປຸ່ນ ກໍຕໍ່ເມື່ອມີການແຈ້ງເອກະສານໂຄຕ້າ ທີ່ເປັນທາງການມາຈາກທາງສະມາຄົມຍີ່ປຸ່ນເທົ່ານັ້ນ ໂດຍມີຂັ້ນຕອນການດຳເນີນງານທີ່ໂປ່ງໃສດັ່ງນີ້:

✅ ໄລຍະທີ 1: ການຮັບສະໝັກ ແລະ ຄັດເລືອກ

ການຄັດເລືອກແຮງງານຈະແບ່ງອອກເປັນ 2 ຮູບແບບ ຕາມຄວາມຕ້ອງການຂອງສະມາຄົມຍີ່ປຸ່ນດັ່ງນີ້:

1. ຮູບແບບທີ 1: ບໍລິສັດສຳພາດເບື້ອງຕົ້ນແລ້ວສົ່ງຂໍ້ມູນ-ປະຫວັດຂອງແຮງງານໄປໃຫ້ທາງສະມາຄົມຍີ່ປຸ່ນເປັນຜູ້ຄັດເລືອກ.

2. ຮູບແບບທີ 2: ບໍລິສັດສຳພາດເບື້ອງຕົ້ນຈາກນັ້ນນັດໝາຍວັນເພື່ອໃຫ້ທາງສະມາຄົມຍີ່ປຸ່ນເດີນທາງມາສຳພາດແຮງງານດ້ວຍຕົນເອງ.

ໝາຍເຫດ: ສຳລັບຮູບແບບທີ 2 ກ່ອນການສໍາພາດ ແຮງງານຈະຕ້ອງໄດ້ ຈ່າຍເງິນມັດຈຳລ່ວງໜ້າ 100 ໂດລາ ເພື່ອເປັນການຢັ້ງຢືນສິດ ແລະ ຮັບປະກັນວ່າຈະມາສຳພາດຕາມວັນເວລາທີ່ນັດໝາຍ ເມື່ອສິ້ນສຸດການສຳພາດແລ້ວ ທາງບໍລິສັດຈະສົ່ງເງິນມັດຈໍາຄືນໃຫ້ ໃນກໍລະນີທີ່ແຮງງານມາສຳພາດຕາມກໍານົດ.

✅ ໄລຍະທີ 2: ການກວດສຸຂະພາບ ແລະ ການຝຶກອົບຮົມ

1. ກວດສຸຂະພາບ: ເມື່ອທາງສະມາຄົມຍີ່ປຸ່ນຄັດເລືອກແຮງງານແລ້ວ, ແຮງງານຕ້ອງກວດສຸຂະພາບ ຫາກຜ່ານຕາມເງື່ອນໄຂ ກໍຈະໄດ້ເຂົ້າຮຽນພາສາເພື່ອກະກຽມໃນການເດີນທາງໄປເຮັດວຽກຢູ່ຍີ່ປຸ່ນ.

2. ໄລຍະການຮຽນພາສາ: ແຮງງານຈະຕ້ອງເຂົ້າຮຽນພາສາ ແລະ ວັດທະນະທຳຂອງປະເທດຢີ່ປຸ່ນ ເປັນເວລາ 3-6 ເດືອນ ເພື່ອລໍຖ້າໃບຮັບຮອງສະຖານະພາບການພຳນັກ (COE) ຈາກຍີ່ປຸ່ນ. ພາຍຫຼັງຮຽນຈົບທິດທຳອິດ ບໍລິສັດຈະມີການສອບຖາມຄວາມສະໝັກໃຈ ແລະ ຄວາມຕັ້ງໃຈຂອງແຮງງານອີກຄັ້ງໜຶ່ງ ວ່າແຮງງານຍັງຕ້ອງການໄປເຮັດວຽກຢູ່ຍີ່ປຸ່ນແທ້ຫຼືບໍ່ ດ້ວຍຄວາມສະໝັກໃຈ.

3. ຫາກແຮງງານຢັ້ງຢືນຄວາມພ້ອມ ແລະ ຄວາມສະໝັກໃຈ ບໍລິສັດຈະນັດຜູ້ຄ້ຳປະກັນເຂົ້າມາມີສ່ວນຮ່ວມໃນການເຊັນສັນຍາ ແລະ ຮັບຮູ້ເງື່ອນໄຂຕ່າງໆກ່ອນການເດີນທາງ ສັນຍາທີ່ຕ້ອງເຊັນມີ 2 ປະເພດເຊັ່ນ:

- ເຊັນສັນຍາລະຫວ່າງ ແຮງງານ ແລະ ບໍລິສັດຈັດສົ່ງ
- ເຊັນສັນຍາຈ້າງງານ ແຮງງານ ແລະ ຍີ່ປຸ່ນ.

ໃນຂັ້ນຕອນນີ້ຈະມີຄ່າໃຊ້ຈ່າຍທີ່ຕ້ອງຊໍາລະດັ່ງນີ້:

1. ຄ່າຮຽນ ແລະ ຄ່າປຶ້ມແບບຮຽນ: 1,200,000 ກີບ.
2. ເງິນຄໍ້າປະກັນກ່ອນການເດີນທາງ: 20,000,000 ກີບ (ເງິນຄ້ຳປະກັນນີ້ຈະໄດ້ຄືນກໍຕໍ່ເມື່ອເຮັດວຽກຄົບສັນຍາ 3 ປີ ເທົ່ານັ້ນ).

✅ ໄລຍະທີ 3: ການກຽມວີຊາ ແລະ ຄ່າທຳນຽມການເດີນທາງ

1. ການຍື່ນວີຊາ: ເມື່ອໃບ COE ຈາກຍີ່ປຸ່ນອອກແລ້ວ, ບໍລິສັດຈະນຳເອກະສານໄປຍື່ນຂໍວີຊາທີ່ສະຖານທູດຍີ່ປຸ່ນ ປະຈຳລາວ (ໃຊ້ເວລາຢັ້ງຢືນປະມານ 1 ອາທິດ).

2. ຄ່າທຳນຽມການເດີນທາງ: ໃນຊ່ວງລໍຖ້າວີຊາ, ແຮງງານຈະຕ້ອງຊຳລະຄ່າທຳນຽມການເດີນທາງຈຳນວນ 2,500 ໂດລາ. ກໍລະນີທີ່ແຮງງານບໍ່ມີເງິນກ້ອນທີ່ຈະຊໍາລະດ້ວຍຕົນເອງ ແຮງງານສາມາດກູ້ຢືມນໍາບໍລິສັດໄດ້ ໂດຍການນຳໃຊ້ໃບຕາດິນເປັນຫຼັກຊັບຄ້ຳປະກັນ

3. ກຳນົດມື້ເດີນທາງ: ບໍລິສັດຈະປະສານງານກັບສະມາຄົມທາງຍີ່ປຸ່ນ ແລະ ແຈ້ງໃຫ້ແຮງງານຊາບ ເພື່ອໃຫ້ແຮງງານໄດ້ວາງແຜນ, ຕັດສິນໃຈເລືອກມື້ເດີນທາງ ແລະ ກະກຽມຄວາມພ້ອມ.

✅ ໄລຍະທີ 4: ມື້ເດີນທາງ ແລະ ການເຮັດວຽກຢູ່ຍີ່ປຸ່ນ

1. ບໍລິສັດຈະນັດແຮງງານຢູ່ສະໜາມບິນ ເພື່ອອະທິບາຍຂໍ້ຄວນຮູ້-ຂໍ້ຄວນລະວັງໃນການເດີນທາງ

2. ຕະຫຼອດໄລຍະເວລາທີ່ເຮັດວຽກຢູ່ຍີ່ປຸ່ນ ຫາກແຮງງານພົບເຈີບັນຫາ ບໍ່ວ່າຈະເປັນເລື່ອງສະພາບແວດລ້ອມ, ການເຈັບປ່ວຍ ຫຼື ມີຂໍ້ຂັດແຍ່ງກັບນາຍຈ້າງ ທາງບໍລິສັດມີຜູ້ປະສານງານ ໃຫ້ຄຳແນະນຳ ແລະ ໃຫ້ຄວາມຊ່ວຍເຫຼືອ

3. ເມື່ອແຮງງານເຮັດວຽກຄົບ 1 ປີ ແລະ ສາມາດຊຳລະໜີ້ສິນ ທີ່ກູ້ຢືມໄປ 2,500 ໂດລາ ຄົບຖ້ວນຮຽບຮ້ອຍແລ້ວ, ສາມາດໃຫ້ຄອບຄົວມາຕິດຕໍ່ຂໍຮັບຫຼັກຊັບຄ້ຳປະກັນ (ໃບຕາດິນ) ຄືນໄດ້ທັນທີໂດຍບໍ່ຕ້ອງລໍຖ້າໃຫ້ຄົບ 3 ປີ.

✅ ໄລຍະສິ້ນສຸດສັນຍາ ແລະ ເດີນທາງກັບຄືນ ສປປ ລາວ

1. ເມື່ອແຮງງານເຮັດວຽກຄົບກໍານົດສັນຍາ 3 ປີ ແຮງງານຈະໄດ້ຮັບເງິນຄ້ຳປະກັນຈຳນວນ 20,000,000 ກີບ ຄືນຈາກບໍລິສັດ.

2. ສຳລັບແຮງງານທີ່ໄດ້ຈ່າຍເງິນສະສົມບຳນານຢູ່ຍີ່ປຸ່ນຢ່າງຖືກຕ້ອງເປັນປະຈຳ, ເມື່ອເດີນທາງກັບມາຮອດປະເທດລາວແລ້ວ, ທາງບໍລິສັດຈະຊ່ວຍດຳເນີນເອກະສານແລ່ນຂໍຄືນເງິນບຳນານຄືນໃຫ້.

✅ 6. ລີວິວຈາກຜູ້ໃຊ້ບໍລິການແທ້

. . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . .

. . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . .

✅ 7. ຄຳຖາມທີ່ພົບຫຼາຍ ປະເທດຢີ່ປຸ່ນ

1. ສະໝັກໄປເຮັດວຽກຢູ່ປະເທດຍີ່ປຸ່ນຮັບອາຍຸຈັກປີ?

ຄຳຕອບ: ການໄປເຮັດວຽກທີ່ປະເທດຍີ່ປຸ່ນ ຮັບສະໝັກຜູ້ທີ່ມີອາຍຸລະຫວ່າງ 18 ຫາ 35 ປີ.

2. ເອກະສານປະກອບໃນການສະໝັກໄປເຮັດວຽກຢູ່ປະເທດຍີ່ປຸ່ນມີຫຍັງແດ່?

ຄຳຕອບ: ເອກະສານທີ່ໃຊ້ໃນການສະໝັກວຽກໄປຍີ່ປຸ່ນ ມີດັ່ງນີ້:

• ກັອບປີ້ໜ້າສໍາຄັນຂອງໜັງສືຜ່ານແດນ (ພາສປອດ)
• ກັອບປີ້ສໍາມະໂນຄົວ
• ກັອບປີ້ບັດປະຈໍາຕົວ (ຖ້າມີ)
• ກັອບປີ້ໃບຈົບການສຶກສາ
• ຮູບຖ່າຍຂະໜາດ 3×4 ຈໍານວນ 1 ໃບ ແລະ ຂະໜາດ 4×6 ຈໍານວນ 1 ໃບ

ກະລຸນາກຽມເອກະສານໃຫ້ຄົບຖ້ວນເພື່ອຄວາມສະດວກ ແລະ ວ່ອງໄວໃນຂັ້ນຕອນການສະໝັກ.

3. ຖ້າສະໝັກແລ້ວແມ່ນສາມາດເດີນທາງໄປໄດ້ເລີຍບໍ?

ຄຳຕອບ: ຫຼັງຈາກສະໝັກສໍາເລັດ ຂັ້ນຕອນຈະດໍາເນີນຕາມລໍາດັບດັ່ງນີ້:

• ລໍຖ້າການສໍາພາດຈາກທາງຝ່າຍຍີ່ປຸ່ນ
• ເມື່ອຜ່ານການສໍາພາດ ດໍາເນີນການກວດສຸຂະພາບ
• ເມື່ອຜ່ານການກວດສຸຂະພາບ ຮຽນກຽມພາສາຍີ່ປຸ່ນ 3–6 ເດືອນ
• ດໍາເນີນເອກະສານ ແລະ ເດີນທາງໄປຍີ່ປຸ່ນ

4. ເມື່ອສໍາພາດ ແລະ ກວດສຸຂະພາຍຜ່ານຈະມີຄ່າໃຊ້ຈ່າຍຫຍັງແນ່?

ຄຳຕອບ: ຄ່າໃຊ້ຈ່າຍທີ່ຈໍາເປັນຫຼັງຈາກຜ່ານການສໍາພາດ ແລະ ກວດສຸຂະພາບ ມີດັ່ງນີ້:

• ຄ່າຮຽນພາສາ 1,000,000 ກີບ ແລະ ຄ່າປຶ້ມ 200,000 ກີບ
• ເງິນຄ້ໍ້າປະກັນ 20,000,000 ກີບ (ຊໍາລະຜ່ານການໂອນເທົ່ານັ້ນ) ໂດຍຈະໄດ້ຮັບຄືນຄົບຖ້ວນເມື່ອເຮັດວຽກຄົບກໍານົດຕາມສັນຍາ
• ຄ່າທໍານຽມການດໍາເນີນເອກະສານ 2,500 ໂດລາ ສາມາດກູ້ຢືມຈາກທາງບໍລິສັດ ຫຼື ຈ່າຍດ້ວຍຕົນເອງ

5. ຕ້ອງມີການຮຽນກຽມພາສາກ່ອນໄປບໍ່?

ຄຳຕອບ: ທຸກຄົນທີ່ຕ້ອງການໄປເຮັດວຽກທີ່ຍີ່ປຸ່ນ ຈໍາເປັນຕ້ອງຜ່ານການຮຽນກຽມພາສາຍີ່ປຸ່ນກ່ອນການເດີນທາງ ເນື່ອງຈາກການສື່ສານໃນການເຮັດວຽກ ແລະ ການດໍາລົງຊີວິດໃນຍີ່ປຸ່ນ ຕ້ອງໃຊ້ພາສາຍີ່ປຸ່ນເປັນຫຼັກ. ການມີທັກສະພາສາທີ່ດີ ຈະຊ່ວຍໃຫ້ທ່ານປັບຕົວໄດ້ໄວ ແລະ ສາມາດເຮັດວຽກໄດ້ງ່າຍ.

_______________________

ຄຳຖາມຍອດຮິດ (ສ.ເກົາຫຼີ, ໄທ, ຢີ່ປຸນ, ສະຖາບັນການເງິນ)

✅ 8. ຄວາມມຸ່ງໝັ້ນຈາກ CEO

. . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . .

. . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . .

✅ 9. ຂໍ້ມູນຕິດຕໍ່ແຕ່ລະພະແນກ ຫຼື ສອບຖາມຂໍ້ມູນເພີ່ມເຕີມ

Customer Service & Admin
020 5704 9666

ພະແນກຈັດສົ່ງແຮງງານໄປປະເທດ ສ.ເກົາຫຼີ
020 5457 9666

ພະແນກຈັດສົ່ງແຮງງານໄປປະເທດໄທ
020 5420 9666

ພະແນກຈັດສົ່ງແຮງງານໄປປະເທດຢີ່ປຸ່ນ
020 5450 9666

ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ສຸກໃຈ
020 5994 1966

ພະແນກບໍລິຫານ ແລະ ບຸກຄະລາກອນ
020 5772 9966

ກຸ່ມບໍລິສັດ ສຸກໃຈ : ສຳນັກງານໃຫຍ່ຕັ້ງຢູ່ ຖະໜົນນາຄວາຍ ບ້ານ ດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

Facebook Page : ບໍລິສັດ ສຸກໃຈ ບໍລິການຈັດຫາງານ ຈຳກັດຜູ້ດຽວ Soukchay Employment Service Sole

ແບບຟອມສະໝັກວຽກອອນລາຍ ປະເທດຢີ່ປຸ່ນ

1. ຂໍ້ມູນສ່ວນຕົວຂອງແຮງງານ

(3) ເພດ
ຍິງ
ຊາຍ
(4) ສະຖານະພາບຄອບຄົວ
ໂສດ
ແຕ່ງງານແລ້ວ
ໝ້າຍ
ຢ່າຮ້າງ
(5) ຕ້ອງການສະໝັກໄປເຮັດວຽກຢູ່ໄທ ເປັນ
ດຽວ
ຄູ່ຜົວເມຍ

ທີ່ຢູ່ຕາມສຳມະໂນຄົວລາວ

ທີ່ຢູ່ປະຈຸບັນ

(9) ປັດຈຸບັນອາໄສຢູ່
ລາວ
ໄທ
ຕ່າງປະເທດ

ຖ້າຍັງບໍ່ມີ ໃຫ້ໄປເຮັດພາສປອດກ່ອນ ພາສປອດຕ້ອງມີອາຍຸໃຊ້ງານບໍ່ຫຼຸດ 4 ປີ

(14) ວັນເດືອນປີອອກ
วัน
เดือน
ปี
(15) ວັນເດືອນປີໝົດອາຍຸ
วัน
เดือน
ปี
(16) ວັນເດືອນປີເກີດ (ອີງຕາມພາສປອດ)
วัน
เดือน
ปี
(17) ອາຍຸ (ປີ)
(21) ຂະໜາດ ເສື້ອ
S
M
L
XL
XXL
(24) ນີ້ວມືຫຼຸດ ຫຼື ເກີນ 10 ນິ້ວ ບໍ່?
ຄົບ 10 ນີ້ວ
ຫຼຸດ 10 ນິ້ວ
ເກີນ 10 ນິ້ວ
(26) ເລືອດກຣຸບ
A
B
AB
O
ບໍ່ຮູ້
(27) ທ່ານຮຽນຈົບການສຶກສາຊັ້ນໃດ ?
ມໍຕົ້ນ
ມໍປາຍ
ຊັ້ນກາງ
ຊັ້ນສູງ
ມະຫາວິທະຍາໄລ
(28) ຕາບອດສີ
ປົກກະຕິ
ບໍ່ປົກກະຕິ
(29) ໃສ່ແວ່ນຕາ
ໃສ່
ບໍ່ໃສ່
(30) ສາຍຕາເບິ່ງເຫັນແຈ້ງປົກກະຕິ (ສາຍຕາສັ້ນ ຫຼື ຍາວ)
ປົກກະຕິ
ສັ້ນ
ຍາວ
(31) ມີລາຍສັກບໍ່?
ມີລາຍສັກ
ບໍ່ມີລາຍສັກ
(33) ສູບຢາບໍ່ ?
ບໍ່ສູບ
ສູບ
(35) ດື່ມສິ່ງມຶນເມົາບໍ່ ?
ບໍ່ດື່ມ
ດື່ມ

2. ໜ່ວຍງານທີ່ຕ້ອງການສະໝັກໄປ

(37) ໜ້າວຽກ

3. ກະລຸນາຕອບຂໍ້ມູນຂ້າງລຸ່ມນີ້ເພີ່ມເຕີມ

(38) ທ່ານເຄີຍໄປເຮັດວຽກຢູ່ປະເທດຍີ່ປຸ່ນ ຫຼື ບໍ່ ?
ບໍ່ເຄີຍ
ເຄີຍ
(39) ທ່ານມີຄົນທີ່ຮູ້ຈັກໄປເຮັດວຽກຢູ່ ປະເທດຍີ່ປຸ່ນ ບໍ່ ?
ບໍ່ມີ
ມີ
(40) ກໍລະນີມີແມ່ນໃຜ
(42) ທີ່ຜ່ານມາທ່ານເຄີຍເສບສານເສບຕິດ ບໍ ?
ບໍ່ເຄີຍ
ເຄີຍ
(43) ທ່ານມີພະຍາດປະຈຳຕົວ ຫຼື ມີການກີນຢາເປັນປະຈຳ ຫຼື ບໍ?
ບໍ່ມີ
ມີ
(45) ທ່ານຕ້ອງຢືນຢັນວ່າທ່ານເຂົ້າມາສະໝັກວຽກໄປຍີ່ປຸ່ນ ດ້ວຍຄວາມສະໝັກໃຈ ໂດຍບໍ່ໄດ້ຖືກບັງຄັບຈາກໃຜ ?
ຢືນຢັນ
ບໍ່ຢືນຢັນ
(47) ຖ້າສຳພາດຜ່ານທ່ານສາມາດຮຽນເປັນເວລາ 3 – 6 ເດືອນໄດ້ບໍ່ ?
ໄດ້
ບໍ່ໄດ້
(49) ທ່ານສາມາດລໍຖ້າໃນການດຳເນີນເອກະສານ ປະມານ 3 – 6 ເດືອນ ໄດ້ບໍ່ ?
ໄດ້
ບໍ່ໄດ້
(51) ໃນການສະໝັກໄປເຮັດວຽກຢູ່ ປະເທດຍີ່ປຸ່ນ ທ່ານຈະຈ່າຍຄ່າທຳນຽມເອງ ຫຼື ກູ້ຢືມຈາກບໍລິສັດ? ຄ່າທຳນຽມກ່ອນການເດີນທາງໄປຍີ່ປຸ່ນແມ່ນ 2500 ໂດລາ.
ກູ້ຢືມ
ຈ່າຍເອງ

4. ເງື່ອນໄຂການສະໝັກ

  1. ຫຼັງຈາກສຳພາດຜ່ານ ຫຼື ໄດ້ຮັບການຄັດເລືອກຈາກທາງສະມາຄົມຍີ່ປຸ່ນແລ້ວ ຕ້ອງໄດ້ດຳເນີນການກວດສຸຂະພາບ. ຫາກກວດພົບວ່າມີພະຍາດຕ້ອງຫ້າມບໍ່ສາມາດເດີນທາງເຂົ້າຍີ່ປຸ່ນໄດ້ ຈະຕ້ອງໄດ້ສະຫຼະສິດທັນທີ.

  2. ແຮງງານຕ້ອງບໍ່ມີພະຍາດປະຈຳຕົວ,ບໍ່ມີພະຍາດແຊກຊ້ອນ ເຊັ່ນ: ວັນນະໂລກ, ຊີຟີລີດ, ໂລກເອດ.

  3. ຫຼັງຈາກກວດສຸຂະພາບຜ່ານແລ້ວ ແຮງງານຕ້ອງໄດ້ມາຮຽນຕາມລະບຽບ ຖ້າຫາກແຮງງານມີການຕົວະ ບໍ່ສາມາດມາຮຽນໄດ້ ຫຼື ຂາດຮຽນໂດຍບໍ່ມີເຫດຜົນພຽງພໍໃນໄລຍະທີ່ຕ້ອງມາຮຽນເກີນ 20% ແມ່ນຈະຖືກຕັດສິດເນື່ອງຈາກແຮງງານປະຕິບັດລະບຽບບໍ່ໄດ້. ນອກຈາກນັ້ນ, ຕ້ອງໄດ້ກະກຽມຈ່າຍຄ່າທຳນຽມຈຳນວນ 1,000 ໂດລາ ແລະ ຫາກໃນລະຫວ່າງດຳເນີນເອກະສານແຮງງານເກີດປ່ຽນໃຈຖອນໂຕ ຫຼື ຍົກເລິກການເດີນທາງກະທັນຫັນບໍ່ວ່າດ້ວຍເຫດຜົນໃດກໍຕາມ ຈະບໍ່ສາມາດຖອນເງິນໄດ້ທຸກກໍລະນີ.

  4. ໃນໄລຍະເຂົ້າຮຽນ ແລະ ໄດ້ລົງລາຍມືເຮັດເອກະສານເປັນທີ່ຮຽບຮ້ອຍແລ້ວຈະບໍ່ສາມາດຖອນໂຕ ຫຼື ປ່ຽນໃຈໄດ້.

  5. ຖ້າເກີດມີການຖອນໂຕ ຫຼື ປ່ຽນໃຈກະທັນຫັນແມ່ນຜູ້ກ່ຽວຈະຕ້ອງໄດ້ຮັບຜິດຊອບຄ່າເສຍຫາຍທີ່່ເກີດຂຶ້ນທັງໝົດບໍ່ວ່າຈະເປັນຄ່າເສຍຫາຍຈາກທາງຍີ່ປຸ່ນ ແລະ ທາງບໍລິສັດ.

  6. ເມື່ອເຊັນສັນຍາຮ່ວມກັບບໍລິສັດແລ້ວ ຜູ້ກ່ຽວຈະຕ້ອງຈ່າຍຄ່າຮຽນ ເປັນຈຳນວນ 1,200,000 ກີບ ແລະ ຄ່າຄ້ຳປະກັນກ່ອນການເດີນທາງເປັນຈຳນວນ 20,000,000 ກີບ. ສຳລັບຄ່າຄ້ຳປະກັນແມ່ນຫຼັງຈາກເຮັດວຽກຄົບກຳນົດ 3 ປີ ທາງບໍລິສັດຈະຊຳລະຄ່າຄ້ຳປະກັນຄືນໃຫ້ແຮງງານ.

  7. ກ່ອນເດີນທາງໄປຍີ່ປຸ່ນຜູ້ກ່ຽວຕ້ອງຮັບປະກັນວ່າຈະບໍ່ໃຫ້ມີການຖືພາ ແລະ ບໍ່ໄດ້ພົວພັນສິ່ງເສບຕິດ ເຊັ່ນ: ຢາບ້າ, ຢາອີ,ຢາໄອ,ເຄ, ຄໍລະເຈ້ນ,ນໍ້າກະທ້ອມ ແລະ ອື່ນໆທີ່ມີສານເສບຕິດເຈືອປົນ, ຖ້າຫາກກວດພົບໃນກໍລະນີກວດສຸຂະພາບຢູ່ຍີ່ປຸ່ນທາງບໍລິສັດຈະຍົກເລິກສັນຍາ ແລະ ຈະບໍ່ຮັບຜິດຊອບຄ່າໃຊ້ຈ່າຍຕ່າງໆທີ່ເກີດຂຶ້ນ.

  8. ຕ້ອງເປັນຄົນທີ່ບໍ່ເຄີຍໄປເຮັດວຽກຢູ່ຍີ່ປຸ່ນມາກ່ອນ.

  9. ຕ້ອງມີໂທລະສັບ ທີ່ສາມາດໃຊ້ໃນການລົງທະບຽນແອັບທະນາຄານຢູ່ປະເທດຍີ່ປຸ່ນ (ລຸ້ນແນະນຳ iPhone, Google Pixel, Samsung ເປັນຕົ້ນ)

5. ໝາຍເຫດທີ່ສຳຄັນ

  1. ແຮງງານຕ້ອງເປັນຄົນທີ່ມີຄວາມຫ້າວຫັນ ແລະ ພ້ອມຈະເຮັດວຽກ ໄດ້ຢ່າງມີປະສິດທິພາບ.

  2. ແຮງງານຕ້ອງຮັບປະກັນວ່າ ຈະເຮັດວຽກຢູ່ຄົບກຳນົດ 3 ປິຕາມທີ່ໄດ້ກຳນົດໄວ້.

  3. ແຮງງານຕ້ອງຮັບປະກັນວ່າ ຖ້າໄດ້ໄປເຮັດວຽກຢູຍີ່ປຸ່ນແລ້ວ ຈະບໍ່ໂຕນໜີ, ບໍ່ເຮັດຜິດກົດໝາຍ ແລະ ຈະສອບເສັງວິຊ່າໃຫ້ຜ່ານ. ຖ້າຫາກເກີດມີການໂຕນໜີ, ເຮັດຜິດລະບຽບ ແລະ ສອບເສັງວິຊ້າບໍ່ຜ່ານ ຫຼື ຂໍກັບຄືນປະເທດກ່ອນກຳນົດ ທຸກຄວາມເສຍຫາຍທີ່ເກີດຂຶ້ນ ແຮງງານຈະຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ ແລະ ຈະຖືກແບັກລິສບໍ່ໃຫ້ເຂົ້າປະເທດ. ນອກຈາກນັ້ນ, ແຮງງານເຫັນດີມອບເງິນທີ່ໃຊ້ເປັນຫຼັກຊັບຄ້ຳປະກັນໃຫ້ກັບທາງບໍລິສັດຈຳນວນ 20,000,000 ກີບ.

  4. ກໍລະນີ ຖ້າຫາກແຮງງານລັກເຄື່ອງຂອງນາຍຈ້າງ, ນໍາໃຊ້ເຄື່ອງຂອງນາຍຈ້າງໂດຍບໍ່ໄດ້ຮັບອະນຸຍາດ, ຜົນເສຍຫາຍຕາມມາ, ທາງບໍລິສັດແມ່ນຈະບໍ່ຮັບຜິດຊອບທຸກຄ່າໃຊ້ຈ່າຍທີ່ເກີດຂຶ້ນທຸກກໍລະນີ ແລະ ຈະໄດ້ດຳເນີນຄະດີໄປຕາມລະບຽບຂອງ ປະເທດຍີ່ປຸ່ນ.

  5. ແຮງງານຮັບຮູ້ ແລະ ຮັບປະກັນວ່າ ໄດ້ອ່ານບົດບັນທຶກນີ້ຢ່າງລະອຽດຄົບຖ້ວນແລ້

6. ເອກະສານທີ່ແຮງງານຕ້ອງປະກອບ

  1. ພາສປອດຂອງແທ້

  2. ຮຸບຖ່າຍຮຸບໂຕຈິງ (ຮູບ 3*4 , 3,5*4,5 , 4*6 ຊຸດລະ 1 ໂຫຼ)

  3. ຮູບຖ່າຍກັບຄອບຄົວ ຂະໜາດ A4

  4. ໃບຄ່າກວດສຸຂະພາບ

ບໍລິການຈັດຫາງານ

ໜ້າວຽກ

ລີວິວຈາກແຮງງານ

ແຫຼ່ງທຶນກູ້ຢືມ

ກຸ່ມບໍລິສັດ ສຸກໃຈ

ນະໂຍບາຍຂອງບໍລິສັດ

ທຸລະກິດ

ການຊ່ວຍເຫຼືອແຮງງານ

‎BRANDING.co.th - LOGO.‎005.png

SOUKCHAY.com

“ສຸກໃຈ ເມື່ອໄປກັບເຮົາ”

Short Description . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . .

ກຸ່ມບໍລິສັດ ສຸກໃຈ

ສຳນັກງານໃຫຍ່ຕັ້ງຢູ່ ຖະໜົນນາຄວາຍ ບ້ານ ດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ໂທ:
+856 20 5704 9666
+856 21 711 919

SOUKCHAY.com | All rights reserved.

bottom of page