top of page




SOUKCHAY.com
“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”

ໜ້າວຽກໂຮງງານ
ໂອກາດສໍາລັບແຮງງານຜູ້ທີ່ຢາກເຮັດວຽກກັບໂຮງງານອຸດສາຫະກຳມາດຕະຖານສາກົນ ບໍ່ວ່າຈະເປັນ ໂຮງງານແປຮູບອາຫານ ທີ່ເນັ້ນຄວາມສະອາດຮອບຄອບ ຫຼື ໂຮງງານປະກອບລົດຍົນ ທີ່ເນັ້ນຄວາມລະອຽດ ແລະ ຄວາມຮັບຜິດຊອບສູງ.
ລາຍໄດ້ໝັ້ນຄົງ ມີໂອທີ (OT) ພ້ອມສະຫວັດດີການ ແລະ ລະບົບຄວາມປອດໄພທີ່ມີມາດຕະຖານ.
1. ວຽກໂຮງງານແປຮູບ ແລະ ບັນຈຸພັນອາຫານ
ສາຍງານອຸດສາຫະກຳອາຫານ ທີ່ເນັ້ນໃສ່ຄວາມສະອາດ, ສຸຂະອະນາໄມ ແລະ ຄວາມລະອຽດຮອບຄອບ ເພື່ອໃຫ້ໄດ້ຜະລິດຕະພັນທີ່ດີຕາມມາດຕະຖານ:
ລັກສະນະວຽກ:
• ການກຽມວັດຖຸດິບ: ຄັດແຍກ, ປອກເປືອກ, ຕັດແຕ່ງ ແລະ ລ້າງຜັກ-ຫມາກໄມ້ ຫຼື ວັດຖຸດິບໃຫ້ສະອາດຕາມຂັ້ນຕອນ.
• ການຕົບແຕ່ງ ແລະ ຈັດຈານ: ຕົບແຕ່ງ ແລະ ຈັດວາງອາຫານ ຫຼື ເຂົ້າກ່ອງ ໃຫ້ມີຄວາມສວຍງາມ, ຮຽບຮ້ອຍ ແລະ ໜ້າຮັບປະທານ.
• ການແພັກ ແລະ ບັນຈຸພັນ: ບັນຈຸອາຫານກ່ອງ, ຊີລປາກຖົງ, ຕິດສະຕິກເກີ/ບາໂຄດ ແລະ ຈັດເກັບລົງກ່ອງໃຫຍ່ ເພື່ອກຽມຈັດສົ່ງ.
2. ວຽກໂຮງງານປະກອບລົດຍົນ ແລະ ຊິ້ນສ່ວນ
ສາຍງານອຸດສາຫະກຳ ທີ່ຕ້ອງການແຮງງານຜູ້ທີ່ມີຄວາມຊ່ຽວຊານ, ຄວາມລະອຽດ ແລະ ຄວາມຮັບຜິດຊອບຂັ້ນສູງ ເພື່ອສ້າງຜະລິດຕະພັນທີ່ມີຄຸນນະພາບ ແລະ ປອດໄພ:
ລັກສະນະວຽກ:
• ການປະກອບຊິ້ນສ່ວນລົດໃຫຍ່: ປະກອບໂຄງສ້າງ, ອຸປະກອນພາຍໃນ, ເຄື່ອງຍົນ ຫຼື ຊິ້ນສ່ວນເອເລັກໂຕຣນິກຂອງລົດຍົນ ຕາມລະບົບສາຍພານການຜະລິດ.
• ການຄວບຄຸມຄຸນນະພາບ (QC): ກວດເຊັກຄວາມສົມບູນ, ຄວາມແໜ້ນໜາ ແລະ ຄວາມຖືກຕ້ອງຂອງຊິ້ນສ່ວນ ຢ່າງລະອຽດ.
ໜ້າວຽກ
ເປີດປະຕູສູ່ໂອກາດການເຮັດວຽກຢູ່ຕ່າງປະເທດຢ່າງຖືກຕ້ອງຕາມກົດໝາຍ ແລະ ປອດໄພ 100% ພວກເຮົາໄດ້ຮວບຮວມຕໍາແໜ່ງງານ ແລະ ໜ້າວຽກທີ່ເປັນທີ່ນິຍົມ ທີ່ຫຼາກຫຼາຍ ຈາກບັນດານາຍຈ້າງໃນ ສ.ເກົາຫຼີ, ຍີ່ປຸ່ນ ແລະ ໄທ. ບໍ່ວ່າທ່ານຈະມີປະສົບການ ຫຼື ຢາກເລີ່ມຕົ້ນຮຽນຮູ້ໃໝ່, ເລືອກສຶກສາໜ້າວຽກທີ່ເໝາະສົມກັບທ່ານດ້ານລຸ່ມນີ້ ເພື່ອເດີນທາງສູ່ຄວາມສຳເລັດ ພ້ອມລາຍໄດ້ທີ່ໝັ້ນຄົງໄປກັບພວກເຮົາ.


ໜ້າວຽກກະສິກໍາ
ໂອກາດສ້າງລາຍໄດ້ສູງກັບໜ້າວຽກກະສິກຳທີ່ທັນສະໄໝຢູ່ຕ່າງປະເທດ ເໝາະສຳລັບຜູ້ທີ່ມັກວຽ ກກາງແຈ້ງ ແລະ ວຽກທີ່ໄດ້ຢູ່ກັບທຳມະຊາດ, ນອກຈາກນັ້ນຍັງມີສະຫວັດດີການທີ່ພັກ ແລະ ຄ່າຕອບແທນທີ່ໝັ້ນຄົງ. ຄລິກອ່ານລາຍລະອຽດ ເພື່ອຄົ້ນຫາໜ້າວຽກ ແລະ ປະເທດທີ່ເໝາະສົມກັບທ່ານ



ໜ້າວຽກທໍາຄວາມສະອາດ
ໂອກາດສໍາລັບຜູ້ທີ່ມັກການເຮັດວຽກໃນສາຍງານບໍລິການ ແລະ ທຳຄວາມສະອາດ ຮ່ວມງານກັບບໍລິສັດມາດຕະຖານສາກົນຕ່າງໆ ພາຍໃຕ້ສະພາບແວດລ້ອມການເຮັດວຽກທີ່ດີ ແລະ ມີລະບົບ ຄລິກອ່ານລາຍລະອຽດໜ້າວຽກເພີ່ມເຕີມໄດ້ເລີຍ



ໜ້າວຽກໂຮງງານ
ໂອກາດສໍາລັບແຮງງານຜູ້ທີ່ຢາກເຮັດວຽກກັບໂຮງງານອຸດສາຫະກຳມາດຕະຖານສາກົນ ບໍ່ວ່າຈະເປັນ ໂຮງງານແປຮູບອາຫານ ທີ່ເນັ້ນຄວາມສະອາດຮອບຄອບ ຫຼື ໂຮງງານປະກອບລົດຍົນ ທີ່ເນັ້ນຄວາມລະອຽດ ແລະ ຄວາມຮັບຜິດຊອບສູງ. ລາຍໄດ້ໝັ້ນຄົງ ມີໂອທີ (OT) ພ້ອມສະຫວັດດີການ ແລະ ລະບົບຄວາມປອດໄພທີ່ມີມາດຕະຖານ. ຄລິກອ່ານລາຍລະອຽດໜ້າວຽກໄດ້ເລີຍ


SOUKCHAY.com
“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”
ກຸ່ມບໍລິສັດ ສຸກໃຈ ດໍາເນີນທຸລະກິດດ້ວຍເປົ້າໝາຍສູງສຸດ ຄືການຮ່ວມເປັນກຳລັງສຳຄັນໃນການພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຢ່າງຍືນຍົງ ແລະ ຂັບເຄື່ອນເສດຖະກິດຂອງປະເທດ. ພວກເຮົາໃຫ້ບໍລິການຈັດຫາງານຢ່າງໂປ່ງໃສ, ສະໜອງແຫຼ່ງທຶນສິນເຊື່ອທີ່ດອກເບ້ຍຕໍ່າ, ຝຶກອົບຮົມສີມືແຮງງານໃຫ້ມີຄຸນນະພາບ, ສ້າງວຽກເຮັດງານທຳໃຫ້ຄົນລາວ, ມຸ່ງໝັ້ນທີ່ຈະສ້າງໂອກາດ ແລະ ຍົກລະດັບຄຸນນະພາບຊີວິດຂອງແຮງງາ ນລາວ ຄຽງຄູ່ໄປກັບການຕອບແທນຄືນສູ່ສັງຄົມ, ປະເທດຊາດ, ຄູ່ຮ່ວມງານ ແລະ ລູກຄ້າໝົດທຸກທ່ານໃຫ້ເຕີບໃຫຍ່ຂະຫຍາຍຕົວໄປພ້ອມກັນແບບຍືນຍົງ.
ກຸ່ມບໍລິສັດ ສຸກໃຈ
ສຳນັກງານໃຫຍ່ຕັ້ງຢູ່ ຖະໜົນນາຄວາຍ ບ້ານ ດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ມຶ້ເຮັດວຽກ : ວັນຈັນ - ວັນສຸກ (ພັກວັນເສົາ-ອາທິດ ແລະ ວັນພັກລັດຖະການ)
ເວລາເຮັດວຽກ 08:00 - 17:00 ໂມງ
ໂທ:
+856 20 5704 9666
+856 21 711 919
Email:
info@soukchay.com
SOUKCHAY.com | All rights reserved.
bottom of page








