top of page
ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ສຸກໃຈ ຈໍາກັດ
ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ສຸກໃຈ ຈໍາກັດ ແມ່ນໜຶ່ງໃນທຸລະກິດຫຼັກຂອງ "ກຸ່ມບໍລິສັດສຸກໃຈ" ທີ່ໄດ້ຮັບການສ້າງຕັ້ງ ແລະ ຈົດທະບຽນເຄື່ອນໄຫວທຸລະກິດຢ່າງຖືກຕ້ອງຕາມກົດໝາຍ ນັບຕັ້ງແຕ່ປີ 2023 ເປັນຕົ້ນມາ.
ພວກເຮົາສ້າງຕັ້ງຂຶ້ນມາດ້ວຍວິໄສທັດທີ່ຢາກເຫັນແຮງງານລາວທຸກຄົນ ມີໂອກາດເຂົ້າເຖິງການສ້າງລາຍຮັບ ແລະ ພັດທະນາຄຸນນະພາບຊີວິດຢູ່ຕ່າງປະເທດ ໂດຍບໍ່ມີອຸປະສັກທາງດ້ານການເງິນມາຂັດຂວາງ. ພວກເຮົາພ້ອມທີ່ຈະເປັນຂົວຕໍ່ ແລະ ເປັນແຫຼ່ງທຶນທີ່ປອດໄພ, ໂປ່ງໃສ ໃຫ້ແກ່ແຮງງານທີ່ຂາດເຂີນທຶນຮອນ ຫຼື ບໍ່ສາມາດເຂົ້າເຖິງການກູ້ຢືມຈາກລະບົບທະນາຄານທົ່ວໄປ ໃຫ້ສາມາດກ້າວເດີນຕາມຄວາມຝັນໄດ້, ໃນຍຸກປັດຈຸບັນ ຕະຫຼາດແຮງງານໃນຕ່າງປະເທດມີການຂະຫຍາຍຕົວຢ່າງກວ້າງຂວາງ ແລະ ມີຄວາມຕ້ອງການແຮງງານລາວເປັນຈຳນວນຫຼວງຫຼາຍ. ເຖິງຢ່າງໃດກໍຕາມ ອຸປະສັກທີ່ໃຫຍ່ທີ່ສຸດຂອງແຮງງານລາວສ່ວນໃຫຍ່ຄືການຂາດທຶນຮອນໃນການດຳເນີນເອກະສານ ກ່ອນການເດີນທາງ.
ເພື່ອແກ້ໄຂຂໍ້ຈຳກັດດັ່ງກ່າວ ແລະ ຊ່ວຍເຫຼືອແຮງງານ ພວກເຮົາຈຶ່ງໄດ້ສ້າງຕັ້ງສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ສຸກໃຈ ຂຶ້ນມາໃນປີ 2023. ໃນປັດຈຸບັນ, ພວກເຮົາມີຄວາມພາກພູມໃຈຫຼາຍທີ່ສາມາດ ສະໜອງສິນເຊື່ອຮອງຮັບຄວາມຕ້ອງການຂອງແຮງງານ ໄດ້ຄົບຖ້ວນ 100% ເຮັດໃຫ້ການເດີນທາງໄປເຮັດວຽກຢູ່ຕ່າງປະເທດບໍ່ແມ່ນເລື່ອງຍາກອີກຕໍ່ໄປ.
ພວກເຮົາຖືເອົາຜົນປະໂຫຍດ ແລະ ຄວາມສະດວກສະບາຍຂອງລູກຄ້າເປັນອັນດັບໜຶ່ງສະເໝີ ດ້ວຍເງື່ອນໄຂການກູ້ຢືມທີ່ເປັນທຳທີ່ສຸດ ສະຖາບັນການເງິນຂອງພວກເຮົາໃຫ້ບໍລິການເງິນກູ້ໃນອັດຕາດອກເບ້ຍ ແລະ ຄ່າທຳນຽມທີ່ສົມເຫດສົມຜົນ ບໍ່ສ້າງພາລະຜູກພັນທີ່ໜັກໜ່ວງໃຫ້ແກ່ແຮງງານຜູ້ກູ້ຢືມ.
ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ສຸກໃຈ ພວກເຮົາເຂົ້າໃຈເຖິງຄວາມຕ້ອງການຂອງແຮງງານທີ່ຢູ່ຕ່າງປະເທດ ຈຶ່ງໄດ້ອອກແບບລະບົບການຊຳລະໜີ້ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ເໝາະສົມ
1. ລະບົບຫັກເງິນອັດຕະໂນມັດຜ່ານລະບົບທະນາຄານ ປອດໄພ ແລະ ບໍ່ຕ້ອງກັງວົນເລື່ອງການຊໍາທີ່ລ່າຊ່າ.
2. ດໍາເນີນການໂອນ ຫຼື ຊໍາລະ ຜ່ານແອັບພລິເຄຊັນຂອງທະນາຄານ ສະດວກສະບາຍ ຢູ່ໃສກໍສາມາດຊໍາລະໄດ້ງ່າຍໆ.
3. ຍາດພີ່ນ້ອງ ຫຼື ຄອບຄົວຢູ່ ສປປ ລາວ ສາມາດເຂົ້າມາຊໍາລະໂດຍກົງໄດ້ທີ່ສໍານັກງານຂອງບໍລິສັດ.
“ໃຫ້ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ສຸກໃຈ ເປັນຜູ້ຮ່ວມສ້າງຄວາມສຳເລັດ ແລະ ພາເດີນທາງໄປສູ່ອະນາຄົດທີ່ສົດໃສໃຫ້ກັບທ່ານ ແລະ ຄອບຄົວ”


FINANCE 1
FINANCE 1 . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . .


FINANCE 2
FINANCE 2 . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . .

SOUKCHAY.com
“ສຸກໃຈ ເມື່ອໄປກັບເຮົາ”
Short Description . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . .
bottom of page










