



SOUKCHAY.com
“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”

ນະໂຍບາຍມາດຕະຖານການຮັກສາຂໍ້ມູນ
1. ບໍລິສັດ ສຸກໃຈ ເຄົາລົບ ແລະ ໃຫ້ຄວາມສຳຄັນສູງສຸດແກ່ສິດທິຄວາມເປັນສ່ວນຕົວ ແລະ ຄວາມປອດໄພຂອງຂໍ້ມູນ. ພວກເຮົາມຸ່ງໝັ້ນທີ່ຈະຈັດວາງມາດຕະຖານການຮັກສາຄວາມປອດໄພ ຂອງຂໍ້ມູນສ່ວນຕົວ, ຂໍ້ມູນທາງການເງິນ ແລະ ຂໍ້ມູນທາງທຸລະກິດ ຂອງລູກຄ້າ, ຄອບຄົວລູກຄ້າ, ບຸກຄະລາກອນ ພ້ອມທັງຄູ່ຄ້າທຸກຝ່າຍ ໃຫ້ເປັນໄປຕາມກົດໝາຍ ແລະ ມາດຕະຖານສາກົນ ຢ່າງເຂັ້ມງວດ.
2. ພວກເຮົານຳໃຊ້ເຕັກໂນໂລຊີ ແລະ ລະບົບຖານຂໍ້ມູນ ທີ່ມີຄວາມປອດໄພສູງ ພ້ອມທັງມີການຕິດຕັ້ງລະບົບປ້ອງກັນການເຂົ້າເຖິງຂໍ້ມູນໂດຍບໍ່ໄດ້ຮັບອະນຸຍາດ. ເອກະສານຕົ້ນສະບັບ ແລະ ຂໍ້ມູນດິຈິຕອນທຸກຢ່າງ ຈະຖືກຈັດເກັບໃນສະຖານທີ່ ແລະ ລະບົບ ທີ່ມີການຄວບຄຸມການເຂົ້າ-ອອກ ຢ່າງຮັດກຸມ ເພື່ອປ້ອງກັນຄວາມສ່ຽງຈາກການຮົ່ວໄຫຼ, ການສູນຫາຍ ຫຼື ການຖືກທຳລາຍ.
3. ພວກເຮົາກຳນົດສິດໃນການເຂົ້າເຖິງ, ກວດສອບ ຫຼື ນຳໃຊ້ຂໍ້ມູນ ໃຫ້ແກ່ສະເພາະພະນັກງານ ທີ່ມີໜ້າທີ່ຮັບຜິດຊອບໂດຍກົງ ແລະ ໄດ້ຮັບອະນຸຍາດເປັນລາຍລັກອັກສອນເທົ່ານັ້ນ. ພະນັກງານທຸກຄົນ ທີ່ຕ້ອງເຮັດວຽກກ່ຽວກັບຂໍ້ມູນສ່ວນຕົວ ຈະຕ້ອງຜ່ານການອົບຮົມ ແລະ ເຊັນສັນຍາຮັກສາຄວາມລັບຂອງອົງກອນ ຢ່າງເດັດຂາດ.
4. ຂໍ້ມູນທຸກຢ່າງ ທີ່ບໍລິສັດເກັບຮັກສາ ແມ່ນຈະຖືກນຳໃຊ້ ພາຍໃຕ້ຈຸດປະສົງ ທີ່ໄດ້ແຈ້ງໃຫ້ຊາບລ່ວງໜ້າເທົ່ານັ້ນ ເຊັ່ນ: ການຍື່ນເອກະສານສະໝັກງານ, ການກຽມຄວາມພ້ອມດ້ານເອກະສານ ຫຼື ການປະສານງານກັບພາກສ່ວນຕ່າງໆ ພວກເຮົາຈະບໍ່ມີການນຳເອົາຂໍ້ມູນຂອງທ່ານ ໄປເປີດເຜີຍ, ສົ່ງຕໍ່ ຫຼື ນຳໃຊ້ໃນທາງອື່ນ ໂດຍບໍ່ໄດ້ຮັບການຍິນຍອມ ຈາກທ່ານໂດຍກົງ.
ນະໂຍບາຍ ແລະ ຈັນຍາບັນທາງທຸລະກິດ
ກຸ່ມບໍລິສັດ ສຸກໃຈ ດຳເນີນທຸລະກິດໂດຍຍຶດໝັ້ນໃນຫຼັກການກົດໝາຍ, ຄວາມຮັບຜິດຊອບ ແລະ ຄວາມເປັນມືອາຊີບໃນທຸກດ້ານ ພວກເຮົາໄດ້ວາງມາດຕະການ ແລະ ກຳນົດນະໂຍບາຍຫຼັກຂອງອົງກອນ ເພື່ອເປັນເສົາຄ້ຳໃນການຂັບເຄື່ອນຍຸດທະສາດທາງທຸລະກິດ, ການຄຸ້ມຄອງບຸກຄະລາກອນ ແລະ ການສົ່ງມອບການບໍລິການທີ່ໄດ້ຮັບຄວາມໄວ້ວາງໃຈໃນລະດັບສາກົນ ບົນພື້ນຖານຂອງຄວາມໂປ່ງໃສ, ວ່ອງໄວ ແລະ ເປັນມືອາຊີບ.

