.jpeg)



SOUKCHAY.com
“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”

ນະໂຍບາຍມາດຕະຖານຂອງບຸກຄະລາກອນ
1. ບໍລິສັດ ເຊື່ອໝັ້ນວ່າ ບຸກຄະລາກອນພາຍໃນຄືກຳລັງທີ່ສຳຄັນໃນການຂັບເຄື່ອນອົງກອນ ການຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ພະນັກງານ ແມ່ນພັນທະກິດຫລັກ ທີ່ອົງກອນເຮົາໃຫ້ຄວາມສຳຄັນທີ່ສຸດ ພວກເຮົາມຸ້ງຫມັ້ນໃນການສ້າງຄວາມເປັນອັນໜື່ງອັນດຽວກັນ, ຄວາມຮັບຜິດຊອບຮ່ວມກັນ, ສົ່ງເສີມການພັດທະນາທັກສະ, ຄວາມຮູ້, ຄວາມສາມາດ ແລະ ເຕັກໂນໂລຢີໃໝ່ໆ ໃຫ້ແກ່ພະນັກງານຢ່າງຕໍ່ເນື່ອງ ຜ່ານການຝຶກອົບຮົມ ແລະ ການແນະນຳວຽກຢ່າງເປັນລະບົບ ເພື່ອໃຫ້ບັນລຸເປົ້າໝາຍຂອງບໍລິສັດທີ່ວາງໄວ້ ເຮັດໃຫ້ພະນັກງານມີຄວາມເຂັ້ມແຂງທາງດ້ານວິຊາການ ກາຍເປັນຜູ້ຊຳນານງານແບບມືອາຊີບ ລວມທັງການເອົາຄວາມຮູ້ໄປໝູນໃຊ້ໃນຊິວິດສ່ວນຕົວຢ່າງຮອບດ້ານຢ່າງປະສົບຜົນສຳເລັດ.
2. ພວກເຮົາກຳນົດໃຫ້ພະນັກງານທຸກລະດັບ ຕ້ອງປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ຮັກສາລະບຽບ, ມີຄວາມຊື່ສັດຕໍ່ໜ້າທີ່ ແລະ ມີຄວາມຊ່ຽວຊານໃນວຽກງານທີ່ຕົນເອງຮັບຜິດຊອບ.
3. ພວກເຮົາສົ່ງເສີມໃຫ້ບຸກຄະລາກອນ ມີຄວາມກະຕືລືລົ້ນໃນການຮຽນຮູ້ສິ່ງໃໝ່ໆ, ມີຄວາມຄິດສ້າງສັນ, ສາມາດປັບຕົວເຂົ້າກັບການປ່ຽນແປງ ແລະ ມີຄວາມສາມັກຄີໃນການເຮັດວຽກຮ່ວມກັນ
ນະໂຍບາຍ ແລະ ຈັນຍາບັນທາງທຸລະກິດ
ກຸ່ມບໍລິສັດ ສຸກໃຈ ດຳເນີນທຸລະກິດໂດຍຍຶດໝັ້ນໃນຫຼັກການກົດໝາຍ, ຄວາມຮັບຜິດຊອບ ແລະ ຄວາມເປັນມືອາຊີບໃນທຸກດ້ານ ພວກເຮົາໄດ້ວາງມາດຕະການ ແລະ ກຳນົດນະໂຍບາຍຫຼັກຂອງອົງກອນ ເພື່ອເປັນເສົາຄ້ຳໃນການຂັບເຄື່ອນຍຸດທະສາດທາງທຸລະກິດ, ການຄຸ້ມຄອງບຸກຄະລາກອນ ແລະ ການສົ່ງມອບການບໍລິການທີ່ໄດ້ຮັບຄວາມໄວ້ວາງໃຈໃນລະດັບສາກົນ ບົນພື້ນຖານຂອງຄວາມໂປ່ງໃສ, ວ່ອງໄວ ແລະ ເປັນມືອາຊີບ.

