top of page




SOUKCHAY.com
“ພັດທະນາຍືນຍົງ ຄຽງຄູ່ ສັງຄົມລາວ”

ຕິດຕໍ່ບໍລິສັດ ຫຼື ສອບຖາມຂໍ້ມູນເພີ່ມເຕີມ
ຫາກທ່ານມີຂໍ້ສົງໄສ ຫຼື ຕ້ອງການຄຳປຶກສາເພີ່ມເຕີມ ບໍລິສັດ ສຸກໃຈ ມີທີມງານຜູ້ຊ່ຽວຊານ ພ້ອມໃຫ້ຄຳແນະນຳ ແລະ ຕອບທຸກຄຳຖາມຂອງທ່ານ. ສະດວກ, ວ່ອງໄວ ແລະ ເປັນມືອາຊີບ. ຄລິກອ່ານຕໍ່ເພື່ອເບິ່ງຊ່ອງທາງຕິດຕໍ່ພະນັກງານຂອງບໍລິສັດໄດ້ໂດຍກົງ. ພວກເຮົາ ບໍລິສັດ ສຸກໃຈ ພ້ອມຮັບຟັງ, ໃຫ້ຄຳປຶກສາ ແລະ ຢູ່ຄຽງຂ້າງທ່ານ
ບໍລິສັດ ສຸກໃຈ ມຸ່ງໝັ້ນທີ່ຈະມອບການບໍລິການທີ່ດີທີ່ສຸດ ບໍ່ວ່າທ່ານຈະຕ້ອງການສອບຖາມກ່ຽວກັບຕຳແໜ່ງງານ, ຂັ້ນຕອນການສະໝັກ, ສິນເຊື່ອດອກເ ບ້ຍຕ່ຳ, ຫຼື ຝຶກອົບຮົມ ທີມງານຂອງພວກເຮົາພ້ອມໃຫ້ຄຳແນະນຳຢ່າງລະອຽດ, ໂປ່ງໃສ ແລະ ຟຣີ ໂດຍບໍ່ມີຄ່າໃຊ້ຈ່າຍໃດໆ.
ເບີໂທປະສານງານ
ມື້ເຮັດວຽກ: ວັນຈັນ-ວັນສຸກ (ພັກວັນເສົາ-ອາທິດ ແລະ ມື້ພັກລັດຖະການ)
ເວລາເຮັດວຽກ: 08:00-17:00 ໂມງ
1. ພະແນກບໍລິການລູກຄ້າ 020 5704 9666
- Email: info@soukchay.com
2. ພະແນກຈັດຫາງານໄປ ສ.ເກົາຫຼີ
- ໜ່ວຍງານສະໝັກວຽກລະດູການ ສ.ເກົາຫຼີ 020 5710 9666
- ໜ່ວຍງານກວດສຸຂະພາບແຮງງານ 020 5290 9666
- ໜ່ວຍງານຮັບບັນຫາ ແລະ ແກ້ໄຂບັນຫາແຮງງານ 020 5767 9666, 020 5643 9666
- Email: kr@soukchay.com
3. ພະແນກຈັດຫາງານໄປປະເທດໄທ 020 5420 9666
- Email: th@soukchay.com
4. ພະແນກຈັດຫາງານໄປປະເທດຍີ່ປຸ່ນ 020 5450 9666
- Email: jp@soukchay.com
5. ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ສຸກໃຈ 020 5994 1966
- Email: mfi@soukchay.com
ຊ່ວຍເຫຼືອແຮງງານ
ບໍລິສັດ ສຸກໃຈ ພ້ອມຢູ່ຄຽງຂ້າງ ແລະ ໃຫ້ຄວາມຊ່ວຍເຫຼືອທ່ານ ພວກເຮົາບໍ່ໄດ້ພຽງແຕ່ຈັດສົ່ງແຮງງານໄປເຮັດວຽກ ແຕ່ຍັງສຶບຕໍ່ຄຸ້ມຄອງ ແລະ ໃຫ້ຄຳປຶກສາທ່ານ ເພື່ອໃຫ້ທ່ານສາມາດເຮັດວຽກຢູ່ຕ່າງປະເທດໄດ້ຢ່າງອຸ່ນໃຈ, ມີຄວາມໝັ້ນຄົງ ແລະ ໄດ້ຮັບຄວາມຍຸດຕິທຳໃນທຸກໆດ້ານຕະຫຼອດໄລຍະເວລາການເຮັດວຽກ.


ຄຳຖາມຍອດຮິດ (FAQs)
ສັງລວມທຸກຄຳຖາມ, ໄຂຂໍ້ຂ້ອງໃຈ ແລະ ເລື່ອງທີ່ແຮງງານຕ້ອງຮູ້ກ່ອນການເດີນທາງ ເຮັດແນວໃດໃຫ້ສາມາດສະໝັກໄປໄດ້, ຂັ້ນຕອນການກຽມໂຕ, ແລະ ຜົນປະໂຫຍດທີ່ຈະໄດ້ຮັບ. ທຸກຂໍ້ສົງໄສຂອງທ່ານ ມີຄຳຕອບທີ່ຊັດເຈນ ແລະ ໂປ່ງໃສ 100% ຢູ່ໃນນີ້ ຄລິກອ່ານຕໍ່ ເພື່ອກວດເບີ່ງຄຳຕອບຂອງຄຳຖາມທີ່ທ່ານຢາກຮູ້.



ບໍລິການສິນເຊື່ອດອກເບ້ຍຕໍ່າ
ຢາກໄປເຮັດວຽກຢູ່ຕ່າງປະເທດ ແຕ່ບໍ່ມີທຶນໃນການສະໝັກ ແລະ ດຳເນີນເອກະສານ ບໍ່ແມ່ນອຸປະສັກຂອງການສ້າງອະນາຄົດອີກຕໍ່ໄປ ບໍລິສັດ ສຸກໃຈ ບໍລິການຈັດຫາງານ ເຂົ້າໃຈທຸກຄວາມຝັນ ແລະ ຄວາມຕັ້ງໃຈຂອງທຸກທ່ານ ພວກເຮົາຮ່ວມມືກັບ ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ສຸກໃຈ ເພື່ອປົດລ໋ອກຂໍ້ຈຳກັດນີ້. ພວກເຮົາພ້ອມສະໜອງ ສິນເຊື່ອດອກເບ້ຍຕ ່ຳ ໃຫ້ແຮງງານທີ່ຜ່ານການຄັດເລືອກ ດ້ວຍເງື່ອນໄຂທີ່ເປັນທຳ, ອະນຸມັດງ່າຍ, ໂປ່ງໃສ 100%.



ສູນພັດທະນາສີມືແຮງງານ
ຢາກໄປເຮັດວຽກຢູ່ຕ່າງປະເທດ ແຕ່ຍັງກັງວົນເລື່ອງພາສາ ແລະ ວິທີການດໍາລົງຊີວິດ ບໍລິສັດ ສຸກໃຈ ບໍລິການຈັດຫາງານ ພວກເຮົາມີ ສູນພັດທະນາສີມືແຮງງານ ສຸກໃຈ ທີ່ພ້ອມຈະຝຶກອົບຮົມ ແລະ ຍົກລະດັບສີມືແຮງງານລາວສູ່ມາດຕະຖານສາກົນ ໃຫ້ບໍລິການອົບຮົມທັງດ້ານພາສາ, ວິຊາຊີບ ແລະ ວັດທະນະທຳຢ່າງຄົບວົງຈອນ ເພື່ອໃຫ້ທ່ານມີຄວາມພ້ອມສໍາລັບການເດີນທາງໄປເຮັດວຽກຢູ່ຕ່າງປະເທດ.

