top of page
ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100
‎BRANDING.co.th - LOGO.‎005.png

SOUKCHAY.com

“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”

ภาพโปร่ง 100x100

ບໍລິການຈັດຫາງານ

ບໍລິສັດ ສຸກໃຈ ບໍລິການຈັດຫາງານ ຈໍາກັດຜູ້ດຽວ ໄດ້ຮັບອະນຸຍາດການສ້າງຕັ້ງ ແລະ ຈົດທະບຽນຖືກຕ້ອງຕາມກົດໝາຍ ຕັ້ງແຕ່ປີ 2019 ເປັນຕົ້ນມາ ໂດຍຈັດສົ່ງພາຍໃຕ້ການຄຸ້ມຄອງຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີພາລະບົດບາດ ໃນການບໍລິການຈັດຫາງານຢູ່ທັງພາຍໃນປະເທດ ແລະ ບໍລິການສົ່ງອອກແຮງງານໄປເຮັດວຽກຢູ່ຕ່າງປະເທດເຊັ່ນ: ປະເທດ ສ.ເກົາຫຼີ, ປະເທດໄທ ແລະ ປະເທດຍີ່ປຸ່ນ.

ມື້ເຮັດວຽກ: ວັນຈັນ-ວັນສຸກ (ພັກວັນເສົາ-ອາທິດ ແລະ ວັນພັກລັດຖະການ)
ເວລາເຮັດວຽກ 08:00 – 17:00 ໂມງ
ເບີໂທ: 020 5704 9666

ภาพโปร่ง 100x100
ภาพโปร่ง 100x100_edited.png

ປະເທດ ສ. ເກົາຫຼີ

ວຽກລະດູການຢູ່ ສ.ເກົາຫຼີ ແມ່ນໂອກາດ ແລະ ທາງເລືອກທີ່ດີສໍາລັບຜູ້ທີ່ຕ້ອງການໄປເຮັດວຽກໄລຍະສັ້ນ 5-8 ເດືອນ ມີລາຍຮັບທີ່ໝັ້ນຄົງ ແລະ ມີຄວາມປອດໄພ ພາຍໃຕ້ລະບົບການຄຸ້ມຄອງທີ່ຖືກຕ້ອງຕາມກົດໝາຍ ໂດຍການຮ່ວມມືລະຫວ່າງລັດຖະບານຂອງສອງປະເທດ. ນອກຈາກນີ້ທ່ານຍັງຈະໄດ້ຮັບສະຫວັດດີການທີ່ມີມາດຕະຖານ, ທີ່ພັກອາໄສ, ການປະກັນໄພ, ມີທີມງານຂອງພວກເຮົາອຳນວຍຄວາມສະດວກເບີ່ງແຍງຢ່າງໃກ້ຊິດ ຕະຫຼອດໄລຍະເວລາສັນຍາຈ້າງ ແລະ ທ່ານຍັງມີໂອກາດໃນການຮຽນຮູ້ເຕັກໂນໂລຊີການຜະລິດທີ່ທັນສະໄໝ ເພື່ອນຳມາໝູນໃຊ້ເພື່ອສ້າງອະນາຄົດທີ່ດີ ແລະ ໝັ້ນຄົງ.

ภาพโปร่ง 100x100_edited.png
ภาพโปร่ง 100x100
ภาพโปร่ง 100x100_edited.png

ປະເທດໄທ

ບໍລິການຈັດສົ່ງໄປເຮັດວຽກພາຍໃຕ້ລະບົບ MOU ຢູ່ ປະເທດໄທ ແມ່ນໂອກາດ ແລະ ທາງເລືອກທີ່ດີສໍາລັບຜູ້ທີ່ຕ້ອງການໄປເຮັດວຽກໄລຍະຍາວ 2-4 ປີ ທີ່ມີຄວາມສະດວກໃນການປັບຕົວ, ມີລາຍຮັບທີ່ໝັ້ນຄົງ ແລະ ມີຄວາມປອດໄພ ພາຍໃຕ້ລະບົບການຄຸ້ມຄອງທີ່ຖືກຕ້ອງຕາມກົດໝາຍ ໂດຍການຮ່ວມມືລະຫວ່າງລັດຖະບານຂອງສອງປະເທດ. ນອກຈາກນີ້ ທ່ານຍັງຈະໄດ້ຮັບສະຫວັດດີການທີ່ມີມາດຕະຖານ, ຄ່າແຮງງານຕາມກົດໝາຍປະເທດໄທ, ໄດ້ຮັບການປົກປ້ອງດ້ານປະກັນສັງຄົມ ແລະ ປະສົບການໃນດ້ານສາຍອາຊີບຕ່າງໆທີ່ທ່ານຈະສາມາດນຳມາໝູນໃຊ້ໃນການສ້າງທຸລະກິດຂອງຕົນເອງໃນອານາຄົດໄດ້ຢ່າງມີປະສິດທິພາບ.

ภาพโปร่ง 100x100_edited.png
ภาพโปร่ง 100x100
ภาพโปร่ง 100x100_edited.png

ປະເທດຍີ່ປຸ່ນ

ບໍລິການຈັດສົ່ງໄປເຮັດວຽກຢູ່ປະເທດຍີ່ປຸ່ນ ແມ່ນໂອກາດ ແລະ ທາງເລືອກທີ່ດີສໍາລັບຜູ້ທີ່ຕ້ອງການຍົກລະດັບສີມືສູ່ການເປັນຜູ້ຊ່ຽວຊານສະເພາະທາງ, ມີລາຍຮັບທີ່ສູງ ແລະ ມີຄວາມປອດໄພ ພາຍໃຕ້ລະບົບການຄຸ້ມຄອງທີ່ຖືກຕ້ອງຕາມກົດໝາຍ ໂດຍການຮ່ວມມືລະຫວ່າງລັດຖະບານຂອງສອງປະເທດ. ນອກຈາກນີ້ ທ່ານຈະໄດ້ຮັບສະຫວັດດີການທີ່ມີມາດຕະຖານເທົ່າທຽມກັບຄົນທ້ອງຖິ່ນ, ໄດ້ຮັບການຝຶກອົບຮົມດ້ານພາສາ, ວັດທະນາທຳ ແລະ ວິທີການດໍາລົງຊີວິດຂອງຄົນຍີ່ປຸ່ນ ເພື່ອເປີດໂອກາດໃໝ່ໆໃຫ້ກັບຕົນເອງ ນອກຈາກນີ້ທ່ານຍັງຈະໄດ້ຮຽນຮູ້ລະບົບການເຮັດວຽກທີ່ທັນສະໄໝ ເພື່ອນຳມາໝູນໃຊ້ເພື່ອຕໍ່ຍອດທຸລະກິດ ສ້າງອະນາຄົດທີ່ດີ ແລະ ໝັ້ນຄົງ.

ภาพโปร่ง 100x100_edited.png

ກຸ່ມບໍລິສັດ ສຸກໃຈ

ນະໂຍບາຍຂອງບໍລິສັດ

ທຸລະກິດ

ການຊ່ວຍເຫຼືອແຮງງານ

‎BRANDING.co.th - LOGO.‎005.png

SOUKCHAY.com

“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”

ກຸ່ມບໍລິສັດ ສຸກໃຈ ດໍາເນີນທຸລະກິດດ້ວຍເປົ້າໝາຍສູງສຸດ ຄືການຮ່ວມເປັນກຳລັງສຳຄັນໃນການພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຢ່າງຍືນຍົງ ແລະ ຂັບເຄື່ອນເສດຖະກິດຂອງປະເທດ. ພວກເຮົາໃຫ້ບໍລິການຈັດຫາງານຢ່າງໂປ່ງໃສ, ສະໜອງແຫຼ່ງທຶນສິນເຊື່ອທີ່ດອກເບ້ຍຕໍ່າ, ຝຶກອົບຮົມສີມືແຮງງານໃຫ້ມີຄຸນນະພາບ, ສ້າງວຽກເຮັດງານທຳໃຫ້ຄົນລາວ, ມຸ່ງໝັ້ນທີ່ຈະສ້າງໂອກາດ ແລະ ຍົກລະດັບຄຸນນະພາບຊີວິດຂອງແຮງງານລາວ ຄຽງຄູ່ໄປກັບການຕອບແທນຄືນສູ່ສັງຄົມ, ປະເທດຊາດ, ຄູ່ຮ່ວມງານ ແລະ ລູກຄ້າໝົດທຸກທ່ານໃຫ້ເຕີບໃຫຍ່ຂະຫຍາຍຕົວໄປພ້ອມກັນແບບຍືນຍົງ.

ກຸ່ມບໍລິສັດ ສຸກໃຈ

ສຳນັກງານໃຫຍ່ຕັ້ງຢູ່ ຖະໜົນນາຄວາຍ ບ້ານ ດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ມຶ້ເຮັດວຽກ : ວັນຈັນ - ວັນສຸກ (ພັກວັນເສົາ-ອາທິດ ແລະ ວັນພັກລັດຖະການ)
ເວລາເຮັດວຽກ 08:00 - 17:00 ໂມງ

ໂທ:
+856 20 5704 9666
+856 21 711 919

Email:
info@soukchay.com

SOUKCHAY.com | All rights reserved.

bottom of page