top of page




SOUKCHAY.com
“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”

ແນະນຳຂັ້ນຕອນການສະໝັກ
ບໍລິສັດ ສຸກໃຈ ບໍລິການຈັດຫາງານ ພວກເຮົາບໍ່ມີນາຍໜ້າໃນການສະໝັກທຸກກໍລະນີ ແຮງງານສາມາດຍື່ນເອກະສານສະໝັກ, ຮູ້ຜົນ ແລະ ຕິດຕາມໄດ້ດ້ວຍຕົວເອງໃນທຸກຂັ້ນຕອນ. ຖ້າທ່ານກໍາລັງກັງວົນກ່ຽວກັບຂັ້ນຕອນການສະໝັກ ສາມາດອ່ານຕໍ່ ເພື່ອເບີ່ງວິທີການສະໝັກໄປເຮັດວຽກຢູ່ຕ່າງປະເທດກັບບໍລິສັດ ສຸກໃຈ ໄດ້ເລີຍ.
ບໍລິສັດ ສຸກໃຈ ບໍລິການຈັດຫາງານ ຍຶດຖືຄວາມໂປ່ງໃສ ແລະ ຄວາມຍຸດຕິທຳເປັນຫົວໃຈສຳຄັນ ພວກເຮົາ "ບໍ່ມີນາຍໜ້າ ແລະ ບໍ່ຮັບສິນບົນ" ໃນການຮັບສະໝັກທຸກກໍລະນີ ເພື່ອປ້ອງກັນການເອົາປຽບແຮງງານເຮັດໃຫ້ເກີດຄ່າໃຊ້ຈ່າຍທີ່ເກີນຈິງ ແລະ ບໍ່ຈໍາເປັນ.
ແຮງງານທຸກຄົນຈະໄດ້ຮັບການແນະນຳ ແລະ ດູແລໂດຍກົງຈາກບໍລິສັດ, ມີລະບົບການຕິດຕາມ ແລະ ຮູ້ຜົນການອະນຸມັດ/ຄັດເລືອກດ້ວຍໂຕເອງໃນທຸກໆຂັ້ນຕອນ.
ສອບຖາມຂໍ້ມູນ ແລະ ວິທີການສະໝັກໂດຍກົງໄດ້ທີ່
ເບີຕິດຕໍ່: 020 5704 9666
ມື້ເຮັດວຽກ: ວັນຈັນ-ວັນສຸກ (ພັກວັນເສົາ-ອ າທິດ ແລະ ວັນພັກລັດຖະການ)
ເວລາເຮັດວຽກ 08:00 – 17:00 ໂມງ
ຊ່ວຍເຫຼືອແຮງງານ
ບໍລິສັດ ສຸກໃຈ ພ້ອມຢູ່ຄຽງຂ້າງ ແລະ ໃຫ້ຄວາມຊ່ວຍເຫຼືອທ່ານ ພວກເຮົາບໍ່ໄດ້ພຽງແຕ່ຈັດສົ່ງແຮງງານໄປເຮັດວຽກ ແຕ່ຍັງສຶບຕໍ່ຄຸ້ມຄອງ ແລະ ໃຫ້ຄຳປຶກສາທ່ານ ເພື່ອໃຫ້ທ່ານສາມາດເຮັດວຽກຢູ່ຕ່າງປະເທດໄດ້ຢ່າງອຸ່ນໃຈ, ມີຄວາມໝັ້ນຄົງ ແລະ ໄດ້ຮັບຄວາມຍຸດຕິທຳໃນທຸກໆດ້ານຕະຫຼອດໄລຍະເວລາການເຮັດວຽກ.


ຄຳຖາມຍອດຮິດ (FAQs)
ສັງລວມທຸກຄຳຖາມ, ໄຂຂໍ້ຂ້ອງໃຈ ແລະ ເລື່ອງທີ່ແຮງງານຕ້ອງຮູ້ກ່ອນການເດີນທາງ ເຮັດແນວໃດໃຫ້ສາມາດສະໝັກໄປໄດ້, ຂັ້ນຕອນການກຽມໂຕ, ແລະ ຜົນປະໂຫຍດທີ່ຈະໄດ້ຮັບ. ທຸກຂໍ້ສົງໄສຂອງທ່ານ ມີຄຳຕອບທີ່ຊັດເຈນ ແລະ ໂປ່ງໃສ 100% ຢູ່ໃນນີ້ ຄລິກອ່ານຕໍ່ ເພື່ອກວດເບີ່ງຄຳຕອບຂອງຄຳຖາມທີ່ທ່ານຢາກຮູ້.



ບໍລິການສິນເຊື່ອດອກເບ້ຍຕໍ່າ
ຢາກໄປເຮັດວຽກຢູ່ຕ່າງປະເທດ ແຕ່ບໍ່ມີທຶນໃນການສະໝັກ ແລະ ດຳເນີນເອກະສານ ບໍ່ແມ່ນອຸປະສັກຂອງການສ້າງອະນາຄົດອີກຕໍ່ໄປ ບໍລິສັດ ສຸກໃຈ ບໍລິການຈັດຫາງານ ເຂົ້າໃຈທຸກຄວາມຝັນ ແລະ ຄວາມຕັ້ງໃຈຂອງທຸກທ່ານ ພວກເຮົາຮ່ວມມືກັບ ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ສຸກໃຈ ເພື່ອປົດລ໋ອກຂໍ້ຈຳກັດນີ້. ພວກເຮົາພ້ອມສະໜອງ ສິນເຊື່ອດອກເບ້ຍຕ ່ຳ ໃຫ້ແຮງງານທີ່ຜ່ານການຄັດເລືອກ ດ້ວຍເງື່ອນໄຂທີ່ເປັນທຳ, ອະນຸມັດງ່າຍ, ໂປ່ງໃສ 100%.



ສູນພັດທະນາສີມືແຮງງານ
ຢາກໄປເຮັດວຽກຢູ່ຕ່າງປະເທດ ແຕ່ຍັງກັງວົນເລື່ອງພາສາ ແລະ ວິທີການດໍາລົງຊີວິດ ບໍລິສັດ ສຸກໃຈ ບໍລິການຈັດຫາງານ ພວກເຮົາມີ ສູນພັດທະນາສີມືແຮງງານ ສຸກໃຈ ທີ່ພ້ອມຈະຝຶກອົບຮົມ ແລະ ຍົກລະດັບສີມືແຮງງານລາວສູ່ມາດຕະຖານສາກົນ ໃຫ້ບໍລິການອົບຮົມທັງດ້ານພາສາ, ວິຊາຊີບ ແລະ ວັດທະນະທຳຢ່າງຄົບວົງຈອນ ເພື່ອໃຫ້ທ່ານມີຄວາມພ້ອມສໍາລັບການເດີນທາງໄປເຮັດວຽກຢູ່ຕ່າງປະເທດ.


