top of page




SOUKCHAY.com
“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”

ບໍລິສັດ ສຸກໃຈ ອະສັງຫາລິມະຊັບ ຈໍາກັດຜູ້ດຽວ
ບໍລິສັດ ສຸກໃຈ ອະສັງຫາລິມະຊັບ ຈໍາກັດຜູ້ດຽວ ແມ່ນໜຶ່ງໃນທຸລະກິດທີ່ສຳຄັນພາຍໃຕ້ ກຸ່ມບໍລິສັດ ສຸກໃຈ ທີ່ໄດ້ຮັບການສ້າງຕັ້ງຂຶ້ນເພື່ອຮອງຮັບການເຕີບໃຫຍ່ຂະຫຍາຍຕົວຂອງອຸດສາຫະກຳ, ການຄ້າ ພາຍໃນປະເທດ ພວກເຮົາດຳເນີນທຸລະກິດດ້ານການພັດທະນາ, ຈັດສັນ ແລະ ບໍລິຫານຈັດການອະສັງຫາລິມະຊັບຢ່າງຄົບວົງຈອນ ໂດຍຍຶດໝັ້ນໃນຫຼັກການບໍລິການທີ່ໂປ່ງໃສ, ຊື່ສັດ ແລະ ສ້າງມູນຄ່າສູງສຸດໃຫ້ແກ່ທີ່ດິນ ແລະ ຊັບສິນຂອງລູກຄ້າ ແລະ ຄູ່ຮ່ວມທາງທຸລະກິດ.
ບໍລິສັດ ສຸກໃຈ ອະສັງຫາລິມະຊັບ ຈໍາກັດຜູ້ດຽວ ຮ່ວມມືກັບສະຖາບັນການເງິນຈຸລະພາກທີ່ບໍ່ຮັບທີ່ບໍ່ຮັບເງິນຝາກ ສຸກໃຈ ເພື່ອອຳນວຍຄວາມສະດວກໃນການປະເມີນມູນຄ່າທີ່ດິນ ແລະ ເປັນທີ່ປຶກສາດ້ານນິຕິກຳ, ການກວດສອບເອກະສານດິນຄໍ້າປະກັນ ໂດຍບໍ່ຈຳກັດເນື້ອທີ່ຂັ້ນຕ່ຳ ໂດຍອີງໃສ່ພື້ນຖານຄວາມຖືກຕ້ອງຕາມກົດໝາຍ ແລະ ເປັນທຳທີ່ສຸດ. ນອກຈາກນີ້ ສຸກໃຈ ອະສັງຫາລິມະຊັບ ຍັງໃຫ້ບໍລິການເປັນຕົວແທນ ແລະ ທີ່ປຶກສາໃນການຈັດຫາທີ່ດິນ, ຄອນໂດ, ອາຄານ, ອາພາດເມັ້ນ, ໂຮງງານ ແລະ ອື່ນໆ ໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ທີ່ຕ້ອງການເຂົ້າມາຕັ້ງໂຮງງານການຜະລິດ ຫຼື ດຳເນີນທຸລະກິດໃນ ສປປ ລາວ.
ທຸກໆຂັ້ນຕອນການດຳເນີນງານດ້ານເອກະສານ, ຫຼັກຊັບຄ້ຳປະກັນ ແລະ ສັນຍາການຊື້-ຂາຍ-ເຊົ່າ ແມ່ນຜ່ານການກວດສອບຢ່າງຖືກຕ້ອງຕາມກົດໝາຍ ໝັ້ນໃຈໄດ້ວ່າປອດໄພ ແລະ ບໍ່ມີຂໍ້ຂັດແຍ່ງໃນພາຍຫຼັງ.

SOUKCHAY.com
“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”
ກຸ່ມບໍລິສັດ ສຸກໃຈ ດໍາເນີນທຸລະກິດດ້ວຍເປົ້າໝາຍສູງສຸດ ຄືການຮ່ວມເປັນກຳລັງສຳຄັນໃນການພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຢ່າງຍືນຍົງ ແລະ ຂັບເຄື່ອນເສດຖະກິດຂອງປະເທດ. ພວກເຮົາໃຫ້ບໍລິການຈັດຫາງານຢ່າງໂປ່ງໃສ, ສະໜອງແຫຼ່ງທຶນສິນເຊື່ອທີ່ດອກເບ້ຍຕໍ່າ, ຝຶກອົບຮົມສີມືແຮງງານໃຫ້ມີຄຸນນະພາບ, ສ້າງວຽກເຮັດງານທຳໃຫ້ຄົນລາວ, ມຸ່ງໝັ້ນທີ່ຈະສ້າງໂອກາດ ແລະ ຍົກລະດັບຄຸນນະພາບຊີວິດຂອງແຮງງານລາວ ຄຽງຄູ່ໄ ປກັບການຕອບແທນຄືນສູ່ສັງຄົມ, ປະເທດຊາດ, ຄູ່ຮ່ວມງານ ແລະ ລູກຄ້າໝົດທຸກທ່ານໃຫ້ເຕີບໃຫຍ່ຂະຫຍາຍຕົວໄປພ້ອມກັນແບບຍືນຍົງ.
ກຸ່ມບໍລິສັດ ສຸກໃຈ
ສຳນັກງານໃຫຍ່ຕັ້ງຢູ່ ຖະໜົນນາຄວາຍ ບ້ານ ດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ມຶ້ເຮັດວຽກ : ວັນຈັນ - ວັນສຸກ (ພັກວັນເສົາ-ອາທິດ ແລະ ວັນພັກລັດຖະການ)
ເວລາເຮັດວຽກ 08:00 - 17:00 ໂມງ
ໂທ:
+856 20 5704 9666
+856 21 711 919
Email:
info@soukchay.com
SOUKCHAY.com | All rights reserved.
bottom of page








