top of page




SOUKCHAY.com
“ພັດທະນາຍືນຍົງ ຄຽງຄູ່ສ ັງຄົມລາວ”


ລີວິວຈາກແຮງງານ
ຫາກທ່ານກຳລັງຊອກຫາຂໍ້ມູນ, ມີຄວາມກັງວົນ ຫຼື ຢາກຮູ້ວ່າ ຖ້າໄປເຮັດວຽກຕ່າງປະເທດຕົວຈິງແລ້ວຈະເປັນແນວໃດ? ການລີວິວດ້ານລຸ່ມນີ້ມີຄຳຕອບໃຫ້ທ່ານ ຜ່ານປະສົບການຈິງ 100% ຈາກອ້າຍເອື້ອຍນ້ອງແຮງງານລາວທີ່ເດີນທາງໄປເຮັດວຽກກັບບໍລິສັດ ສຸກໃຈ ບໍລິການຈັດຫາງານ ຂອງພວກເຮົາ.
ທຸກການລີວິວນີ້ຢັ້ງຢືນຈາກຜູ້ໃຊ້ບໍລິການຕົວຈິງ ຈະຊ່ວຍໃຫ້ທ່ານໝັ້ນໃຈໃນຄວາມໂປ່ງໃສ, ຄວາມປອດໄພ ພ້ອມທັງລະບົບການຄຸ້ມຄອງທີ່ຖືກຕ້ອງຕາມກົດໝາຍຂອງບໍລິສັດເຮົາຫຼາຍຍິ່ງຂຶ້ນ. ເປີດໃຈຮັບຊົມວິຖີຊີວິດ, ຄວາມເປັນຢູ່ ແລະ ຄວາມສຳເລັດຂອງແຮງງານທີ່ໄດ້ໄປເຮັດວຽກໃນແຕ່ລະປະເທດແບບຖືກຕ້ອງຕາມກົດຫມາຍ ເພື່ອຊ່ວຍໃຫ້ທ່ານຕັດສິນໃຈເລືອກອະນາຄົດທີ່ເໝາະສົມກັບຕົນເອງໄດ້ງ່າຍຂຶ້ນ.


ລີວິວ ປະເທດ ສ.ເກົາຫຼີ


ນາງ ແສງພະຈັນ ອິນທະວົງ
ສະບາຍດີ, ຂ້ອຍຊື່ ນາງ ແສງພະຈັນ ອິນທະວົງ ຢູ່ບ້ານຫຼັກ 35 ເມືອງປາກຊ່ອງ ແຂວງຈຳປາສັກ ຂ້ອຍໄປເຮັດວຽກຢູ່ ສ. ເກົາຫຼີ ນຳບໍລິສັດ ສຸກໃຈ ບໍລິການຈັດຫາງານ ມາແລ້ວ 2 ຄັ້ງ. ຄັ້ງທໍາອິດໄປ 5 ເດືອນ ໄດ້ເງິນກັບຄືນມາ 80 ລ້ານກີບ, ຄັ້ງທີສອງໄປ 8 ເດືອນ ໄດ້ມາ 100 ກວ່າລ້ານກີບ ຂ້ອຍໄດ້ເງິນມາສ້າງເຮືອນຈົນສຳເລັດ ແລະ ເອົາເງິນສ່ວນນັ້ນມາຕໍ່ຍອດທຸລະກິດຮ້ານຊາ-ກາເຟຂອງຂ້ອຍຢູ່ປາກຊ່ອງ ນອກຈາກນັ້ນຂ້ອຍຍັງໄດ້ທັກສະກັບວິທີການເຮັດວຽກທີ່ເປັນລະບົບມາປັບໃຊ້ໃຫ້ຊີວິດຄອບຄົວດີຂຶ້ນ ແລະ ເຮັດທຸລະກິດຂອງໂຕເອງ. ຕອນນີ້ຂ້ອຍກຳລັງຈະໄປຮອບທີ 3 ນຳບໍລິສັດ ສຸກໃຈ, ຕັ້ງໃຈຈະໄປເກັບທັງທຶນ ແລະ ຄວາມຮູ້ມາພັດທະນາຮ້ານຕໍ່


ນາງ ຂາວພອນ ຈັນທະຈອນ
ສະບາຍດີ, ຂ້ອຍຊື່ ນາງ ຂາວພອນ ຈັນທະຈອນ ຢູ່ບ້ານ ນາກາງ, ເມືອງ ວາປີ, ແຂວງສາລະວັນ ເມື່ອກ່ອນເຄີຍໄປເຮັດວຽກຢູ່ຕ່າງປະເທດມາ 3 ປີ ແຕ່ບໍ່ມີເງິນເກັບເລີຍ ເພາະໝົດໄປກັບຄ່າໃຊ້ຈ່າຍ ແລະ ສົ່ງໃຫ້ທາງບ້ານ. ແຕ່ພໍຕັດສິນໃຈໄປເຮັດວຽກລະດູການຢູ່ ສ.ເກົາຫຼີ ກັບ ບໍລິສັດ ສຸກໃຈ ບໍລິການຈັດຫາງານ ພຽງແຕ່ 5 ເດືອນ, ເຮົາສາມາດເກັບເງິນກັບມາໄດ້ຕັ້ງ 100 ກວ່າລ້ານກີບ ເຮົາເອົາເງິນກ້ອນນີ້ມາສ້າງເຮືອນໃນຝັນໄດ້ສຳເລັດໄປສ່ວນໜື່ງ ຕອນນີ້ກຳລັງຈະໄປນຳ ບໍລິສັດ ສຸກໃຈ ຮອບທີ 2 ຕັ້ງໃຈວ່າຈະເອົາເງິນມາຕໍ່ເຕີມເຮືອນໃນຝັນຂອງຂ້ອຍໃຫ້ແລ້ວສົມບູນ.


ລີວິວ ປະເທດໄທ


ນາງ ຫອມລະອຽດ ຄຳມູງຄຸງ
ສະບາຍດີ ຂ້ອຍຊື່ ນາງ ຫອມລະອຽດ ຄຳມູງຄຸງ ເປັນແຮງງານທີ່ເຄີຍໄເຮັດວຽກຢູ່ປະເທດໄທ ນຳບໍລິສັດ ສຸກໃຈ ເປັນເວລາ 2 ປີ ຕະຫຼອດເວລາການເຮັດວຽກຂ້ອຍໄດ້ຮັບປະສົບການທີ່ດີຫຼາຍ ແລະ ຍັງສາມາດມີເງິນເກັບຈົນສາມາດສົ່ງເງິນກັບມາໃຫ້ຄອບຄົວທາງບ້ານໄດ້ທຸກເດືອນ ຍ້ອນເງິນກ້ອນທີ່ໄດ ້ຈາກການໄປເຮັດວຽກຢູ່ປະເທດໄທຄາວນັ້ນ ປັດຈຸບັນຂ້ອຍສາມາດເປີດຮ້ານຂາຍເຄື່ອງຍ່ອຍຢູ່ບ້ານ ເປັນທຸລະກິດຂະໜາດນ້ອຍຂອງຕົນເອງ.


ທ້າວ ສົມພອນ ສີບຸນເຮືອງ
ສະບາຍດີ ຂ້ອຍຊື່ ທ້າວ ສົມພອນ ສີບຸນເຮືອງ ເປັນແຮງງານທີ່ເຄີຍໄປເຮັດວຽກຢູ່ປະເທດໄທ ກັບບໍລິສັດ ສຸກໃຈ ຂ້ອຍເລືອກໄປກັ ບ ສຸກໃຈ ເພາະໝັ້ນໃຈເລື່ອງຄວາມປອດໄພ ໄປຮອດໄທໄດ້ເຮັດວຽກງານດີ, ລາຍໄດ້ດີ ແລະ ສະຫວັດດີການຫຼາຍຢ່າງກໍດີຕົງຕາມທີ່ທາງບໍລິສັດເພີ່ນໄດ້ແຈ້ງເຮົາໃຫ້ຮູ້ຕັ້ງແຕ່ທຳອິດເລີຍ ບໍ່ມີການຕວະ ຫຼື ຫອກລວງໃດໆ ຂ້ອຍເຮັດວຽກຢູ່ໄທໄດ້ 3 ປີ ເກັບເງີນໄດ້ເກືອບ 100 ລ້ານກີບ ເອົາມາຊື້ດິນ ແລະ ປຸກເລົ້າເຂົ້າໃໝ່ໃຫ້ພໍ່ແມ່ ຕອນນີ້ກໍາລັງກຽມເອກະສານຈະໄປຮອບທີສອງ ເພື່ອຫາເງິນເອົາມາໄວ້ເປັນທຶນຮອນ ແລະ ດູແລຄອບຄົວ.


ລີວິວ ປະເທດຍີ່ປຸ່ນ


ທ້າວ ກຸນ
ສະບາຍດີ ຂ້ອຍຊື່ ທ້າວ ກຸນ ເປັນຜູ້ທີ່ເຄີຍໄປເຮັດວຽກຢູ່ປະເທດຍີ່ປຸ່ນກັບບໍລິສັດ ສຸກໃຈ ບໍລິການຈັດຫາງານ ມາ 3 ປີ, ຕອນຢູ່ນັ້ນແມ່ນໄດ້ເຮັດວຽກຢູ່ໂຮງງານແພັກຜັກສົ່ງອອກຂາຍ ແລະ ພໍຮອດລະດູການປູກມັນກໍໄດ້ອອກພາກສະໜາມໄປປູກມັນ, ພໍປູກມັນຈົບແລ້ວກໍກັບເຂົ້າໂຮງງານແພັກຜັກຕໍ່. ການໄປເຮັດວຽກ 3 ປີແມ່ນໄດ້ຄວາມຮູ້ຫຼາຍໆຢ່າງ ແລະ ໄດ້ມີເງິນເກັບສົ່ງກັບຄືນມາບ້ານປະມານ 300 ປາຍລ້ານກີບ ຖ້າມີໂອກາດກໍຍັງຢາກໄປອີກແຕ່ການກັບໄປຮອບນີ້ຈະພາເມຍໄປນຳ (ໄປເປັນຄູ່ຜົວເມຍ). ສ່ວນເຫດຜົນທີ່ເລືອກໄປກັບບໍລິສັດສຸກໃຈນີ້ແມ່ນຍ້ອນເພິ່ນບໍລິການດີຫຼາຍ, ພໍໄປເຮັດວຽກຢູ່ຍີ່ປຸ່ນແລ້ວ ທາງບໍລິສັດກໍຍັງນຳໄປຢ້ຽມຢາມ ແລະ ຕິດຕາມດູໃຫ້ຄວາມຊ່ວຍເຫຼືອຕະຫຼອດຈົບສັນຍາການເຮັດວຽກເລີຍ.

SOUKCHAY.com
“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”
ກຸ່ມບໍລິສັດ ສຸກໃຈ ດໍາເນີນທຸລະກິດດ້ວຍເປົ້າໝາຍສູງສຸດ ຄືການຮ່ວມເປັນກຳລັງສຳຄັນໃນການພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຢ່າງຍືນຍົງ ແລະ ຂັບເຄື່ອນເສດຖະກິດຂອງປະເທດ. ພວກເຮົາໃຫ້ບໍລິການຈັດຫາງານຢ່າງໂປ່ງໃສ, ສະໜອງແຫຼ່ງທຶນສິນເຊື່ອທີ່ດອກເບ້ຍຕໍ່າ, ຝຶກອົບຮົມສີມືແຮງງານໃຫ້ມີຄຸນນະພາບ, ສ້າງວຽກເຮັດງານທຳໃຫ້ຄົນລາວ, ມຸ່ງໝັ້ນທີ່ຈະສ້າງໂອກາດ ແລະ ຍົກລະດັບຄຸນນະພາບຊີວິດຂອງແຮງງານ ລາວ ຄຽງຄູ່ໄປກັບການຕອບແທນຄືນສູ່ສັງຄົມ, ປະເທດຊາດ, ຄູ່ຮ່ວມງານ ແລະ ລູກຄ້າໝົດທຸກທ່ານໃຫ້ເຕີບໃຫຍ່ຂະຫຍາຍຕົວໄປພ້ອມກັນແບບຍືນຍົງ.
ກຸ່ມບໍລິສັດ ສຸກໃຈ
ສຳນັກງານໃຫຍ່ຕັ້ງຢູ່ ຖະໜົນນາຄວາຍ ບ້ານ ດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ມຶ້ເຮັດວຽກ : ວັນຈັນ - ວັນສຸກ (ພັກວັນເສົາ-ອາທິດ ແລະ ວັນພັກລັດຖະການ)
ເວລາເຮັດວຽກ 08:00 - 17:00 ໂມງ
ໂທ:
+856 20 5704 9666
+856 21 711 919
Email:
info@soukchay.com
SOUKCHAY.com | All rights reserved.
bottom of page







