top of page




SOUKCHAY.com
“ພັດ ທະນາຍືນຍົງ ຄຽງຄູ່ສັງຄົມລາວ”


ທ້າວ ກຸນ
ສະບາຍດີ ຂ້ອຍຊື່ ທ້າວ ກຸນ ເປັນຜູ້ທີ່ເຄີຍໄປເຮັດວຽກຢູ່ປະເທດຍີ່ປຸ່ນກັບບໍລິສັດ ສຸກໃຈ ບໍລິການຈັດຫາງານ ມາ 3 ປີ, ຕອນຢູ່ນັ້ນແມ່ນໄດ້ເຮັດວຽກຢູ່ໂຮງງານແພັກຜັກສົ່ງອອກຂາຍ ແລະ ພໍຮອດລະດູການປູກມັນກໍໄດ້ອອກພາກສະໜາມໄປປ ູກມັນ, ພໍປູກມັນຈົບແລ້ວກໍກັບເຂົ້າໂຮງງານແພັກຜັກຕໍ່. ການໄປເຮັດວຽກ 3 ປີແມ່ນໄດ້ຄວາມຮູ້ຫຼາຍໆຢ່າງ ແລະ ໄດ້ມີເງິນເກັບສົ່ງກັບຄືນມາບ້ານປະມານ 300 ປາຍລ້ານກີບ ຖ້າມີໂອກາດກໍຍັງຢາກໄປອີກແຕ່ການກັບໄປຮອບນີ້ຈະພາເມຍໄປນຳ (ໄປເປັນຄູ່ຜົວເມຍ). ສ່ວນເຫດຜົນທີ່ເລືອກໄປກັບບໍລິສັດສຸກໃຈນີ້ແມ່ນຍ້ອນເພິ່ນບໍລິການດີຫຼາຍ, ພໍໄປເຮັດວຽກຢູ່ຍີ່ປຸ່ນແລ້ວ ທາງບໍລິສັດກໍຍັງນຳໄປຢ້ຽມຢາມ ແລະ ຕິດຕາມດູໃຫ້ຄວາມຊ່ວຍເຫຼືອຕະຫຼອດຈົບສັນຍາການເຮັດວຽກເລີຍ.




SOUKCHAY.com
“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”
ກຸ່ມບໍລິສັດ ສຸກໃຈ ດໍາເນີນທຸລະກິດດ້ວຍເປົ້າໝາຍສູງສຸດ ຄືການຮ່ວມເປັນກຳລັງສຳຄັນໃນການພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຢ່າງຍືນຍົງ ແລະ ຂັບເຄື່ອນເສດຖະກິດຂອງປະເທດ. ພວກເຮົາໃຫ້ບໍລິການຈັດຫາງານຢ່າງໂປ່ງໃສ, ສະໜອງແຫຼ່ງທຶນສິນເຊື່ອທີ່ດອກເບ້ຍຕໍ່າ, ຝຶກອົບຮົມສີມືແຮງງານໃຫ້ມີຄຸນນະພາບ, ສ້າງວຽກເຮັດງານທຳໃຫ້ຄົນລາວ, ມຸ່ງໝັ້ນທີ່ຈະສ້າງໂອກາດ ແລະ ຍົກລະດັບຄຸນນະພາບຊີວິດຂອງແຮງງານລາວ ຄຽງຄູ່ໄປກັບການຕອບແທນຄືນສູ່ສັງຄົມ, ປະເທດຊາດ, ຄູ່ຮ່ວມງານ ແລະ ລູກຄ້າໝົດທຸກທ່ານໃຫ້ເຕີບໃຫຍ່ຂະຫຍາຍຕົວໄປພ້ອມກັນແບບຍືນຍົງ.
ກຸ່ມບໍລິສັດ ສຸກໃຈ
ສຳນັກງານໃຫຍ່ຕັ້ງຢູ່ ຖະໜົນນາຄວາຍ ບ້ານ ດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ມຶ້ເຮັດວຽກ : ວັນຈັນ - ວັນສຸກ (ພັກວັນເສົາ-ອາທິດ ແລະ ວັນພັກລັດຖະການ)
ເວລາເຮັດວຽກ 08:00 - 17:00 ໂມງ
ໂທ:
+856 20 5704 9666
+856 21 711 919
Email:
info@soukchay.com
SOUKCHAY.com | All rights reserved.
bottom of page







