top of page
ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100
‎BRANDING.co.th - LOGO.‎005.png

SOUKCHAY.com

“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”

ภาพโปร่ง 100x100

ສະໝັກງານ (ສະໝັກເປັນພະນັກງານ ຂອງ ກຸ່ມບໍລິສັດ ສຸກໃຈ)

ກຸ່ມບໍລິສັດ ສຸກໃຈ ເປີດຮັບສະໝັກບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ຄວາມຕັ້ງໃຈ ເຂົ້າມາເປັນສ່ວນໜຶ່ງໃນການຂັບເຄື່ອນ ແລະ ພັດທະນາອົງກອນໄປພ້ອມກັນ.

ຫາກທ່ານເປັນຜູ້ທີ່ມັກລະບົບການເຮັດວຽກທີ່ເປັນມືອາຊີບ ແລະ ຄວາມກ້າວໜ້າ, ທ່ານສາມາດກົດເບິ່ງລາຍລະອຽດຕຳແໜ່ງທີ່ເປີດຮັບສະໝັກເພີ່ມເຕີມໄດ້ຢູ່ດ້ານລຸ່ມນີ້

....................................................

ໂອກາດຂອງທ່ານມາຮອດແລ້ວ ສໍາລັບທ່ານໃດທີ່ກໍາລັງຊອກວຽກຢູ່ ກຸ່ມບໍລິສັດ ສຸກໃຈ
ປະກາດຮັບສະໝັກເພື່ອນຮ່ວມງານຫຼາຍຕຳແໜ່ງ ປະຈໍາສຳນັກງານໃຫຍ່

ຕຳແໜ່ງທີ່ເປີດຮັບສະໝັກ:

1. ຜູ້ຈັດການທົ່ວໄປ 01 ຕຳແໜ່ງ
2. ຜູ້ຈັດການຝ່າຍບໍລິຫານ ແລະ ບຸກຄະລາກອນ 01 ຕຳແໜ່ງ
3. ຜູ້ຈັດການຝ່າຍບັນຊີ-ການເງິນ 01 ຕຳແໜ່ງ
4. ເລຂາປະທານ 01 ຕຳແໜ່ງ
5. ພະນັກງານບັນຊີ 01 ຕຳແໜ່ງ
6. ພະນັກງານນິຕິກຳ 01 ຕຳແໜ່ງ
7. Graphic Design 01 ຕຳແໜ່ງ

ສະຖານທີ່ເຮັດວຽກ: ສໍານັກງານໃຫຍ່ ກຸ່ມບໍລິສັດ ສຸກໃຈ ຕັ້ງຢູ່ບ້ານ ດຸງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ

ຫາກທ່ານສົນໃຈສະໝັກວຽກ:
• ສົ່ງປະຫວັດຫຍໍ້ (CV/Resume) ຂອງທ່ານມາໄດ້ທີ່ Email: hr@soukchay.com

ສອບຖາມຂໍ້ມູນເພີ່ມເຕີມ
• ຝ່າຍບຸກຄະລາກອນ: 020 5772 9966
• ມື້ເຮັດວຽກ: ວັນຈັນ-ວັນສຸກ (ພັກເສົາ-ອາທິດ ແລະ ວັນພັກທາງລັດຖະການ)
• ເວລາເຂົ້າວຽກ: 08:00-17:00 ໂມງ

ກຸ່ມບໍລິສັດ ສຸກໃຈ

ນະໂຍບາຍຂອງບໍລິສັດ

ທຸລະກິດ

ການຊ່ວຍເຫຼືອແຮງງານ

‎BRANDING.co.th - LOGO.‎005.png

SOUKCHAY.com

“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”

ກຸ່ມບໍລິສັດ ສຸກໃຈ ດໍາເນີນທຸລະກິດດ້ວຍເປົ້າໝາຍສູງສຸດ ຄືການຮ່ວມເປັນກຳລັງສຳຄັນໃນການພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຢ່າງຍືນຍົງ ແລະ ຂັບເຄື່ອນເສດຖະກິດຂອງປະເທດ. ພວກເຮົາໃຫ້ບໍລິການຈັດຫາງານຢ່າງໂປ່ງໃສ, ສະໜອງແຫຼ່ງທຶນສິນເຊື່ອທີ່ດອກເບ້ຍຕໍ່າ, ຝຶກອົບຮົມສີມືແຮງງານໃຫ້ມີຄຸນນະພາບ, ສ້າງວຽກເຮັດງານທຳໃຫ້ຄົນລາວ, ມຸ່ງໝັ້ນທີ່ຈະສ້າງໂອກາດ ແລະ ຍົກລະດັບຄຸນນະພາບຊີວິດຂອງແຮງງານລາວ ຄຽງຄູ່ໄປກັບການຕອບແທນຄືນສູ່ສັງຄົມ, ປະເທດຊາດ, ຄູ່ຮ່ວມງານ ແລະ ລູກຄ້າໝົດທຸກທ່ານໃຫ້ເຕີບໃຫຍ່ຂະຫຍາຍຕົວໄປພ້ອມກັນແບບຍືນຍົງ.

ກຸ່ມບໍລິສັດ ສຸກໃຈ

ສຳນັກງານໃຫຍ່ຕັ້ງຢູ່ ຖະໜົນນາຄວາຍ ບ້ານ ດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ມຶ້ເຮັດວຽກ : ວັນຈັນ - ວັນສຸກ (ພັກວັນເສົາ-ອາທິດ ແລະ ວັນພັກລັດຖະການ)
ເວລາເຮັດວຽກ 08:00 - 17:00 ໂມງ

ໂທ:
+856 20 5704 9666
+856 21 711 919

Email:
info@soukchay.com

SOUKCHAY.com | All rights reserved.

bottom of page