top of page
ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100
‎BRANDING.co.th - LOGO.‎005.png

SOUKCHAY.com

“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”

ภาพโปร่ง 100x100
ภาพโปร่ง 100x100

ຄຳຖາມຍອດຮິດ (FAQs)

ລວບລວມທຸກຄຳຖາມ, ໄຂຂໍ້ຂ້ອງໃຈ ແລະ ເລື່ອງທີ່ແຮງງານຕ້ອງຮູ້ກ່ອນການເດີນທາງ ເຮັດແນວໃດໃຫ້ສາມາດສະໝັກໄປໄດ້, ຂັ້ນຕອນການກຽມຕົວ, ແລະ ສິດທິປະໂຫຍດທີ່ຈະໄດ້ຮັບ. ທຸກຂໍ້ສົງໄສຂອງທ່ານ ມີຄຳຕອບທີ່ຊັດເຈນ ແລະ ໂປ່ງໃສ 100% ຢູ່ໃນນີ້

ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100

ສ.ເກົາຫຼີ

1. ສົນໃຈຢາກສະໝັກໄປເຮັດວຽກຢູ່ ສ.ເກົາຫຼີ ຕ້ອງເຮັດແນວໃດ?

ໃຫ້ທ່ານໄປລົງທະບຽນທີ່ຫ້ອງການແຮງງານເມືອງທີ່ຕົນອາໃສຢູ່ແລ້ວລໍຖ້າບໍລິສັດລົງໄປສຳພາດ ຫຼື ຖ້າສະດວກເຂົ້າມາສຳພາດຢູ່ສຳນັກງານໃຫຍ່ຂອງພວກເຮົາໄດ້ເລີຍ . ຖ້າບໍສະດວກເດີນທາງເຂົ້າມາ ທ່ານສາມາດສະຫມັກຜ່ານທາງແບບຟອມອອຍລາຍຂອງພວກເຮົາໄດ້.
ລີ້ງສະຫມັກອອນລາຍ: https://www.soukchay.com/kr-link/south-korea

2. ຄ່າທໍານຽມແລ່ນເອກະສານໄປເຮັດວຽກຢູ່ ສ.ເກົາຫຼີ ເທົ່າໃດ?

ຄ່າທຳນຽມກຳຫນົດຕາມລະບຽບຂອງ ກົມການຈັດຫາງານ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ 2,200 ໂດລາ ສຳລັບແຮງງານໄຫມ່ ແລະ 1,975ໂດລາ(ສຳລັບແຮງງານກັບໄປນາຍຈ້າງເກົ່າ) ເຊີ່ງໃນລາຄານີ້ລວມຄ່າໃຊ້ຈ່າຍທີ່ຈຳເປັນເຊັ່ນ: ຄ່າກວດສຸຂະພາບ, ຄ່າປີ້ຍົນຂາໄປ, ຄ່າວີຊ້າ, ຄ່າໃບອະນຸຍາດຈັດສົ່ງໄປເຮັດວຽກຢູ່ຕ່າງປະເທດ, ຄ່າຝຶກອົບຮົມກ່ອນການເດີນທາງ,ຄ່າໃຊ້ຈ່າຍປະກັນໄພຕະຫຼອດໄລຍະສັນຍາ ແລະ ຄ່າໃຊ້ຈ່າຍອື່ນໆທີ່ກ່ຽວຂ້ອງ.

3. ເອກະສານປະກອບໃນການສະໝັກໄປເຮັດວຽກຢູ່ ສ.ເກົາຫຼີ ມີຫຍັງແດ່?

1. ພາສປອດເຫຼັ້ມແທ້ ແລະ ພາສປອດເຫຼັ້ມເກົ່າ (ຖ້າມີ)
2. ກ໋ອບປີ້ພາສປອດ 3 ໃບ (ສະເພາະໜ້າທີ່ມີຂໍ້ມູນ)
3. ກ໋ອບປີ້ສຳມະໂນຄົວ ແລະ ສຳມະໂນຄົວເຫຼັ້ມເກົ່າ (ຖ້າມີ)
4. ໃບຕາດິນຂອງແທ້ ພ້ອມກ໋ອບປີ້ 1 ໃບ
5. ຮູບ 3x4 ພື້ນສີຂາວຈຳນວນ 6 ໃບ (​ຮູບຖ່າຍໃໝ່ບໍ່ເກີນ 3 ເດືອນ ບໍ່ໃຫ້ແຕ່ງຮູບ)

4. ເດືອນນີ້ມີແຜນລົງສຳພາດເມືອງ ຫຼື ແຂວງໃດແດ່ ?

ທ່ານສາມາດຕິດຕາມແຜນການລົງສຳພາດຈາກເຟັສບຸກບໍລິສັດ ພວກເຮົາຈະໂພສແຈ້ງລ່ວງຫນ້າທຸກຄັ້ງກ່ອນທີ່ຈະລົງສຳພາດ.
ເຟສບຸກ: https://www.facebook.com/profile.php?id=100058823777684
ຕິກຕອກ: https://www.tiktok.com/@soukchayemployment?_r=1&_t=ZS-984fIZtcKWO

5. ມີໂກຕ້າ ຄູ່ ຜົວເມຍບໍ່ ?

ສໍາລັບໂກຕ້າຄູ່ຜົວເມຍ ແມ່ນມີມາຕະຫຼອດ ແຕ່ໂຄຕ້າຄູ່ຜົວເມຍຈະມີຈຳນວນຈຳກັດ ໂດຍອີງຕາມໂກຕ້າຂອງແຕ່ລະເມືອງເກົາຫຼີທີ່ແຈ້ງມາ ເຊິ່ງເຮັດໃຫ້ບາງຄັ້ງການສະຫມັກໄປແບບຄູ່ຜົວເມຍຕ້ອງໄດ້ລໍຖ້າດົນກວ່າການສະຫມັກໄປແບບດ່ຽວ.

6. ສະໝັກໄປແລ້ວຈັກເດືອນຈຶ່ງໄດ້ເດີນທາງ?

ການສະໝັກໄປເຮັດວຽກລະດູການທີ່ ສ.ເກົາຫຼີ ໄລຍະເວລາການດໍາເນີນເອກະສານໂດຍປະມານແມ່ນ 1-4 ເດືອນ ຈຶ່ງຈະໄດ້ເດີນທາງ . ຄວາມໄວ ຫຼື ຊ້າໃນການດຳເນີນເອກະສານແມ່ນຂຶ້ນກັບການປະກອບເອກະສານຂອງທ່ານ ແລະ ການດຳເນີນເອກະສານຢູ່ແຕ່ລະເມືອງຂອງ ສ.ເກົາຫຼີ.

7. ສະໝັກໄປເຮັດວຽກຢູ່ ສ.ເກົາຫຼີ ຮັບອາຍຸຈັກປີ?

ການສະໝັກໄປເຮັດວຽກລະດູການຢູ່ ສ.ເກົາຫຼີ ສຳລັບບໍລິສັດ ສຸກໃຈ ແມ່ນຮັບສະໝັກຜູ້ທີ່ມີອາຍຸລະຫວ່າງ 25 ຫາ 39 ປີ ເທົ່ານັ້ນ (ຕ້ອງອາຍຸ 25 ປີເຕັມ) (ອີງຕາມຄວາມຕ້ອງການຂອງນາຍຈ້າງ).ກະລຸນາກວດສອບອາຍຸຂອງຕົນກ່ອນການສະໝັກ.

8. ຖ້າອາຍຸຍັງບໍ່ຮອດ 25 ປີ ສາມາດສະໝັກໄດ້ບໍ່?

ຜູ້ທີ່ມີອາຍຸຍັງບໍ່ຮອດ 25 ປີເຕັມ ຍັງບໍ່ສາມາດຍື່ນຂໍວີຊ້າໄປເຮັດວຽກລະດູການຢູ່ ສ.ເກົາຫຼີ ໄດ້ ທາງບໍລິສັດຂໍແນະນຳໃຫ້ທ່ານລໍຖ້າຈົນກວ່າອາຍຸຮອດ 25 ປີເຕັມ ຈຶ່ງດຳເນີນການສະໝັກອີກຄັ້ງ, ແຕ່ວ່າທ່ານສາມາດສະໝັກໄປເຮັດວຽກຢູ່ປະເທດໄທ ຫຼື ປະເທດຍີ່ປຸ່ນ ໄດ້ ເພາະຮັບແຕ່ອາຍຸ 18 ປີຂຶ້ນໄປ.

9. ສະຖານທີ່ບໍລິສັດຕັ້ງຢູ່ໃສ?

ບໍລິສັດ ສຸກໃຈ ບໍລິການຈັດຫາງານ ຈໍາກັດຜູ້ດຽວ ສໍານັກງານໃຫຍ່ຕັ້ງຢູ່ ບ້ານດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ທີ່ຕັ້ງ : https://maps.app.goo.gl/BUdYgzyvjxukHKKJ9 ຫຼື ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ 020 57049666

10. ບໍ່ມີເງິນຈ່າຍຄ່າທຳນຽມສາມາດສະໝັກໄປໄດ້ບໍ່?

ທາງບໍລິສັດມີ ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ສຸກໃຈ ຈຳກັດຜູ້ດຽວ ຊ່ວຍອຳນວຍຄວາມສະດວກໃນການປ່ອຍເງິນກູ້ສິນເຊື່ອໃຫ້ແກ່ແຮງງານໃນອັດຕາດອກເບ້ຍທີ່ຕໍ່າ ທ່ານສາມາດສອບຖາມລາຍລະອຽດເພີ່ມເຕີມໃນຕອນມາສະໝັກໄດ້.

11. ບໍ່ມີໃບຕາດິນຄ້ຳປະກັນສາມາດສະໝັກໄປໄດ້ບໍ່?

ຜູ້ທີ່ບໍ່ມີໃບຕາດິນຂອງຕົນເອງ ບໍ່ສາມາດສະໝັກໄປໄດ້, ແຕ່ຫາກຜູ້ທີ່ບໍ່ມີໃບຕາດິນເປັນຊື່ຂອງຕົນ ສາມາດນໍາໃຊ້ໃບຕາດິນຂອງຄອບຄົວ ຫຼື ຍາດພີ່ນ້ອງ ມາຄ້ຳປະກັນໃນການສະໝັກໄດ້.

12. ສົນໃຈກູ້ຢືມເງິນຈ່າຍຄ່າທຳນຽມໄປ ສ.ເກົາຫຼີ ຕ້ອງເຮັດແນວໃດ?

ສຳລັບຜູ້ທີ່ສົນໃຈກູ້ຢືມເງິນເພື່ອຈ່າຍຄ່າທຳນຽມໃນການສະໝັກໄປເຮັດວຽກລະດູການຢູ່ ສ.ເກົາຫຼີ ທ່ານພຽງແຕ່ມີໃບຕາດິນເພື່ອໃຊ້ເປັນຫຼັກຊັບຄ້ຳປະກັນ ແລະ ມີຄົນຄ້ຳປະກັນ 1 ຄົນ ກໍສາມາດດຳເນີນການຂໍກູ້ຢືມໄດ້. ທ່ານສາມາດແຈ້ງພະນັກງານໃນຕອນສຳພາດໄດ້ເລີຍ.

13. ກູ້ຢືມດອກເບ້ຍເທົ່າໃດ?

ຂໍ້ມູນກ່ຽວກັບອັດຕາດອກເບ້ຍໃນການກູ້ຢືມ ພະນັກງານຈະແຈ້ງໃນຂັ້ນຕອນການສຳພາດ.

14. ສຳພາດຜ່ານແລ້ວຈຶ່ງໄປເຮັດພາສປອດໄດ້ບໍ່?

ທ່ານຈຳເປັນຕ້ອງດຳເນີນການເຮັດພາສປອດໃຫ້ຮຽບຮ້ອຍກ່ອນ ຈຶ່ງຈະສາມາດສະໝັກ ແລະ ສຳພາດໄດ້ ເນື່ອງຈາກພາສປອດເປັນເອກະສານສຳຄັນທີ່ຕ້ອງໃຊ້ປະກອບໃນຂັ້ນຕອນການສຳພາດ. ດັ່ງນັ້ນ, ຈຶ່ງບໍ່ສາມາດລໍຖ້າເຮັດພາຍຫຼັງສຳພາດໄດ້.

15. ພາສປອດຕ້ອງມີອາຍຸການໃຊ້ງານເຫຼືອຈັກເດືອນຈຶ່ງສາມາດສະໝັກໄດ້?

ພາສປອດຕ້ອງມີອາຍຸ 20 ເດືອນຂຶ້ນໄປ.

16. ມີລາຍສັກ ສາມາດສະໝັກໄປເກົາຫຼີໄດ້ບໍ່?

ສຳລັບຜູ້ທີ່ມີລາຍສັກ ຖ້າລາຍສັກຢູ່ໃນບໍລິເວນທີ່ຖືກປົກຄຸມດ້ວຍເສື້ອຜ້າ ສາມາດສະໝັກໄດ້ ແຕ່ເຖິງຢ່າງໃດກໍຕາມ ຖ້າຢູ່ໃນຈຸດທີ່ບໍ່ສາມາດປົກປິດໄດ້ ລາຍສັກນັ້ນຕ້ອງເປັນລາຍໂຕໜັງສືຂະໜາດນ້ອຍເທົ່ານັ້ນ ສຳລັບຜູ້ທີ່ບໍ່ໝັ້ນໃຈ ສາມາດສອບຖາມເພີ່ມເຕີມໃນມື້ທີ່ທ່ານມາສຳພາດ.

17. ໃບຕາດິນທີ່ໃຊ້ຄ້ຳປະກັນຕ້ອງເນື້ອທີ່ເທົ່າໃດຂຶ້ນໄປ?

ໃບຕາດິນທີ່ໃຊ້ເພື່ອຄ້ຳປະກັນ ໃບຕາດິນຂອບທອງ ຕ້ອງມີເນື້ອທີ່ 300 ຕາແມັດຂຶ້ນໄປ.

18. ໃຜທີ່ສາມາດເປັນຜູ້ຄ້ຳປະກັນໃຫ້ໄດ້?

ຜູ້ທີ່ສາມາດເປັນຜູ້ຄ້ຳປະກັນໄດ້ ຕ້ອງເປັນຄົນໃນຄອບຄົວ ເຊັ່ນ: ພໍ່ແມ່, ອ້າຍເອຶ້ອຍ (ຍົກເວັ້ນ ຜົວ ຫຼື ເມຍ) ທີ່ມີອາຍຸ 35-70 ປີ, ມີອາຊີບທີ່ໝັ້ນຄົງ ແລະ ຕ້ອງອາໄສຢູ່ໃນ ສປປ ລາວ ຕະຫຼອດໄລຍະທີ່ແຮງງານໄດ້ເດີນທາງໄປເຮັດວຽກຢູ່ ສ.ເກົາຫຼີ

19. ສະໝັກໄປ ສ.ເກົາຫຼີ ຊ່ວງນີ້ຈະມີວຽກໃຫ້ເຮັດບໍ່?

ເນື່ອງຈາກວຽກງານກະສິກຳໃນ ສ.ເກົາຫຼີ ມີຄວາມຫຼາກຫຼາຍ ແຕ່ລະເມືອງເຮັດກະສິກຳຕ່າງກັນ ທັງກະສິກໍາຜັກ ກະສິກໍາໝາກໄມ້ ແລະ ກະສິກຳອື່ນໆ ໂດຍຂຶ້ນກັບລະດູການຂອງແຕ່ລະທ້ອງຖິ່ນ ມີທັງໃນເຮືອນຮົ່ມ ແລະ ກາງແຈ້ງ .ດັ່ງນັ້ນ ຈຶ່ງມີວຽກໃຫ້ເຮັດຕໍ່ເນື່ອງຕະຫຼອດປີ.

20. ສາມາດນຳໃຊ້ຫຍັງເປັນຫຼັກຊັບຄ້ຳະກັນໄດ້ແດ່?

ຫຼັກຊັບທີ່ສາມາດໃຊ້ເພື່ອຄ້ຳປະກັນໄດ້ ໃນປັດຈຸບັນ ມີພຽງໃບຕາດິນເທົ່ານັ້ນ ທ່ານຄວນກຽມເອກະສານໃຫ້ຖືກຕ້ອງ ຄົບຖ້ວນ ກ່ອນການສະໝັກ.

21. ສຳພາດຜ່ານແລ້ວ ມື້ໃດຈະໄດ້ກວດສຸຂະພາບ ?

ຫຼັງຈາກທ່ານຜ່ານການສຳພາດແລ້ວ ທ່ານຈະໄດ້ລໍຖ້າກວດສຸຂະພາບພາຍໃນເວລາບໍ່ເກີນ2ເດືອນ. ທ່ານຄວນກຽມຕົວໃຫ້ພ້ອມ ແລະ ປະຕິບັດຕາມຄຳແນະນຳຂອງທາງບໍລິສັດ.

22. ກວດສຸຂະພາບຜ່ານແລ້ວ ມື້ໃດຈະໄດ້ເດີນທາງ ?

ຫຼັງຈາກກວດສຸຂະພາບຜ່ານແລ້ວ ໂດຍປົກກະຕິ ທ່ານຈະໄດ້ເດີນທາງພາຍໃນ 1-4 ເດືອນ.ທາງບໍລິສັດຈະແຈ້ງວັນເດີນທາງໃຫ້ທ່ານຊາບລ່ວງໜ້າ ກ່ອນຮອດກຳນົດເດີນທາງ.

23. ແຮງງານເກົ່າຢາກກັບໄປນາຍເກົ່າຕ້ອງເຮັດແນວໃດ?

ສຳລັບແຮງງານເກົ່າທີ່ເຄີຍໄປເຮັດວຽກຢູ່ ສ.ເກົາຫຼິ ແລ້ວຕ້ອງການກັບໄປນາຍເກົ່າ ສາມາດສອບຖາມຂໍ້ມູໂດຍກົງໄດ້ທີ່ເບີ 020 5710 9666 ພະນັກງານຂອງພວກເຮົາຈະໃຫ້ຄຳແນະນຳຢ່າງລະອຽດ.

24. ແຮງງານເກົ່າຢາກກັບໄປໃໝ່ ແລະ ປ່ຽນນາຍຈ້າງໃໝ່ຕ້ອງເຮັດແນວໃດ?

ແຮງງານເກົ່າທີ່ຕ້ອງການກັບໄປໃໝ່ ພ້ອມທັງປ່ຽນນາຍຈ້າງ ສາມາດສອບຖາມຂໍ້ມູນ ແລະ ລາຍລະອຽດເງື່ອນໄຂຕ່າງໆ ໄດ້ທີ່ 020 5710 9666 ພະນັກງານພ້ອມໃຫ້ຄຳປຶກສາ ແລະ ແນະນຳຂັ້ນຕອນການດຳເນີນຢ່າງລະອຽດ.

25. ແຮງງານເກົ່າສາມາດແນະນຳຄົນຮູ້ຈັກໄປເຮັດວຽກຢູ່ຟາມດຽວກັນໄດ້ບໍ?

ຂຶ້ນກັບຄວາມຕ້ອງການຂອງນາຍຈ້າງ, ສາມາດສອບຖາມຂໍ້ມູນໄດ້ທີ່ເບີ 020 54769666

26. ຢາກປິດໜີ້ຕ້ອງເຮັດແນວໃດແດ່?

ຖ້າທ່ານຕ້ອງການປິດໜີ້ ສາມາດຕິດຕໍ່ພະນັກງານໄດ້ທີ່ລິ້ງວອສແອບ: https://wa.me/message/5ZSCFROXLKJFO1 ພະນັກງານຈະໃຫ້ຂໍ້ມູນຂັ້ນຕອນ ຍອດໜີ້ ແລະ ວິທີດຳເນີນການຊຳລະໃຫ້ທ່ານ.

27. ເຂົ້າແອັບທະນາຄານບໍ່ໄດ້ ບໍ່ສາມາດເຊັກຍອດເງີນໄດ້ ຕ້ອງເຮັດແນວໃດ ?

ໃນກໍລະນີທີ່ທ່ານບໍ່ສາມາດເຂົ້າໃຊ້ງານແອັບຂອງທະນາຄານໄດ້ ພະນັກງານຂອງບໍລິສັດຈະສະໜອງເບີຕິດຕໍ່ທະນາຄານໂດຍກົງໃຫ້ທ່ານ ສ່ວນໃນກໍລະນີທີ່ສາມາດເຂົ້າໄດ້ ແຕ່ຍັງເຄື່ອນໄຫວບໍ່ໄດ້ ໃຫ້ທ່ານປະສານຫາພະນັກງານຂອງພວກເຮົາ ທາງບໍລິສັດຈະດຳເນີນການປະສານງານກັບທະນາຄານເພື່ອແກ້ໄຂໃຫ້.

28. ກໍລະນີບໍ່ໄດ້ຮັບເງິນເດືອນຈາກນາຍຈ້າງຕ້ອງເຮັດແນວໃດ ?

ຖ້າກໍລະນີທີ່ບໍ່ໄດ້ຮັບເງິນເດືອນ 2 ເດືອນຕິດຕໍ່ກັນ ທ່ານສາມາດປະສານຫາພະນັກງານຂອງບໍລິສັດ ສຸກໃຈ ໄດ້ທີ່ເບີ 020 5767 9666.

29. ໂດຍປົກກະຕິການໂອນເງິນກັບມາລາວ ໃຊ້ເວລາຈັກວັນ?

ໄລຍະເວລາໃນການໂອນເງິນກັບຄືນປະເທດ ແມ່ນຂຶ້ນກັບລະບົບທີ່ທ່ານເລືອກ ຄືທະນາຄານ BNK ປະມານ 1-2 ເດືອນ, ທະນາຄານ NH E-8 ແພັກເກັດ ແມ່ນໄລຍະເວລາ 3-7 ວັນ

30. ເງິນຄ່າກວດສຸຂະພາບທີ່ຈ່າຍກ່ອນຈະໄດ້ຄືນຕອນໃດ ?

ເງິນຄ່າກວດສຸຂະພາບທີ່ທ່ານໄດ້ສຳຮອງຊຳລະລ່ວງໜ້ານັ້ນ ທ່ານຈະໄດ້ຮັບຄືນຫຼັງຈາກເດີນທາງຮອດ ສ.ເກົາຫຼີ ພາຍໃນ 1-3 ວັນ(ສຳລັບແຮງງານທີ່ຈ່າຍຄ່າທຳນຽມເອງ), ສ່ວນແຮງງານທີ່ກູ້ຢືມ ແມ່ນທາງບໍລິສັດຈະໂອນພ້ອມຍອດປ່ອຍກູ້ ພາຍໃນ1-3ວັນ ຫຼັງເດີນທາງຮອດ ສ ເກົາຫຼີ.

31. ຄ່າໃຊ້ຈ່າຍໃນການປິ່ນປົວຢູ່ ສ.ເກົາຫຼີ ຈະໄດ້ຮັບເງິນທົນແທນຄືນຈາກປະກັນໄພຕອນໃດ?

ຄ່າໃຊ້ຈ່າຍປະກັນໄພທີ່ທ່ານຊຳລະໄປນັ້ນ ຈະໄດ້ຖືກທົດແທນຄືນພາຍຫຼັງທີ່ໄດ້ຮັບເອກະສານຄົບຖ້ວນຕາມເງື່ອນໄຂ ໃນໄລຍະ 2-3 ອາທິດ.

32. ປະກັນໄພຢູ່ ສ.ເກົາຫຼີ ຄຸ້ມຄອງຫຍັງແດ່?

ປະກັນໄພໃຫ້ການຄຸ້ມຄອງ ໃນກໍລະນີທີ່ທ່ານເກີດອຸບັດຕິເຫດໃນລະຫວ່າງການເຮັດວຽກ ແລະ ຕ້ອງການເຂົ້ານອນຮັກສາຢູ່ໂຮງໝໍໃນ ສ.ເກົາຫຼີ ທຸກກໍລະນີ ແຕ່ປະກັນໄພດັ່ງກ່າວ ບໍ່ສາມາດໃຊ້ສຳລັບການຊື້ຢາຈາກຮ້ານຢາທົ່ວໄປໄດ້.

33. ມື້ເດີນທາງກັບຄືນປະເທດແມ່ນມື້ໃດ ?

ທ່ານຈະເດີນທາງກັບຄືນ ສປປ ລາວ ເມື່ອຢູ່ຄົບກຳນົດຕາມສັນຍາ ໃນໄລຍະ 5 ຫາ 8ເດືອນ ຂື້ນກັບນາຍຈ້າງແຕ່ລະຟາມເປັນຜູ້ກຳຫນົດ.

34. ມາ ສ.ເກົາຫຼີ ແລ້ວແຕ່ບໍ່ມີວຽກເຮັດ ບໍລິສັດແກ້ໄຂໃຫ້ແນວໃດ?

ໃນກໍລະນີທີ່ທ່ານເດີນທາງໄປຮອດ ແຕ່ບໍ່ມີວຽກໃຫ້ເຮັດ ໃຫ້ຮີບຕິດຕໍ່ປະສານຫາພວກເຮົາເພື່ອປະສານກັບທາງເມືອງ ສ.ເກົາຫຼີ ເລັ່ງແກ້ໄຂຊ່ວຍ. ສອບຖາມລາຍລະອຽດເພີ່ມເຕີມໄດ້ທີ່ 020 5767 9666 ແລະ 020 5643 9666.

35. ບໍ່ມີວຽກເຮັດ ສາມາດຍ້າຍຟາມໄດ້ບໍ່?

ການຍ້າຍຟາມສາມາດດຳເນີນໄດ້ ຂຶ້ນກັບເງື່ອນໄຂ ແລະ ກໍລະນີ ເຖິງຢ່າງໃດກໍຕາມຂັ້ນຕອນດັ່ງກ່າວ ໃຊ້ເວລາ ແລະ ຕ້ອງດຳເນີນເອກະສານໃໝ່ທັງໝົດ ທ່ານຄວນຕິດຕໍ່ຫາບໍລິສັດ ກ່ອນດຳເນີນການໃດໆ ເພື່ອຮັບຄຳແນະນຳທີ່ຖືກຕ້ອງ.

36. ມາຮອດ ສ.ເກົາຫຼີ ແລ້ວ ຢາກປ່ຽນນາຍຈ້າງໄດ້ບໍ່?

ໂດຍທົ່ວໄປ ທ່ານບໍ່ສາມາດປ່ຽນນາຍຈ້າງໄດ້ຕາມໃຈ ຍົກເວັ້ນໃນກໍລະນີທີ່ນາຍຈ້າງລະເມີດຂໍ້ກຳນົດທີ່ໄດ້ລະບຸໄວ້ໃນສັນຍາ ໃນກໍລະນີດັ່ງກ່າວ ທ່ານສາມາດຕິດຕໍ່ຫາບໍລິສັດ ເພື່ອດຳເນີນການແກ້ໄຂຕາມຂັ້ນຕອນ.

37. ສາມາດຂໍຢືມພາສປອດໄປວຽກສ່ວນຕົວໃນຊ່ວງກໍາລັງແລ່ນເອກະສານໄດ້ບໍ່?

ໃນລະຫວ່າງທີ່ຢູ່ໃນຂັ້ນຕອນດຳເນີນເອກະສານ ພາສປອດຂອງທ່ານຈະຢູ່ໃນຂັ້ນຕອນການດໍາເນີນຂັ້ນຕອນຕ່າງໆ. ດັ່ງນັ້ນ ຈຶ່ງບໍ່ສາມາດຢືມໄປໃຊ້ສ່ວນຕົວໄດ້.

38. ດໍາເນີນເອກະສານສະໝັກໄປເກົາຫຼີແລ້ວ ສາມາດຍົກເລີກໄດ້ບໍ່? ມີຄ່າໃຊ້ຈ່າຍຫຍັງແດ່?

ຖ້າທ່ານຕ້ອງການຍົກເລີກ ຫຼັງຈາກເລີ່ມດຳເນີນເອກະສານໄປແລ້ວ ຈະມີຄ່າໃຊ້ຈ່າຍທີ່ເກີດຂຶ້ນເຊິ່ງທ່ານຕ້ອງໄດ້ຮັບຜິດຊອບທັງຫມົດ.ດັ່ງນັ້ນ ຈຶ່ງຂໍໃຫ້ທ່ານພິຈາລະນາໃຫ້ຮອບຄອບກ່ອນດໍາເນີນການຍົກເລີກ.

39. ເຮັດວຽກຢູ່ ສ.ເກົາຫຼີ ເງິນເດືອນເທົ່າໃດ?

ຄ່າແຮງງານໃນ ສ.ເກົາຫຼີ ຄຳນວນເປັນຊົ່ວໂມງ ໃນອັດຕາ 10,320 ວອນ ຕໍ່ ຊົ່ວໂມງ(ຂື້ນກັບຄ່າແຮງງານພື້ນຖານທີ່ປະກາດໃຊ້ຢູ່ ສ.ເກົາຫຼີ ໃນແຕ່ລະໄລຍະ). ດັ່ງນັ້ນ, ລາຍຮັບທີ່ທ່ານໄດ້ຮັບ ຈຶ່ງຂຶ້ນກັບຈຳນວນຊົ່ວໂມງເຮັດວຽກຕົວຈິງ ທັງລາຍຮັບໃນໂມງເຮັດວຽກປົກກະຕິ ແລະ ໂອທີ(ເງິນເຮັດວຽກລ່ວງເວລາ).

40. ຄ່າທຳນຽມທີ່ຈ່າຍ 2,200 ໂດລາ ລວມມີຄ່າຫຍັງແດ່?

ຄ່າທຳນຽມ 2,200 ໂດລາ ລວມມີຄ່າໃຊ້ຈ່າຍທີ່ຈຳເປັນເຊັ່ນ: ຄ່າກວດສຸຂະພາບ, ຄ່າປີ້ຍົນຂາໄປ, ຄ່າວີຊ້າ, ຄ່າໃບອະນຸຍາດຈັດສົ່ງໄປເຮັດວຽກຢູ່ຕ່າງປະເທດ, ຄ່າຝຶກອົບຮົມກ່ອນການຈັດສົ່ງ, ຄ່າປະກັນໄພ, ຄ່າໃຊ້ຈ່າຍບໍລິຫານຕິດຕາມດູແລຈົນຄົບສັນຍາ ແລະ ຄ່າໃຊ້ຈ່າຍທີ່ກ່ຽວຂ້ອງອື່ນໆ.

ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100

ໄທ

1. ສົນໃຈຢາກສະໝັກໄປເຮັດວຽກຢູ່ໄທຕ້ອງເຮັດແນວໃດ?

ທ່ານສາມາດສະໝັກໄດ້ 3 ຊ່ອງທາງ ຄື ສະຫມັກຜ່ານຕົວແທນສັນຫາ, ສະໝັກຜ່ານທາງອອນລາຍ ຜ່ານລິ້ງ: https://www.soukchay.com/th-link/thailand ແລະ ເດີນທາງມາສະໝັກໂດຍກົງທີ່ສຳນັກໃຫຍ່ບໍລິສັດ ຕັ້ງຢູ່ ບ້ານດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ກ່ອນສະໝັກ ທ່ານຄວນກຽມພາສປອດໃຫ້ພ້ອມ ແລະ ພິຈາລະນາເລືອກໜ່ວຍງານທີ່ຕ້ອງການ, ໂດຍໃນປະຈຸບັນມີ ໜ່ວຍງານທຳຄວາມສະອາດ (ຫ້າງສັບພະສິນຄ້າ, ຫ້າງແມັກໂຄຣ, ໂຮງແຮມ, ໂຮງໝໍ) ແລະ ໜ່ວຍງານຮ້ານອາຫານ/ເສີບ/ຊ່ວຍຄົວ.
ສອບຖາມເພີ່ມເຕີມໄດ້ທີ່ເບີ: 020 5420 9666

2. ເອກະສານປະກອບໃນການສະໝັກໄປເຮັດວຽກຢູ່ໄທ ມີຫຍັງແດ່?

ເອກະສານຫຼັກທີ່ຕ້ອງກຽມໃນການສະໝັກໄປເຮັດວຽກຢູ່ໄທ ມີ: ພາສສະປອດຂອງແທ້ທີ່ຍັງໃຊ້ງານໄດ້ ເນື່ອງຈາກທາງບໍລິສັດຕ້ອງໃຊ້ພາສສະປອດຂອງແທ້ໃນການດຳເນີນເອກະສານ. ຖ້າທ່ານຍັງບໍ່ທັນມີພາສປອດ ທ່ານສາມາດລົງທະບຽນໄວ້ກ່ອນ ພ້ອມລະບຸໜ່ວຍງານທີ່ຕ້ອງການ ແລ້ວນຳພາສປອດຂອງແທ້ມາຍື່ນພາຍຫຼັງໄດ້.
ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ: 020 5420 9666

3. ສະໝັກໄປແລ້ວຈັກເດືອນຈຶ່ງໄດ້ເດີນທາງ?

ຫຼັງຈາກສໍາພາດຜ່ານ ແມ່ນຈະໃຊ້ເວລາປະມານ 1-3 ເດືອນ ທັງນີ້ຂຶ້ນຢູ່ກັບຄວາມໄວ-ຊ້າຂອງການອອກເອກະສານຈາກພາກສ່ວນທີ່ກ່ຽວຂ້ອງທັງຝັ່ງລາວ ແລະ ຝັ່ງໄທ.

4. ຮັບຄູ່ຜົວເມຍບໍ?

ທາງບໍລິສັດຮັບຄູ່ຜົວເມຍ ໂດຍໃນປັດຈຸບັນ ມີໜ່ວຍງານໃຫ້ເລືອກ 2 ໜ່ວຍງານ ຄື ໜ່ວຍງານທຳຄວາມສະອາດ (ຫ້າງສັບພະສິນຄ້າ, ຫ້າງແມັກໂຄຮ, ໂຮງແຮມ, ໂຮງໝໍ) ແລະ ໜ່ວຍງານຮ້ານອາຫານ/ເສີບ/ຊ່ວຍຄົວ

5. ຄ່າທຳນຽມ MOU ເທົ່າໃດ?

ຄ່າ MOU (ຄ່າທຳນຽມດຳເນີນເອກະສານ) ທັງຝັ່ງລາວ ແລະ ໄທ ແມ່ນລວມປະມານ 18,000-20,000 ບາດ ຂື້ນກັບໜ້າວຽກ ແລະ ໜ່ວຍງານທີ່ທ່ານເລືອກ.
ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ : 020 5420 9666

6. ສະຖານທີ່ບໍລິສັດຕັ້ງຢູ່ໃສ?

ບໍລິສັດ ສຸກໃຈ ບໍລິການຈັດຫາງານ ຈໍາກັດຜູ້ດຽວ
ສໍານັກງານໃຫຍ່ຕັ້ງຢູ່ ບ້ານດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ທີ່ຕັ້ງ : https://maps.app.goo.gl/BUdYgzyvjxukHKKJ9 ຫຼື ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ 020 5420 9666

7. ບໍ່ມີເງິນຈ່າຍຄ່າມັດຈຳສາມາດສະໝັກໄປໄດ້ບໍ?

ຄ່າມັດຈຳແມ່ນເງື່ອນໄຂສຳຄັນໃນການສະໝັກ ທ່ານຈຳເປັນຕ້ອງຊຳລະຄ່າມັດຈຳ ເພື່ອເປັນການຢືນຢັນຄວາມຕັ້ງໃຈ ແລະ ຮັບປະກັນທີ່ຈະເດີນທາງໄປເຮັດວຽກຕາມທີ່ໄດ້ຕົກລົງກັນໄວ້. ໃນກໍລະນີທີ່ທ່ານດຳເນີນເອກະສານໄປແລ້ວ ແຕ່ຕ້ອງການຍົກເລີກ ທາງບໍລິສັດຈຳເປັນຕ້ອງຫັກຄ່າມັດຈຳດັ່ງກ່າວ ເພື່ອທົດແທນຄ່າເອກະສານທີ່ໄດ້ດຳເນີນໄປແລ້ວ.

8. ການສະໝັກໄປເຮັດວຽກຢູ່ໄທໄດ້ເສຍຄ່າເອກະສານຫຍັງແດ່?

ຄ່າໃຊ້ຈ່າຍທີ່ທ່ານຕ້ອງຊຳລະຄື ຄ່າມັດຈຳ ກ່ອນວັນເດີນທາງ ໂດຍເງິນດັ່ງກ່າວ ທາງບໍລິສັດຈະໂອນຄືນໃຫ້ທ່ານ ຫຼັງຈາກເຮັດວຽກຄົບ 3 ເດືອນ ໃນກໍລະນີທີ່ທ່ານຫາກບໍ່ຢູ່ ຫຼື ເຮັດວຽກໄດ້ບໍ່ຮອດ 3 ເດືອນ ທາງບໍລິສັດ ຈຳເປັນຕ້ອງເກັບຄ່າມັດຈຳດັ່ງກ່າວໄວ້ ເປັນຄ່າດຳເນີນການເອກະສານທີ່ເກີດຂຶ້ນ.

9. ຍັງບໍ່ມີພາສປອດສາມາດສະໝັກໄດ້ບໍ?

ທ່ານທີ່ຍັງບໍ່ທັນມີພາສປອດ ຍັງບໍ່ສາມາດດຳເນີນເອກະສານໄດ້ ເນື່ອງຈາກຕ້ອງໃຊ້ພາສປອດໂຕຈິງໃນຂັ້ນຕອນການດຳເນີນ. ທ່ານສາມາດລົງທະບຽນສະໝັກ ແລະ ລະບຸໜ່ວຍງານທີ່ຕ້ອງການໄວ້ລ່ວງໜ້າ ແລ້ວຈຶ່ງນຳພາສປອດຂອງແທ້ ມາຍື່ນ ພາຍຫຼັງໄດ້.
ສອບຖາມລາຍລະອຽດເພີ່ມເຕີມທີ່ເບີ: 020 5420 9666

10. ມີລາຍສັກ ສາມາດສະໝັກໄປໄທໄດ້ບໍ?

ຜູ້ທີ່ມີລາຍສັກ ສາມາດສະໝັກໄດ້ ແຕ່ຈະຖືກຈຳກັດໜ່ວຍງານ ໂດຍສາມາດເຂົ້າໄດ້ສະເພາະ ຫນ່ວຍງານແມັກໂຄຣ ຫນ່ວຍງານກະສິກຳ/ສວນ ຕາມໜູ່ບ້ານ ຫຼື ຫນ່ວຍງານ Job (ຮັບວຽກລາຍວັນ)
ສອບຖາມລາຍລະອຽດເພີ່ມເຕີມໄດ້ທີ່ເບີ 020 5420 9666

11. ໄປເຮັດວຽກຢູ່ໄທ ເງິນເດືອນເລີ່ມຕົ້ນທໍ່ໃດ?

ເງິນເດືອນເລີ່ມຕົ້ນປະມານ 12,000 ບາດ ຕໍ່ເດືອນ ໂດຍຍັງບໍ່ລວມ ຄ່າໂອທີ (ຄ່າລ່ວງເວລາ) ຄ່າເບ້ຍຂະຫຍັນ ແລະ ສະຫວັດດີການອື່ນໆ ທ່ານຈຶ່ງມີໂອກາດໄດ້ຮັບລາຍຮັບສູງກວ່ານີ້ ຂຶ້ນກັບຊົ່ວໂມງ ແລະ ຜົນງານ .
ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ 020 5420 9666

12. ຮອດມື້ເດີນທາງແລ້ວສາມາດເລື່ອນການເດີນທາງໄດ້ບໍ່?

ສາມາດເລື່ອນເດີນທາງໄດ້ກໍລະນີມີເຫດຈຳເປັນ ເຊິ່ງຈະຕ້ອງແຈ້ງໃຫ້ທາງບໍລິສັດຮັບຊາບທັນທີ.

13. ໜ່ວຍງານໃດທີ່ສະໝັກແລ້ວໄດ້ໄປໄວ?

ໂດຍທົ່ວໄປຈະບໍ່ມີໜ່ວຍງານໃດທີ່ຮັບປະກັນວ່າຈະໄດ້ໄປໄວກວ່າໜ່ວຍອື່ນເນື່ອງຈາກການເດີນທາງຂຶ້ນກັບຄວາມໄວຂອງການດຳເນີນເອກະສານທາງໄທ ແລະ ລາວ ເຊິ່ງໃຊ້ເວລາປະມານ 1-3 ເດືອນໂດຍສະເລ່ຍຫາກເອກະສານທຸກຢ່າງແລ້ວໄວທ່ານກໍຈະໄດ້ເດີນທາງໄວ.

14. ສາມາດສະໝັກໄປໄທໄດ້ຊ່ອງທາງໃດ?

ທ່ານສາມາດສະໝັກໄດ້ 3 ຊ່ອງທາງ ຄື ສະຫມັກຜ່ານຕົວແທນສັນຫາ, ສະໝັກຜ່ານທາງອອນລາຍ ແລະ ເດີນທາງມາສະໝັກໂດຍກົງທີ່ສຳນັກໃຫຍ່ບໍລິສັດ ຕັ້ງຢູ່ ບ້ານດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ກ່ອນສະໝັກ ທ່ານຄວນກຽມພາສປອດໃຫ້ພ້ອມ ແລະ ພິຈາລະນາເລືອກໜ່ວຍງານທີ່ຕ້ອງການ, ໂດຍໃນປະຈຸບັນມີ ໜ່ວຍງານທຳຄວາມສະອາດ (ຫ້າງສັບພະສິນຄ້າ, ຫ້າງແມັກໂຄຣ, ໂຮງແຮມ, ໂຮງໝໍ) ແລະ ໜ່ວຍງານຮ້ານອາຫານ/ເສີບ/ຊ່ວຍຄົວ.
ສອບຖາມເພີ່ມເຕີມໄດ້ທີ່ເບີ: 020 5420 9666

15. ເຮັດວຽກຄົບ 1 ປີ ສາມາດປ່ຽນໜ່ວຍງານໄດ້ບໍ?

ທ່ານຈະຍັງບໍ່ສາມາດປ່ຽນໜ່ວຍງານຫຼືນາຍຈ້າງໄດ້ໃນຂະນະທີ່ສັນຍາ MOU ຍັງບໍ່ໝົດໄລຍະທ່ານຈຳເປັນຕ້ອງເຮັດວຽກຢູ່ຄົບສັນຍາ 2 ປີກ່ອນຈຶ່ງຈະສາມາດດຳເນີນການປ່ຽນໜ່ວຍງານ ຫຼື ນາຍຈ້າງໄດ້ຕາມລະບຽບທີ່ກຳນົດ.

16. ຕອນນີ້ ມີໜ້າວຽກຫຍັງ?

ໃນປັດຈຸບັນທາງບໍລິສັດມີໜ້າວຽກດັ່ງນີ້:
- ໜ່ວຍງານທຳຄວາມສະອາດ:ໂຮງໝໍ,ໂຮງແຮມ,ຫ້າງສັບພະສິນຄ້າ
- ໜ່ວຍງານຮ້ານອາຫານ/ງານເສີບ/ຊ່ວຍຄົວ
ທ່ານສາມາດເລືອກໜ່ວຍງານທີ່ເໝາະສົມກັບຄວາມຕ້ອງການຂອງຕົນ.
ສອບຖາມເພີ່ມເຕີມໄດ້ທີ່ເບີ : 020 5420 9666

17. ການໄປເຮັດວຽກຢູ່ໄທ ມີສະຫວັດດີການຫຍັງແດ່?

ສະຫວັດດີການທີ່ທ່ານຈະໄດ້ຮັບໄດ້ແກ່:
- ເງິນເດືອນພື້ນຖານ 12,000 ບາດຕໍ່ເດືອນ
- ທີ່ພັກຟຣີ(ສະເພາະບາງຫນ່ວຍງານເທົ່ານັ້ນ)
- ຄ່າລ່ວງເວລາ(ໂອທີ)
- ເບ້ຍຂະຫຍັນ
- ປະກັນສັງຄົມ ແລະ ສະຫວັດດີການທີ່ກ່ຽວຂ້ອງອື່ນໆຕາມກົດໝາຍແຮງງານຂອງປະເທດໄທ.

18. ແຕ່ລະເດືອນບໍລິສັດຫັກຄ່າ MOU ທໍ່ໃດ?

ໃນກໍລະນີທີ່ບໍລິສັດຝັ່ງໄທຊ່ວຍສຳຮອງຄ່າMOUໃຫ້ລ່ວງຫນ້າ,
ທາງຝ່າຍໄທຈະດຳເນີນການຫັກຄ່າMOU ຄືນຈຳນວນ3,000ບາດ/ເດືອນ ຈົນຄົບຈຳນວນທີ່ໄດ້ສຳຮອງໃຫ້ລ່ວງຫນ້າ(ໂດຍບໍ່ມີດອກເບ້ຍ). ຫຼັງຈາກຫັກໄດ້ຄືນຄົບຕາມຈຳນວນແລ້ວ ຫຼັງຈາກນັ້ນທ່ານຈະໄດ້ຮັບເງິນເດືອນຄົບຕາມຈຳນວນທີ່ກຳນົດໂດຍບໍ່ມີການຫັກຄ່າMOUອີກຕໍ່ໄປ.

ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100

ຢີ່ປຸນ

1. ສົນໃຈຢາກໄປເຮັດວຽກຢູ່ປະເທດຍີ່ປຸ່ນ ຕ້ອງເຮັດແນວໃດ?

ທ່ານທີ່ສົນໃຈຕ້ອງການໄປເຮັດວຽກຢູ່ປະເທດຍີ່ປຸ່ນ ສາມາດຕິດຕໍ່ ຫຼື ເຂົ້າມາສະໝັກໄດ້ໂດຍກົງທີ່ບໍລິສັດ ຫຼື ສະໝັກອອນລາຍຜ່ານລີ້ງ : https://www.soukchay.com/jp-link/japan ໂດຍບໍ່ມີຄ່າໃຊ້ຈ່າຍໃນຂັ້ນຕອນການສະໝັກ. ທາງທີມງານຂອງເຮົາຈະດຳເນີນການຕິດຕໍ່ກັບຄືນໄປຫາທ່ານຢ່າງໄວວາ.
ສົນໃຈສະຫມັກອອນລາຍທ່ານສາມາດຄຣິກລີ້ງສະຫມັກນີ້ໄດ້ເລີຍ:

2. ເອກະສານປະກອບໃນການສະໝັກໄປເຮັດວຽກຢູ່ປະເທດຍີ່ປຸ່ນມີຫຍັງແດ່?

ເອກະສານທີ່ໃຊ້ໃນການສະໝັກວຽກໄປຍີ່ປຸ່ນ ມີດັ່ງນີ້:
• ກ໋ອບປີ້ໜ້າສໍາຄັນຂອງໜັງສືຜ່ານແດນ (ພາສປອດ)
• ກ໋ອບປີ້ສໍາມະໂນຄົວ
• ກ໋ອບປີ້ບັດປະຈໍາຕົວ (ຖ້າມີ)
• ກ໋ອບປີ້ໃບຈົບການສຶກສາ
• ຮູບຖ່າຍຂະໜາດ 3×4 ຈໍານວນ 1 ໃບ ແລະ ຂະໜາດ 4×6 ຈໍານວນ 1 ໃບ
ກະລຸນາກຽມເອກະສານໃຫ້ຄົບຖ້ວນເພື່ອຄວາມສະດວກ ແລະ ວ່ອງໄວໃນຂັ້ນຕອນການສະໝັກ.

3. ສໍາພາດຜ່ານຈຶ່ງໄປເຮັດພາສປອດໄດ້ບໍ່?

ທ່ານຈຳເປັນຕ້ອງດຳເນີນການເຮັດພາສປອດໃຫ້ຮຽບຮ້ອຍກ່ອນ ຈຶ່ງຈະສາມາດສະໝັກ ແລະ ສຳພາດໄດ້ ເນື່ອງຈາກພາສປອດເປັນເອກະສານສຳຄັນທີ່ຕ້ອງໃຊ້ປະກອບໃນຂັ້ນຕອນການສຳພາດ ດັ່ງນັ້ນ ຈຶ່ງບໍ່ສາມາດລໍຖ້າເຮັດພາຍຫຼັງສຳພາດໄດ້.

4. ມີໂຄຕ້າຄູ່ຜົວເມຍບໍ່?

ຕອນນີ້ການໄປເຮັດວຽກຢູ່ປະເທດຍີ່ປຸ່ນຍັງບໍ່ທັນເປີດໂຄຕ້າສໍາລັບຄູ່ຜົວ-ເມຍໃນການໄປເຮັດວຽກຮ່ວມກັນ.

5. ສະໝັກໄປເຮັດວຽກຢູ່ປະເທດຍີ່ປຸ່ນຮັບອາຍຸຈັກປີ?

ການໄປເຮັດວຽກທີ່ປະເທດຍີ່ປຸ່ນ ຮັບສະໝັກຜູ້ທີ່ມີອາຍຸລະຫວ່າງ 18 ຫາ 35 ປີ.

6. ບໍລິສັດຕັ້ງຢູ່ໃສ?

ບໍລິສັດ ສຸກໃຈ ບໍລິການຈັດຫາງານ ຈໍາກັດຜູ້ດຽວ ສໍານັກງານໃຫຍ່ຕັ້ງຢູ່ ບ້ານດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ທີ່ຕັ້ງບໍລິສັດ: https://maps.app.goo.gl/BUdYgzyvjxukHKKJ9
ຫຼື ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ 020 57049666

7. ຕ່າງແຂວງກໍສາມາດສະໝັກໄດ້ບໍ?

ຜູ້ທີ່ຢູ່ຕ່າງແຂວງສາມາດສະໝັກໄດ້ໂດຍບໍ່ມີຂໍ້ຈໍາກັດດ້ານພູມລໍາເນົາ. ທ່ານສາມາດເດີນທາງເຂົ້າມາສະໝັກໂດຍກົງທີ່ສໍານັກງານ ຫຼື ສະໝັກຜ່ານທາງເວັບໄຊຂອງບໍລິສັດ
ແບບຟອມສະຫມັກອອນລາຍ: https://www.soukchay.com/jp-link/japan
ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ 020 57049666

8. ສາມາດສະໝັກທາງອອນລາຍໄດ້ບໍ?

ທ່ານສາມາດສະໝັກໄດ້ 2 ຊ່ອງທາງຄືເຂົ້າມາສະໝັກໂດຍກົງທີ່ສໍານັກງານ ຫຼື ສະໝັກອອນລາຍຜ່ານທາງເວັບໄຊຂອງທາງບໍລິສັດ.
ແບບຟອມສະຫມັກອອນລາຍ : https://www.soukchay.com/jp-link/japan
ຫຼື ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ 020 57049666

9. ຖ້າສະໝັກແລ້ວແມ່ນສາມາດເດີນທາງໄປໄດ້ເລີຍບໍ?

ຫຼັງຈາກສະໝັກສໍາເລັດ ຂັ້ນຕອນຈະດໍາເນີນຕາມລໍາດັບດັ່ງນີ້:
1. ລໍຖ້າການສໍາພາດຈາກທາງຝ່າຍຍີ່ປຸ່ນ
2. ເມື່ອຜ່ານການສໍາພາດ ຈະໄດ້ດໍາເນີນການກວດສຸຂະພາບ
3. ເມື່ອຜ່ານການກວດສຸຂະພາບ ຈະໄດ້ຮຽນກຽມພາສາຍີ່ປຸ່ນ 3–6 ເດືອນ ທີ່ສູນຝຶກບໍລິສັດ
4. ບໍລິສັດຈະດໍາເນີນເອກະສານວີຊ້າ , ເມື່ອເອກະສານທຸກຢ່າງພ້ອມຈຶ່ງຈະຈັດສົ່ງໄປເຮັດວຽກໄດ້.

10. ເມື່ອສໍາພາດຜ່ານ ແລະ ກວດສຸຂະພານແລ້ວຜ່ານຈະມີຄ່າໃຊ້ຈ່າຍຫຍັງແນ່?

ຄ່າໃຊ້ຈ່າຍທີ່ຈໍາເປັນຫຼັງຈາກຜ່ານການສໍາພາດ ແລະ ກວດສຸຂະພາບ ມີດັ່ງນີ້:
• ຄ່າຮຽນພາສາ 1,000,000 ກີບ ແລະ ຄ່າປຶ້ມ 200,000 ກີບ
• ເງິນຄ້ຳປະກັນກ່ອນການເດີນທາງ ແລະ ຄ່າທຳນຽມ ເຊິ່ງສາມາດຈ່າຍດ້ວຍຕົນເອງ ຫຼື ກູ້ຢືມຈາກສະຖາບັນການເງິນ ສຸກໃຈ ກໍໄດ້.

11. ຕ້ອງມີການຮຽນກຽມພາສາກ່ອນໄປບໍ່?

ທຸກຄົນທີ່ຕ້ອງການໄປເຮັດວຽກທີ່ຍີ່ປຸ່ນ ຈໍາເປັນຕ້ອງຜ່ານການຮຽນກຽມພາສາຍີ່ປຸ່ນກ່ອນການເດີນທາງ ເນື່ອງຈາກການສື່ສານໃນການເຮັດວຽກ ແລະ ການດໍາລົງຊີວິດໃນຍີ່ປຸ່ນ ຕ້ອງໃຊ້ພາສາຍີ່ປຸ່ນເປັນຫຼັກ. ການມີທັກສະພາສາທີ່ດີ ຈະຊ່ວຍໃຫ້ທ່ານປັບຕົວໄດ້ໄວ ແລະ ສາມາດເຮັດວຽກໄດ້ງ່າຍ.

12. ການເຮັດວຽກຢູ່ຍີ່ປຸ່ນແບບວີຊ້ານັກຝຶກອົບຮົມແມ່ນເຮັດວຽກຈັກປີ?

ວີຊ້າຈະໄດ້1ປີ ແລະຕໍ່ທຸກໆປີ ເຊິ່ງຕ້ອງໄດ້ຜ່ານການສອບເສັງເພື່ອຕໍ່ວີຊ້າ . ວີຊ້າສຳລັບນັກຝຶກອົບຮົມແມ່ນສູງສຸດ3ປີ .

13. ໄດ້ຮຽນກຽມພາສາກ່ອນການເດີນທາງບໍ່?

ທ່ານຈໍາເປັນຕ້ອງດຮຽນກຽມພາສາຍີ່ປຸ່ນ ເຊິ່ງຈັດສອນໂດຍສູນພັດທະນາສີມືແຮງງານຂອງບໍລິສັດ ກ່ອນທີ່ຈະໄດ້ດໍາເນີນການເດີນທາງ ເພື່ອເຮັດໃຫ້ທ່ານສາມາດສື່ສານ ແລະ ເຮັດວຽກໄດ້ຢ່າງມີປະສິດທິພາບ.

14. ການຮຽນກຽມພາສາແມ່ນໃຊ້ເວລາຈັກເດືອນ?

ໄລຍະເວລາຮຽນກຽມພາສາຢູ່ທີ່ 3–6 ເດືອນ. ທາງບໍລິສັດຈະດໍາເນີນການສອນ ແລະ ຕິດຕາມຄວາມຄືບໜ້າຂອງຜູ້ຮຽນຢ່າງໃກ້ຊິດ ເພື່ອໃຫ້ທ່ານພ້ອມທີ່ສຸດກ່ອນການເດີນທາງ.

15. ຄ່າຄ້ຳປະກັນການເດີນທາງແມ່ນສາມາດໃຊ້ໃບຕາດິນແທນໄດ້ບໍ່?

ການຄ້ຳປະກັນການເດີນທາງຕ້ອງຄຳ້ປະກັນເປັນເງິນ ແລະ ໂອນຜ່ານທະນາຄານເທົ່ານັ້ນ.ທ່ານຈະໄດ້ຮັບຄືນເມື່ອເຮັດວຽກຄົບສັນຍາ ແລະ ເດີນທາງກັບຄືນປະເທດຕາມລະບຽບການເທົ່ານັ້ນ.

16. ສໍາລັບຄ່າທໍານຽມ ຖ້າກູ້ຢືມຈາກສະຖາບັນການເງິນແມ່ນຕ້ອງໃຊ້ຫຍັງເປັນຫຼັກຊັບຄ້ຳປະກັນ?

ສາມາດໃຊ້ໃບຕາດິນມາເປັນຫຼັກຊັບຄ້ຳປະກັນໄດ້

17. ກູ້ຢືມດອກເບ້ຍເທົ່າໃດ?

ເນື່ອງຈາກວ່າຂໍ້ມູນກ່ຽວກັບອັດຕາດອກເບ້ຍໃນການກູ້ຢືມແມ່ນມີການປ່ຽນແປງແຕ່ລະໄລຍະ .ທ່ານສາມາດສອບຖາມລາຍລະອຽດນຳສະຖາບັນການເງິນສຸກໃຈໄດ້ໂດຍກົງທີ່ເບີ 020 5994 1966 .

18. ຄົນທີ່ເຄີຍໄປເຮັດວຽກຢູ່ຍີ່ປຸ່ນມາກ່ອນດ້ວຍວີຊ້ານັກຝຶກອົບຮົມສາມາດໄປໄດ້ອີກບໍ?

ການເປີດຮັບສະໝັກໄປເຮັດວຽກຢູ່ປະເທດຢີ່ປຸ່ນ ບໍລິສັດຮັບພຽງຜູ້ທີ່ຍັງບໍ່ທັນເຄີຍໄປເຮັດວຽກ ຫຼື ເຄີຍອາໄສຢູ່ຍີ່ປຸ່ນມາກ່ອນ. ຜູ້ທີ່ເຄີຍໄປຍີ່ປຸ່ນ ຕາມໂຄງການຕ່າງໆ ໃນທຸກຮູບແບບ ຍັງບໍ່ທັນສາມາດສະໝັກໄດ້.

19. ມີລາຍສັກ ສາມາດສະໝັກໄປຍີ່ປຸ່ນໄດ້ບໍ?

ສຳລັບຜູ້ທີ່ມີລາຍສັກ ຖ້າລາຍສັກຢູ່ໃນບໍລິເວນທີ່ຖືກປົກຄຸມດ້ວຍເສື້ອຜ້າ ສາມາດສະໝັກໄດ້ ແຕ່ເຖິງຢ່າງໃດກໍຕາມ ຖ້າຢູ່ໃນຈຸດທີ່ບໍ່ສາມາດປົກປິດໄດ້ ລາຍສັກນັ້ນຕ້ອງເປັນລາຍໂຕໜັງສືຂະໜາດນ້ອຍເທົ່ານັ້ນ ສຳລັບຜູ້ທີ່ບໍ່ໝັ້ນໃຈ ສາມາດສອບຖາມໄດ້ທີ່ 020 5704 9666.

20. ເງິນຄ່າກວດສຸຂະພາບທີ່ຈ່າຍກ່ອນຈະໄດ້ຄືນຕອນໃດ?

ຄ່າກວດສຸຂະພາບທີ່ທ່ານໄດ້ສຳຮອງຊໍາລະດ້ວຍຕົນເອງກ່ອນ ແມ່ນຈະໄດ້ຮັບຄືນກ່ອນການເດີນທາງ.

21. ເຮັດວຽກຢູ່ຍີ່ປຸ່ນໄດ້ເງິນເດືອນເທົ່າໃດ?

ຜູ້ທີ່ໄປເຮັດວຽກທີ່ຍີ່ປຸ່ນ ຈະໄດ້ຮັບເງິນເດືອນຕາມຄ່າແຮງທີ່ກົດຫມາຍປະເທດຍີ່ປຸ່ນໄດ້ກຳຫນົດ.
ສະເລ່ຍ 120,000–130,000 ເຢັນ ຕໍ່ເດືອນ ຄິດເປັນເງິນກີບ ໂດຍສະເລ່ຍ 16–18 ລ້ານ ກີບ ຕໍ່ເດືອນ (ຂຶ້ນກັບອັດຕາການແລກປ່ຽນ ໃນແຕ່ລະໄລຍະ). ນອກຈາກນີ້ ຍັງມີເງິນເຮັດວຽກລ່ວງເວລາ ເຊິ່ງຂື້ນກັບຫນ້າວຽກຂອງແຕ່ລະຟາມ.

22. ຄ່າທໍານຽມທີ່ຈ່າຍໃຫ້ບໍລິສັດກ່ອນການເດີນທາງລວມມີຄ່າຫຍັງແນ່?

ຄ່າທໍານຽມລວມເອົາຄ່າໃຊ້ຈ່າຍທັງໝົດທີ່ຈໍາເປັນໃນການດໍາເນີນເອກະສານເຊີ່ງປະກອບມີ:
• ຄ່າໃຊ້ຈ່າຍໃນຂັ້ນຕອນການຄັດເລືອກ ລວມຄ່າກວດສຸຂະພາບ
• ຄ່າດໍາເນີນເອກະສານທັງຫມົດທັງຝັ່ງລາວ ແລະ ຍີ່ປຸ່ນ
• ຄ່າຝຶກອົບຮົມກ່ອນການເດີນທາງ
• ຄ່າໃຊ້ຈ່າຍບໍລິຫານໃນການຕິດຕາມດູແລຈົນຄົບສັນຍາ

23. ສາມາດຊໍາລະໜີ້ກ່ອນກໍານົດໄດ້ບໍ ແລະ ດອກເບ້ຍຈະໄລ່ຮອດມື້ໃດ?

ທ່ານສາມາດຊໍາລະໜີ້ກ່ອນກໍານົດໄດ້ທຸກເວລາ ໂດຍດອກເບ້ຍຈະຄິດໄລ່ຈົນຮອດເດືອນທີ່ທ່ານດໍາເນີນການຊໍາລະຈໍານວນໜີ້ຄົບທັງໝົດ.
ທ່ານສາມາດສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ 020 5994 1966

24. ຖ້າຊໍາລະໜີ້ແລ້ວສາມາດມາຖອນໃບຕາດິນອອກເລີຍໄດ້ບໍ?

ເມື່ອດໍາເນີນການຊໍາລະໜີ້ຄົບຖ້ວນທັງໝົດແລ້ວ ທ່ານສາມາດຖອນໃບຕາດິນຄືນໄດ້

25. ເງິນຄ້ຳປະກັນກ່ອນການເດີນທາງ ເມື່ອເຮັດວຽກຄົບ 3 ປີຈະໄດ້ຮັບຄືນມື້ໃດ?

ສໍາລັບເງິນຄ້ຳປະກັນກ່ອນການເດີນທາງ ເມື່ອທ່ານເຮັດວຽກຄົບ 3 ປີ ແລະ ກັບຄືນປະເທດຕາມລະບຽບການ ທາງບໍລິສັດຈະດໍາເນີນເອກະສານພາຍໃນ ແລະ ໂອນສົ່ງຄືນ ພາຍໃນ 3–7 ວັນ ນັບຈາກວັນທີທ່ານເດີນທາງກັບຄືນຮອດປະເທດ ແລະ ທາງບໍລິສັດໄດ້ຢັ້ງຢືນຂໍ້ມູນຄົບຖ້ວນ.

26. ກໍລະນີມີບັນຫາກັບນາຍຈ້າງ ຄວນເຮັດແນວໃດ?

ຫາກທ່ານປະສົບບັນຫາ ຫຼື ຂໍ້ຂັດແຍ່ງກັບນາຍຈ້າງ ກະລຸນາຕິດຕໍ່ທາງບໍລິສັດໄດ້ທີ່ເບີ 020 5450 9666 ຫ້າມບໍ່ໃຫ້ແຮງງານຕັດສິນໃຈ ຫຼື ແກ້ໄຂບັນຫາຕ່າງທໂດຍທີ່ຍັງບໍ່ໄດ້ຮັບຄຳແນະນຳຈາກທາງບໍລິສັດ .ພວກເຮົາພ້ອມໃຫ້ຄວາມຊ່ວຍເຫຼືອ ແລະ ໃຫ້ຄຳແນະນຳທ່ານຕະຫຼອດໄລຍະທີ່ເຮັດວຽກຢູ່ປະເທດຍີ່ປຸ່ນ.

27. ການແລ່ນເອົາເງິນປະກັນຍີ່ປຸ່ນເມື່ອເຮັດວຽກຄົບ 3 ປີ ແລ້ວກັບລາວໃຊ້ເວລາຈັກເດືອນ?

ການແລ່ນເງິນປະກັນໃຊ້ເວລາ 4 – 6 ເດືອນໃນການດຳເນີນເອກະສານ.

28. ທາງບໍລິສັດສາມາດແລ່ນເອົາເງິນປະກັນໃຫ້ໄດ້ບໍ?

ທາງບໍລິສັດຍິນດີປະສານກັບທາງສາມະຄົມຢູ່ຍີ່ປຸ່ນ ເພື່ອຊ່ວຍດໍາເນີນເອກະສານແທນທ່ານໄດ້ ພຽງແຕ່ທ່ານຕ້ອງສັງລວມ ແລະ ສົ່ງມອບເອກະສານທີ່ກ່ຽວຂ້ອງທັງໝົດ ໃຫ້ກັບທາງບໍລິສັດ ເພື່ອດໍາເນີນການໃຫ້ຢ່າງຖືກຕ້ອງ ແລະ ຄົບຖ້ວນ.

29. ເອກະສານໃນການແລ່ນເງິນປະກັນປະກອບມີຫຍັງແນ່?

ເອກະສານທີ່ໃຊ້ໃນການດໍາເນີນການຂໍຮັບເງິນປະກັນຈາກຍີ່ປຸ່ນ ມີດັ່ງນີ້:
• ກ໋ອບປີ້ໜ້າພາສປອດ (ທັງສ່ວນລາວ ແລະ ສ່ວນຍີ່ປຸ່ນ)
• ບັດທີ່ຢູ່ອາໄສໃນຍີ່ປຸ່ນ (ລ່າສຸດ)
• ກ໋ອບປີ້ບັນຊີທະນາຄານ (ບັນຊີໂດລາ)
• ໃບຢັ້ງຢືນຍອດເງິນໃນບັນຊີ (Bank Statement)
• ໃບຢັ້ງຢືນການເດີນທາງອອກຈາກຍີ່ປຸ່ນ (ຖ້າມີ)
• ໃບເນັງກິນ (ໃບຢັ້ງຢືນປະກັນ)
ກະລຸນາກຽມເອກະສານໃຫ້ຄົບຖ້ວນ ເພື່ອຫຼີກລ້ຽງຄວາມລ່າຊ້າໃນການດໍາເນີນການ.

ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100

ສະຖາບັນການເງິນ

1. ສົນໃຈກູ້ຢືມເງິນໄປເກົາຫຼີຕ້ອງເຮັດແນວໃດ?

ສຳລັບຜູ້ທີ່ສົນໃຈກູ້ຢືມເງິນເພື່ອຈ່າັຍຄ່າທຳນຽມໃນການສະໝັກໄປເຮັດວຽກລະດູການຢູ່ ສ.ເກົາຫຼີ ທ່ານພຽງແຕ່ມີໃບຕາດິນເພື່ອໃຊ້ເປັນຫຼັກຊັບຄ້ຳປະກັນ ແລະ ມີຄົນຄ້ຳປະກັນ 1 ຄົນ ກໍສາມາດດຳເນີນການຂໍກູ້ຢືມໄດ້. ທ່ານສາມາດແຈ້ງພະນັກງານໃນຕອນສຳພາດໄດ້ເລີຍ.

2. ໃບຕາດິນທີ່ໃຊ້ຄ້ຳປະກັນຕ້ອງມີເນື້ອທີ່ເທົ່າໃດຂຶ້ນໄປ?

ໃບຕາດິນຂອບທອງປະມານ 300 ຕມ ຂຶ້ນໄປ.

3. ໃຜທີ່ສາມາດເປັນຜູ້ຄ້ຳປະກັນໃຫ້ໄດ້?

ຜູ້ທີ່ສາມາດເປັນຜູ້ຄ້ຳປະກັນໄດ້ ຕ້ອງເປັນຄົນໃນຄອບຄົວ ເຊັ່ນ: ພໍ່ແມ່, ອ້າຍເອຶ້ອຍ (ຍົກເວັ້ນ ຜົວ ຫຼື ເມຍ) ທີ່ມີອາຍຸ 35-70 ປີ, ມີອາຊີບທີ່ໝັ້ນຄົງ ແລະ ຕ້ອງອາໄສຢູ່ໃນ ສປປ ລາວ ຕະຫຼອດໄລຍະທີ່ແຮງງານໄດ້ເດີນທາງໄປເຮັດວຽກຢູ່ ສ.ເກົາຫຼີ

4. ສາມາດນຳໃຊ້ຫຍັງເປັນຫຼັກຊັບຄ້ຳປະກັນໄດ້ແດ່?

ຫຼັກຊັບທີ່ສາມາດໃຊ້ເພື່ອຄ້ຳປະກັນໄດ້ ໃນປັດຈຸບັນ ມີພຽງໃບຕາດິນເທົ່ານັ້ນ ທ່ານຄວນກຽມເອກະສານໃຫ້ຖືກຕ້ອງ ຄົບຖ້ວນ ກ່ອນການສະໝັກ.

5. ຢາກປິດໜີ້ຕ້ອງເຮັດແນວໃດແດ່?

ຖ້າທ່ານຕ້ອງການປິດໜີ້ ສາມາດຕິດຕໍ່ພະນັກງານໄດ້ທີ່ລິ້ງວອສແອບ: https://wa.me/message/5ZSCFROXLKJFO1 ພະນັກງານຈະໃຫ້ຂໍ້ມູນຂັ້ນຕອນ ຍອດໜີ້ ແລະ ວິທີດຳເນີນການຊຳລະໃຫ້ທ່ານ.

6. ປິດໜີ້ຈ່າຍກີບໄດ້ບໍ?

ທ່ານສາມາດຈ່າຍກີບໄດ້ ພຽງແຕ່ທ່ານ ສົ່ງປ້າຍລາຍຊື່ ກັບ ພິມຄໍາວ່າຊໍາລະກີບ ຫາເບີ: 020 5994 1966 ຫຼື ກົດ https://wa.me/message/5ZSCFROXLKJFO1.

7. ສາມາດປິດໜີ້ກ່ອນກຳນົດໄດ້ບໍ່?

ທ່ານສາມາດຊຳລະປິດໜີ້ກ່ອນກຳນົດໄດ້ ໂດຍບໍ່ມີຄ່າທຳນຽມການປິດໜີ້ກ່ອນກຳນົດ ແລະ ທ່ານຈະໄດ້ຫຼຸດຜ່ອນດອກເບ້ຍ ເພາະດອກເບ້ຍຈະຖືກຄິດໄລ່ຮອດມື້ຊຳລະຕົວຈິງເທົ່ານັ້ນ.

8. ປິດໜີ້ຕັດໃນບັນຊີແລ້ວໂອນຕື່ມໄດ້ບໍ?

ສາມາດໂອນໄດ້ ພຽງແຕ່ ສົ່ງປ້າຍລາຍຊື່ ກັບ ສົ່ງຍອດເງິນໂດລາພັດທະນາ ຫາເບີ 020 5994 1966 ຫຼື ກົດລິ້ງ https://wa.me/message/5ZSCFROXLKJFO1

9. ສາມາດປ່ຽນຫຼັກຊັບຄໍ້າປະກັນໄດ້ບໍ?

ທ່ານບໍ່ສາມາດປ່ຽນຫຼັກຊັບຄ້ຳປະກັນໄດ້.

10. ປິດໜີ້ແລ້ວ ຍັງຕ້ອງໂອນເງິນເຂົ້າບັນຊີຢູ່ບໍ?

ຍັງໄດ້ໂອນເງິນເຂົ້າຕາມລະບຽບຄືເກົ່າ ຈົນກວ່າກັບມາລາວ.

11. ກັບກ່ອນກໍານົດຈະມີຄ່າໃຊ້ຈ່າຍຫຍັງ?

ແຮງງານທີ່ກັບກ່ອນກໍານົດຕ້ອງຊຳລະໜີ້ສິນຕາມຈຳນວນທີ່ໄດ້ກູ້ຢຶມ ແລະ ຕາມກຳນົດສັນຍາ.

12. ຄ່າຕໍ່ວີຊ້າ ກັບ ຄ່າປີ້ຍົນກັບຄືນປະເທດ ແມ່ນຈະໄດ້ຊໍາລະຕອນໃດ?

ຄ່າຕໍ່ວີຊ້າ ແລະ ຄ່າປີ້ຍົນກັບຄືນປະເທດ ແມ່ນຈະໄດ້ຊໍາລະກ່ອນກັບລາວ.

ກຸ່ມບໍລິສັດ ສຸກໃຈ

ນະໂຍບາຍຂອງບໍລິສັດ

ທຸລະກິດ

ການຊ່ວຍເຫຼືອແຮງງານ

‎BRANDING.co.th - LOGO.‎005.png

SOUKCHAY.com

“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”

ກຸ່ມບໍລິສັດ ສຸກໃຈ ດໍາເນີນທຸລະກິດດ້ວຍເປົ້າໝາຍສູງສຸດ ຄືການຮ່ວມເປັນກຳລັງສຳຄັນໃນການພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຢ່າງຍືນຍົງ ແລະ ຂັບເຄື່ອນເສດຖະກິດຂອງປະເທດ. ພວກເຮົາໃຫ້ບໍລິການຈັດຫາງານຢ່າງໂປ່ງໃສ, ສະໜອງແຫຼ່ງທຶນສິນເຊື່ອທີ່ດອກເບ້ຍຕໍ່າ, ຝຶກອົບຮົມສີມືແຮງງານໃຫ້ມີຄຸນນະພາບ, ສ້າງວຽກເຮັດງານທຳໃຫ້ຄົນລາວ, ມຸ່ງໝັ້ນທີ່ຈະສ້າງໂອກາດ ແລະ ຍົກລະດັບຄຸນນະພາບຊີວິດຂອງແຮງງານລາວ ຄຽງຄູ່ໄປກັບການຕອບແທນຄືນສູ່ສັງຄົມ, ປະເທດຊາດ, ຄູ່ຮ່ວມງານ ແລະ ລູກຄ້າໝົດທຸກທ່ານໃຫ້ເຕີບໃຫຍ່ຂະຫຍາຍຕົວໄປພ້ອມກັນແບບຍືນຍົງ.

ກຸ່ມບໍລິສັດ ສຸກໃຈ

ສຳນັກງານໃຫຍ່ຕັ້ງຢູ່ ຖະໜົນນາຄວາຍ ບ້ານ ດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ມຶ້ເຮັດວຽກ : ວັນຈັນ - ວັນສຸກ (ພັກວັນເສົາ-ອາທິດ ແລະ ວັນພັກລັດຖະການ)
ເວລາເຮັດວຽກ 08:00 - 17:00 ໂມງ

ໂທ:
+856 20 5704 9666
+856 21 711 919

Email:
info@soukchay.com

SOUKCHAY.com | All rights reserved.

bottom of page