top of page




SOUKCHAY.com
“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”


ບໍລິການຈັດຫາງານ ປະເທດໄທ
ບໍລິການຈັດຫາງານ ໄປເຮັດວຽກພາຍໃຕ້ລະບົບ MOU ຢູ່ ປະເທດໄທ ແມ່ນໂອກາດ ແລະ ທາງເລືອກທີ່ດີສໍາລັບຜູ້ທີ່ຕ້ອງການໄປເຮັດວຽກໄລຍະຍາວ 2-4 ປີ ທີ່ມີຄວາມສະດວກໃນການປັບຕົວ, ມີລາຍຮັບທີ່ໝັ້ນຄົງ ແລະ ມີຄວາມປອດໄພ ພາຍໃຕ້ລະບົບການຄຸ້ມຄອງທີ່ຖືກຕ້ອງຕາມກົດໝາຍ ໂດຍການຮ່ວມມືລະຫວ່າງລັດຖະບານຂອງສອງປະເທດ. ນອກຈາກນີ້ ທ່ານຍັງຈະໄດ້ຮັບສະຫວັດດີການທີ່ມີມາດຕະຖານ, ຄ່າແຮງງານຕາມກົດໝາຍປະເທດໄທ, ໄ ດ້ຮັບການປົກປ້ອງດ້ານປະກັນສັງຄົມ ແລະ ປະສົບການໃນດ້ານສາຍອາຊີບຕ່າງໆທີ່ທ່ານຈະສາມາດນຳມາໝູນໃຊ້ໃນການສ້າງທຸລະກິດຂອງຕົນເອງໃນອານາຄົດໄດ້ຢ່າງມີປະສິດທິພາບ.

✅ 1. ເປັນຫຍັງຈຶ່ງຕ້ອງເລືອກໄປເຮັດວຽກຢູ່ໄທກັບ ສຸກໃຈ
ທ່ານກຳລັງປະເຊີນກັບຄວາມກັງວົນເຫຼົ່ານີ້ຢູ່ຫຼືບໍ່?
1. ຢ້ານຖືກຕົວະ, ຢ້ານສະໝັກ ຈ່າຍເງິນແລ້ວບໍ່ໄດ້ເດີນທາງ
2. ບໍ່ຮູ້ຈະເລີ່ມຕົ້ນແນວໃດ, ຂັ້ນຕອນເອກະສານຫຍຸ້ງຍາກ, ບໍ່ຮູ້ກົດໝາຍ ແລະ ວິທີການຍື່ນສະໝັກທີ່ຖືກຕ້ອງ.
3. ກັງວົນເລື່ອງການເດີນທາງ ແລະ ການປັບຕົວ, ບໍ່ເຄີຍໄປເຮັດວຽກຢູ່ຕ່າງປະເທດ, ຢ້ານຫຼົງທາງ, ກັງວົນເລື່ອງການໃຊ້ຊີວິດ ແລະ ການເຮັດວຽກຢູ່ປະເທດໄທ.
4. ຢ້ານມີຄ່າໃຊ້ຈ່າຍບານປາຍ, ຢ້ານມີຄ່າໃຊ້ຈ່າຍແຝງ ທີ່ເພີ່ມຂຶ້ນເລື້ອຍໆ ໂດຍບໍ່ຮູ້ຕົວ.
ພວກເຮົາ ບໍລິສັດ ສຸກໃຈ ບໍລິການຈັດຫາງານ ຈໍາກັດຜູ້ດຽວ ຄືຄຳຕອບ ແລະ ທາງອອກທີ່ດີທີ່ສຸດສຳລັບທ່ານ. ພວກເຮົາພ້ອມທີ່ຈະປ່ຽນຄວາມກັງວົນຂອງທ່ານ ໃຫ້ເປັນຄວາມໝັ້ນໃຈ ດ້ວຍມາດຕະຖານການບໍລິການ ທີ່ໂປ່ງໃສ, ວ່ອງໄວ ແລະ ເປັນມືອາຊີບ:
1. ບໍລິສັດ ສຸກໃຈ ບໍລິການຈັດຫາງານ ຈໍາກັດຜູ້ດຽວ ໄດ້ຮັບອະນຸຍາດການສ້າງຕັ້ງຂຶ້ນຢ່າງຖືກຕ້ອງ ຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈຶ່ງໝັ້ນໃຈໄດ້ວ່າ ທຸກຂັ້ນຕອນດໍາເນີນງານພາຍໃຕ້ລະບົບ MOU ທີ່ຖືກຕ້ອງຕາມກົດໝາຍຂອງທັງ ສປປ ລາວ ແລະ ກົດໝານຂອງປະເທດໄທ.
2. ພວກເຮົາຍຶດໝັ້ນໃນຄວາມໂປ່ງໃສ ທຸກຄ່າໃຊ້ຈ່າຍຈະຖືກແຈ້ງໃຫ້ຊາບລ່ວງໜ້າຢ່າງລະອຽດ ບໍ່ມີຄ່າບໍລິການແຝງອື່ນໆ ເພີ່ມຂຶ້ນຕາມພາຍຫຼັງ ເຮັດໃຫ້ທ່ານສາມາດວາງແຜນການເງິນໄດ້ກ່ອນການຍື່ນສະໝັກ.
3. ທຸກຂັ້ນຕອນການດໍາເນີນງານ ພວກເຮົາມີເອກະສານຮອງຮັບຢ່າງຖືກຕ້ອງ ແຮງງານທຸກທ່ານຈະໄດ້ຮັບສັນຍາຈ້າງງານ ທີ່ລະບຸລາຍຮັບ, ຕຳແໜ່ງງານ, ສະຫວັດດີການ ແລະ ເງື່ອນໄຂການເຮັດວຽກຢ່າງຈະແຈ້ງຈາກນາຍຈ້າງຢູ່ປະເທດໄທ.
4. ບໍລິສັດ ສຸກໃຈ ພວກເຮົາມີພະນັກງານທີ່ຈະຊ່ວຍແນະນຳທ່ານຕັ້ງແຕ່ຂັ້ນຕອນການສະໝັກ, ປະກອບເອກະສານ, ເຂົ້າສູນຝຶກອົບຮົມ, ພ້ອມທັງດູແລເລື່ອງທີ່ພັກ ແລະ ອາຫານໃນລະຫວ່າງກຽມໂຕເດີນທາງ.
5. ບໍລິສັດ ສຸກໃຈ ພວກເຮົາມີພະນັກງານທີ່ຮ່ວມເດີນທາງ ແລະ ດູແລທ່ານ ຕັ້ງແຕ່ຂັ້ນຕອນການຍື່ນສະໝັກ, ປະກອບເອກະສານ, ເຂົ້າສູນຝຶກອົບຮົມ, ພ້ອມທັງດູແລເລື່ອງທີ່ພັກ ແລະ ອາຫານໃນລະຫວ່າງກຽມໂຕເດີນທາງ. ພາເດີນທາງຂ້າມໄປຝຶກອົບຮົມເຮັດບັດແຮງງານຢູ່ໜອງຄາຍ, ໄປຮອດການປະສານງານສົ່ງມອບແຮງງານໃຫ້ກັບນາຍຈ້າງ ເພື່ອໃຫ້ໝັ້ນໃຈວ່າແຮງງານທຸກທ່ານ ຈະເດີນທາງເຖິງສະຖານທີ່ເຮັດວຽກ ແລະ ເຂົ້າເຮັດວຽກຢ່າງປອດໄພ.
ໃຫ້ທ່ານໝັ້ນໃຈໄດ້ວ່າ ຫາກທ່ານມາຮ່ວມສ້າງອະນາຄົດໄປກັບພວກເຮົາ ທ່ານຈະມີລາຍໄດ້ທີ່ໝັ້ນຄົງ ແລະ ປອດໄພ ຮັບປະກັນວ່າທ່ານຈະ ສຸກໃຈ ເມື່ອໄປກັບເຮົາ.
Facebook Page
ບໍລິສັດ ສຸກໃຈ ບໍລິການຈັດຫາງານ ຈຳກັດຜູ້ດຽວ Soukchay Employment Service Sole

✅ 2. ລາຍໄດ້ ແລະ ສະຫວັດດີການ
1. ລາຍໄດ້ ແລະ ຊົ່ວໂມງການເຮັດວຽກ
ເວລາເຮັດວຽກ: 07:00 - 19:00 ນ. (11 ຊົ່ວໂມງ/ວັນ)
ຄ່າແຮງຂັ້ນຕ່ຳ: 484ບາດ / ວັນ (ເຮັດວຽກ 26 ວັນ/ເດືອນ)
ເງິນເດືອນເລີ່ມຕົ້ນ: 12,584ບາດ / ເດືອນ (ຍັງບໍ່ລວມຄ່າໂອທີ)
ຄ່າແຮງວັນຢຸດ: 968ບາດ / ວັນ (ເຮັດວຽກ 2 ວັນຢຸດ = 1,937 ບາດ / ເດືອນ
ລາຍໄດ້ສະເລ່ຍລວມ: 14,531 ບາດ/ເດືອນ (10,000,000 ກີບ ຫຼື 450 ໂດລາ)
2. ສະຫວັດດີການ
ມີປະກັນສັງຄົມ
ມີປະກັນຊີວິດ
ເມື່ອເຮັດວຽກຄົບ 1 ປີ ໄດ້ຮັບສິດລາພັກປະຈຳປີ 6 ວັນ

✅ 3. ປະເພດວຽກທີ່ມີໃຫ້ເລືອກໃນການໄປເຮັດວຽກທີ່ປະເທດໄທ
1. ວຽກບໍລິການອະນາໄມ ແລະ ທຳຄວາມສະອາດ PCS
ໂຮງໝໍ
ໂຮງແຮມ
ໂຮງຮຽນ
ຫ້າງ
2. ປະເພດວຽກບໍລິການ
ຮ້ານອາຫານ MK Restaurant
3. ວຽກບໍລິການທຳຄວາມສະອາດຫ້າງ Roy’s Services

✅ 4. ເງື່ອນໄຂການສະໝັກໄປເຮັດວຽກຢູ່ປະເທດໄທ
ເງື່ອນໄຂການສະໝັກໄປເຮັດວຽກຢູ່ປະເທດໄທ
1. ອ່ານໄດ້ ແລະ ຂຽນເປັນ (ພາສາລາວ)
2. ບໍ່ຕິດສານເສບຕິດ, ບໍ່ມີຄະດີຕິດໂຕ
3. ອາຍຸ 18-45 ປີ (ຕ້ອງອາຍຸ 18 ປິເຕັມ)
4. ເພດຍິງ ສູງ 145cm ຂື້ນໄປ (ບໍ່ຖືພາ)
5. ເພດຊາຍ ສູງ 150cm ຂື້ນໄປ
6. ບໍ່ຕິດສານເສບຕິດ, ບໍ່ມີຄະດີຕິດໂຕ
7. ພາສປອດ ບໍ່ເປື້ອນ, ບໍ່ຂາດ (ຕ້ອງມີອາຍຸການໃຊ້ງານ ບໍ່ຫຼຸດ 3 ປີ ຕ້ອງເປັນພາສປອດທີ່ຈ້ໍາເຂົ້າ-ອອກ ປະເທດປົກກະຕິ)
ເງື່ອນໄຂການສໍາພາດ
1. ບໍ່ມີຄະດີ, ບໍ່ມີປະຫວັດເຂົ້າ-ອອກ ປະເທດໄທ ຜິດກົດໝາຍ ຫຼື ບໍ່ຖືກຈຳກັດການເດີນທາງອອກນອກປະເທດ
2. ຈົບການສຶກສາຂັ້ນປະຖົມຂື້ນໄປ
3. ບໍ່ປອມແປງເອກະສານເດີນທາງ ຫຼື ປ່ຽນແປງຂໍ້ມູນປະຈຳຕົວບ່ຽງເບນຈາກເດີມ
4. ມີໂທລະສັບ ເພື່ອໃຊ້ລົງທະບຽນແອັບທະນາຄານຢູ່ ປະເທດໄທ
5. ການດຳເນີນເອກະສານໃຊ້ເວລາປະມານ 2-3 ເດືອນ ຈຶ່ງໄດ້ເດີນທາງ
6. ບໍ່ມີພະຍາດປະຈຳຕົວ, ບໍ່ມີພະຍາດແຊກຊ້ອນ
7. ບໍ່ມີພະຍາດວັນນະໂລກ, ໂລກເອດ, ຊີຟີລິດ,
ເອກະສານທີ່ຕ້ອງຖືມາໃນມື້ສໍາພາດ
1. ພາສປອດແທ້
2. ຮູບຖ່າຍໂຕຈິງຂອງແຮງງານ ພື້ນຫຼັງສີຂາວ (ເຄິ່ງໂຕ) (ອັບເດດໃຫມ່)

✅ 5. ຂັ້ນຕອນການດໍາເນີນງານທີ່ໂປ່ງໃສ ໃນການຈັດສົ່ງແຮງງານໄປເຮັດວຽກຢູ່ປະເທດໄທ
ບໍລິສັດ ສຸກໃຈ ບໍລິການຈັດຫາງານ ຈໍາກັດ ພວກເຮົາຍຶດໝັ້ນໃນຄວາມໂປ່ງໃສ, ວ່ອງໄວ ແລະ ເປັນມືອາຊີບ ພ້ອມທີ່ຈະຮ່ວມເດີນທາງໄປກັບທ່ານຕັ້ງແຕ່ມື້ທຳອິດທີ່ຍ່າງເຂົ້າມາສະໝັກ ໄປຈົນຮອດມື້ທີ່ທ່ານປະສົບຄວາມສຳເລັດ ແລະ ເດີນທາງກັບຄືນສູ່ ສປປ ລາວ ຢ່າງມີກຽດ ແລະ ປອດໄພ ໂດຍມີຂັ້ນຕອນການດໍາເນີນທີ່ໂປ່ງໃສດັ່ງນີ້:
1. ຂັ້ນຕອນການສະໝັກ ແລະ ເລືອກໜ້າວຽກ
ຜູ້ທີ່ສົນໃຈຢາກໄປເຮັດວຽກຕາມລະບົບ MOU ທີ່ປະເທດໄທ ສາມາດເຂົ້າມາຕິດຕໍ່ສອບຖາມຂໍ້ມູນ ແລະ ຂັ້ນຕອນການສະໝັກກັບພະນັກງານຢູ່ບໍລິສັດໂດຍກົງ ຫຼື ຕິດຕໍ່ຜ່ານຊ່ອງທາງອອນລາຍ ເພື່ອຮັບຟັງການແນະນຳເງື່ອນໄຂ, ຄ່າໃຊ້ຈ່າຍ ແລະ ປະເພດວຽກຕ່າງໆ ໄດ້ຟຣີ ໂດຍບໍ່ມີຄ່າໃຊ້ຈ່າຍໃດໆທັງສິ້ນໃນຂັ້ນຕອນການສະໝັກ. ທ່ານສາມາດເລືອກໜ້າວຽກໄດ້ວ່າຕ້ອງການໄປເຮັດວຽກປະເພດໃດ ຫາກເງື່ອນໄຂຄົບຖ້ວນຕາມທີ່ທາງນາຍຈ້າງກໍານົດໄວ້ ບໍລິສັດ ຈະຈັດສົ່ງໄປໃນຂະແໜງວຽກທີ່ທ່ານໄດ້ເລືອກສະໝັກໄວ.
2. ຂັ້ນຕອນການປະກອບເອກະສານ ແລະ ດໍາເນີນການແລ່ນເອກະສານ
ບໍລິສັດ ຈະເປັນຜູ້ຮັບຜິດຊອບດຳເນີນການຈັດກຽມເອກະສານ, ຮ່າງສັນຍາຈ້າງງານ ແລະ ຍື່ນຂໍວີຊາຈາກສະຖານທູດ ພ້ອມທັງປະສານງານກັບພາກສ່ວນທີ່ກ່ຽວຂ້ອງໃນທຸກຂັ້ນຕອນ ແລະ ແຈ້ງໃຫ້ແຮງງານຮັບຊາບເຖິງການດໍາເນີນເອກະສານໃນແຕ່ລະໄລຍະ ແຮງງານທຸກທ່ານຈຶ່ງໝັ້ນໃຈໄດ້ວ່າ ຈະໄດ້ຮັບເອກະສານການໄປເຮັດວຽກທີ່ຖືກຕ້ອງ ໂດຍບໍ່ຕ້ອງໄປແລ່ນເອກະສານເອງໃຫ້ຫຍຸ້ງຍາກ ພຽງແຕ່ກຽມເອກະສານມາຕາມທີ່ບໍລິສັດໄດ້ແຈ້ງໃນເບື້ອງຕົ້ນເຊັ່ນ: ພາສປອດສະບັບແທ້ ແລະ ຮູບຖ່າຍຂອງແຮງງານ.
3. ຂັ້ນຕອນການເຂົ້າສູນຝຶກອົບຮົມກຽມຄວາມພ້ອມກ່ອນການເດີນທາງ
ແຮງງານທຸກທ່ານທີ່ມີລາຍຊື່ເດີນທາງ ຈະຕ້ອງໄດ້ເຂົ້າຝຶກອົບຮົມຢູ່ສູນຝຶກອົບຮົມຂອງບໍລິສັດກຽມໄວ້ ທີ່ມີມາດຕະຖານ ແລະ ສິ່ງອຳນວຍຄວາມສະດວກຄົບຖ້ວນ. ບໍລິສັດຈະຝຶກອົບຮົມກ່ຽວກັບວັດທະນະທຳ, ມາລະຍາດ, ຄວາມເປັນຢູ່, ໜ້າວຽກ. ນອກຈາກນັ້ນ ຍັງຝຶກອົບຮົມກ່ຽວກັບກົດໝາຍແຮງງານ, ສະຫວັດດິການ, ລວມເຖິງກົດລະບຽບ ແລະ ຂໍ້ຫ້າມຕ່າງໆ ຂອງປະເທດໄທ ທີ່ແຮງງານຈຳເປັນຕ້ອງຮັບຊາບ ແລະ ປະຕິບັດຕາມຢ່າງເຂັ້ມງວດ.
ພິເສດ ຫາກທ່ານເດີນທາງມາຈາກຕ່າງແຂວງ ເມື່ອມາຮອດຄິວລົດເມສາຍໃຕ້ ຫຼື ສະຖານີລົດໄຟ ພວກເຮົາມີບໍລິການລົດຮັບ-ສົ່ງຟຣີ ພາທ່ານເຂົ້າທີ່ພັກໃນທີ່ພັກທີ່ສະອາດ, ປອດໄພ ທີ່ບໍລິສັດຈັດຕຽມໄວ້ໃຫ້ ມີອາຫານໃຫ້ໃນລະຫວ່າງທີ່ທ່ານຝຶກອົບຮົມຢູ່ສູນ ໂດຍບໍ່ມີຄ່າໃຊ້ຈ່າຍໃດໆທັງສິ້ນ.
4. ຂັ້ນຕອນການເດີນທາງໄປສູນອົບຮົມຢູ່ຈັງຫວັດໜອງຄາຍ ປະເທດໄທ ເຮັດບັດໃຫ້ຖືກຕ້ອງຕາມກົດໝາຍ
ໃນການເດີນທາງໄປປະເທດໄທ ບໍລິສັດ ສຸກໃຈ ຂອງພວກເຮົາ ຈະມີພະນັກງານເດີນທາງຮ່ວມໄປນຳທ່ານ ເພື່ອເບິ່ງແຍງ, ແນະນໍາ, ຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກ ຈົນເດີນທາງຮອດປະເທດໄທ ພວກເຮົາຈະພາທ່ານເດີນທາງຂ້າມດ່ານເພື່ອໄປສູນອົບຮົມຢູ່ຝັ່ງໜອງຄາຍ ປະເທດໄທ ເພື່ອເຂົ້າຮ່ວມການອົບຮົມແຮງງານ ແລະ ດຳເນີນການເຮັດບັດປະຈຳໂຕແຮງງານຕ່າງດ້າວ. ໃຫ້ໝັ້ນໃຈໄດ້ເລີຍວ່າ ທ່ານໄດ້ເຮັດວຽກແບບຖືກກົດໝາຍ 100% ແລະ ຈະໄດ້ຮັບສິດການຄຸ້ມຄອງຕາມກົດໝາຍ.
5. ຂັ້ນຕອນການຈັດສົ່ງເຖິງໃຫ້ນາຍຈ້າງ
ໃນຂັ້ນຕອນສຸດທ້າຍ ບໍລິສັດຈະປະສານງານ ແລະ ສົ່ງມອບແຮງງານທຸກທ່ານ ໃຫ້ກັບນາຍຈ້າງຢາສງຖືກຕ້ອງຕາມກົດໝາຍ ແລະ ປອດໄພ. ນອກຈາກນັ້ນ ພວກເຮົາຍັງຕິດຕາມການເຮັດວຽກຂອງແຮງງານທຸກຄົນໃນຊ່ວງທຳອິດ, ໃຫ້ຄໍາປຶກສາ ແລະ ໃຫ້ຄວາມຊ່ວຍເຫຼືອແກ່ແຮງງານ ໃນລະຫວ່າງທີ່ເຮັດວຽກຢູ່ປະເທດໄທ.

✅ 6. ລີວິວຈາກຜູ້ໃຊ້ບໍລິການແທ້
ຫາກທ່ານກຳລັງຊອກຫາຂໍ້ມູນ, ມີຄວາມກັງວົນ ຫຼື ຢາກຮູ້ວ່າ ຖ້າໄປເຮັດວຽກຕ່າງປະເທດຕົວຈິງແລ້ວຈະເປັນແນວໃດ? ການລີວິວດ້ານລຸ່ມນີ້ມີຄຳຕອບໃຫ້ທ່ານ ຜ່ານປະສົບການຈິງ 100% ຈາກອ້າຍເອື້ອຍນ້ອງແຮງງານລາວທີ່ເດີນທາງໄປເຮັດວຽກກັບບໍລິສັດ ສຸກໃຈ ບໍລິການຈັດຫາງານ ຂອງພວກເຮົາ.
ທຸກການລີວິວນີ້ຢັ້ງຢືນຈາກຜູ້ໃຊ້ບໍລິການຕົວຈິງ ຈະຊ່ວຍໃຫ້ທ່ານໝັ້ນໃຈໃນຄວາມໂປ່ງໃສ, ຄວາມປອດໄພ ພ້ອມທັງລະບົບການຄຸ້ມຄອງທີ່ຖືກຕ້ອງຕາມກົດໝາຍຂອງບໍລິສັດເຮົາຫຼາຍຍິ່ງຂຶ້ນ. ເປີດໃຈຮັບຊົມວິຖີຊີວິດ, ຄວາມເປັນຢູ່ ແລະ ຄວາມສຳເລັດຂອງແຮງງານໃນແຕ່ລະປະເທດ ເພື່ອຊ່ວຍໃຫ້ທ່ານຕັດສິນໃຈເລືອກອະນາຄົດທີ່ເໝາະສົມກັບຕົນເອງໄດ້ງ່າຍຂຶ້ນ.

✅ 7. ຄຳຖາມທີ່ພົບຫຼາຍ ປະເທດໄທ
1. ເອກະສານປະກອບໃນການສະໝັກໄປເຮັດວຽກຢູ່ໄທ ມີຫຍັງແດ່?
ຕຳຕອບ: ເອກະສານຫຼັກທີ່ຕ້ອງກຽມໃນການສະໝັກໄປເຮັດວຽກຢູ່ໄທ ມີ: ພາສສະປອດຂອງແທ້ທີ່ຍັງໃຊ້ງານໄດ້ ເນື່ອງຈາກທາງບໍລິສັດຕ້ອງໃຊ້ພາສສະປອດຂອງແທ້ໃນການດຳເນີນເອກະສານ. ຖ້າທ່ານຍັງບໍ່ທັນມີພາສສະປອດ ທ່ານສາມາດລົງທະບຽນໄວ້ກ່ອນ ພ້ອມລະບຸໜ່ວຍງານທີ່ຕ້ອງການ ແລ້ວນຳພາສສະປອດຂອງແທ້ມາຍື່ນພາຍຫຼັງໄດ້.
2. ການສະໝັກໄປເຮັດວຽກຢູ່ໄທໄດ້ເສຍຄ່າເອກະສານຫຍັງແດ່?
ຄຳຕອບ: ຄ່າໃຊ້ຈ່າຍທີ່ທ່ານຕ້ອງຊຳລະ ຄື ຄ່າມັດຈຳ 3,000 ບາດ ກ່ອນວັນເດີນທາງ ໂດຍເງິນດັ່ງກ່າວ ທາງບໍລິສັດຈະໂອນຄືນໃຫ້ທ່ານ ຫຼັງຈາກເຮັດວຽກຄົບ 3 ເດືອນ ໃນກໍລະນີທີ່ທ່ານຫາກບໍ່ຢູ່ຢູ່ ຫຼື ເຮັດວຽກໄດ້ບໍ່ຮອດ 3 ເດືອນ ທາງບໍລິສັດ ຈຳເປັນຕ້ອງຕັດເກັບຄ່າມັດຈຳດັ່ງກ່າວໄວ້ ເປັນຄ່າດຳເນີນການທີ່ໄດ້ເກີດຂຶ້ນ.
3. ແຕ່ລະເດືອນບໍລິສັດຫັກຄ່າ MOU ທໍ່ໃດ?
ຄຳຕອບ: ທາງຝ່າຍໄທຈະດຳເນີນການຫັກຄ່າMOUໃນຈໍານວນ 3,000 ບາດຕໍ່ເດືອນໃນໄລຍະ 6 ເດືອນທຳອິດ ຫຼັງຈາກໝົດໄລຍະ 6 ເດືອນດັ່ງກ່າວທ່ານຈະໄດ້ຮັບເງິນເດືອນຄົບຕາມຈຳນວນທີ່ກຳນົດໂດຍບໍ່ມີການຫັກຄ່າ MOU ອີກຕໍ່ໄປ.
4. ສະໝັກໄປແລ້ວຈັກເດືອນຈຶ່ງໄດ້ເດີນທາງ?
ຄໍາຕອບ: ຫຼັງຈາກສໍາພາດຜ່ານນ ໄລຍະເວລາດຳເນີນເອກະສານແມ່ນຈະໃຊ້ເວລາປະມານ 2 ຫາ 3 ເດືອນ ທັງນີ້ຂຶ້ນຢູ່ກັບຄວາມໄວ-ຊ້າຂອງການອອກເອກະສານຈາກພາກສ່ວນທີ່ກ່ຽວຂ້ອງທັງຝັ່ງລາວ ແລະ ຝັ່ງໄທ ຫາກເອກະສານທຸກຢ່າງພ້ອມ ທ່ານອາດໄດ້ເດີນທາງກ່ອນ 3 ເດືອນ.
5. ບໍ່ມີເງິນຈ່າຍຄ່າມັດຈຳສາມາດສະໝັກໄປໄດ້ບໍ?
ຄຳຕອບ: ຄ່າມັດຈຳແມ່ນເງື່ອນໄຂສຳຄັນໃນການສະໝັກ ທ່ານຈຳເປັນຕ້ອງຊຳລະຄ່າມັດຈຳ ເພື່ອເປັນການຢືນຢັນຄວາມຕັ້ງໃຈ ທີ່ຈະເດີນທາງໄປເຮັດວຽກ. ໃນກໍລະນີທີ່ທ່ານດຳເນີນເອກະສານໄປແລ້ວ ແຕ່ຕ້ອງການຍົກເລີກ ທາງບໍລິສັດ ຈຳເປັນຕ້ອງຫັກຄ່າມັດຈຳ ດັ່ງກ່າວ ເພື່ອທົດແທນຄ່າເອກະສານທີ່ໄດ້ດຳເນີນໄປແລ້ວ.
_______________________
ຄຳຖາມຍອດຮິດ (ສ.ເກົາຫຼີ, ໄທ, ຢີ່ປຸນ, ສະຖາບັນການເງິນ)

✅ 8. ຄວາມມຸ່ງໝັ້ນຈາກ CEO
ສະບາຍດີ ພີ່ນ້ອງແຮງງານ ທີ່ຮັກແພງ ທຸກໆທ່ານ
ບໍລິສັດ ສຸກໃຈ ບໍລິການຈັດຫາງານ ພວກເຮົາດຳເນີນທຸລະກິດ ພາຍໃຕ້ວິໃສທັດທີ່ຈະກາຍເປັນຜູ້ນຳດ້ານການຈັດຫາງານທີ່ມີຄຸນະພາບຢ່າງຄົບວົງຈອນ ເພື່ອມອບໂອກາດທີ່ດີທີ່ສຸດໃຫ້ກັບແຮງງານທຸກລະດັບຢູ່ ສປປ ລາວ
ກຸ່ມບໍລິສັດສຸກໃຈ ເລີ່ມຕົ້ນມາຈາກບໍລິສັດ ສຸກໃຈ ບໍລິການຈັດຫາງານ ຈຳກັດຜູ້ດຽວ , ຂ້າພະເຈົ້າມີຄວາມມຸ່ງໝັ້ນ ແລະ ຕັ້ງໃຈ ທີ່ຢາກຈະສ້າງວຽກເຮັດງານທຳ ແລະ ພັດທະນາສີມືແຮງງານໃຫ້ກັບຄົນລາວທຸກລະດັບ ໂດຍສະເພາະແຮງງານທີ່ບໍ່ມີວິຊາຊີບທີ່ຢູ່ເຂດຫ່າງໄກສອກຫຼີກ ໃຫ້ມີໂອກາດເຂົ້າເຖິງຕຳແໜ່ງງານທີ່ຫຼາກຫຼາຍ ທັງພາຍໃນ ແລະ ຕ່າງປະເທດ ທັງຮູບແບບລະດູການ ແລະ ຮູບແບບໄລຍະຍາວ ໂດຍການມອບການບໍລິການທີ່ໂປ່ງໃສ, ເປັນມືອາຊີບ ແລະ ເປັນທຳໃຫ້ກັບລູກຄ້າທຸກຄົນທີ່ມາໃຊ້ບໍລິການ.
ຂ້າພະເຈົ້າໃຫ້ຄວາມສຳຄັນທີ່ສຸດໃນການດຳເນີນທຸລະກິດດ້ວຍຈັນຍາບັນຕໍ່ ລູກຄ້າ ນັ້ນກໍຄືແຮງງານທຸກຄົນທີ່ມາໃຊ້ບໍລິການ, ຕໍ່ຄູ່ຮ່ວມງານທັງພາຍໃນ ແລະ ຕ່າງປະເທດ ແລະ ຕໍ່ປະເທດຊາດ ເພື່ອການຂະຫຍາຍທຸລະກິດແບບໝັ້ນຄົງ ແລະ ຍືນຍົງ .
ໃນນາມຄົນລາວຄົນໜື່ງ, ຂ້າພະເຈົ້າມີຄວາມມຸ່ງໝັ້ນທີ່ຢາກປະກອບສ່ວນຊ່ວຍໃນການສ້າງສາ ແລະ ພັດທະນາປະເທດຊາດ ໂດຍການສ້າງວຽກເຮັດງານທຳໃຫ້ກັບຄົນລາວ, ພັດທະນາສີມືແຮງງານໃຫ້ເຂົາເຈົ້າມີທັກສະ ເພື່ອມີລາຍຮັບທີ່ໝັ້ນຄົງ ແລະ ມີຊິວິດການເປັນຢູ່ທີ່ນັບມື້ນັບດີຂື້ນເທື່ອລະກ້າວ.
ຂ້າພະເຈົ້າມຸ່ງໝັ້ນຂະຫຍາຍທຸລະກິດທີ່ປິ່ນອ້ອມວຽກຈັດຫາງານຄື ສ້າງຕັ້ງສະຖາບັນການເງິນທີ່ມີຄວາມພ້ອມດ້ານການສະໜອງແຫຼ່ງທຶນດອກເບ້ຍຕຳ່ໃຫ້ແຮງງານທຸກຄົນທີ່ຕ້ອງການໄປເຮັດວຽກໂດຍຜ່ານ ບໍລິສັດ ສຸກໃຈ ບໍລິການຈັດຫາງານ ສາມາດໄປໄດ້ສະດວກ ແລະ ບໍ່ຕ້ອງຫຍຸ້ງຍາກໃນການຊອກແຫຼ່ງທຶນເອງ, ຮ່ວມມືກັບທະນາຄານ ເພື່ອອຳນວຍຄວາມສະດວກໃຫ້ແຮງງານໂອນເງິນກັບຄືນປະເທດໄດ້ຢ່າງສະດວກ ,ປອດໄພ ແລະ ນຳເງິນຕາເຂົ້າປະເທດໂດຍຜ່ານລະບົບທະນາຄານ ເຊິ່ງສອດຄ່າງກັບນະໂຍບາຍຂອງພັກ ແລະ ລັດຖະບານ.
ນອກຈາກນີ້ພວກເຮົາຍັງມີ ສູນພັດທະນາສີມືແຮງງານ ສຸກໃຈ ເພື່ອເຮັດຫນ້າທີ່ຝຶກແຮງງານກ່ອນການຈັດສົ່ງ ແລະ ຫຼັງກັບຄືນປະເທດ ເພື່ອສຶບຕໍ່ພັດທະນາທັກສະທີ່ໄດ້ຮຽນຮູ້ມາ ພັດທະນາຕໍ່ໃຫ້ສາມາດກາຍເປັນຜູ້ປະກອບການ ຫຼື ສຶບຕໍ່ເຮັດວຽກພາຍໃນປະເທດ.
ຂໍໃຫ້ລູກຄ້າທຸກຄົນທີ່ມາໃຊ້ບໍລິການໝັ້ນໃຈວ່າ ພວກທ່ານຈະໄດ້ຮັບການບໍລິການທີ່ໂປ່ງໃສ, ວ່ອງໄວ, ເປັນມືອາຊີບ. ພວກເຮົາພ້ອມທີ່ຈະດູແລທ່ານ ແລະ ຢູ່ຄຽງຂ້າງທຸກການເຕີບໂຕໄປພ້ອມໆກັນ, ອົງກອນຂອງພວກເຮົາມີການຮຽນຮູ້ຈາກປັນຫາໃນທຸກໆມື້ ແລະ ບໍ່ຢຸດທີ່ຈະຮຽນຮູ້ ແລະພັດທະນາບຸກຄະລາກອນໃນອົງກອນທຸກຄົນ ເພື່ອປັບຕົວໃຫ້ທັນກັບສະພາບການປ່ຽນແປງ ແລະ ມອບການບໍລິການທີ່ດີທີ່ສຸດໃຫ້ກັບລູກຄ້າ ແລະ ຄູ່ຮ່ວມງານຂອງພວກເຮົາ.
ດັ່ງຄຳຂວັນບໍລິສັດຄື ສຸກໃຈ ເມື່ອໄປກັບເຮົາ
ທ່ານ ນາງ ສິນໃຈ ໄຊຍະລາດ
ປະທານ ກຸ່ມບໍລິສັດ ສຸກໃຈ

✅ 9. ຂໍ້ມູນຕິດຕໍ່ແຕ່ລະພະແນກ ຫຼື ສອບຖາມຂໍ້ມູນເພີ່ມເຕີມ
ເບີໂທປະສານງານ
ມື້ເຮັດວຽກ: ວັນຈັນ-ວັນສຸກ (ພັກວັນເສົາ-ອາທິດ ແລະ ມື້ພັກລັດຖະການ)
ເວລາເຮັດວຽກ: 08:00-17:00 ໂມງ
1. ພະແນກບໍລິການລູກຄ້າ 020 5704 9666
- Email: info@soukchay.com
2. ພະແນກຈັດຫາງານໄປ ສ.ເກົາຫຼີ
- ໜ່ວຍງານສະໝັກວຽກລະດູການ ສ.ເກົາຫຼີ 020 5710 9666
- ໜ່ວຍງານກວດສຸຂະພາບແຮງງານ 020 5290 9666
- ໜ່ວຍງານຮັບບັນຫາ ແລະ ແກ້ໄຂບັນຫາແຮງງານ 020 5767 9666, 020 5643 9666
- Email: kr@soukchay.com
3. ພະແນກຈັດຫາງານໄປປະເທດໄທ 020 5420 9666
- Email: th@soukchay.com
4. ພະແນກຈັດຫາງານໄປປະເທດຍີ່ປຸ່ນ 020 5450 9666
- Email: jp@soukchay.com
5. ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ສຸກໃຈ 020 5994 1966
- Email: mfi@soukchay.com
ກຸ່ມບໍລິສັດ ສຸກໃຈ : ສຳນັກງານໃຫຍ່ຕັ້ງຢູ່ ຖະໜົນນາຄວາຍ ບ້ານ ດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
Facebook Page : ບໍລິສັດ ສຸກໃຈ ບໍລິການຈັດຫາງານ ຈຳກັດຜູ້ດຽວ Soukchay Employment Service Sole





SOUKCHAY.com
ກຸ່ມບໍລິສັດ ສຸກໃຈ ດໍາເນີນທຸລະກິດດ້ວຍເປົ້າໝາຍສູງສຸດ ຄືການຮ່ວມເປັນກຳລັງສຳຄັນໃນການພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຢ່າງຍືນຍົງ ແລະ ຂັບເຄື່ອນເສດຖະກິດຂອງປະເທດ. ພວກເຮົາໃຫ້ບໍລິການຈັດຫາງານຢ່າງໂປ່ງໃສ, ສະໜອງແຫຼ່ງທຶນສິນເຊື່ອທີ່ດອກເບ້ຍຕໍ່າ, ຝຶກອົບຮົມສີມືແຮງງານໃຫ້ມີຄຸນນະພາບ, ສ້າງວຽກເຮັດງານທຳໃຫ້ຄົນລາວ, ມຸ່ງໝັ້ນທີ່ຈະສ້າງໂອກາດ ແລະ ຍົກລະດັບຄຸນນະພາບຊີວິດຂອງແຮງງານລາວ ຄຽງຄູ່ໄປກັບການຕອບແທນຄືນສູ່ສັງຄົມ, ປະເທດຊາດ, ຄູ່ຮ່ວມງານ ແລະ ລູກຄ້າໝົດທຸກທ່ານໃຫ້ເຕີບໃຫຍ່ຂະຫຍາຍຕົວໄປພ້ອມກັນແບບຍືນຍົງ.
ກຸ່ມບໍລິສັດ ສຸກໃຈ
ສຳນັກງານໃຫຍ່ຕັ້ງຢູ່ ຖະໜົນນາຄວາຍ ບ້ານ ດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ມຶ້ເຮັດວຽກ : ວັນຈັນ - ວັນສຸກ (ພັກວັນເສົາ-ອາທິດ ແລະ ວັນພັກລັດຖະການ)
ເວລາເຮັດວຽກ 08:00 - 17:00 ໂມງ
ໂທ:
+856 20 5704 9666
+856 21 711 919
Email:
info@soukchay.com
SOUKCHAY.com | All rights reserved.
bottom of page






















