



SOUKCHAY.com
“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”

ນະໂຍບາຍມາດຕະຖານການບໍລິການ
1. ບໍລິສັດ ສຸກໃຈ ຢຶດໝັ້ນໃນຫຼັກການ "ການບໍລິການດ້ວຍຫົວໃຈ ແລະ ເອົາໃຈໃສ່ໃນທຸກບາດກ້າວ". ພວກເຮົາມຸ່ງໝັ້ນທີ່ຈະສົ່ງມອບປະສົບການການບໍລິການ ທີ່ມີຄຸນນະພາບສູງ, ວ່ອງໄວ, ໂປ່ງໃສ ແລະ ມີປະສິດທິພາບ ເພື່ອຕອບສະໜອງຄວາມຕ້ອງການ ແລະ ສ້າງຄວາມເພິ່ງພໍໃຈສູງສຸດໃຫ້ແກ່ລູກຄ້າທຸກທ່ານທີ່ກ້າວເຂົ້າມາໃຊ້ບໍລິການ.
2. ພວກເຮົາມີມາດຕະຖານການບໍລິການທີ່ດີ ແລະ ໃຫ້ຄຳປຶກສາຢ່າງໃກ້ຊິດ ຕັ້ງແຕ່ມື້ທຳອິດທີ່ທ່ານເຂົ້າມາສະໝັກ, ຂັ້ນຕອນການກຽມເອກະສານ, ການຝຶກອົບຮົມກ່ອນການຈັດສົ່ງ, ການຍື່ນວີຊ້າ ໄປຈົນຮອດການອຳນວຍຄວາມສະດວກໃນການເດີນທາງ ໂດຍມີທີມງານມືອາຊີບໃຫ້ຄວາມຊ່ວຍເຫຼືອໃນທຸກໆຂັ້ນຕອນ
3. ພວກເຮົານຳໃຊ້ລະບົບການຄຸ້ມຄອງຂໍ້ມູນ ທີ່ທັນສະໄໝ ແລະ ກຳນົດຂັ້ນຕອນການດຳເນີນງານມາດຕະຖານທີ່ຊັດເຈນ ເພື່ອເຮັດໃຫ້ການປະສານງານ, ການແຈ້ງຂໍ້ມູນຂ່າວສານ ແລະ ການດຳເນີນເອກະສານຕ່າງໆ ເປັນໄປດ້ວຍຄວາມວ່ອງໄວ, ຖືກຕ້ອງ, ທັນເວລາ ແລະ ຫຼຸດຜ່ອນຂັ້ນຕອນທີ່ຫຍຸ້ງຍາກໃຫ້ຫຼາຍທີ່ສຸດ.
4. ພວກເຮົາຢຶດໝັ້ນໃນການບໍລິການ ທີ່ໃຫ້ກຽດ, ສຸພາບ, ຍຸຕິທຳ ແລະ ເທົ່າທຽມຕໍ່ຜູ້ໃຊ້ບໍລິການທຸກໆທ່ານ ໂດຍບໍ່ມີການເລືອກປະຕິບັດ.
5. ພວກເຮົາເປີດກວ້າງ ແລະ ຍິນດີຮັບຟັງທຸກໆຄຳຄິດເຫັນ, ຄຳຕິຊົມ ຫຼື ຄຳແນະນຳ ຈາກທຸກພາກສ່ວນ ໂດຍພວກເຮົາມີຊ່ອງທາງການຮັບເລື່ອງຮ້ອງຮຽນ ແລະ ປະເມີນຄວາມເພິ່ງພໍໃຈ ທີ່ຊັດເຈນ ເພື່ອນຳເອົາຂໍ້ມູນເຫຼົ່ານັ້ນ ມາເປັນແນວທາງໃນການປັບປຸງ, ແກ້ໄຂ ແລະ ພັດທະນາຄຸນນະພາບການບໍລິການໃຫ້ດີຂຶ້ນເລື່ອຍໆ ຢ່າງບໍ່ຢຸດຢັ້ງ.
ນະໂຍບາຍ ແລະ ຈັນຍາບັນທາງທຸລະກິດ
ກຸ່ມບໍລິສັດ ສຸກໃຈ ດຳເນີນທຸລະກິດໂດຍຍຶດໝັ້ນໃນຫຼັກການກົດໝາຍ, ຄວາມຮັບຜິດຊອບ ແລະ ຄວາມເປັນມືອາຊີບໃນທຸກດ້ານ ພວກເຮົາໄດ້ວາງມາດຕະການ ແລະ ກຳນົດນະໂຍບາຍຫຼັກຂອງອົງກອນ ເພື່ອເປັນເສົາຄ້ຳໃນການຂັບເຄື່ອນຍຸດທະສາດທາງທຸລະກິດ, ການຄຸ້ມຄອງບຸກຄະລາກອນ ແລະ ການສົ່ງມອບການບໍລິການທີ່ໄດ້ຮັບຄວາມໄວ້ວາງໃຈໃນລະດັບສາກົນ ບົນພື້ນຖານຂອງຄວາມໂປ່ງໃສ, ວ່ອງໄວ ແລະ ເປັນມືອາຊີບ.

