



SOUKCHAY.com
“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”

ນະໂຍບາຍມາດຕະຖານດ້ານຈັນຍາບັນ
ກຸ່ມບໍລິສັດ ສຸກໃຈ ດຳເນີນທຸລະກິດພາຍໃຕ້ລະບຽບກົດໝາຍ ແລະ ຄວາມຮັບຜິດຊອບສູງ ໂດຍແບ່ງການປະຕິບັດຈະລິຍະທຳອອກເປັນ 4 ເສົາຫຼັກຄື:
1. ຕໍ່ປະເທດຊາດ: ບໍລິສັດເຄົາລົບ ແລະ ປະຕິບັດຕາມລະບຽບກົດໝາຍ, ມີຄວາມໂປ່ງໃສ, ສາມາດກວດສອບໄດ້, ຈ່າຍພາສີ-ອາກອນ ຢ່າງຖືກຕ້ອງ ແລະ ຮ່ວມມືກັບພາກລັດໃນການພັດທະນາເສດຖະກິດ-ສັງຄົມ ປະຕິບັດຕາມຂໍ້ກຳນົດກົດລະບຽບຂອງພາກລັດຢ່າງເຂັ້ມງວດ ເພື່ອເປັນແບບຢ່າງທີ່ດີໃນສັງຄົມ.
2. ຕໍ່ຄູ່ຮ່ວມທຸລະກິດ: ບໍລິສັດດຳເນີນທຸລະກິດບົນພື້ນຖານຄວາມເປັນທຳ, ເທົ່າທຽມ, ມີຄຸນນະທຳ ຮັກສາສັນຍາ ແລະ ຄວາມລັບຂອງຄູ່ຄ້າ ເພື່ອສ້າງຄວາມເຊື່ອໝັ້ນ , ຄວາມເຫຼື້ອມໃສສັດທາ ແລະ ເຕີບໂຕໄປພ້ອມກັນໃນໄລຍະຍາວ.
3. ຕໍ່ລູກຄ້າ ແລະ ແຮງງານ: ບໍລິສັດມຸ່ງໝັ້ນສົ່ງມອບການບໍລິການທີ່ໂປ່ງໃສ, ຊື່ສັດຕໍ່ລູກຄ້າ, ບໍ່ເອົາປຽບ, ປົກປ້ອງສິດທິຜົນປະໂຫຍດອັນຊອບທຳ ແລະ ດູແລແຮງງານທຸກຄົນຕາມຫຼັກການ ແລະ ສັນຍາຈ້າງຢ່າງໃກ້ຊິດ. ພວກເຮົາມີມາດຕະການທີ່ເດັດຂາດຕໍ່ກັບການຮັບ ຫຼື ໃຫ້ສິນບົນໃນທຸກຮູບແບບ ບໍ່ວ່າຈະເປັນທາງກົງ ຫຼື ທາງອ້ອມ.
4. ຕໍ່ພະນັກງານ: ບໍລິສັດປະຕິບັດຕໍ່ພະນັກງານທຸກລະດັບດ້ວຍຄວາມເຄົາລົບ,ສ້າງຄວາມຮູ້ສິ່ງໄຫມ່ໆ ແລະ ຄວາມຄິດລິເລີ່ມໄຫມ່ທີ່ທັນສະໄຫມ ໃຫ້ກັບພະນັກງານທຸກຄົນຢ່າງສະຫມໍ່າສະເຫມີ. ໃຫ້ຄວາມສະເໝີພາບ ແລະ ບໍ່ມີການຈຳແນກເຊື້ອຊາດ, ສາສະໜາ ຫຼື ເພດໄວ; ພວກເຮົາສົ່ງເສີມ ແລະ ປູກຝັງໃຫ້ບຸກຄະລາກອນທຸກລະດັບ ປະຕິບັດໜ້າທີ່ດ້ວຍຄວາມຊື່ສັດ, ມີຄວາມຮັບຜິດຊອບສູງ,ຮັກສາສັກສີ, ໃຫ້ກຽດເຊິ່ງກັນ ແລະ ກັນ, ເຄົາລົບຄວາມຫຼາກຫຼາຍ ແລະ ມຸ່ງເນັ້ນການແຂ່ງຂັນທາງທຸລະກິດຢ່າງຍຸຕິທຳ ໂດຍບໍ່ເອົາປຽບຄູ່ແຂ່ງ ຫຼື ລູກຄ້າ.
ນະໂຍບາຍ ແລະ ຈັນຍາບັນທາງທຸລະກິດ
ກຸ່ມບໍລິສັດ ສຸກໃຈ ດຳເນີນທຸລະກິດໂດຍຍຶດໝັ້ນໃນຫຼັກການກົດໝາຍ, ຄວາມຮັບຜິດຊອບ ແລະ ຄວາມເປັນມືອາຊີບໃນທຸກດ້ານ ພວກເຮົາໄດ້ວາງມາດຕະການ ແລະ ກຳນົດນະໂຍບາຍຫຼັກຂອງອົງກອນ ເພື່ອເປັນເສົາຄ້ຳໃນການຂັບເຄື່ອນຍຸດທະສາດທາງທຸລະກິດ, ການຄຸ້ມຄອງບຸກຄະລາກອນ ແລະ ການສົ່ງມອບການບໍລິການທີ່ໄດ້ຮັບຄວາມໄວ້ວາງໃຈໃນລະດັບສາກົນ ບົນພື້ນຖານຂອງຄວາມໂປ່ງໃສ, ວ່ອງໄວ ແລະ ເປັນມືອາຊີບ.
