



SOUKCHAY.com
“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”

ຮັບແຈ້ງຄວາມບໍ່ໂປ່ງໃສ
ຫາກທ່ານພົບເຫັນຄວາມບໍ່ໂປ່ງໃສ, ການຖືກເອົາປຽບ, ພົບເຫັນການແອບອ້າງຊື່ບໍລິສັດ ຫຼື ບັນຫາອື່ນໆທີ່ເກີດຂຶ້ນກັບທ່ານ ເຮັດໃຫ້ບໍ່ໄດ້ຮັບຄວາມຍຸຕິທຳ ໃນຂັ້ນຕອນການດໍາເນີນເອກະສານຕ່າງໆ ເພື່ອປົກປ້ອງສິດທິຂອງແຮງງານທຸກຄົນ ທ່ານສາມາດຕິດຕໍ່ຫາສູນຮັບແຈ້ງບັນຫາໂດຍກົງ. ພວກເຮົາເກັບຮັກສາຂໍ້ມູນຂອງທ່ານເປັນຄວາມລັບສູງສຸດ 100% ເພາະພວກເຮົາ ຍຶດໝັ້ນໃນຄວາມໂປ່ງໃສ ປົກປ້ອງສິດທິແຮງງານ ແລະ ບໍ່ຍອມຮັບການທຸຈະລິດທຸກຮູບແບບ.
ບໍລິສັດ ສຸກໃຈ ດຳເນີນທຸລະກິດ ພາຍໃຕ້ຫຼັກຈັນຍາບັນ ແລະ ຄວາມໂປ່ງໃສ 100%. ພວກເຮົາມີບໍລິການຮັບແຈ້ງບັນຫາ ເພື່ອເປັນຊ່ອງທາງໃຫ້ແຮງງານ, ຄູ່ຮ່ວມງານ ແລະ ປະຊາຊົນທົ່ວໄປ ສາມາດແຈ້ງ, ຮ້ອງຮຽນ ຫຼື ສະເໜີຄຳຄິດເຫັນ ກ່ຽວກັບການປະຕິບັດງານທີ່ເຫັນວ່າບໍ່ໂປ່ງໃສ, ບໍ່ຍຸດຕິທຳ, ການເອົາປຽບ ຫຼື ການແອບອ້າງຊື່ບໍລິສັດໂດຍກຸ່ມມິດສາຊີບ.
ເມື່ອໄດ້ຮັບການແຈ້ງບັນຫາ ບໍລິສັດ ຈະກວດສອບຂໍ້ມູນຕາມຂັ້ນຕອນດັ່ງນີ້:
1. ປົກປ້ອງຄວາມລັບ 100%
ຂໍ້ມູນ, ຊື່-ນາມສະກຸນ ແລະ ລາຍລະອຽດຂອງຜູ້ແຈ້ງບັນຫາມານັ້ນ ຈະຖືກເກັບຮັກສາເປັນຄວາມລັບສູງສຸດ ໂດຍມີພຽງຄະນະກຳມະການກວດສອບເທົ່ານັ້ນທີ່ເຂົ້າເຖິງໄດ້.
2. ດໍາເນີນການກວດສອບຢ່າງຍຸດຕິທໍາ ແລະ ວ່ອງໄວ
ທຸກໆບັນຫາທີ່ຖືກຮ້ອງຮຽນ ຈະຖືກດຳເນີນການກວດສອບຂໍ້ເທັດຈິງຢ່າງເຂັ້ມງວດ, ໂປ່ງໃສ ແລະ ແຈ້ງຄວາມຄືບໜ້າໃຫ້ຜູ້ຮ້ອງຮຽນຊາບ.
3. ດໍາເນີນການໃສ່ລະບຽບ ແລະ ປະຕິບັດຕາມກົດໝາຍ
ຫາກມີຫຼັກຖານຈະແຈ້ງວ່າ ພະນັກງານຜູ້ໃດພາຍໃນອົງກອນປະຕິບັດວຽກງານດ້ວຍຄວາມບໍ່ໂປ່ງໃສ, ຮັບສິນບົນ, ປອມແປງເອກະສານ ຫຼື ນຳໃຊ້ຊັບສິນຂອງບໍລິສັດໄປສະແຫວງຫາຜົນປະໂຫຍດສ່ວນຕົວ ຫຼື ເຄື່ອນໄຫວໃນສິ່ງທີ່ບໍ່ຖືກຕ້ອງ ທີ່ກໍ່ໃຫ້ເກີດຄວາມເສຍຫາຍແກ່ອົງກອນ, ແກ່ລູກຄ້າຜູ້ມາໃຊ້ບໍລິການ, ຄູ່ຮ່ວມທຸລະກິດ ຫຼື ຜິດຕໍ່ລະບຽບກົດໝາຍ ບໍລິສັດຈະດຳເນີນການຍົກເລີກສັນຍາຈ້າງ ແລະ ໃຫ ້ພົ້ນສະພາບການເປັນພະນັກງານທັນທີ ພ້ອມທັງດຳເນີນຄະດີທາງກົດໝາຍ.
ຫາກທ່ານພົບເຫັນເບາະແສ ຫຼື ຕ້ອງການແຈ້ງບັນຫາ ຕິດຕໍ່ໄດ້ໂດຍຕົງທີ່:
020 5772 9966
ຊ່ວຍເຫຼືອແຮງງານ
ບໍລິສັດ ສຸກໃຈ ພ້ອມຢູ່ຄຽງຂ້າງ ແລະ ໃຫ້ຄວາມຊ່ວຍເຫຼືອທ່ານ ພວກເຮົາບໍ່ໄດ້ພຽງແຕ່ຈັດສົ່ງແຮງງານໄປເຮັດວຽກ ແຕ່ຍັງສຶບຕໍ່ຄຸ້ມຄອງ ແລະ ໃຫ້ຄຳປຶກສາທ່ານ ເພື່ອໃຫ້ທ່ານສາມາດເຮັດວຽກຢູ່ຕ່າງປະເທດໄດ້ຢ່າງອຸ່ນໃຈ, ມີຄວາມໝັ້ນຄົງ ແລະ ໄດ້ຮັບຄວາມຍຸດຕິທຳໃນທຸກໆດ້ານຕະຫຼອດໄລຍະເວລາການເຮັດວຽກ.


ຄຳຖາມຍອດຮິດ (FAQs)
ສັງລວມທຸກຄຳຖາມ, ໄຂຂໍ້ຂ້ອງໃຈ ແລະ ເລື່ອງທີ່ແຮງງານຕ້ອງຮູ້ກ່ອນການເດີນທາງ ເຮັດແນວໃດໃຫ້ສາມາດສະໝັກໄປໄດ້, ຂັ້ນຕອນການກຽມໂຕ, ແລະ ຜົນປະໂຫຍດທີ່ຈະໄດ້ຮັບ. ທຸກຂໍ້ສົງໄສຂອງທ່ານ ມີຄຳຕອບທີ່ຊັດເຈນ ແລະ ໂປ່ງໃສ 100% ຢູ່ໃນນີ້ ຄລິກອ່ານຕໍ່ ເພື່ອກວດເບີ່ງຄຳຕອບຂອງຄຳຖາມທີ່ທ່ານຢາກຮູ້.



ບໍລິການສິນເຊື່ອດອກເບ້ຍຕໍ່າ
ຢາກໄປເຮັດວຽກຢູ່ຕ່າງປະເທດ ແຕ່ບໍ່ມີທຶນໃນການສະໝັກ ແລະ ດຳເນີນເອກະສານ ບໍ່ແມ່ນອຸປະສັກຂອງການສ້າງອະນາຄົດອີກຕໍ່ໄປ ບໍລິສັດ ສຸກໃຈ ບໍລິການຈັດຫາງານ ເຂົ້າໃຈທຸກຄວາມຝັນ ແລະ ຄວາມຕັ້ງໃຈຂອງທຸກທ່ານ ພວກເຮົາຮ່ວມມືກັບ ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ສຸກໃຈ ເພື່ອປົດລ໋ອກຂໍ້ຈຳກັດນີ້. ພວກເຮົາພ້ອມສະໜອງ ສິນເຊື່ອດອກເບ້ຍຕ ່ຳ ໃຫ້ແຮງງານທີ່ຜ່ານການຄັດເລືອກ ດ້ວຍເງື່ອນໄຂທີ່ເປັນທຳ, ອະນຸມັດງ່າຍ, ໂປ່ງໃສ 100%.



ສູນພັດທະນາສີມືແຮງງານ
ຢາກໄປເຮັດວຽກຢູ່ຕ່າງປະເທດ ແຕ່ຍັງກັງວົນເລື່ອງພາສາ ແລະ ວິທີການດໍາລົງຊີວິດ ບໍລິສັດ ສຸກໃຈ ບໍລິການຈັດຫາງານ ພວກເຮົາມີ ສູນພັດທະນາສີມືແຮງງານ ສຸກໃຈ ທີ່ພ້ອມຈະຝຶກອົບຮົມ ແລະ ຍົກລະດັບສີມືແຮງງານລາວສູ່ມາດຕະຖານສາກົນ ໃຫ້ບໍລິການອົບຮົມທັງດ້ານພາສາ, ວິຊາຊີບ ແລະ ວັດທະນະທຳຢ່າງຄົບວົງຈອນ ເພື່ອໃຫ້ທ່ານມີຄວາມພ້ອມສໍາລັບການເດີນທາງໄປເຮັດວຽກຢູ່ຕ່າງປະເທດ.


