top of page
ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100
‎BRANDING.co.th - LOGO.‎005.png

SOUKCHAY.com

“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”

ภาพโปร่ง 100x100

ສູນສົ່ງເສີມການສຶກສາ ແລະ ວິຊາຊີບ ສຸກໃຈ

ສູນສົ່ງເສີມການສຶກສາ ແລະ ວິຊາຊີບ ສຸກໃຈ ເປັນອີກໜື່ງພາລະກິດທີ່ສໍາຄັນຂອງ ກຸ່ມບໍລິສັດ ສຸກໃຈ ເຄື່ອນໄຫວພາຍໃຕ້ແນວທາງນະໂຍບາຍການສົ່ງເສີມ ການຮຽນຮູ້ຕະຫຼອດຊີວິດ ຂອງພັກ ແລະ ລັດຖະບານ. ພວກເຮົາໃຫ້ຄວາມສຳຄັນກັບທຸກຂັ້ນຕອນຂອງການສຶກສາ ແລະ ການຝຶກອົບຮົມວິຊາຊີບ ນັບຕັ້ງແຕ່ການສຶກສາຂັ້ນພື້ນຖານ, ອາຊີວະສຶກສາ, ເຕັກນິກວິຊາຊີບ, ໄປຮອດການສຶກສາຊັ້ນສູງ ພ້ອມທັງການພັດທະນາທັກສະພາຍໃນອົງກອນ ເພື່ອຕອບສະໜອງຄວາມຕ້ອງການດ້ານບຸກຄະລາກອນກັບຍຸກສະໄໝທັງໃນປັດຈຸບັນ ແລະ ອະນາຄົດ.

ພື່ອກຽມຄວາມພ້ອມໃຫ້ແກ່ບຸກຄະລາກອນໃນ ສປປ ລາວ ໃນການກ້າວເຂົ້າສູ່ໂລກແຫ່ງການເຮັດວຽກທີ່ທັນສະໄໝ ແລະ ສາມາດແຂ່ງຂັນໄດ້ໃນລະດັບສາກົນ, ສູນສົ່ງເສີມການສຶກສາ ແລະ ວິຊາຊີບ ສຸກໃຈ ໄດ້ວາງແນວທາງການດຳເນີນງານທີ່ສຳຄັນ ພວກເຮົາມີການຈັດຕັ້ງສູນສອນພາສາໂດຍເນັ້ນໃສ່ການຝຶກອົບຮົມພາສາຂອງປະເທດຄູ່ຮ່ວມທຸລະກິດເຊັ່ນ: ພາສາເກົາຫຼີ, ພາສາຍີ່ປຸ່ນ, ພາສາຈີນ ແລະ ພາສາອັງກິດ ເພື່ອຫຼຸດຜ່ອນອຸປະສັກທາງດ້ານການສື່ສານ. ບຸກຄະລາກອນທີ່ສາມາດສື່ສານພາສາໄດ້ ຈະມີຂໍ້ໄດ້ປຽບ ແລະ ມີໂອກາດເຕີບໂຕໃນໜ້າທີ່ການງານສູງຫຼາຍໃນປັດຈຸບັນ.

ພວກເຮົາໄດ້ວາງແຜນຮ່ວມມືກັບຕ່າງປະເທດເພື່ອພັດທະນາຫຼັກສູດທາງດ້ານວິຊາຊີບທີ່ໄດ້ມາດຕະຖານ, ພ້ອມທັງໃຫ້ຄວາມສໍາຄັນທາງດ້ານເຄື່ອງທອຸປະກອນທີ່ນຳໃຊ້ ໂດຍສະເພາະທາງດ້ານອຸປະກອນການຮຽນ-ການສອນທີ່ທັນສະໄໝ ເພື່ອໃຫ້ຜູ້ຮຽນສາມາດເຮັດວຽກຮ່ວມກັບເຕັກໂນໂລຊີທີ່ທັນສະໄໝໄດ້ຢ່າງມີປະສິດທິພາບ.

ການຮ່ວມມືນີ້ບໍ່ພຽງແຕ່ສ້າງຫຼັກສູດຮ່ວມກັນ ແລະ ເນັ້ນການຝຶກປະຕິບັດຕົວຈິງຂອງນັກສຶກສາເທົ່ານັ້ນ ແຕ່ຍັງເນັ້ນການຍົກລະດັບຄວາມຮູ້ຄວາມສາມາດຂອງຄູສອນ ເພາະຄູຄືຜູ້ຖ່າຍທອດຄວາມຮູ້ໃຫ້ແກ່ຄົນລຸ້ນໃໝ່ ໃຫ້ກ້າວທັນເຕັກໂນໂລຊີສະໄໝໃໝ່ຢ່າງຕໍ່ເນື່ອງ. ການສົ່ງເສີມການສຶກສາຂອງພວກເຮົາ ບໍ່ໄດ້ເບີ່ງພຽງແຕ່ຜົນປະໂຫຍດທາງດ້ານທຸລະກິດ, ແຕ່ແມ່ນການລົງທຶນເພື່ອສ້າງຄວາມຮູ້ ແລະ ເພີ່ມປະສິດທິພາບທາງດ້ານຄວາມຮູ້ໃຫ້ແກ່ໄວໜຸ່ມລາວ ການທີ່ເຮົາມີພື້ນຖານບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ຈະເປັນກຳລັງແຮງທີ່ສຳຄັນໃນການຂັບເຄື່ອນເສດຖະກິດຂອງປະເທດຊາດໃຫ້ສາມາດແຂ່ງຂັນໄດ້ໃນເວທີສາກົນໃນອານາຄົດ.

ສູນສົ່ງເສີມການສຶກສາ ແລະ ວິຊາຊີບ ສຸກໃຈ ມຸ່ງໝັ້ນສົ່ງເສີມ-ສ້າງຮາກຖານຄວາມຮູ້ ແລະ ທັກສະດ້ານໃນຕ່າງໆໃຫ້ແກ່ຄົນລາວໃຫ້ມີຄວາມພ້ອມໃນການກ້າວເຂົ້າສູ່ລະດັບສາກົນ.

ມື້ເຮັດວຽກ: ວັນຈັນ-ວັນສຸກ (ພັກວັນເສົາ-ອາທິດ ແລະ ວັນພັກລັດຖະການ)
ເວລາເຮັດວຽກ 08:00 – 17:00 ໂມງ
ເບີໂທ: 020 5704 9666

ກຸ່ມບໍລິສັດ ສຸກໃຈ

ນະໂຍບາຍຂອງບໍລິສັດ

ທຸລະກິດ

ການຊ່ວຍເຫຼືອແຮງງານ

‎BRANDING.co.th - LOGO.‎005.png

SOUKCHAY.com

“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”

ກຸ່ມບໍລິສັດ ສຸກໃຈ ດໍາເນີນທຸລະກິດດ້ວຍເປົ້າໝາຍສູງສຸດ ຄືການຮ່ວມເປັນກຳລັງສຳຄັນໃນການພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຢ່າງຍືນຍົງ ແລະ ຂັບເຄື່ອນເສດຖະກິດຂອງປະເທດ. ພວກເຮົາໃຫ້ບໍລິການຈັດຫາງານຢ່າງໂປ່ງໃສ, ສະໜອງແຫຼ່ງທຶນສິນເຊື່ອທີ່ດອກເບ້ຍຕໍ່າ, ຝຶກອົບຮົມສີມືແຮງງານໃຫ້ມີຄຸນນະພາບ, ສ້າງວຽກເຮັດງານທຳໃຫ້ຄົນລາວ, ມຸ່ງໝັ້ນທີ່ຈະສ້າງໂອກາດ ແລະ ຍົກລະດັບຄຸນນະພາບຊີວິດຂອງແຮງງານລາວ ຄຽງຄູ່ໄປກັບການຕອບແທນຄືນສູ່ສັງຄົມ, ປະເທດຊາດ, ຄູ່ຮ່ວມງານ ແລະ ລູກຄ້າໝົດທຸກທ່ານໃຫ້ເຕີບໃຫຍ່ຂະຫຍາຍຕົວໄປພ້ອມກັນແບບຍືນຍົງ.

ກຸ່ມບໍລິສັດ ສຸກໃຈ

ສຳນັກງານໃຫຍ່ຕັ້ງຢູ່ ຖະໜົນນາຄວາຍ ບ້ານ ດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ມຶ້ເຮັດວຽກ : ວັນຈັນ - ວັນສຸກ (ພັກວັນເສົາ-ອາທິດ ແລະ ວັນພັກລັດຖະການ)
ເວລາເຮັດວຽກ 08:00 - 17:00 ໂມງ

ໂທ:
+856 20 5704 9666
+856 21 711 919

Email:
info@soukchay.com

SOUKCHAY.com | All rights reserved.

bottom of page