top of page




SOUKCHAY.com
“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”


ທ້າວ ສົມພອນ ສີບຸນເຮືອງ
ສະບາຍດີ ຂ້ອຍຊື່ ທ້າວ ສົມພອນ ສີບຸນເຮືອງ ເປັນແຮງງານທີ່ເຄີຍໄປເຮັດວຽກຢູ່ປະເທດໄທ ກັບບໍລິສັດ ສຸກໃຈ ຂ້ອຍເລືອກໄປກັບ ສຸກໃຈ ເພາະໝັ້ນໃຈເລື່ອງຄວາມປອດໄພ ໄປຮອດໄທໄດ້ເຮັດວຽກງານດີ, ລາຍໄດ້ດີ ແລະ ສະຫວັດດີການຫຼາຍຢ່າງກໍດີຕົງຕາມທີ່ທາງບໍລິສັດເພີ່ນໄດ້ແຈ້ງເຮົາໃຫ້ຮູ້ຕັ້ງແຕ່ທຳອິດເລີຍ ບໍ່ມີການຕວະ ຫຼື ຫອກລວງໃດໆ ຂ້ອຍເຮັດວຽກຢູ່ໄທໄດ້ 3 ປີ ເກັບເງີນໄດ້ເກືອບ 100 ລ້ານກີບ ເອົາມາຊື້ດິນ ແລະ ປຸກເລົ້າເຂົ້າໃໝ່ໃຫ້ພໍ່ແມ່ ຕອນນີ້ກໍາລັງກຽມເອກະສານຈະໄປຮອບທີສອງ ເພື່ອຫາເງິນເອົາມາໄວ້ເປັນທຶນຮອນ ແລະ ດູແລຄອບຄົວ.




SOUKCHAY.com
“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”
ກຸ່ມບໍລິສັດ ສຸກໃຈ ດໍາເນີນທຸລະກິດດ້ວຍເປົ້າໝາຍສູງສຸດ ຄືການຮ່ວມເປັນກຳລັງສຳຄັນໃນການພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຢ່າງຍືນຍົງ ແລະ ຂັບເຄື່ອນເສດຖະກິດຂອງປະເທດ. ພວກເຮົາໃຫ້ບໍລິການຈັດຫາງານຢ່າງໂປ່ງໃສ, ສະໜອງແຫຼ່ງທຶນສິນເຊື່ອທີ່ດອກເບ້ຍຕໍ່າ, ຝຶກອົບຮົມສີມືແຮງງານໃຫ້ມີຄຸນນະພາບ, ສ້າງວຽກເຮັດງານທຳໃຫ້ຄົນລາວ, ມຸ່ງໝັ້ນທີ່ຈະສ້າງໂອກາດ ແລະ ຍົກລະດັບຄຸນນະພາບຊີວິດຂອງແຮງງານລາວ ຄຽງຄູ່ໄປກັບການຕອບແທນຄືນສູ່ສັງຄົມ, ປະເທດຊາດ, ຄູ່ຮ່ວມງານ ແລະ ລູກຄ້າໝົດທຸກທ່ານໃຫ້ເຕີບໃຫຍ່ຂະຫຍາຍຕົວໄປພ້ອມກັນແບບຍືນຍົງ.
ກຸ່ມບໍລິສັດ ສຸກໃຈ
ສຳນັກງານໃຫຍ່ຕັ້ງຢູ່ ຖະໜົນນາຄວາຍ ບ້ານ ດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ມຶ້ເຮັດວຽກ : ວັນຈັນ - ວັນສຸກ (ພັກວັນເສົາ-ອາທິດ ແລະ ວັນພັກລັດຖະການ)
ເວລາເຮັດວຽກ 08:00 - 17:00 ໂມງ
ໂທ:
+856 20 5704 9666
+856 21 711 919
Email:
info@soukchay.com
SOUKCHAY.com | All rights reserved.
bottom of page







