top of page




SOUKCHAY.com
Sustainable Development.
Growing with Laos.

EN ບໍລິການຈັດຫາງານ
EN ບໍລິສັດ ສຸກໃຈ ບໍລິການຈັດຫາງານ ຈໍາກັດຜູ້ດຽວ ໄດ້ຮັບອະນຸຍາດການສ້າງຕັ້ງ ແລະ ຈົດທະບຽນຖືກຕ້ອງຕາມກົດໝາຍ ຕັ້ງແຕ່ປີ 2019 ເປັນຕົ້ນມາ ໂດຍຈັດສົ່ງພາຍໃຕ້ການຄຸ້ມຄອງຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີພາລະບົດບາດ ໃນການບໍລິການຈັດຫາງານຢ ູ່ທັງພາຍໃນປະເທດ ແລະ ບໍລິການສົ່ງອອກແຮງງານໄປເຮັດວຽກຢູ່ຕ່າງປະເທດເຊັ່ນ: ປະເທດ ສ.ເກົາຫຼີ, ປະເທດໄທ ແລະ ປະເທດຍີ່ປຸ່ນ.
ມື້ເຮັດວຽກ: ວັນຈັນ-ວັນສຸກ (ພັກວັນເສົາ-ອາທິດ ແລະ ວັນພັກລັດຖະການ)
ເວລາເຮັດວຽກ 08:00 – 17:00 ໂມງ
ເບີໂທ: 020 5704 9666


South Korea
EN ວຽກລະດູການຢູ່ ສ.ເກົາຫຼີ ແມ່ນໂອກາດ ແລະ ທາງເລືອກທີ່ດີສໍາລັບຜູ້ທີ່ຕ້ອງການໄປເຮັດວ ຽກໄລຍະສັ້ນ 5-8 ເດືອນ ມີລາຍຮັບທີ່ໝັ້ນຄົງ ແລະ ມີຄວາມປອດໄພ ພາຍໃຕ້ລະບົບການຄຸ້ມຄອງທີ່ຖືກຕ້ອງຕາມກົດໝາຍ ໂດຍການຮ່ວມມືລະຫວ່າງລັດຖະບານຂອງສອງປະເທດ. ນອກຈາກນີ້ທ່ານຍັງຈະໄດ້ຮັບສະຫວັດດີການທີ່ມີມາດຕະຖານ, ທີ່ພັກອາໄສ, ການປະກັນໄພ, ມີທີມງານຂອງພວກເຮົາອຳນວຍຄວາມສະດວກເບີ່ງແຍງຢ່າງໃກ້ຊິດ ຕະຫຼອດໄລຍະເວລາສັນຍາຈ້າງ ແລະ ທ່ານຍັງມີໂອກາດໃນການຮຽນຮູ້ເຕັກໂນໂລຊີການຜະລິດທີ່ທັນສະໄໝ ເພື່ອນຳມາໝູນໃຊ້ເພື່ອສ້າງອະນາຄົດທີ່ດີ ແລະ ໝັ້ນຄົງ.



Thailand
EN ບໍລິການຈັດສົ່ງໄປເຮັດວຽກພາຍໃຕ້ລະບົບ MOU ຢູ່ ປະເທດໄທ ແມ່ນໂອກາດ ແລະ ທາງເລືອກທີ່ດີສໍາລັບຜູ້ທີ່ຕ້ອງການໄປເຮັດວຽກໄລຍະຍາວ 2-4 ປີ ທີ່ມີຄວາມສະດວກໃນການປັບຕົວ, ມີລາຍຮັບທີ່ໝັ້ນຄົງ ແລະ ມີຄວາມປອດໄພ ພາຍໃຕ້ລະບົບການຄຸ້ມຄອງທີ່ຖືກຕ້ອງຕາມກົດໝາຍ ໂດຍການຮ່ວມມືລ ະຫວ່າງລັດຖະບານຂອງສອງປະເທດ. ນອກຈາກນີ້ ທ່ານຍັງຈະໄດ້ຮັບສະຫວັດດີການທີ່ມີມາດຕະຖານ, ຄ່າແຮງງານຕາມກົດໝາຍປະເທດໄທ, ໄດ້ຮັບການປົກປ້ອງດ້ານປະກັນສັງຄົມ ແລະ ປະສົບການໃນດ້ານສາຍອາຊີບຕ່າງໆທີ່ທ່ານຈະສາມາດນຳມາໝູນໃຊ້ໃນການສ້າງທຸລະກິດຂອງຕົນເອງໃນອານາຄົດໄດ້ຢ່າງມີປະສິດທິພາບ.



Japan
EN ບໍລິການຈັດສົ່ງໄປເຮັດວຽກຢູ່ປະເທດຍີ່ປຸ່ນ ແມ່ນໂອກາດ ແລະ ທາງເລືອກທີ່ດີສໍາລັບຜູ້ທີ່ຕ້ອງການຍົກລະດັບສີມືສູ່ການເປັນຜູ້ຊ່ຽວຊານສະເພາະທາງ, ມີລາຍຮັບທີ່ສູງ ແລະ ມີຄວາມປອດໄພ ພາຍໃຕ້ລະບົບການຄຸ້ມຄອງທີ່ຖືກຕ້ອງຕາມກົດໝາຍ ໂດຍການຮ່ວມມືລະຫວ່າ ງລັດຖະບານຂອງສອງປະເທດ. ນອກຈາກນີ້ ທ່ານຈະໄດ້ຮັບສະຫວັດດີການທີ່ມີມາດຕະຖານເທົ່າທຽມກັບຄົນທ້ອງຖິ່ນ, ໄດ້ຮັບການຝຶກອົບຮົມດ້ານພາສາ, ວັດທະນາທຳ ແລະ ວິທີການດໍາລົງຊີວິດຂອງຄົນຍີ່ປຸ່ນ ເພື່ອເປີດໂອກາດໃໝ່ໆໃຫ້ກັບຕົນເອງ ນອກຈາກນີ້ທ່ານຍັງຈະໄດ້ຮຽນຮູ້ລະບົບການເຮັດວຽກທີ່ທັນສະໄໝ ເພື່ອນຳມາໝູນໃຊ້ເພື່ອຕໍ່ຍອດທຸລະກິດ ສ້າງອະນາຄົດທີ່ດີ ແລະ ໝັ້ນຄົງ.


SOUKCHAY.com
Sustainable Development.
Growing with Laos.
The Soukchay Group of Companies is committed to playing a vital role in the sustainable development of Laos and contributing to the continued growth of the nation’s economy.
Through transparent employment services, access to low-interest financing, and quality workforce development, we create opportunities for Lao people to build better livelihoods and improve their quality of life.
Our commitment goes beyond business. We believe in creating shared value and giving back to society and the nation, while building strong, sustainable relationships with our partners and customers.
Together, we grow. Together, we create a better and more sustainable future for Laos.
SOUKCHAY GROUP OF COMPANIES
Head Office
Nakhouay Road, Dung Village, Xaysettha District, Vientiane Capital, Laos
Business Hours
Monday – Friday
08:00 – 17:00
Closed on Saturdays, Sundays, and public holidays
Tel:
+856 20 5704 9666
+856 21 711 919
Email:
info@soukchay.com
SOUKCHAY.com | All rights reserved.
bottom of page







