top of page
ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100
‎BRANDING.co.th - LOGO.‎005.png

SOUKCHAY.com

Sustainable Development.
Growing with Laos.

ภาพโปร่ง 100x100
ภาพโปร่ง 100x100

EN ບໍລິການຈັດຫາງານ ປະເທດ ສ. ເກົາຫຼີ

EN ວຽກລະດູການຢູ່ ສ.ເກົາຫຼີ ແມ່ນໂອກາດ ແລະ ທາງເລືອກທີ່ດີສໍາລັບຜູ້ທີ່ຕ້ອງການໄປເຮັດວຽກໄລຍະສັ້ນ 5-8 ເດືອນ ມີລາຍຮັບທີ່ໝັ້ນຄົງ ແລະ ມີຄວາມປອດໄພ ພາຍໃຕ້ລະບົບການຄຸ້ມຄອງທີ່ຖືກຕ້ອງຕາມກົດໝາຍ ໂດຍການຮ່ວມມືລະຫວ່າງລັດຖະບານຂອງສອງປະເທດ. ນອກຈາກນີ້ທ່ານຍັງຈະໄດ້ຮັບສະຫວັດດີການທີ່ມີມາດຕະຖານ, ທີ່ພັກອາໄສ, ການປະກັນໄພ, ມີທີມງານອຳນວຍຄວາມສະດວກເບີ່ງແຍງຢ່າງໃກ້ຊິດ ຕະຫຼອດໄລຍະເວລາສັນຍາຈ້າງ ແລະ ທ່ານຍັງມີໂອກາດໃນການຮຽນຮູ້ເຕັກໂນໂລຊີການຜະລິດທີ່ທັນສະໄໝ ເພື່ອນຳມາໝູນໃຊ້ເພື່ອສ້າງອະນາຄົດທີ່ດີ ແລະ ໝັ້ນຄົງ.

ภาพโปร่ง 100x100

EN ✅ 1. ເປັນຫຍັງຕ້ອງໄປເຮັດວຽກຢູ່ ສ.ເກົາຫຼີ ກັບ ບໍລິສັດ ສຸກໃຈ?

EN ທ່ານກຳລັງປະເຊີນກັບຄວາມກັງວົນເຫຼົ່ານີ້ຢູ່ຫຼືບໍ່?

• ຢ້ານຖືກຕົວະ ຢ້ານສະໝັກ ຈ່າຍເງິນແລ້ວບໍ່ໄດ້ເດີນທາງ
• ບໍ່ຮູ້ຈະເລີ່ມຕົ້ນແນວໃດ, ຂັ້ນຕອນເອກະສານຫຍຸ້ງຍາກ, ບໍ່ຮູ້ກົດໝາຍ ແລະ ວິທີການຍື່ນສະໝັກທີ່ຖືກຕ້ອງ.
• ເວົ້າພາສາເກົາຫຼີບໍ່ໄດ້, ກັງວົນເລື່ອງການສື່ສານ, ການສອບເສັງພາສາ ແລະ ການໃຊ້ຊີວິດຢູ່ຕ່າງປະເທດ.
• ຢ້ານມີຄ່າໃຊ້ຈ່າຍບານປາຍ ທີ່ເພີ່ມຂຶ້ນເລື້ອຍໆ ໂດຍບໍ່ຮູ້ໂຕ.

EN ພວກເຮົາ ບໍລິສັດ ສຸກໃຈ ບໍລິການຈັດຫາງານ ຈໍາກັດຜູ້ດຽວ ຄືຄຳຕອບ ແລະ ທາງອອກທີ່ດີທີ່ສຸດສຳລັບທ່ານ
ພວກເຮົາພ້ອມທີ່ຈະປ່ຽນຄວາມກັງວົນຂອງທ່ານ ໃຫ້ເປັນຄວາມໝັ້ນໃຈ ດ້ວຍມາດຕະຖານການບໍລິການ ທີ່ໂປ່ງໃສ ແລະ ເປັນມືອາຊີບ:

1. ບໍລິສັດ ສຸກໃຈ ບໍລິການຈັດຫາງານ ຈໍາກັດຜູ້ດຽວ ໄດ້ຮັບອະນຸຍາດການສ້າງຕັ້ງຂຶ້ນຢ່າງຖືກຕ້ອງ ຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຕ່ປີ 2019 ເປັນຕົ້ນມາ ຈຶ່ງໝັ້ນໃຈໄດ້ວ່າ ທຸກຂັ້ນຕອນການດໍາເນີນງານແມ່ນຢູ່ພາຍໃຕ້ກົດໝາຍຂອງ ສປປ ລາວ ແລະ ກົດໝາຍຂອງ ສ.ເກົາຫຼີ.

2. ຄ່າໃຊ້ຈ່າຍຊັດເຈນ ບໍ່ມີຄ່າບໍລິການອື່ນໆເພີ່ມ ພວກເຮົາຍຶດໝັ້ນໃນຄວາມໂປ່ງໃສ, ທຸກຄ່າໃຊ້ຈ່າຍຈະຖືກແຈ້ງໃຫ້ຊາບລ່ວງໜ້າຢ່າງລະອຽດ ເຮັດໃຫ້ທ່ານສາມາດວາງແຜນການເງິນໄດ້ຢ່າງສະບາຍໃຈ.

3. ທຸກຂັ້ນຕອນການດໍາເນີນງານ ພວກເຮົາມີເອກະສານຢ່າງຊັດເຈນ ການໄປເຮັດວຽກຢູ່ ສ.ເກົາຫຼີ ແຮງງານທຸກທ່ານຈະໄດ້ຮັບສັນຍາຈ້າງງານ ທີ່ລະບຸລາຍຮັບ, ສະຫວັດດີການ, ແລະ ເງື່ອນໄຂການເຮັດວຽກຢ່າງຈະແຈ້ງ ຈາກນາຍຈ້າງຢູ່ ສ.ເກົາຫຼີ ໂດຍບໍ່ມີການຖືກເອົາປຽບ.

4. ມີຫຼັກສູດກຽມຄວາມພ້ອມ: ໃຫ້ທ່ານໝົດກັງວົນເລື່ອງພາສາຂັ້ນພື້ນຖານ ເພາະພວກເຮົາມີທີມງານຝຶກອົບຮົມທີ່ຊ່ຽວຊານ ໃຫ້ຄວາມຊ່ວຍເຫຼືອ ແລະ ຝຶກອົບຮົມພາສາຂັ້ນພື້ນຖານ ເພື່ອໃຫ້ທ່ານພ້ອມສໍາລັບການເຮັດວຽກຕົວຈິງ ແລະ ດໍາລົງຊີວິດຢູ່ ສ.ເກົາຫຼີ.

5. ດູແລຢ່າງໃກ້ຊິດທຸກບາດກ້າວ ຕັ້ງແຕ່ຂັ້ນຕອນການແນະນຳ, ການກະກຽມເອກະສານ, ການຝຶກອົບຮົມດ້ານພາສາຂັ້ນພື້ນຖານ ແລະ ວັດທະນະທຳຂອງ ສ.ເກົາຫຼີ, ໄປຮອດການອຳນວຍຄວາມສະດວກໃນການເດີນທາງ.

6. ພວກເຮົາມີພະນັກງານຈັດສົ່ງທີ່ຈະພາທ່ານເດີນທາງໄປຮອດ ສ.ເກົາຫຼີ ສົ່ງທ່ານຈົນເຖິງນາຍຈ້າງ ໃຫ້ແຮງງານທຸກທ່ານໝັ້ນໃຈ ວ່າທ່ານຈະເດີນທາງໄປຮອດ ສ.ເກົາຫຼີ ຢ່າງປອດໄພ.

7. ບໍ່ຖິ້ມທ່ານໃນເວລາທີ່ຢູ່ ສ.ເກົາຫຼີ: ຄວາມຮັບຜິດຊອບຂອງພວກເຮົາ ບໍ່ໄດ້ຈົບລົງພຽງແຕ່ການສົ່ງທ່ານເຖິງສະໜາມບິນ. ພວກເຮົາຍັງຄອຍຕິດຕາມ, ໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອທ່ານຕະຫຼອດໄລຍະເວລາ ທີ່ທ່ານເຮັດວຽກຢູ່ ສ.ເກົາຫຼີ ຈົນທ່ານສິ້ນສຸດສັນຍາຈ້າງ ແລະ ຈະມີທີມງານໄປຮັບທ່ານເດີນທາງກັບຄືນປະເທດມາຫາຄອບຄົວຢ່າງປອດໄພ.

8. ໃຫ້ທ່ານໝັ້ນໃຈໄດ້ວ່າ ຫາກທ່ານມາຮ່ວມສ້າງອະນາຄົດໄປກັບພວກເຮົາ ທ່ານຈະມີລາຍໄດ້ທີ່ໝັ້ນຄົງ ແລະ ປອດໄພ ຮັບປະກັນວ່າທ່ານຈະ ສຸກໃຈ ເມື່ອໄປກັບເຮົາ.


Facebook Page
ບໍລິສັດ ສຸກໃຈ ບໍລິການຈັດຫາງານ ຈຳກັດຜູ້ດຽວ Soukchay Employment Service Sole

ภาพโปร่ง 100x100

EN ✅ 2. ບັນດາເມືອງ ແລະ ແຂວງ ທີ່ຖືກທາງ ສ.ເກົາຫຼີ ຂຶ້ນບັນຊີດຳ ປີ 2026

EN ມີທັງໝົດ 1 ແຂວງ, 1 ເມືອງ (ອັບເດດຂໍ້ມູນວັນທີ 02/07/2026)

EN 1. ແຂວງ ສະຫວັນນະເຂດ
ເມືອງ ເຊໂປນ (31/12/2026 ສິ້ນສຸດການຖືກຂຶ້ນບັນຊີດຳ)

ภาพโปร่ง 100x100

EN ✅ 3. ລາຍໄດ້ ແລະ ສະຫວັດດີການ

EN ແຮງງານທຸກທ່ານຈະໄດ້ຮັບຄ່າຕອບແທນຕາມກົດໝາຍແຮງງານຂອງ ສ.ເກົາຫຼີ (ເຊິ່ງມີການປະກາດປ່ຽນແປງແຕ່ລະໄລຍະ) ໂດຍມີລາຍລະອຽດດັ່ງນີ້:

1. ລາຍໄດ້ພື້ນຖານ

• ຄ່າແຮງງານຂັ້ນຕໍ່າ: 10,320 ວອນ / ຊົ່ວໂມງ (ຄ່າແຮງງານພື້ນຖານທີ່ອັບເດດໃນປີ 2026)

2. ຄ່າເຮັດວຽກລ່ວງເວລາ ແມ່ນຂຶ້ນກັບຟາມ ແລະ ລະດູການ

3. ສະຫວັດດິການທີ່ຈະໄດ້ຮັບ

• ທາງຟາມຈະມີການຈັດຫາທີ່ພັກ ແລະ ອາຫານໄວ້ໃຫ້ ໂດຍຈະມີການຫັກຄ່າໃຊ້ຈ່າຍສ່ວນນີ້ ຕາມທີ່ລະບຸໄວ້ ໂດຍອີງຕາມສັນຍາແຮງງານ

• ແຮງງານທຸກທ່ານຈະໄດ້ຮັບສິດຄຸ້ມຄອງປະກັນສຸຂະພາບ ແລະ ປະກັນຊີວິດຢ່າງຖືກຕ້ອງ ຕາມກົດໝາຍແຮງງານຂອງ ສ.ເກົາຫຼີ ຕະຫຼອດອາຍຸສັນຍາຈ້າງ

ภาพโปร่ง 100x100

EN ✅ 4. ປະເພດວຽກທີ່ມີໃຫ້ເລືອກ

EN 1. ປະເພດວຽກທີ່ມີໃຫ້ເລືອກ

ວຽກລະດູການ ສ.ເກົາຫຼີ ໃນການຈັດສົ່ງແຮງງານໃນຂະແໜງກະສິກຳເປັນຫຼັກ ໂດຍມີ 2 ລະບົບ ດັ່ງນີ້:

• ລະບົບ Public: ເປັນລະບົບທີ່ຖືກຄຸ້ມຄອງໂດຍກົງຈາກອຳນາດການປົກຄອງເມືອງຂອງ ສ.ເກົາຫຼີ

• ລະບົບຟາມ: ເປັນລະບົບການຈ້າງງານ ທີ່ຄຸ້ມຄອງໂດຍນາຍຈ້າງ (ເຈົ້າຂອງຟາມ) ໂດຍກົງ ພາຍໃຕ້ລະບຽບເມືອງຂອງ ສ.ເກົາຫຼີ

2. ປະເພດວຽກງານທີ່ມີຮອງຮັບ ມີທັງກາງແຈ້ງ ແລະ ໃນເຮືອນຮົ່ມ (ຈະບໍ່ສາມາດເລືອກຟາມເອງໄດ້):

• ວຽກໃນເຮືອນຮົ່ມ: ການປູກ, ບົວລະບັດຮັກສາ ແລະ ເກັບຜົນຜະລິດພືດຜັກໃນຮົ່ມ ທີ່ຄວບຄຸມອຸນຫະພູມ

• ຟາມໝາກໄມ້: ການປູກ ແລະ ເກັບຜົນຜະລິດ ໝາກສະຕໍເບີລີ, ໝາກອາງຸ່ນ ແລະ ອື່ນໆ

• ຟາມພືດຜັກສວນຄົວ: ການປູກ ແລະ ເກັບຜົນຜະລິດ ໝາກແຕງ, ໝາກເຜັດ, ໝາກເຂືອ, ຜັກສະຫຼັດ, ຕົ້ນຫອມໃຫຍ່, ຫົວຜັກບົ່ວໃຫຍ່, ຜັກກາດຂາວ ແລະ ຕົ້ນງາ

• ຟາມພືດພັນ ແລະ ເບ້ຍໄມ້: ການປູກເຂົ້າ, ມັນຕົ້ນ, ມັນດ້າງ, ໝາກອຶ, ພ້ອມທັງການເພາະປູກ ແລະ ບຳລຸງຮັກສາເບ້ຍໄມ້ເພື່ອຈຳໜ່າຍ

ภาพโปร่ง 100x100

EN ✅ 5. ເງື່ອນໄຂຜູ້ສະໝັກໄປເຮັດວຽກລະດູການຢູ່ ສ.ເກົາຫຼີ

EN ເງື່ອນໄຂຜູ້ສະໝັກໄປເຮັດວຽກລະດູການຢູ່ ສ.ເກົາຫຼີ

1. ອາໄສຢູ່ເມືອງທີ່ປະກາດຮັບສະໝັກ 1 ປີ ຂຶ້ນໄປ
2. ແຮງງານຕ້ອງເປັນຄົນສັນຊາດລາວ ແລະ ຕ້ອງຖືສຳມະໂນຄົວ 1 ປີຂຶ້ນໄປ ໃນເມືອງທີ່ປະກາດຮັບສະໝັກ
3. ອາຍຸ 25-39 ປີ (ຕ້ອງມີອາຍຸ 25 ປີ ເຕັມ)
4. ຕ້ອງມີອາຊີບ ເຮັດໄຮ່, ເຮັດນາ, ເຮັດສວນ ເປັນຫຼັກ
5. ບໍ່ຕິດສານເສບຕິດທຸກຊະນິດ ແລະ ບໍ່ມີຄະດີຕິດຕົວ
6. ສາມາດອ່ານໄດ້ຂຽນເປັນ (​ພາສາລາວ)
7. ມີນິ້ວມືຄົບ 10 ນິ້ວ (ຫ້າມຫຼຸດ ຫຼື ເກີນ)
8. ບໍ່ມີລາຍສັກ (ມື, ແຂນ, ຄໍ)
9. ຍ່າງທ່ຽງປົກກະຕິ
10. ບໍ່ມີພະຍາດປະຈຳຕົວ, ບໍ່ມີພະຍາດແຊກຊ້ອນ, ບໍ່ມີຢາທີ່ຕ້ອງກິນເປັນປະຈຳ ແລະ ບໍ່ເຄີຍເກີດອຸປະຕິເຫດທີ່ຮ້າຍແຮງທີ່ຕ້ອງໃສ່ເຫຼັກດາມກະດູກມາກ່ອນ

ສໍາລັບເພດຍິງ

1. ລວງສູງ 150 ຊມ ຂຶ້ນໄປ
2. ນ້ຳໜັກ ບໍ່ເກີນ 65 ກິໂລ
3. ບໍ່ຖືພາ ຫຼື ເກີດລູກ (​ລູກຕ້ອງກາຍ 2 ປີຂຶ້ນໄປ)

ສໍາລັບເພດຊາຍ

1. ລວງສູງ 160 ຊມ ຂຶ້ນໄປ
2. ນ້ຳໜັກບໍ່ເກີນ 80 ກິໂລ

ພາສປອດ

1. ບໍ່ເປື້ອນ, ບໍ່ຂາດ
2. ຕ້ອງມີອາຍຸການໃຊ້ງານ 20 ເດືອນ ຂຶ້ນໄປ (ນັບຈາກມື້ສຳພາດ)

ຫຼັກຊັບຄ້ຳປະກັນ ແລະ ຜູ້ຄ້ຳປະກັນ

1. ຫຼັກຊັບຄ້ຳປະກັນ ໃບຕາດິນຂອບທອງ ເນື້ອທີ່ດິນ 300 ຕາແມັດ ຂຶ້ນໄປ
2. ຜູ້ຄ້ຳປະກັນ ອາຍຸ 35 ປີຂຶ້ນໄປ

ເງື່ອນໄຂການເຂົ້າສຳພາດ:

1. ບໍ່ເຄີຍມີປະຫວັດເຂົ້າ-ອອກ ສ.ເກົາຫຼີ ແບບຜິດກົດໝາຍ ແລະ ບໍ່ເຄີຍຖືກປະຕິເສດວີຊ້າມາກ່ອນ (ລວມທັງຄົນໃນສໍາມະໂນຄົວດຽວກັນ)
2. ບໍ່ເຄີຍມີປະຫວັດປ່ຽນຊື່, ນາມສະກຸນ ແລະ ວັນເດືອນປີເກີດ (​ລວມທັງຄົນໃນສຳມະໂນຄົວດຽວກັນ)
3. ຕ້ອງສາມາດເຮັດວຽກຕາມໄລຍະເວລາ ທີ່ທາງນາຍຈ້າງຕ້ອງການ (ໃນໄລຍະ 5-8 ເດືອນ)
4. ຜູ້ຄ້ຳປະກັນຕ້ອງມີອາຊີບທີ່ໝັ້ນຄົງ ແລະ ອາໄສຢູ່ປະເທດລາວໃນລະຫວ່າງທີ່ແຮງງານໄປເຮັດວຽກຢູ່ ສ.ເກົາຫຼີ
5. ການດຳເນີນເອກະສານໃຊ້ເວລາປະມານ 1-4 ເດືອນ ຈຶ່ງໄດ້ເດີນທາງ
6. ຄ່າທຳນຽມສໍາລັບແຮງງານໃໝ່ 2,200 ໂດລາ ( ສາມາດຊໍາລະເອງກ່ອນການເດີນທາງ ຫຼື ກູ້ຢືມຈາກສະຖາບັນການເງິນ )
7. ຄ່າທຳນຽມສໍາລັບແຮງງານເກົ່າທີ່ໄປນາຍຈ້າງເກົ່າ ທີ່ເຄີຍໄປນຳບໍລິສັດ ສຸກໃຈ 1,975 ໂດລາ ( ສາມາດຊໍາລະເອງກ່ອນການເດີນທາງ ຫຼື ກູ້ຢືມຈາກສະຖາບັນການເງິນ )
8. ແຮງງານຕ້ອງໄປລົງທະບຽນລາຍຊື່ການໄປເຮັດວຽກລະດູການ ຢູ່ ສ.ເກົາຫຼີ ທີ່ຫ້ອງການແຮງງານເມືອງທີ່ຕົນເອງອາໄສຢູ່

ພະຍາດທີ່ຕ້ອງຫ້າມເດີນທາງໄປເຮັດວຽກຢູ່ ສ.ເກົາຫຼີ:

1. ໄວລັສຕັບບີ
2. ເບົາຫວານ
3. ຄວາມດັນ
4. ຫອບຫືດ
5. ໂລກພູມແພ້
6. ວັນນະໂລກ
7. ໂລກເອດ HIV
8. ຊີຟີລິດ
9. ຕາບອດສີ
10. ກະເພາະລຳໄສ້
11. ໂລກຫົວໃຈ
12. ກະດູກທັບເສັ້ນ
13. ພະຍາດເລືອດຈາງ
14. ລົມຊັກບ້າໝູ

ເອກະສານທີ່ແຮງງານຕ້ອງຖືມາໃນມື້ສຳພາດ

1. ພາສປອດເຫຼັ້ມແທ້ ແລະ ພາສປອດເຫຼັ້ມເກົ່າ (ຖ້າມີ)
2. ກ໋ອບປີ້ພາສປອດ 3 ໃບ (ສະເພາະໜ້າທີ່ມີຂໍ້ມູນ)
3. ກ໋ອບປີ້ສຳມະໂນຄົວ ແລະ ສຳມະໂນຄົວເຫຼັ້ມເກົ່າ (ຖ້າມີ)
4. ໃບຕາດິນຂອງແທ້ ພ້ອມກ໋ອບປີ້ 1 ໃບ
5. ຮູບ 3x4 ພື້ນສີຂາວຈຳນວນ 6 ໃບ (​ຮູບຖ່າຍໃໝ່ບໍ່ເກີນ 3 ເດືອນ ບໍ່ໃຫ້ແຕ່ງຮູບ)

ການຊື້ຈ້າງ, ການປອມແປງປະຫວັດສ່ວນຕົວ, ການເສບສານເສບຕິດ ເປັນສິ່ງທີ່ຜິດກົດໝາຍ ຢ່າງຮ້າຍແຮງ ຂອງ ສປປ ລາວ ແລະ ສ. ເກົາຫຼີ

ສອບຖາມຂໍ້ມູນ ແລະ ສະແກນສະໝັກໄດ້ທີ່: 020 5704 9666

ภาพโปร่ง 100x100

EN ✅ 6. ຂັ້ນຕອນການດໍາເນີນງານທີ່ໂປ່ງໃສ

EN ບໍລິສັດ ສຸກໃຈ ບໍລິການຈັດຫາງານ ພວກເຮົາຍຶດໝັ້ນໃນຄວາມໂປ່ງໃສ, ວ່ອງໄວ ແລະ ເປັນມືອາຊີບ ພ້ອມທີ່ຈະຮ່ວມເດີນທາງໄປກັບທ່ານຕັ້ງແຕ່ມື້ທຳອິດທີ່ຍ່າງເຂົ້າມາສະໝັກ ໄປຈົນຮອດມື້ທີ່ທ່ານປະສົບຄວາມສຳເລັດ ແລະ ເດີນທາງກັບຄືນສູ່ ສປປ ລາວ ຢ່າງມີກຽດ ແລະ ປອດໄພ ໂດຍມີຂັ້ນຕອນການດໍາເນີນທີ່ໂປ່ງໃສດັ່ງນີ້:

EN ຂັ້ນຕອນທີ 1: ການສະໝັກ ແລະ ສຳພາດຄັດເລືອກ

• ຜູ້ທີ່ສົນໃຈຢາກໄປເຮັດວຽກລະດູການຢູ່ ສ.ເກົາຫຼີ ສາມາດຕິດຕໍ່ສອບຖາມຂໍ້ມູນ ເພື່ອຮັບຟັງການແນະນຳເງື່ອນໄຂ, ຄ່າໃຊ້ຈ່າຍ ແລະ ປະເພດວຽກຕ່າງໆ ໄດ້ຟຣີ, ຂັ້ນຕອນການສະໝັກມີ 2 ຊ່ອງທາງຄື: ສະໝັກຢູ່ບໍລິສັດໂດຍກົງ ຫຼື ສະໝັກຜ່ານຊ່ອງທາງອອນລາຍ ຜ່ານລິ້ງ: https://www.soukchay.com/kr-link/south-korea ໂດຍບໍ່ມີຄ່າໃຊ້ຈ່າຍໃດໆທັງສິ້ນໃນຂັ້ນຕອນການສະໝັກ.

• ຜູ້ທີ່ມີເງື່ອນໄຂຄົບຖ້ວນໃນເບື້ອງຕົ້ນ ຈະໄດ້ຖືກຄັດເລືອກເຂົ້າສຳພາດ, ປະກອບເອກະສານ ແລະ ກວດເຊັກປະຫວັດເບື້ອງຕົ້ນຢ່າງລະອຽດ ເພື່ອຮັບປະກັນວ່າທ່ານຜ່ານເກນມາດຕະຖານທີ່ທາງ ສ.ເກົາຫຼີ ກຳນົດ.

ຂັ້ນຕອນທີ 2: ການກວດສຸຂະພາບ

• ຜູ້ທີ່ຜ່ານການສຳພາດ ຈະໄດ້ລໍຖ້າພາຍໃນເວລາບໍ່ເກີນ 2 ເດືອນ ໂດຍຈະກວດສຸຂະພາບຢູ່ໂຮງໝໍ ທີ່ທາງບໍລິສັດໄດ້ກໍານົດໄວ້ ແລະ ເປັນໂຮງໝໍທີ່ໄດ້ຮັບການຮັບຮອງຈາກສະຖານທູດ ສ.ເກົາຫຼີ ໂດຍກົງ.

ຂັ້ນຕອນທີ 3: ນາຍຈ້າງຄັດເລືອກ ແລະ ຈັດລົງອໍເດີ້ (ຂຶ້ນກັບນາຍຈ້າງ ແລະ ເມືອງຂອງ ສ.ເກົາຫຼີ)

• ສໍາລັບຜູ້ທີ່ກວດສຸຂະພາບຜ່ານ ບໍລິສັດຈະຈັດລາຍຊື່ລົງ ຕາມເງື່ອນໄຂຂອງແຕ່ລະເມືອງຂອງ ສ.ເກົາຫຼີ ທີ່ໄດ້ກໍານົດໄວ້ ແລະ ບໍລິສັດຈະແຈ້ງໃຫ້ແຮງງານຊາບ ເພື່ອກຽມຄວາມພ້ອມໃນຂັ້ນຕອນຕໍ່ໄປ.

ຂັ້ນຕອນທີ 4: ການດຳເນີນເອກະສານ ແລະ ແລ່ນວີຊ້າເດີນທາງ

• ບໍລິສັດ ຈະເປັນຜູ້ຮັບຜິດຊອບດຳເນີນການຈັດກຽມເອກະສານ, ຮ່າງສັນຍາຈ້າງງານ ແລະ ຍື່ນຂໍວີຊ້າຈາກສະຖານທູດຂອງ ສ.ເກົາຫຼີ ພ້ອມທັງປະສານງານກັບພາກສ່ວນທີ່ກ່ຽວຂ້ອງໃນທຸກຂັ້ນຕອນ ແລະ ແຈ້ງໃຫ້ແຮງງານຮັບຊາບເຖິງການດໍາເນີນເອກະສານໃນແຕ່ລະໄລຍະ.

• ພາຍຫຼັງທີ່ເອກະສານດໍາເນີນສໍາເລັດແລ້ວ ບໍລິສັດຈະແຈ້ງມື້ເດີນທາງ ແລະ ມື້ທີ່ແຮງງານຕ້ອງເຂົ້າສູນ ເພື່ອຝຶກອົບຮົມກ່ອນການເດີນທາງ.

ຂັ້ນຕອນທີ 5: ເຂົ້າສູນຝຶກອົບຮົມ ເພື່ອກຽມຄວາມພ້ອມກ່ອນການເດີນທາງ

• ແຮງງານທຸກທ່ານທີ່ມີລາຍຊື່ເດີນທາງ ຈະຕ້ອງໄດ້ເຂົ້າຝຶກອົບຮົມຢູ່ສູນຝຶກອົບຮົມຂອງບໍລິສັດ ທີ່ມີມາດຕະຖານ ແລະ ສິ່ງອຳນວຍຄວາມສະດວກຄົບຖ້ວນ.

• ບໍລິສັດຈະຝຶກອົບຮົມກ່ຽວກັບວັດທະນະທຳ, ມາລະຍາດ, ຄວາມເປັນຢູ່, ໜ້າວຽກ ແລະ ສະພາບອາກາດຂອງ ສ.ເກົາຫຼີ ເພື່ອໃຫ້ແຮງງານສາມາດປັບຕົວ ໃຫ້ເຂົ້າກັບສະພາບແວດລ້ອມໃໝ່ ໄດ້ຢ່າງວ່ອງໄວ. ນອກຈາກນັ້ນ ຍັງຊີ້ແຈງກ່ຽວກັບກົດໝາຍແຮງງານ, ສະຫວັດດິການ, ລວມເຖິງກົດລະບຽບ ແລະ ຂໍ້ຫ້າມຕ່າງໆ ຂອງ ສ.ເກົາຫຼີ ທີ່ແຮງງານຈຳເປັນຕ້ອງຮັບຊາບ ແລະ ປະຕິບັດຕາມຢ່າງເຂັ້ມງວດ.

ຂັ້ນຕອນທີ 6: ນຳພາທ່ານເດີນທາງສູ່ ສ.ເກົາຫຼີ ແລະ ສົ່ງມອບໃຫ້ນາຍຈ້າງ

• ບໍລິສັດ ສຸກໃຈ ຈະມີພະນັກງານເດີນທາງຮ່ວມໄປນຳທ່ານ ເພື່ອເບິ່ງແຍງ, ແນະນໍາ, ຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກ ຈົນເດີນທາງຮອດ ສ.ເກົາຫຼີ.

• ເມື່ອເດີນທາງໄປຮອດ ສ.ເກົາຫຼີ ແລ້ວ ທ່ານຈະໄດ້ເຂົ້າກວດສຸຂະພາບຄືນອີກຄັ້ງ ຕາມກົດລະບຽບຂອງທາງ ສ.ເກົາຫຼີ, ຫຼັງຈາກສໍາເລັດຂັ້ນຕອນນີ້ ພວກເຮົາຈະດຳເນີນການສົ່ງມອບທ່ານໃຫ້ແກ່ນາຍຈ້າງຢ່າງປອດໄພ.

ຂັ້ນຕອນທີ 7: ການຕິດຕາມ ແລະ ຊ່ວຍເຫຼືອຕະຫຼອດອາຍຸສັນຍາ

• ໃນເວລາທີ່ທ່ານເຮັດວຽກຢູ່ ສ.ເກົາຫຼີ ຫາກທ່ານພົບເຈິບັນຫາໜ້າງານ ຫຼື ຕ້ອງການຄຳປຶກສາຕ່າງໆ ຂໍໃຫ້ປະສານພະນັກງານພວກເຮົາປະຈຳການແຕ່ລະເມືອງ ຫຼື ປະສານມາບໍລິສັດໄດ້ໂດຍກົງທີ່ເບີ 020 5704 9666 ເພື່ອພວກເຮົາຈະຊ່ວຍທ່ານແກ້ໄຂບັນຫາໄດ້ທັນເວລາ.

ຂັ້ນຕອນທີ 8: ເຮັດວຽກຄົບສັນຍາ ແລະ ເດີນທາງກັບຄືນປະເທດ

• ເມື່ອແຮງງານເຮັດວຽກຄົບກຳນົດຕາມສັນຍາ ຈະມີພະນັກງານຂອງບໍລິສັດເດີນທາງໄປຮັບທ່ານທີ່ ສ.ເກົາຫຼີ, ສົ່ງທ່ານກັບຄືນປະເທດຢ່າງປອດໄພ.

ภาพโปร่ง 100x100

EN ✅ 7. ລີວິວຈາກຜູ້ໃຊ້ບໍລິການ

EN ຫາກທ່ານກຳລັງຊອກຫາຂໍ້ມູນ, ມີຄວາມກັງວົນ ຫຼື ຢາກຮູ້ວ່າ ຖ້າໄປເຮັດວຽກຕ່າງປະເທດຕົວຈິງແລ້ວຈະເປັນແນວໃດ? ການລີວິວດ້ານລຸ່ມນີ້ມີຄຳຕອບໃຫ້ທ່ານ ຜ່ານປະສົບການຈິງ 100% ຈາກອ້າຍເອື້ອຍນ້ອງແຮງງານລາວທີ່ເດີນທາງໄປເຮັດວຽກກັບບໍລິສັດ ສຸກໃຈ ບໍລິການຈັດຫາງານ ຂອງພວກເຮົາ.

EN ທຸກການລີວິວນີ້ຢັ້ງຢືນຈາກຜູ້ໃຊ້ບໍລິການຕົວຈິງ ຈະຊ່ວຍໃຫ້ທ່ານໝັ້ນໃຈໃນຄວາມໂປ່ງໃສ, ຄວາມປອດໄພ ພ້ອມທັງລະບົບການຄຸ້ມຄອງທີ່ຖືກຕ້ອງຕາມກົດໝາຍຂອງບໍລິສັດເຮົາຫຼາຍຍິ່ງຂຶ້ນ. ເປີດໃຈຮັບຊົມວິຖີຊີວິດ, ຄວາມເປັນຢູ່ ແລະ ຄວາມສຳເລັດຂອງແຮງງານໃນແຕ່ລະປະເທດ ເພື່ອຊ່ວຍໃຫ້ທ່ານຕັດສິນໃຈເລືອກອະນາຄົດທີ່ເໝາະສົມກັບຕົນເອງໄດ້ງ່າຍຂຶ້ນ.

ภาพโปร่ง 100x100

EN ✅ 8. ຄຳຖາມທີ່ພົບຫຼາຍ ສ.ເກົາຫຼີ

EN 1. ຄ່າທໍານຽມແລ່ນເອກະສານໄປເຮັດວຽກຢູ່ ສ.ເກົາຫຼີ ເທົ່າໃດ? ລວມມີຄ່າຫຍັງແດ່?

ຄຳຕອບ: ສຳລັບຜູ້ທີ່ສົນໃຈສະໝັກໄປເຮັດວຽກລະດູການຢູ່ ສ.ເກົາຫຼີ ຄ່າທໍານຽມໃນການດຳເນີນເອກະສານແມ່ນ 2,200 ໂດລາ ເຊີ່ງໃນລາຄານີ້ລວມ
ຄ່າໃຊ້ຈ່າຍທີ່ຈໍາເປັນທັງໝົດເຊັ່ນ: ຄ່າກວດສຸຂະພາບ, ຄ່າປີ້ຍົນ, ຄ່າວີຊ້າ, ຄ່າໃບອະນຸຍາດຈັດສົ່ງໄປເຮັດວຽກຢູ່ຕ່າງປະເທດ, ຄ່າຝຶກອົບຮົມດ້ານວັດທະນາທຳ, ຄ່າປະກັນໄພ ແລະ ຄ່າໃຊ້ຈ່າຍທີ່ກ່ຽວຂ້ອງອື່ນໆ ຕາມລະບຽບການຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

2. ສະໝັກໄປແລ້ວຈັກເດືອນຈຶ່ງໄດ້ເດີນທາງ?

ຄຳຕອບ: ການສະໝັກໄປເຮັດວຽກລະດູການທີ່ ສ.ເກົາຫຼີ ໄລຍະເວລາການດໍາເນີນເອກະສານໂດຍປະມານແມ່ນ 1-4 ເດືອນແມ່ນຈະໄດ້ເດີນທາງ ທັງນີ້ຂຶ້ນຢູ່ກັບເງື່ອນໄຂ ແລະ ຄວາມພ້ອມຂອງໂກຕ້າໃນແຕ່ລະເມືອງຂອງ ສ.ເກົາຫຼີ.

3. ສະໝັກໄປເຮັດວຽກຢູ່ ສ.ເກົາຫຼີ ຮັບອາຍຸຈັກປີ?

ຄຳຕອບ: ການສະໝັກໄປເຮັດວຽກລະດູການຢູ່ ສ.ເກົາຫຼີ ແມ່ນຮັບສະໝັກຜູ້ທີ່ມີອາຍຸລະຫວ່າງ 25 ຫາ 39 ປີ

4. ຍັງບໍ່ມີພາສປອດສາມາດສະໝັກໄດ້ບໍ່?

ຄຳຕອບ: ໃນການສະໝັກໄປເຮັດວຽກລະດູການຢູ່ ສ.ເກົາຫຼີ ພາສປອດຖືເປັນເອກະສານບັງຄັບທີ່ຕ້ອງມີກ່ອນ ທ່ານຕ້ອງດຳເນີນການຂໍພາສປອດໃຫ້ຮຽບຮ້ອຍ ຈຶ່ງຈະສາມາດຍື່ນສະໝັກ ແລະ ດຳເນີນຂັ້ນຕອນຕ່າງໆໄດ້.

5. ສຳພາດຜ່ານແລ້ວ ມື້ໃດຈະໄດ້ກວດສຸຂະພາບ ? ກວດສຸຂະພາບຜ່ານແລ້ວ ມື້ໃດຈະໄດ້ເດີນທາງ

ຄຳຕອບ: ຫຼັງຈາກທ່ານຜ່ານການສຳພາດແລ້ວ ປົກກະຕິຈະໄດ້ຮັບການແຈ້ງລາຍລະອຽດໃນການກວດສຸຂະພາບພາຍໃນ 1 ຫາ 2 ເດືອນ ທ່ານຄວນກຽມຕົວໃຫ້ພ້ອມ ແລະ ປະຕິບັດຕາມຄຳແນະນຳຂອງທາງບໍລິສັດ. ຫຼັງຈາກກວດສຸຂະພາບຜ່ານແລ້ວ ໂດຍປົກກະຕິ ທ່ານຈະໄດ້ເດີນທາງພາຍໃນ 1 ຫາ 2 ເດືອນ ທາງບໍລິສັດຈະແຈ້ງວັນເດີນທາງໃຫ້ທ່ານຊາບລ່ວງໜ້າ ກ່ອນຮອດກຳນົດເດີນທາງ.

EN _______________________

ຄຳຖາມຍອດຮິດ (ສ.ເກົາຫຼີ, ໄທ, ຢີ່ປຸນ, ສະຖາບັນການເງິນ)

ภาพโปร่ง 100x100
ภาพโปร่ง 100x100

EN ✅ 9. ຄວາມມຸ່ງໝັ້ນຈາກທ່ານປະທານ

EN ສະບາຍດີ ພີ່ນ້ອງແຮງງານ ທີ່ຮັກແພງ ທຸກໆທ່ານ

ບໍລິສັດ ສຸກໃຈ ບໍລິການຈັດຫາງານ ພວກເຮົາດຳເນີນທຸລະກິດ ພາຍໃຕ້ວິໃສທັດທີ່ຈະກາຍເປັນຜູ້ນຳດ້ານການຈັດຫາງານທີ່ມີຄຸນະພາບຢ່າງຄົບວົງຈອນ ເພື່ອມອບໂອກາດທີ່ດີທີ່ສຸດໃຫ້ກັບແຮງງານທຸກລະດັບຢູ່ ສປປ ລາວ

ກຸ່ມບໍລິສັດສຸກໃຈ ເລີ່ມຕົ້ນມາຈາກບໍລິສັດ ສຸກໃຈ ບໍລິການຈັດຫາງານ ຈຳກັດຜູ້ດຽວ , ຂ້າພະເຈົ້າມີຄວາມມຸ່ງໝັ້ນ ແລະ ຕັ້ງໃຈ ທີ່ຢາກຈະສ້າງວຽກເຮັດງານທຳ ແລະ ພັດທະນາສີມືແຮງງານໃຫ້ກັບຄົນລາວທຸກລະດັບ ໂດຍສະເພາະແຮງງານທີ່ບໍ່ມີວິຊາຊີບທີ່ຢູ່ເຂດຫ່າງໄກສອກຫຼີກ ໃຫ້ມີໂອກາດເຂົ້າເຖິງຕຳແໜ່ງງານທີ່ຫຼາກຫຼາຍ ທັງພາຍໃນ ແລະ ຕ່າງປະເທດ ທັງຮູບແບບລະດູການ ແລະ ຮູບແບບໄລຍະຍາວ ໂດຍການມອບການບໍລິການທີ່ໂປ່ງໃສ, ເປັນມືອາຊີບ ແລະ ເປັນທຳໃຫ້ກັບລູກຄ້າທຸກຄົນທີ່ມາໃຊ້ບໍລິການ.

EN ຂ້າພະເຈົ້າໃຫ້ຄວາມສຳຄັນທີ່ສຸດໃນການດຳເນີນທຸລະກິດດ້ວຍຈັນຍາບັນຕໍ່ ລູກຄ້າ ນັ້ນກໍຄືແຮງງານທຸກຄົນທີ່ມາໃຊ້ບໍລິການ, ຕໍ່ຄູ່ຮ່ວມງານທັງພາຍໃນ ແລະ ຕ່າງປະເທດ ແລະ ຕໍ່ປະເທດຊາດ ເພື່ອການຂະຫຍາຍທຸລະກິດແບບໝັ້ນຄົງ ແລະ ຍືນຍົງ .

ໃນນາມຄົນລາວຄົນໜື່ງ, ຂ້າພະເຈົ້າມີຄວາມມຸ່ງໝັ້ນທີ່ຢາກປະກອບສ່ວນຊ່ວຍໃນການສ້າງສາ ແລະ ພັດທະນາປະເທດຊາດ ໂດຍການສ້າງວຽກເຮັດງານທຳໃຫ້ກັບຄົນລາວ, ພັດທະນາສີມືແຮງງານໃຫ້ເຂົາເຈົ້າມີທັກສະ ເພື່ອມີລາຍຮັບທີ່ໝັ້ນຄົງ ແລະ ມີຊິວິດການເປັນຢູ່ທີ່ນັບມື້ນັບດີຂື້ນເທື່ອລະກ້າວ.

ຂ້າພະເຈົ້າມຸ່ງໝັ້ນຂະຫຍາຍທຸລະກິດທີ່ປິ່ນອ້ອມວຽກຈັດຫາງານຄື ສ້າງຕັ້ງສະຖາບັນການເງິນທີ່ມີຄວາມພ້ອມດ້ານການສະໜອງແຫຼ່ງທຶນດອກເບ້ຍຕຳ່ໃຫ້ແຮງງານທຸກຄົນທີ່ຕ້ອງການໄປເຮັດວຽກໂດຍຜ່ານ ບໍລິສັດ ສຸກໃຈ ບໍລິການຈັດຫາງານ ສາມາດໄປໄດ້ສະດວກ ແລະ ບໍ່ຕ້ອງຫຍຸ້ງຍາກໃນການຊອກແຫຼ່ງທຶນເອງ, ຮ່ວມມືກັບທະນາຄານ ເພື່ອອຳນວຍຄວາມສະດວກໃຫ້ແຮງງານໂອນເງິນກັບຄືນປະເທດໄດ້ຢ່າງສະດວກ ,ປອດໄພ ແລະ ນຳເງິນຕາເຂົ້າປະເທດໂດຍຜ່ານລະບົບທະນາຄານ ເຊິ່ງສອດຄ່າງກັບນະໂຍບາຍຂອງພັກ ແລະ ລັດຖະບານ.

ນອກຈາກນີ້ພວກເຮົາຍັງມີ ສູນພັດທະນາສີມືແຮງງານ ສຸກໃຈ ເພື່ອເຮັດຫນ້າທີ່ຝຶກແຮງງານກ່ອນການຈັດສົ່ງ ແລະ ຫຼັງກັບຄືນປະເທດ ເພື່ອສຶບຕໍ່ພັດທະນາທັກສະທີ່ໄດ້ຮຽນຮູ້ມາ ພັດທະນາຕໍ່ໃຫ້ສາມາດກາຍເປັນຜູ້ປະກອບການ ຫຼື ສຶບຕໍ່ເຮັດວຽກພາຍໃນປະເທດ.

ຂໍໃຫ້ລູກຄ້າທຸກຄົນທີ່ມາໃຊ້ບໍລິການໝັ້ນໃຈວ່າ ພວກທ່ານຈະໄດ້ຮັບການບໍລິການທີ່ໂປ່ງໃສ, ວ່ອງໄວ, ເປັນມືອາຊີບ. ພວກເຮົາພ້ອມທີ່ຈະດູແລທ່ານ ແລະ ຢູ່ຄຽງຂ້າງທຸກການເຕີບໂຕໄປພ້ອມໆກັນ, ອົງກອນຂອງພວກເຮົາມີການຮຽນຮູ້ຈາກປັນຫາໃນທຸກໆມື້ ແລະ ບໍ່ຢຸດທີ່ຈະຮຽນຮູ້ ແລະພັດທະນາບຸກຄະລາກອນໃນອົງກອນທຸກຄົນ ເພື່ອປັບຕົວໃຫ້ທັນກັບສະພາບການປ່ຽນແປງ ແລະ ມອບການບໍລິການທີ່ດີທີ່ສຸດໃຫ້ກັບລູກຄ້າ ແລະ ຄູ່ຮ່ວມງານຂອງພວກເຮົາ.

ດັ່ງຄຳຂວັນບໍລິສັດຄື ສຸກໃຈ ເມື່ອໄປກັບເຮົາ

ທ່ານ ນາງ ສິນໃຈ ໄຊຍະລາດ
ປະທານ ກຸ່ມບໍລິສັດ ສຸກໃຈ

ภาพโปร่ง 100x100

EN ✅ 10. ຕິດຕໍ່ສະໝັກ ຫຼື ສອບຖາມຂໍ້ມູນເພີ່ມເຕີມ

EN ເບີໂທປະສານງານ
ມື້ເຮັດວຽກ: ວັນຈັນ-ວັນສຸກ (ພັກວັນເສົາ-ອາທິດ ແລະ ມື້ພັກລັດຖະການ)
ເວລາເຮັດວຽກ: 08:00-17:00 ໂມງ

1. ພະແນກບໍລິການລູກຄ້າ 020 5704 9666

- Email: info@soukchay.com

2. ພະແນກຈັດຫາງານໄປ ສ.ເກົາຫຼີ

- ໜ່ວຍງານສະໝັກວຽກລະດູການ ສ.ເກົາຫຼີ 020 5710 9666
- ໜ່ວຍງານກວດສຸຂະພາບແຮງງານ 020 5290 9666
- ໜ່ວຍງານຮັບບັນຫາ ແລະ ແກ້ໄຂບັນຫາແຮງງານ 020 5767 9666, 020 5643 9666
- Email: kr@soukchay.com

3. ພະແນກຈັດຫາງານໄປປະເທດໄທ 020 5420 9666

- Email: th@soukchay.com

4. ພະແນກຈັດຫາງານໄປປະເທດຍີ່ປຸ່ນ 020 5450 9666

- Email: jp@soukchay.com

5. ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ສຸກໃຈ 020 5994 1966

- Email: mfi@soukchay.com

EN ກຸ່ມບໍລິສັດ ສຸກໃຈ : ສຳນັກງານໃຫຍ່ຕັ້ງຢູ່ ຖະໜົນນາຄວາຍ ບ້ານ ດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

Facebook Page : ບໍລິສັດ ສຸກໃຈ ບໍລິການຈັດຫາງານ ຈຳກັດຜູ້ດຽວ Soukchay Employment Service Sole

ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100

ແບບຟອມສະໝັກວຽກອອນລາຍ ສາທາລະນະລັດ ເກົາຫຼີ (ສ.ເກົາຫຼີ)

I. ຕື່ມຂໍ້ມູນສ່ວນຕົວຂອງແຮງງານ

(4) ເພດ
ຍິງ
ຊາຍ

...ວັນ.../...ເດືອນ.../...ປີ...

(8) ອາຍຸ (25-39 ປີ)

...ວັນ.../...ເດືອນ.../...ປີ...

...ວັນ.../...ເດືອນ.../...ປີ...

(14) ປັດຈຸບັນແຮງງານເຮັດວຽກຢູ່ປະເທດໄທ ຫຼື ບໍ່?
ບໍ່ຢູ່
ຢູ່

(16) ທີ່ຢູ່ຕາມສໍາມະໂນຄົວລາວ

(17) ຕ້ອງການສະໝັກໄປເຮັດວຽກຢູ່ ສ.ເກົາຫຼີ ບໍ?
ດ່ຽວ
ຄູ່ຜົວເມຍ
(18) ເຄີຍມີປະຫວັດປ່ຽນຊື່, ນາມສະກຸນບໍ່?
ບໍ່ເຄີຍ
ເຄີຍ
(19) ເຄີຍມະປະຫວັດປ່ຽນ ວັນເດືອນປີເກີດບໍ ?
ບໍ່ເຄີຍ
ເຄີຍ
(20) ເຄີຍປ່ຽນເຫຼັ້ມພາສປອດບໍ?
ບໍ່ເຄີຍ
ເຄີຍ

II. ຕື່ມຂໍ້ມູນແບບສອບຖາມຂອງບໍລິສັດ

1. ໝວດສາຍຕາ

(21) ຕາບອດສີ
ປົກກະຕິ
ບໍ່ປົກກະຕິ
(22) ໃສ່ແວ່ນຕາ
ໃສ່
ບໍ່ໃສ່
(23) ສາຍຕາເບິ່ງເຫັນແຈ້ງປົກກະຕິ (ສາຍຕາສັ້ນ ຫຼື ຍາວ)
ປົກກະຕິ
ສັ້ນ
ຍາວ

2. ໝວດຮ່າງກາຍ

(24) ນີ້ວມືຫຼຸດ ຫຼື ເກີນ 10 ນິ້ວ ບໍ່?
ຄົບ 10 ນີ້ວ
ຫຼຸດ 10 ນິ້ວ
ເກີນ 10 ນິ້ວ
(25) ຍ່າງທ່ຽງປົກກະຕິບໍ ?
ທ່ຽງ
ບໍ່ທ່ຽງ
(26) ມີລາຍສັກບໍ່?
ມີ
ບໍ່ມີ
(28) ປາກແວ່ງບໍ?
ແວ່ງ
ບໍ່ແວ່ງ
(29) ຂະໜາດ ເສື້ອ
S
M
L
XL
XXL

III. ກະລຸນາຕອບຂໍ້ມູນຂ້າງລຸ່ມນີ້ເພີ່ມເຕີມ

(31) ທ່ານເຄີຍໄປເຮັດວຽກຢູ່ ສ.ເກົາຫຼີ ບໍ ?
ບໍ່ເຄີຍ
ເຄີຍ
(32) ທ່ານເຄີຍໄປເຮັດວຽກຢູ່ປະເທດໄທ ບໍ?
ບໍ່ເຄີຍ
ເຄີຍ
(33) ມີຄົນໃນຄອບຄົວຂອງທ່ານ ໄປ ຫຼື ເຄີຍໄປ ເຮັດວຽກຢູ່ ສ.ເກົາຫຼີ ບໍ ?
ບໍ່ເຄີຍ
ເຄີຍ
(35) ມີຍາດພີ່ນ້ອງຂອງທ່ານ ໄປ ຫຼື ເຄີຍໄປ ເຮັດວຽກຢູ່ ສ.ເກົາຫຼີ ບໍ ?
ບໍ່ເຄີຍ
ເຄີຍ
(36) ມີໝູ່ເພື່ອນ, ຄົນທີ່ທ່ານຮູ້ຈັກ ໄປ ຫຼື ເຄີຍໄປເຮັດວຽກຢູ່ ສ.ເກົາຫຼີ ບໍ ?
ບໍ່ມີ
ມີ
(37) ທ່ານເຄີຍເຮັດວຽກກະສິກໍາ ບໍ?
ບໍ່ເຄີຍ
ເຄີຍ
(40) ທ່ານເຄີຍເຮັດວຽກປະຈໍາຢູ່ບໍລິສັດໃດໜຶ່ງ ຫຼື ເຮັດວຽກກັບອົງການຈັດຕັ້ງລັດ ໃດມາກ່ອນບໍ ?
ບໍ່ເຄີຍ
ເຄີຍ
(42) ທ່ານ ເວົ້າ ຂຽນ ອ່ານ ພາສາເກົາຫຼີ ຫຼື ບໍ່ ?
ບໍ່ໄດ້
ໄດ້
(43) ທ່ານໃຊ້ແຮງຖະໜັດເບື້ອງໃດ ?
ຊ້າຍ
ຂວາ
(44) ທ່ານສາມາດຍົກໜັກ 25 – 30 ກິໂລ ໄດ້ບໍ ?
ບໍ່ໄດ້
ໄດ້
(45) ທ່ານປີນຂຶ້ນທີ່ສູງໄດ້ບໍ ?
ບໍ່ໄດ້
ໄດ້
(46) ທ່ານສາມາດຂັບລົດບັນທຸກນ້ອຍ, ລົດຍົກເຄື່ອງ ໄດ້ບໍ?
ບໍ່ໄດ້
ໄດ້
(47) ທ່ານສາມາດເຮັດວຽກຢູ່ບ່ອນທີ່ມີອາກາດຮ້ອນຈັດ ຫຼື ໜາວຈັດໄດ້ບໍ ?
ບໍ່ໄດ້
ໄດ້
(48) ທ່ານສາມາດຢູ່ຄົນດຽວໄດ້ບໍ ?
ບໍ່ໄດ້
ໄດ້
(49) ທີ່ຜ່ານມາທ່ານເຄີຍເສບສານເສບຕິດ ບໍ?
ບໍ່ເຄີຍ
ເຄີຍ
(50) ທ່ານສູບຢາ ບໍ ?
ບໍ່ສູບ
ສູບ
(52) ທ່ານດື່ມສິ່ງມຶນເມົາເປັນປະຈໍາບໍ ?
ບໍ່ດື່ມ
ດື່ມ
(54) ມີພະຍາດປະຈໍາໂຕບໍ ?
ບໍ່ມີ
ມີ
(56) ທ່ານມີຢາທີ່ຕ້ອງກິນເປັນປະຈໍາບໍ ?
ບໍ່ມີ
ມີ
(58) ຄົນໃນຄອບຄົວມີການເຈັບເປັນ ຫຼື ປ່ວຍໂຊບໍ ?
ບໍ່ມີ
ມີ
(61) ທ່ານມີໜີ້ສິນບໍ ? ມີຈໍານວນເທົ່າໃດ ?
ບໍ່ມີ
ມີ
(63) ທ່ານຕ້ອງຢືນຢັນວ່າທ່ານເຂົ້າມາສະໝັກວຽກໄປ ສ.ເກົາຫຼີ ດ້ວຍຄວາມສະໝັກໃຈ ໂດຍບໍ່ໄດ້ຖືກບັງຄັບຈາກໃຜ ?
ຢືນຢັນ
ບໍ່ຢືນຢັນ
(65) ທ່ານສາມາດລໍຖ້າໃນການດຳເນີນ ເອກະສານ ປະມານ 2-3 ເດືອນ ໄດ້ບໍ ?
ໄດ້
ບໍ່ໄດ້
(67) ໃນການສະໝັກໄປເຮັດວຽກຢູ່ ສ.ເກົາຫຼີ ທ່ານຈະຈ່າຍຄ່າທຳນຽມເອງ ຫຼື ກູ້ຢືມຈາກ ສະຖາບັນການເງິນ ສຸກໃຈ ?
ກູ້ຢືມ
ຈ່າຍເອງ

ບົດບັນທຶກໃນການສະໝັກໄປເຮັດວຽກຕາມລະດູການຢູ່ປະເທດ ສ. ເກົາຫຼີ


  1. ແຮງງານຈະບໍ່ມີການຊື້ຈ້າງ ແລະ ປ່ອນເງິນກ້ອງໂຕະ ເພື່ອຜົນປະໂຫຍດທຸກປະການ.

  2. ສະໝັກໃຈໃນການໄປເຮັດວຽກ ດ້ານກະສິກໍາ ດ້ວຍຕົນເອງແທ້, ໂດຍບໍ່ຖືກບັງຄັບຈາກ ພໍ່-ແມ່,ຜົວ-ເມຍ,ອ້າຍ-ນ້ອງ ແລະ ຍາດຕິພີ່ນ້ອງໃນການເຂົ້າສຳພາດ.

  3. ແຮງງານເປັນຄົນທີ່ມີຄວາມຫ້າວຫັນ ແລະ ພ້ອມຈະເຮັດວຽກໜັກ ໄດ້ຢ່າງມີປະສິດທິພາບ

  4. ແຮງງານທີ່ມາສະໝັກ ເປັນຊາວກະສິກອນ 100% ແລະ ບໍ່ຢູ່ໃນເງື່ອນໄຂ ເປັນພະນັກງານລັດ ເປັນພະນັກງານຫຼັກແຫຼ່ງ ໃນແຕ່ລະອົງການຈັດຕັ້ງ ທຸກຂັ້ນ ໃນ ສ.ປ.ປ.ລາວ.

  5. ບໍ່ເຄີຍມີຄະດີຄວາມ ແລະ ບໍ່ໃດ້ປອມແປງເອກະສານຕ່າງໆ ເພື່ອມາສະໝັກການໄປເຮັດວຽກລະດູການ ຢູ່ ສ. ເກົາຫຼີ ໃນຄັ້ງນີ້.

  6. ໄດ້ຮັບການເຫັນດີຈາກ ຄອບຄົວ ພໍ່-ແມ່, ຜົວ-ເມຍ, ອ້າຍ-ນ້ອງ ແລະ ຍາດຕິພີ່ນ້ອງໃນການໄປເຮັດວຽກຢູ່ ສ. ເກົາຫຼີ ຄັ້ງນີ້.

  7. ແຮງງານທີ່ມາສະໝັກຕ້ອງຮັບປະກັນວ່າ ບໍ່ມີພະຍາດປະຈໍາຕົວທີ່ຕ້ອງໄດ້ກິນຢາເປັນປະຈໍາ, ຜ່າຕັດໄຫຍ່, ມີການໃສ່ເຫຼັກດາມກະດູກໃນຮ່າງກາຍ.

  8. ທ່ານຕ້ອງຮັບປະກັນວ່າຈະບໍ່ໃຫ້ມີການຖືພາກ່ອນເຂົ້າສູນ ແລະ ບໍ່ໄດ້ໄດ້ພົວພັນສິ່ງເສບຕິດ ເຊັ່ນ: ຢາບ້າ, ຢາອີ,ຢາໄອ,ເຄ,ຄໍລະເຈ້ນ,ນໍ້າກະທ້ອມ ແລະ ອື່ນໆທີ່ມີສານເສບຕິດເຈືອປົນ, ຖ້າຫາກກວດພົບໃນມື້ເຂົ້າສູນທາງບໍລິສັດຈະຍົກເລີກການເດີນທາງ ແລະ ແບັກລິສທັນທີ, ສ່ວນຄ່າໃຊ້ຈ່າຍຕ່າງໆທີ່ເກີດຂຶ້ນແມ່ນແຮງງານຈະຕ້ອງຮັບຜິດຊອບ.

  9. ຫາກມີກໍລະນີສຸກເສີນທີ່ ຕ້ອງແຈ້ງຂໍເລື່ອນການເດີນທາງ ຫຼື ຍົກເລີກການເດີນທາງ ໃຫ້ຮີບໂທແຈ້ງບໍລິສັດດ່ວນ ເບີ: 020 5205 9666, 020 5461 5966, 020 5564 5966. ເພື່ອທາງເຮົາຈະຮີບແຈ້ງຝ່າຍ ສ. ເກົາຫຼີ

ໝາຍເຫດທີ່ສຳຄັນ : ການແຈ້ງຂໍເລື່ອນການເດີນທາງ ທ່ານອາດຈະຖືກປະຕິເສດການຮັບເຮັດວຽກຈາກທາງນາຍຈ້າງເລີຍ ເຊິ່ງກໍລະນີດັ່ງກ່າວ ທ່ານຕ້ອງໄດ້ຮັບຜິດຊອບຄ່າໃຊ້ຈ່າຍດ້ວຍຕົນເອງ

  1. ທ່ານນຕ້ອງຮັບປະກັນວ່າ ຈະຢູ່ເຮັດວຽກຕາມກໍານົດໄດ້, ໂດຍບໍ່ຂໍກັບຄືນປະເທດກ່ອນກໍານົດຢ່າງເດັດຂາດ.

  2. ຫຼັງຈາກສໍາພາດຜ່ານ ແລະ ກວດສຸຂະພາບຜ່ານແລ້ວ ບໍ່ໝາຍຄວາມວ່າແຮງງານທຸກຄົນຈະໄດ້ເດີນທາງ 100% ຖ້າກະຊວງຍຸດຕິທຳຂອງ ສ. ເກົາຫຼີ ຫຼື ສະຖານທູດ ສ. ເກົາຫຼີ ປະຈຳລາວ ປະຕິເສດ ການອອກວີຊ້າ ຫຼື ບາງກໍລະນີໄດ້ຮັບວີຊ້າເດີນທາງໄປຮອດສະຫນາມບິນ ສ. ເກົາຫຼີ ແລ້ວ ຖືກ ຕມ ຢູ່ສະຫນາມບິນ ປະຕິເສດ ບໍ່ໃຫ້ເຂົ້າປະເທດກໍມີ ເຊິ່ງແຮງງານທຸກຄົນຕ້ອງເຂົ້າໃຈວ່າ ທ່ານຈະຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທີ່ເກີດຂື້ນດ້ວຍຕົນເອງ.

  3. ຖ້າແຮງງານຜູ້ໃດຫາກ ຈົງໃຈປິດບັງຂໍ້ມູນທີ່ເຄີຍຖືກປະຕິເສດວີຊ້າຈາກທາງ ສ.ເກົາຫຼີ ຫຼື ປ່ຽນແປງຂໍ້ມູນ ຊື່ ນາມສະກຸນວັນເດືອນປີເກີດ (ລວມທັງຄົນໃນສຳມະໂນຄົວດຽວກັນ ຫຼື ຄົນທີ່ມີນາມສະກຸນດຽວກັນ) ເພື່ອມາສະໝັກໃນຮອບນີ້ ຂໍໃຫ້ທ່ານຊາບວ່າ ທ່ານມີຄວາມສ່ຽງໃນການທີ່ຈະ ຖືກປະຕິເສດວີຊ້າຈາກກະຊວງຍຸດຕິທຳ ສ.ເກົາຫຼີ. ຫາກທ່ານຮູ້ໂຕວ່າມີຄວາມສ່ຽງທີ່ຈະຖືກປະຕິເສດວີຊ້າ ຂໍໃຫ້ແຈ້ງພວກເຮົາໂດຍດ່ວນ ເພື່ອຈະຢຸດດຳເນີນເອກະສານກ່ອນທີ່ຈະມີຄ່າໃຊ້ຈ່າຍເກີດຂື້ນເຊັ່ນ: ຄ່າກວດສຸຂະພາບ, ຄ່າດຳເນີນເອກະສານທັງ 2 ປະເທດ, ຄ່າຊື້ປີ້ຍົນລ່ວງໜ້າ ແລະ ອື່ນໆ.

  4. ແຮງງານຮັບຮູ້ ແລະ ເຫັນດີເປັນເອກະພາບຂອງລະບຽບການໂອນເງິນກັບຄືນປະເທດ 50% ຂອງລາຍຮັບ ໂດຍບໍ່ມີຂໍ້ໂຕ້ແຍ້ງໃດໆ, ຖ້າຫາກແຮງງານບໍ່ປະຕິບັດຕາມ ທາງບໍລິສັດຂອງພວກເຮົາຈະປະຕິເສດການສະໝັກໄປເກົາຫຼີໃນຄັ້ງຕໍ່ໄປ.

  5. ແຮງງານຕ້ອງຮັບປະກັນວ່າ ຖ້າໄດ້ໄປເຮັດວຽກຢູ່ ສ. ເກົາຫຼີ ແລ້ວ ຈະບໍ່ໂຕນໜີ, ຖ້າຫາກເກີດມີການໂຕນໜີຈະເຮັດໃຫ້ເມືອງທີ່ແຮງງານອາໃສຢູ່ໄດ້ຮັບຜົນກະທົບ, ທຸກຄວາມເສຍຫາຍທີ່ເກີດຂຶ້ນ ແຮງງານຕ້ອງຮັບຜິດຊອບທັງໝົດ ແລະ  ແຮງງານຈະຖືກແບັກລິສບໍ່ໃຫ້ເຂົ້າ ສ. ເກົາຫຼີ.

  6. ກໍລະນີ ຖ້າຫາກແຮງງານລັກເຄື່ອງຂອງນາຍຈ້າງ, ນໍາໃຊ້ເຄື່ອງຂອງນາຍຈ້າງໂດຍບໍ່ໄດ້ຮັບອະນຸຍາດ, ນໍາໃຊ້ຍານພາຫະນະຂອງນາຍຈ້າງຈົນກໍ່ໃຫ້ເກີດອຸປະຕິເຫດ ຫຼື ຜົນເສຍຫາຍຕາມມາ, ທາງບໍລິສັດແມ່ນຈະບໍ່ຮັບຜິດຊອບທຸກຄ່າໃຊ້ຈ່າຍທີ່ເກີດຂຶ້ນທຸກກໍລະນີ ແລະ ຈະໄດ້ດຳເນີນຄະດີໄປຕາມລະບຽບຂອງ ສ. ເກົາຫຼີ

  7. ການກູ້ຢືມ ແຮງງານທີ່ຕ້ອງການປ່ຽນຈາກ ຈ່າຍເອງ ເປັນ ກູ້ຢືມ ແມ່ນໃຫ້ແຈ້ງບໍລິສັດທັນທີ ກ່ອນເວລາເຂົ້າສູນຝຶກກ່ອນການເດີນທາງ 1 ອາທິດ, ຖ້າຫາກແຈ້ງຊ້າກ່ອນ 1 ອາທິດ ຫຼື ແຈ້ງໃນມື້ເຂົ້າສູນ ຄ່າທຳນຽມໃນການໄປເຮັດວຽກຢູ່ ສ. ເກົາຫຼີ ແຮງງານຕ້ອງຮັບຜິດຊອບເອງ.

  8. ແຮງງານຮັບຮູ້ ແລະ ຮັບປະກັນວ່າ ໄດ້ອ່ານບົດບັນທຶກນີ້ຢ່າງລະອຽດຄົບຖ້ວນແລ້ວ ແລະ ເຊັນບົດບັນທຶກນີ້ໄວ້ເພື່ອເປັນຫຼັກຖານ.

‎BRANDING.co.th - LOGO.‎005.png

SOUKCHAY.com

Sustainable Development.
Growing with Laos.

The Soukchay Group of Companies is committed to playing a vital role in the sustainable development of Laos and contributing to the continued growth of the nation’s economy.

Through transparent employment services, access to low-interest financing, and quality workforce development, we create opportunities for Lao people to build better livelihoods and improve their quality of life.

Our commitment goes beyond business. We believe in creating shared value and giving back to society and the nation, while building strong, sustainable relationships with our partners and customers.

Together, we grow. Together, we create a better and more sustainable future for Laos.

SOUKCHAY GROUP OF COMPANIES

Head Office
Nakhouay Road, Dung Village, Xaysettha District, Vientiane Capital, Laos

Business Hours
Monday – Friday
08:00 – 17:00
Closed on Saturdays, Sundays, and public holidays

Tel:
+856 20 5704 9666
+856 21 711 919

Email:
info@soukchay.com

SOUKCHAY.com | All rights reserved.

bottom of page