top of page
ภาพโปร่ง 100x100
ภาพโปร่ง 100x100
ภาพโปร่ง 100x100
‎BRANDING.co.th - LOGO.‎005.png

SOUKCHAY.com

“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”

ภาพโปร่ง 100x100

ເຂົ້າຮ່ວມງານເປີດຕົວຟັງຊັ່ນ "Easy to Send" ຂອງ LDB Bank

ທ່ານ ນາງ ສິນໃຈ ໄຊຍະລາດ ປະທານ ກຸ່ມບໍລິສັດ ສຸກໃຈ ໄດ້ເຂົ້າຮ່ວມງານເປີດຕົວຟັງຊັ່ນ "Easy to Send" ຂອງ LDB Bank ຍົກລະດັບໃຫ້ແຮງງານລາວທີ່ເຮັດວຽກຢູ່ປະເທດໄທ ສາມາດໂອນເງິນກັບຄືນປະເທດໄດ້ແບບສະດວກ, ວ່ອງໄວ ແລະ ຄວາມປອດໄພ

ໃນວັນທີ 12 ມິຖຸນາ 2026 ທີ່ຜ່ານມາ, ທ່ານ ນາງ ສິນໃຈ ໄຊຍະລາດ ປະທານກຸ່ມບໍລິສັດ ສຸກໃຈ ໄດ້ໃຫ້ກຽດເຂົ້າຮ່ວມງານເປີດຕົວຟັງຊັ່ນການໂອນເງິນໃໝ່ລ່າສຸດ "Easy to Send" ເທິງແອັບພລິເຄຊັນຂອງ ທະນາຄານ ພັດທະນາລາວ (LDB Bank) ຢ່າງເປັນທາງການ.

ງານໃນຄັ້ງນີ້, ທ່ານ ນາງ ສິນໃຈ ໄຊຍະລາດ ໄດ້ຮັບເຊີນເຂົ້າຮ່ວມໃນຖານະແຂກກຽດຕິຍົດ ແລະ ໄດ້ຂຶ້ນເທິງເວທີ ເພື່ອສະແດງທັດສະນະ ແລະ ວິໄສທັດ ກ່ຽວກັບຄວາມສຳຄັນຂອງການຈັດສົ່ງແຮງງານ ແລະ ການປົກປ້ອງຜົນປະໂຫຍດຂອງຜູ້ອອກແຮງງານລາວໃນຕ່າງປະເທດ.

ທ່ານ ນາງ ສິນໃຈ ໄຊຍະລາດ ໄດ້ເນັ້ນຍ້ຳຢ່າງເລິກເຊິ່ງວ່າ ແຮງງານລາວທຸກໆຄົນ ທີ່ເດີນທາງໄປເຮັດວຽກຢູ່ຕ່າງປະເທດນັ້ນ ຄືກຳລັງສຳຄັນໃນການນຳເງິນຕາກັບຄືນສູ່ປະເທດ ຟັງຊັ່ນການໂອນເງິນ Easy to Send ຖືເປັນບາດກ້າວສຳຄັນ ທີ່ ບໍລິສັດ ສຸກໃຈ ໃຫ້ຄວາມສະໜັບສະໜູນຢ່າງເຕັມສ່ວນ ເພາະຈະເຂົ້າມາແກ້ໄຂບັນຫາການໂອນເງິນກັບຄືນປະເທດຂອງແຮງງານລາວ ທີ່ໄປເຮັດວຽກຢູ່ປະເທດໄທ ໃຫ້ເຂົາເຈົ້າສາມາດໂອນເງິນກັບຄືນປະເທດໄດ້ຢ່າງສະດວກ, ວ່ອງໄວ ແລະ ປອດໄພ ຫຼຸດຜ່ອນຄວາມສ່ຽງຈາກການຖືກເອົາປຽບ ຫຼື ການໂອນເງິນຜ່ານຊ່ອງທາງທີ່ບໍ່ຖືກຕ້ອງຕາມກົດໝາຍ.

ຜູ້ບໍລິຫານ ກຸ່ມບໍລິສັດ ສຸກໃຈ

ດ້ວຍວິໄສທັດອັນກວ້າງໄກ ແລະ ເປົ້າໝາຍສູງສຸດ ໃນການຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ. ຜູ້ບໍລິຫານ ກຸ່ມບໍລິສັດ ສຸກໃຈ ມຸ່ງໝັ້ນທີ່ຈະສ້າງອົງກອນໃຫ້ກາຍເປັນກຳລັງສຳຄັນ ໃນການຂັບເຄື່ອນເສດຖະກິດ ແລະ ພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ ໂດຍການສ້າງໂອກາດ ພ້ອມທັງຍົກລະດັບແຮງງານລາວໃຫ້ມີທັກສະ, ຄຸນນະພາບ ແລະ ສັກກະຍະພາບທຽບເທົ່າລະດັບສາກົນ ຄຽງຄູ່ໄປກັບການຕອບແທນຄືນສູ່ສັງຄົມ, ຄູ່ຮ່ວມງານ ແລະ ລູກຄ້າທຸກທ່ານ ເພື່ອກ້າວໄປສູ່ຄວາມສໍາເລັດພ້ອມກັນຢ່າງຍືນຍົງ.

ທ່ານ ນາງ ສິນໃຈ ໄຊຍະລາດ ປະທານກຸ່ມບໍລິສັດ ສຸກໃຈ ສຳເລັດການສຶກສາຈາກ ມະຫາວິທະຍາໄລພັດທະນາສີມືແຮງງານ ແຫ່ງປະເທດຍີ່ປຸ່ນ. ດ້ວຍບົດຮຽນທີ່ໄດ້ຮຽນຮູ້ ແລະ ປະສົບການ ຈາກການສຶກສາລົງເລິກກ່ຽວກັບລະບົບການສົ່ງເສີມ, ການຝຶກອົບຮົມວິຊາຊີບ ຕະຫຼອດຮອດການພັດທະນາສີມືແຮງງານຢ່າງເລິກເຊິ່ງຢູ່ຕ່າງປະເທດ ຈຶ່ງມີຄວາມມຸ້ງຫວັງຕັ້ງໃຈຢ່າງສູງສຸດ ທີ່ຈະນຳເອົາບົດຮຽນ ແລະ ປະສົບການທີ່ມີມາດຕະຖານລະດັບສາກົນດັ່ງກ່າວ ກັບຄືນມາສູ່ມາຕຸພູມທີ່ແສນຮັກ ເພື່ອສືບຕໍ່ພັດທະນາຊັບພະຍາກອນມະນຸດຂອງຊາດ ໃຫ້ທຽບເທົ່າກັບສາກົນເທື່ອລະກ້າວ.

ດ້ວຍອຸດົມການດັ່ງກ່າວ ໃນປີ 2019, ບໍລິສັດ ສຸກໃຈ ບໍລິການຈັດຫາງານ ຈຳກັດຜູ້ດຽວ ຈຶ່ງໄດ້ຖືກສ້າງຕັ້ງຂຶ້ນ ພາຍໃຕ້ການຊີ້ນຳຈາກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອເຄື່ອນໄຫວທຸລະກິດດ້ານການຈັດຫາງານ ທັງພາຍໃນ ແລະ ຕ່າງປະເທດ ຢ່າງເປັນທາງການ. ແຮງບັນດານໃຈ ແລະ ເປົ້າໝາຍໃນການສ້າງຕັ້ງ ບໍລິສັດ ສຸກໃຈ ບໍລິການຈັດຫາງານ ແມ່ນເພື່ອການສ້າງຂົວຕໍ່ອາຊີບ ເພື່ອໃຫ້ຄົນລາວໂດຍສະເພາະແມ່ນແຮງງານທີ່ບໍ່ມີວິຊາຊີບທີ່ຢູ່ເຂດຫ່າງໄກສອກຫຼີກ ໄດ້ຮັບໂອກາດ ສາມາດເຂົ້າເຖິງຕໍາແໜ່ງງານທີ່ມີຄຸນນະພາບ ທັງພາຍໃນ ແລະ ຕ່າງປະເທດ ຢ່າງຖືກຕ້ອງຕາມກົດໝາຍ. ນອກຈາກນີ້ຍັງເພື່ອຍົກສູງຄຸນນະພາບຊີວິດການເປັນຢູ່ຂອງແຮງງານ ແລະ ຄອບຄົວເຂົາເຈົ້າໃຫ້ນັບມື້ນັບດີຂື້ນ ເພາະການພັດທະນາສີມືແຮງງານ ບໍ່ພຽງແຕ່ສ້າງລາຍຮັບທີ່ດີ ແລະ ເປີດໂລກະທັດໃຫ້ກວ້າງຂຶ້ນເທົ່ານັ້ນ ແຕ່ຍັງສາມາດຖອດຖອນບົດຮຽນ ແລະ ທັກສະຕ່າງໆ ເພື່ອນຳກັບມາພັດທະນາປະເທດຊາດໃນອະນາຄົດ ທັງເປັນການສົ່ງເສີມນະໂຍບາຍຂອງພັກ ແລະ ລັດຖະບານ ໃນການນຳເງິນຕາຕ່າງປະເທດເຂົ້າສູ່ ສປປ ລາວ ແບບຖືກຕ້ອງຕາມກົດໝາຍ.

ເພື່ອຮອງຮັບ ແລະ ຂັບເຄື່ອນວິໄສທັດໃຫ້ເປັນຮູບປະທຳແບບຄົບວົງຈອນ ຜູ້ບໍລິຫານ ກຸ່ມບໍລິສັດ ສຸກໃຈ ຈຶ່ງໄດ້ວາງນະໂຍບາຍເພື່ອຄຸ້ມຄອງ ແລະ ສະໜັບສະໜູນປະຊາຊົນລາວໃຫ້ຄົບວົງຈອນໃນທຸກໆດ້ານເຊັ່ນ:

1. ສ້າງຕັ້ງ ສູນພັດທະນາສີມືແຮງງານ ສຸກໃຈ ເພື່ອເປັນສູນຝຶກອົບຮົມ ແລະ ຍົກລະດັບທັກສະສີມືແຮງງານລາວ ໃຫ້ມີຄວາມສາມາດ ແລະ ມີມາດຕະຖານຄຸນນະພາບສູງ ທຽບເທົ່າລະດັບສາກົນ.

2. ສ້າງຕັ້ງ ບໍລິສັດ ສຸກໃຈ ພັດທະນາກະສິກຳ ແລະ ການຄ້າ ເພື່ອສົ່ງເສີມ, ພັດທະນາ ແລະ ຂະຫຍາຍໂອກາດທາງດ້ານກະສິກຳ ແລະ ທຸລະກິດການຄ້າ ເພື່ອສ້າງຮາກຖານເສດຖະກິດໃນເຂດຊຸມຊົນ.

3. ສ້າງຕັ້ງ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ສຸກໃຈ ເພື່ອໃຫ້ບໍລິການແຫຼ່ງທຶນສິນເຊື່ອດອກເບ້ຍຕ່ຳ ເພື່ອແກ້ໄຂບັນຫາແຮງງານທີ່ຂາດເຂີນດ້ານທຶນຮອນ ໃຫ້ສາມາດເດີນທາງໄປເຮັດວຽກຢູ່ຕ່າງປະເທດໄດ້ຢ່າງສະດວກ ແລະ ປອດໄພ.

4. ສ້າງຕັ້ງ ສູນສົ່ງເສີມການສຶກສາ ສຸກໃຈ ເພື່ອສົ່ງເສີມ ແລະ ມອບໂອກາດໃຫ້ກັບນັກສຶກສາລະດັບມະຫາວິທະຍາໄລ (ປີ 2 ແລະ ປີ 3) ໄດ້ໄປຝຶກງານໄລຍະສັ້ນກັບບໍລິສັດຊັ້ນນຳຢູ່ຕ່າງປະເທດ.

ນອກຈາກນີ້ ກຸ່ມບໍລິສັດ ສຸກໃຈ ຍັງມີທຸລະກິດອີກຫຼາຍຂະແໜງການທີ່ປິ່ນອ້ອມ ເຊິ່ງລ້ວນແຕ່ຖືກສ້າງຕັ້ງຂຶ້ນ ໂດຍຍຶດຖືຜົນປະໂຫຍດຂອງປະຊາຊົນ ແລະ ປະເທດຊາດເປັນສິ່ງສຳຄັນ. ທັງໝົດນີ້ ຄືຄວາມມຸ່ງໝັ້ນຂອງ ທ່ານ ນາງ ສິນໃຈ ໄຊຍະລາດ ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ທີມງານ ກຸ່ມບໍລິສັດ ສຸກໃຈ ທຸກໆທ່ານ ທີ່ຈະດຳເນີນງານດ້ວຍຄວາມໂປ່ງໃສ, ມີຈັນຍາບັນ ແລະ ຖືກຕ້ອງຕາມກົດໝາຍ ເພື່ອຕອບແທນຄືນສູ່ສັງຄົມ, ຄູ່ຮ່ວມງານ, ລູກຄ້າ ແລະ ປະຊາຊົນລາວ ໃຫ້ມີຄຸນນະພາບຊີວິດທີ່ດີ ແລະ ເຕີບໃຫຍ່ຂະຫຍາຍຕົວໄປພ້ອມກັນຢ່າງຍືນຍົງ.

ภาพโปร่ง 100x100
ภาพโปร่ง 100x100

ຄວາມມຸ່ງໝັ້ນຈາກທ່ານປະທານ

ບໍລິສັດ ສຸກໃຈ ບໍລິການຈັດຫາງານ ພວກເຮົາດຳເນີນທຸລະກິດ ພາຍໃຕ້ວິໃສທັດທີ່ຈະກາຍເປັນຜູ້ນຳດ້ານການຈັດຫາງານທີ່ມີຄຸນະພາບຢ່າງຄົບວົງຈອນ ເພື່ອມອບໂອກາດທີ່ດີທີ່ສຸດໃຫ້ກັບແຮງງານທຸກລະດັບຢູ່ ສປປ ລາວ

ปุ่ม Play 3
ภาพโปร่ง 100x100
ภาพโปร่ง 100x100

ເຂົ້າຮ່ວມງານເປີດຕົວຟັງຊັ່ນ "Easy to Send" ຂອງ LDB Bank

ທ່ານ ນາງ ສິນໃຈ ໄຊຍະລາດ ປະທານ ກຸ່ມບໍລິສັດ ສຸກໃຈ ເຂົ້າຮ່ວມງານເປີດຕົວຟັງຊັ່ນ "Easy to Send" ຂອງ LDB Bank ຍົກລະດັບຄວາມສະດວກ, ວ່ອງໄວ ແລະ ຄວາມປອດໄພ ໃຫ້ແຮງງານລາວໃນຕ່າງປະເທດ

ปุ่ม Play 3

ກຸ່ມບໍລິສັດ ສຸກໃຈ

ນະໂຍບາຍຂອງບໍລິສັດ

ທຸລະກິດ

ການຊ່ວຍເຫຼືອແຮງງານ

‎BRANDING.co.th - LOGO.‎005.png

SOUKCHAY.com

“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”

ກຸ່ມບໍລິສັດ ສຸກໃຈ ດໍາເນີນທຸລະກິດດ້ວຍເປົ້າໝາຍສູງສຸດ ຄືການຮ່ວມເປັນກຳລັງສຳຄັນໃນການພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຢ່າງຍືນຍົງ ແລະ ຂັບເຄື່ອນເສດຖະກິດຂອງປະເທດ. ພວກເຮົາໃຫ້ບໍລິການຈັດຫາງານຢ່າງໂປ່ງໃສ, ສະໜອງແຫຼ່ງທຶນສິນເຊື່ອທີ່ດອກເບ້ຍຕໍ່າ, ຝຶກອົບຮົມສີມືແຮງງານໃຫ້ມີຄຸນນະພາບ, ສ້າງວຽກເຮັດງານທຳໃຫ້ຄົນລາວ, ມຸ່ງໝັ້ນທີ່ຈະສ້າງໂອກາດ ແລະ ຍົກລະດັບຄຸນນະພາບຊີວິດຂອງແຮງງານລາວ ຄຽງຄູ່ໄປກັບການຕອບແທນຄືນສູ່ສັງຄົມ, ປະເທດຊາດ, ຄູ່ຮ່ວມງານ ແລະ ລູກຄ້າໝົດທຸກທ່ານໃຫ້ເຕີບໃຫຍ່ຂະຫຍາຍຕົວໄປພ້ອມກັນແບບຍືນຍົງ.

ກຸ່ມບໍລິສັດ ສຸກໃຈ

ສຳນັກງານໃຫຍ່ຕັ້ງຢູ່ ຖະໜົນນາຄວາຍ ບ້ານ ດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ມຶ້ເຮັດວຽກ : ວັນຈັນ - ວັນສຸກ (ພັກວັນເສົາ-ອາທິດ ແລະ ວັນພັກລັດຖະການ)
ເວລາເຮັດວຽກ 08:00 - 17:00 ໂມງ

ໂທ:
+856 20 5704 9666
+856 21 711 919

Email:
info@soukchay.com

SOUKCHAY.com | All rights reserved.

bottom of page