top of page




SOUKCHAY.com
“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”

FINANCE 2
FINANCE 2 . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . . .
1-1 หัวข้อจุดขาย
1-2 บทความบน
1-4 บทความล่าง

2-1 หัวข้อจุดขาย
2-2 บทความบน
2-4 บทความล่าง

3-1 หัวข้อจุดขาย
3-2 บทความบน
3-4 บทความล่าง

4-1 หัวข้อจุดขาย
4-2 บทความบน
4-4 บทความล่าง

5-1 หัวข้อจุดขาย
5-2 บทความบน
5-4 บทความล่าง

6-1 หัวข้อจุดขาย
6-2 บทความบน
6-4 บทความล่าง

7-1 หัวข้อจุดขาย
7-2 บทความบน
7-4 บทความล่าง

8-1 หัวข้อจุดขาย
8-2 บทความบน
8-4 บทความล่าง

9-1 หัวข้อจุดขาย
9-2 บทความบน
9-4 บทความล่าง

10-1 หัวข้อจุดขาย
10-2 บทความบน
10-4 บทความล่าง

ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ສຸກໃຈ ຈໍາກັດຜູ້ດຽວ
ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ສຸກໃຈ ຈໍາກັດຜູ້ດຽວ ແມ່ນໜຶ່ງໃນທຸລະກິດຂອງ "ກຸ່ມບໍລິສັດ ສຸກໃຈ" ທີ່ໄດ້ຮັບການສ້າງຕັ້ງ ແລະ ຈົດທະບຽນເຄື່ອນໄຫວທຸລະກິດຢ່າງຖືກຕ້ອງຕາມກົດໝາຍ ຕັ້ງແຕ່ປີ 2023 ເປັນຕົ້ນມາ.
ພວກເຮົາສ້າງຕັ້ງຂຶ້ນມາດ້ວຍວິໄສທັດທີ່ຢາກເຫັນແຮງງານລາວທຸກຄົນ ມີໂອກາດເຂົ້າເຖິງການສ້າງລາຍຮັບ ແລະ ພັດທະນາຄຸນນະພາບຊີວິດຢູ່ຕ່າງປະເທດ ໂດຍບໍ່ມີອຸປະສັກທາງດ້ານການເງິນມາຂັດຂວາງ. ພວກເຮົາພ້ອມທີ່ຈະເປັນຂົວຕໍ່ ແລະ ເປັນແຫຼ່ງທຶນທີ່ປອດໄພ, ໂປ່ງໃສ ໃຫ້ແກ່ແຮງງານທີ່ຂາດເຂີນທຶນຮອນ ຫຼື ບໍ່ສາມາດເຂົ້າເຖິງການກູ້ຢືມຈາກລະບົບທະນາຄານທົ່ວໄປ ໃຫ້ສາມາດກ້າວເດີນຕາມຄວາມຝັນໄດ້, ໃນຍຸກປັດຈຸບັນ ຕະຫຼາດແຮງງານໃນຕ່າງປະເທດມີການຂະຫຍາຍຕົວຢ່າງກວ້າງຂວາງ ແລະ ມີຄວາມຕ້ອງການແຮງງານລາວເປັນຈຳນວນຫຼວງຫຼາຍ. ເຖິງຢ່າງໃດກໍຕາມ ອຸປະສັກທີ່ໃຫຍ່ທີ່ສຸດຂອງແຮງງານລາວສ່ວນໃຫຍ່ຄືການຂາດທຶນຮອນໃນການດຳເນີນເອກະສານ ກ່ອນການເດີນທາງ.
ເພື່ອແກ້ໄຂຂໍ້ຈຳກັດດັ່ງກ່າວ ແລະ ຊ່ວຍເຫຼືອແຮງງານ ພວກເຮົາຈຶ່ງໄດ້ສ້າງຕັ້ງສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ສຸກໃຈ ຂຶ້ນມາໃນປີ 2023. ໃນປັດຈຸບັນ, ພວກເຮົາມີຄວາມພາກພູມໃຈຫຼາຍທີ່ສາມາດ ສະໜອງສິນເຊື່ອຮອງຮັບຄວາມຕ້ອງການຂອງແຮງງານ ໄດ້ຄົບຖ້ວນ 100% ເຮັດໃຫ້ການເດີນທາງໄປເຮັດວຽກຢູ່ຕ່າງປະເທດບໍ່ແມ່ນເລື່ອງຍາກອີກຕໍ່ໄປ.
ພວກເຮົາຖືເອົາຜົນປະໂຫຍດ ແລະ ຄວາມສະດວກສະບາຍຂອງລູກຄ້າເປັນອັນດັບໜຶ່ງສະເໝີ ດ້ວຍເງື່ອນໄຂການກູ້ຢືມທີ່ເປັນທຳທີ່ສຸດ ສະຖາບັນການເງິນຂອງພວກເຮົາໃຫ້ບໍລິການເງິນກູ້ໃນອັດຕາດອກເບ້ຍ ແລະ ຄ່າທຳນຽມທີ່ສົມເຫດສົມຜົນ ບໍ່ສ້າງພາລະຜູກພັນທີ່ໜັກໜ່ວງໃຫ້ແກ່ແຮງງານຜູ້ກູ້ຢືມ.
ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ສຸກໃຈ ພວກເຮົາເຂົ້າໃຈເຖິງຄວາມຕ້ອງການຂອງແຮງງານທີ່ຢູ່ຕ່າງປະເທດ ຈຶ່ງໄດ້ອອກແບບລະບົບການຊຳລະໜີ້ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ເໝາະສົມ
1. ລະບົບຫັກເງິນອັດຕະໂນມັດຜ່ານລະບົບທະນາຄານ ປອດໄພ ແລະ ບໍ່ຕ້ອງກັງວົນເລື່ອງການຊໍາລະທີ່ລ່າຊ່າ.
2. ດໍາເນີນການໂອນ ຫຼື ຊໍາລະ ຜ່ານແອັບພລິເຄຊັນຂອງທະນາຄານ ສະດວກສະບາຍ ຢູ່ໃສກໍສາມາດຊໍາລະໄດ້ງ່າຍໆ.
3. ຍາດພີ່ນ້ອງ ຫຼື ຄອບຄົວຢູ່ ສປປ ລາວ ສາມາດເຂົ້າມາຊໍາລະໂດຍກົງໄດ້ທີ່ສໍານັກງານໃຫຍ່ຂອງບໍລິສັດ.
“ໃຫ້ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ສຸກໃຈ ເປັນຜູ້ຮ່ວມສ້າງຄວາມສຳເລັດ ແລະ ພາເດີນທາງໄປສູ່ອະນາຄົດທີ່ສົດໃສໃຫ້ກັບທ່ານ ແລະ ຄອບຄົວ”
.................................
ຢາກໄປເຮັດວຽກຢູ່ຕ່າງປະເທດ ແຕ່ບໍ່ມີທຶນໃນການສະໝັກ ແລະ ດຳເນີນເອກະສານ ບໍ່ແມ່ນອຸປະສັກຂອງການສ້າງອະນາຄົດອີກຕໍ່ໄປ ບໍລິສັດ ສຸກໃຈ ບໍລິການຈັດຫາງານ ເຂົ້າໃຈທຸກຄວາມຝັນ ແລະ ຄວາມຕັ້ງໃຈຂອງທຸກທ່ານ ພວກເຮົາຮ່ວມມືກັບ ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ສຸກໃຈ ເພື່ອປົດລັອກຂໍ້ຈຳກັດນີ້. ພວກເຮົາພ້ອມສະໜອງ ສິນເຊື່ອດອກເບ້ຍຕ່ຳ ໃຫ້ແຮງງານທີ່ຜ່ານການຄັດເລືອກ ດ້ວຍເງື່ອນໄຂທີ່ເປັນທຳ, ອະນຸມັດງ່າຍ, ໂປ່ງໃສ 100%.
ຢ່າໃຫ້ບັນຫານີ້ຈໍາກັດຄວາມຝັນ ແລະ ອານາຄົດຂອງທ່ານ
📞 ຕິດຕໍ່ສອບຖາມເພື່ອຮັບຄໍາປຶກສາ ແລະ ຮັບຮູ້ເງື່ອນໄຂ ຟຣີ
ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ສຸກໃຈ ຈຳກັດຜູ້ດຽວ
ມື້ເຮັດວຽກ: ວັນຈັນ-ວັນສຸກ (ພັກວັນເສົາ-ອາທິດ ແລະ ວັນພັກລັດຖະການ)
ເວລາເຮັດວຽກ 08:00 – 17:00 ໂມງ
ເບີໂທ: 020 5994 1966
Email: mfi@soukchay.com

SOUKCHAY.com
“ພັດທະນາຍືນຍົງ ຄຽງຄູ່ສັງຄົມລາວ”
ກຸ່ມບໍລິສັດ ສຸກໃຈ ດໍາເນີນທຸລະກິດດ້ວຍເປົ້າໝາຍສູງສຸດ ຄືການຮ່ວມເປັນກຳລັງສຳຄັນໃນການພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຢ່າງຍືນຍົງ ແລະ ຂັບເຄື່ອນເສດຖະກິດຂອງປະເທດ. ພວກເຮົາໃຫ້ບໍລິການຈັດຫາງານຢ່າງໂປ່ງໃສ, ສະໜອງແຫຼ່ງທຶນສິນເຊື່ອທີ່ດອກເບ້ຍຕໍ່າ, ຝຶກອົບຮົມສີມືແຮງງານໃຫ້ມີຄຸນນະພາບ, ສ້າງວຽກເຮັດງານທຳໃຫ້ຄົນລາວ, ມຸ່ງໝັ້ນທີ່ຈະສ້າງໂອກາດ ແລະ ຍົກລະດັບຄຸນນະພາບຊີວິດຂອງແຮງງານລາວ ຄຽງຄູ່ໄ ປກັບການຕອບແທນຄືນສູ່ສັງຄົມ, ປະເທດຊາດ, ຄູ່ຮ່ວມງານ ແລະ ລູກຄ້າໝົດທຸກທ່ານໃຫ້ເຕີບໃຫຍ່ຂະຫຍາຍຕົວໄປພ້ອມກັນແບບຍືນຍົງ.
ກຸ່ມບໍລິສັດ ສຸກໃຈ
ສຳນັກງານໃຫຍ່ຕັ້ງຢູ່ ຖະໜົນນາຄວາຍ ບ້ານ ດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ມຶ້ເຮັດວຽກ : ວັນຈັນ - ວັນສຸກ (ພັກວັນເສົາ-ອາທິດ ແລະ ວັນພັກລັດຖະການ)
ເວລາເຮັດວຽກ 08:00 - 17:00 ໂມງ
ໂທ:
+856 20 5704 9666
+856 21 711 919
Email:
info@soukchay.com
SOUKCHAY.com | All rights reserved.
bottom of page








