top of page




SOUKCHAY.com
Sustainable Development.
Growing with Laos.


EN ບໍລິການຈັດຫາງານ ປະເທດຍີ່ປຸ່ນ
EN ບໍລິການຈັດຫາງານ ໄປເຮັດວຽກຢູ່ປະເທດຍີ່ປຸ່ນ ແມ່ນໂອກາດ ແລະ ທາງເລືອກທີ່ດີສໍາລັບຜູ້ທີ່ຕ້ອງການຍົກລະດັບສີມືສູ່ການເປັນຜູ້ຊ່ຽວຊານສະເພາະທາງ, ມີລາຍຮັບທີ່ສູງ ແລະ ມີຄວາມປອດໄພ ພາຍໃຕ້ລະບົບການຄຸ້ມຄອງທີ່ຖືກຕ້ອງຕາມກົດໝາຍ ໂດຍການຮ່ວມມືລະຫວ່າງລັດຖະບານຂອງສອງປະເທດ. ນອກຈາກນີ້ ທ່ານຈະໄດ້ຮັບສະຫວັດດີການທີ່ມີມາດຕະຖານເທົ່າທຽມກັບຄົນທ້ອງຖິ່ນ, ໄດ້ຮັບການຝຶກອົບຮົມດ້ານພາສາ, ວັດທະນາທຳ ແລະ ວິທີການດໍາລົງຊີວິດຂອງຄົນຍີ່ປຸ່ນ ເພື່ອເປີດໂອກາດໃໝ່ໆໃຫ້ກັບຕົນເອງ ນອກຈາກນີ້ທ່ານຍັງຈະໄດ້ຮຽນຮູ້ລະບົບການເຮັດວຽກທີ່ທັນສະໄໝ ເພື່ອນຳມາໝູນໃຊ້ເພື່ອຕໍ່ຍອດທຸລະກິດ ສ້າງອະນາຄົດທີ່ດີ ແລະ ໝັ້ນຄົງ.

EN ✅ 1. ເປັນຫຍັງຈຶ່ງຕ້ອງໄປເຮັດວຽກຢູ່ປະເທດຢີ່ປຸ່ນ ນຳບໍລິສັດ ສຸກໃຈ
EN ທ່ານກຳລັງປະເຊີນກັບຄວາມກັງວົນເຫຼົ່ານີ້ຢູ່ຫຼືບໍ່?
1. ຢ້ານຖືກຕົວະ, ຢ້ານສະໝັກຈ່າຍເງິນແລ້ວບໍ່ໄດ້ເດີນທາງ, ຢ້ານສະໝັກແລ້ວຖືກບໍລິສັດທີ່ບໍ່ມີຕົວຕົນ.
2. ບໍ່ຮູ້ຈະເລີ່ມຕົ້ນແນວໃດ, ຂັ້ນຕອນເອກະສານໄປຍີ່ປຸ່ນເບິ່ງຄືຍາກ ແລະ ສັບຊ້ອນ, ບໍ່ຮູ້ກົດໝາຍ ແລະ ວິທີການຍື່ນວີຊ້າທີ່ຖືກຕ້ອງ.
3. ເວົ້າພາສາຍີ່ປຸ່ນບໍ່ໄດ້, ກັງວົນເລື່ອງການສື່ສານ, ຢ້ານສອບເສັງພາສາບໍ່ຜ່ານ ແລະ ກັງວົນເລື່ອງການປັບຕົວເຂົ້າກັບວັດທະນະທຳຂອງຄົນຍີ່ປຸ່ນບໍ່ໄດ້.
4. ຢ້ານມີຄ່າໃຊ້ຈ່າຍໃນການສະໝັກບານປາຍເພີ່ມຂຶ້ນເລື່ອຍໆໂດຍບໍ່ຮູ້ຕົວ
EN ພວກເຮົາ ບໍລິສັດ ສຸກໃຈ ບໍລິການຈັດຫາງານ ຈໍາກັດຜູ້ດຽວ ຄືຄຳຕອບ ແລະ ທາງອອກທີ່ດີທີ່ສຸດສຳລັບທ່ານ
ພວກເຮົາພ້ອມທີ່ຈະປ່ຽນຄວາມກັງວົນຂອງທ່ານ ໃຫ້ເປັນຄວາມໝັ້ນໃຈ ດ້ວຍມາດຕະຖານການບໍລິການ ທີ່ໂປ່ງໃສ, ວ່ອງໄວ ແລະ ເປັນມືອາຊີບ:
1. ບໍລິສັດ ສຸກໃຈ ບໍລິການຈັດຫາງານ ຈໍາກັດຜູ້ດຽວ ໄດ້ຮັບອະນຸຍາດການສ້າງຕັ້ງຂຶ້ນຢ່າງຖືກຕ້ອງ ຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕັ້ງແຕ່ປີ2019ເປັນຕົ້ນມາ ຈຶ່ງໝັ້ນໃຈໄດ້ວ່າ ທຸກຂັ້ນຕອນດໍາເນີນງານແມ່ນພາຍໃຕ້ກົດໝາຍຂອງ ສປປ ລາວ ແລະ ປະເທດຍີ່ປຸ່ນ.
2. ພວກເຮົາຍຶດໝັ້ນໃນຄວາມໂປ່ງໃສ ທຸກຄ່າໃຊ້ຈ່າຍໃນການດຳເນີນເອກະສານ ພວກເຮົາຈະແຈ້ງໃຫ້ຊາບລ່ວງໜ້າຢ່າງລະອຽດຕັ້ງແຕ່ມື້ທຳອິດ ບໍ່ມີການເກັບເພີ່ມພາຍຫຼັງ ເຮັດໃຫ້ທ່ານສາມາດວາງແຜນການເງິນໄດ້ກ່ອນການຍື່ນສະໝັກ.
3. ແຮງງານທຸກທ່ານຈະໄດ້ຮັບສັນຍາຈ້າງງານທີ່ຖືກຕ້ອງຕາມກົດໝາຍ ລະບຸອັດຕາຄ່າຈ້າງ ຕາມມາດຕະຖານຄ່າແຮງງານຂັ້ນຕ່ຳຂອງຍີ່ປຸ່ນ, ເວລາເຮັດວຽກ, ວັນພັກ ແລະ ສະຫວັດດິການຕ່າງໆ ຢ່າງຈະແຈ້ງ ບໍ່ມີການຫັກຄ່າແຮງງານທີ່ບໍ່ຖືກຕ້ອງ ແລະ ຖືກເອົາປຽບ.
4. ຫາກທ່ານກັງວົນເລື່ອງພາສາ ພວກເຮົາມີສູນຝຶກອົບຮົມພາສາຍີ່ປຸ່ນພື້ນຖານ ແລະ ແນະນຳກ່ຽວກັບວັດທະນະທຳການດຳລົງຊີວິດ, ການເຮັດວຽກຂອງຄົນຍີ່ປຸ່ນ ແນະນຳການໃຊ້ຊີວິດຢູ່ຍີ່ປຸ່ນບໍ່ວ່າຈະເປັນມາລະຍາດທາງສັງຄົມ, ກົດໝາຍ, ຂໍ້ຫ້າມ, ຂໍ້ຄວນລະວັງຕ່າງໆໃຫ້ແກ່ແຮງງານກ່ອນການເດີນທາງ ເພື່ອໃຫ້ແຮງງານສາມາດປັບໂຕໄດ້ໄວເມື່ອໄປຮອດ.
5. ພວກເຮົາໃຫ້ຄວາມຊ່ວຍເຫຼືອແກ່ແຮງງານ ຕັ້ງແຕ່ຂັ້ນຕອນການສະໝັກ, ການຄັດເລືອກ ຫຼື ການສຳພາດກັບນາຍຈ້າງຈາກຍີ່ປຸ່ນ, ການກະກຽມເອກະສານສຳລັບການເດີນທາງທັງຫມົດແມ່ນທາງບໍລິສັດຈະເປັນຜູ້ດໍາເນີນການໃຫ້ທຸກຢ່າງ.
6. ໃນລະຫວ່າງທີ່ເຮັດວຽກຢູ່ຍີ່ປຸ່ນ, ຫາກແຮງງານມີບັນຫາດ້ານການສື່ສານ, ສະພາບແວດລ້ອມການເຮັດວຽກ,ການເຈັບປ່ວຍ ຫຼື ບັນຫາຂໍ້ຂັດແຍ່ງກັບນາຍຈ້າງ, ທາງບໍລິສັດຈະມີພະນັກງານຊ່ວຍປະສານງານ ແລະ ໃຫ້ຄວາມຊ່ວຍເຫຼືອຈົນຄົບສັນຍາເຮັດວຽກ.
Facebook Page
ບໍລິສັດ ສຸກໃຈ ບໍລິການຈັດຫາງານ ຈຳກັດຜູ້ດຽວ Soukchay Employment Service Sole

EN ✅ 2. ລາຍໄດ້ ແລະ ສະຫວັດດີການ ທີ່ແຮງງານຈະໄດ້ຮັບ
EN 1. ລາຍໄດ້ ແລະ ຄ່າແຮງ
- ຕາມຄ່າແຮງພື້ນຖານຂອງຍີ່ປຸ່ນ ຂຶ້ນກັບປະເພດວຽກ ແລະ ແຂວງທີ່ໄປເຮັດວຽກ
- ຄ່າເຮັດວຽກລ່ວງເວລາ (OT) ແມ່ນຈ່າຍຕາມກົດຫມາຍແຮງງານຂອງຍີ່ປຸ່ນ
2. ສະຫວັດດີການຕ່າງໆ
- ປະກັນສັງຄົມ ແລະ ປະກັນສຸຂະພາບ: ແຮງງານຈະໄດ້ຮັບການຄຸ້ມຄອງດ້ານການປິ່ນປົວພະຍາດ.
- ປະກັນໄພການຈ້າງງານ ແລະ ອຸປະຕິເຫດຈາກການເຮັດວຽກ: ເຊີ່ງຈະຄຸ້ມຄອງ ແລະ ຊົດເຊີຍໃນກໍລະນີທີ່ເກີດອຸປະຕິເຫດໃນລະຫວ່າງການເຮັດວຽກ.
- ເງິນບໍານານ: ແຮງງານທີ່ຈ່າຍເງິນສະສົມບຳນານທຸກໆເດືອນ ເມື່ອເຮັດວຽກຄົບກຳນົດສັນຍາ ແລະ ເດີນທາງກັບຄືນປະເທດລາວ ສາມາດປະກອບເອກະສານຍື່ນຂໍເງິນບຳນານຄືນໄດ້.
- ພັກອາໄສ: ນາຍຈ້າງຈະຈັດຫາຫໍພັກ, ອາພາດເມັນ ຫຼື ເຮືອນພັກທີ່ອຸປະກອນອຳນວຍຄວາມສະດວກເຊັ່ນ: ຕູ້ເຢັນ, ເຄື່ອງຊັກຜ້າ, ແອ ແລະ ອື່ນໆ.
- ວັນພັກປະຈໍາອາທິດ: ແຮງງານຈະໄດ້ຮັບວັນພັກ 1-2 ມື້ຕໍ່ອາທິດ ຕາມປະຕິທິນການເຮັດວຽກຂອງບໍລິສັດທີ່ຕົນເອງໄປເຮັດວຽກຢູ່.
- ວັນພັກປະຈໍາປີ: ເມື່ອແຮງງານເຮັດວຽກຕິດຕໍ່ກັນຄົບ 6 ເດືອນ ແຮງງານຈະມີສິດໄດ້ຮັບວັນພັກປະຈໍາປີແບບໄດ້ຮັບຄ່າຈ້າງຕາມປົກກະຕິ ເຊີ່ງມື້ພັກແມ່ນຈະໄດ້ຮັບຢ່າງໜ້ອຍ 10 ມື້/ຄົນ/ປີ.

EN ✅ 3. ປະເພດວຽກທີ່ມີໃຫ້ເລືອກ
EN 1. ຂະແໜງກະສິກໍາ
- ກະສິກຳປູກຝັງ: ສ່ວນໃຫຍ່ຈະເປັນການປູກພືດຕາມລະດູການ (ກະລຳປີ, ໝາກແຕງ, ໝາກເລັ່ນ, ເຂົ້າບາເລ ແລະ ອື່ນໆ) ເຊິ່ງຈະມີການປູກຢູ່ໃນຟາມ ຫຼື ເຮືອນຫົ່ມ ມີການເກັບກ່ຽວ ແລະ ການຄັດແຍກຜົນຜະລິດ
- ກະສິກຳລ້ຽງສັດ:ສ່ວນໃຫຍ່ຈະເປັນການເກັບໄຂ່ໄກ່, ການທຳຄວາມສະອາດ ແລະ ຄັດແຍກຜົນຜະລິດ.
2. ຂະແໜງອຸດສາຫະກໍາ
- ວຽກໂຮງງານ: ແມ່ນການເຮັດວຽກໃນໂຮງງານກ່ຽວກັບການລ້າງຜັກ, ການຕົບແຕ່ງອາຫານໃຫ້ສວຍງາມ, ການແພັກ ແລະ ບັນຈຸພັນອາຫານ.
- ວຽກສ້ອມແປງລົດຍົນ: ຈະເປັນປະເພດລົດໃຫຍ່ທີ່ຈະຕ້ອງໃຊ້ຄວາມຮັບຜິດຊອບສູງ ເພື່ອປ້ອງກັນການເກີດອຸບັດຕິເຫດ ແລະ ອັນຕະລາຍທີ່ອາດເກີດຂຶ້ນໄດ້.
3. ຂະແໜງການກໍ່ສ້າງ
- ວຽກໂຄງສ້າງເຫຼັກ ແລະ ວຽກກໍ່ສ້າງທົ່ວໄປ.

EN ✅ 4. ເງື່ອນໄຂການສະໝັກໄປເຮັດວຽກຢູ່ປະເທດຢີ່ປຸ່ນ
EN ເງື່ອນໄຂການສະໝັກໄປເຮັດວຽກຢູ່ປະເທດຢີ່ປຸ່ນ
1. ອ່ານໄດ້ ແລະ ຂຽນເປັນ (ພາສາລາວ)
2. ບໍ່ຕິດສານເສບຕິດ, ບໍ່ມີຄະດີຕິດໂຕ
3. ອາຍຸ 18-35 ປີ (ຕ້ອງອາຍຸ 18 ປີເຕັມ)
4. ເພດຍິງ (ບໍ່ຖືພາ ຫຼື ເກີດລູກ (ລູກຕ້ອງກາຍ 2 ປີຂື້ນໄປ)
5. ບໍ່ຕິດສານເສບຕິດ, ບໍ່ມີຄະດີຕິດໂຕ
6. ພາສປອດ ບໍ່ເປື້ອນ, ບໍ່ຂາດ (ຕ້ອງມີອາຍຸການໃຊ້ງານ 4 ປີຂື້ນໄປ ນັບຈາກມື້ສະໝັກ)
7. ຫຼັກຊັບຄ້ຳປະກັນ & ຜູ້ຄຳ້ປະກັນ
8. ຫຼັກຊັບຄຳ້ປະກັນເນື້ອທີດິນ 400 ຕາແມັດ ຂຶ້ນໄປ
9. ຜູ້ຄ້ຳປະກັນ ອາຍຸ 35 ປີ ຂື້ນໄປ
ເງື່ອນໄຂການສໍາພາດ
1. ຈົບການສຶກສາຂັ້ນ ມໍ 3 ຂື້ນໄປສາມາດອ່ານ, ຂຽນ, ພາສາລາວໄດ້
2. ບໍ່ມີຄະດີ, ບໍ່ມີປະຫວັດເຂົ້າ-ອອກ ຍີ່ປຸ່ນ ຜິດກົດໝາຍ ຫຼື ບໍ່ຖືກຈຳກັດການເດີນທາງອອກນອກປະເທດ
3. ບໍ່ປອມແປງເອກະສານເດີນທາງ ຫຼື ປ່ຽນແປງຂໍ້ມູນປະຈຳຕົວ
4. ຕ້ອງມີໂທລະສັບ ສະມາສໂຟນ ເພື່ອໃຊ້ລົງທະບຽນຢູ່ ຍີ່ປຸ່ນ
5. ການດຳເນີນເອກະສານໃຊ້ເວລາປະມານ 4-6 ເດືອນ ຈຶ່ງໄດ້ເດີນທາງ
6. ຫຼັງຈາກສຳພາດຜ່ານ ແມ່ນຕ້ອງໄດ້ກຽມພາສາຍີ່ປຸ່ນ 3-6 ເດືອນ
7. ຕ້ອງເປັນຜູ້ທີ່ບໍ່ເຄີຍໄປເຮັດວຽກຢູ່ຍີ່ປຸ່ນດ້ວຍວີຊ່ານັກຝຶກອົບຮົມມາກ່ອນ
8. ບໍ່ມີພະຍາດປະຈຳຕົວ, ບໍ່ມີພະຍາດແຊກຊ້ອນ
9. ບໍ່ມີພະຍາດວັນນະໂລກ, ໂລກເອດ, ຊີຟີລິດ
ເອກະສານທີ່ຕ້ອງຖືມາໃນມື້ສໍາພາດ
1. ພາສປອດແທ້
2. ກ໋ອບປີ້ບັດປະຈຳໂຕ 1 ສະບັບ
3. ກ໋ອບປີ້ໃບຈົບການສຶກສາ 1 ສະບັບ
4. ຮູບ 3x4 ຈໍານວນ 12 ໃບ (ພື້ນສີຂາວ)
5. ຮູບ 4x6 ຈໍານວນ 12 ໃບ (ພື້ນສີຂາວ)

EN ✅ 5. ຂັ້ນຕອນການດໍາເນີນງານທີ່ໂປ່ງໃສ
EN ບໍລິສັດ ສຸກໃຈ ບໍລິການຈັດຫາງານ ພວກເຮົາຈະເປີດຮັບສະໝັກໄປເຮັດວຽກຢູ່ປະເທດຢີ່ປຸ່ນ ກໍຕໍ່ເມື່ອມີການແຈ້ງເອກະສານໂຄຕ້າ ທີ່ເປັນທາງການມາຈາກທາງສະມາຄົມຍີ່ປຸ່ນເທົ່ານັ້ນ ໂດຍມີຂັ້ນຕອນການດຳເນີນງານທີ່ໂປ່ງໃສດັ່ງນີ້:
✅ ໄລຍະທີ 1: ການຮັບສະໝັກ ແລະ ຄັດເລືອກ
ການຄັດເລືອກແຮງງານຈະແບ່ງອອກເປັນ 2 ຮູບແບບ ຕາມຄວາມຕ້ອງການຂອງສະມາຄົມຍີ່ປຸ່ນດັ່ງນີ້:
1. ຮູບແບບທີ 1: ບໍລິສັດສຳພາດເບື້ອງຕົ້ນແລ້ວສົ່ງຂໍ້ມູນ-ປະຫວັດຂອງແຮງງານໄປໃຫ້ທາງສະມາຄົມຍີ່ປຸ່ນເປັນຜູ້ຄັດເລືອກ.
2. ຮູບແບບທີ 2: ບໍລິສັດສຳພາດເບື້ອງຕົ້ນຈາກນັ້ນນັດໝາຍວັນເພື່ອໃຫ້ທາງສະມາຄົມຍີ່ປຸ່ນເດີນທາງມາສຳພາດແຮງງານດ້ວຍຕົນເອງ.
ໝາຍເຫດ: ສຳລັບຮູບແບບທີ 2 ກ່ອນການສໍາພາດ ແຮງງານຈະຕ້ອງໄດ້ ຈ່າຍເງິນມັດຈຳລ່ວງໜ້າ 100 ໂດລາ ເພື່ອເປັນການຢັ້ງຢືນສິດ ແລະ ຮັບປະກັນວ່າຈະມາສຳພາດຕາມວັນເວລາທີ່ນັດໝາຍ ເມື່ອສິ້ນສຸດການສຳພາດແລ້ວ ທາງບໍລິສັດຈະສົ່ງເງິນມັດຈໍາຄືນໃຫ້ ໃນກໍລະນີທີ່ແຮງງານມາສຳພາດຕາມຍັດຫມາຍ.
✅ ໄລຍະທີ 2: ການກວດສຸຂະພາບ ແລະ ການຝຶກອົບຮົມ
1. ກວດສຸຂະພາບ: ເມື່ອທາງສະມາຄົມຍີ່ປຸ່ນຄັດເລືອກແຮງງານແລ້ວ, ແຮງງານຕ້ອງກວດສຸຂະພາບ ຫາກຜ່ານຕາມເງື່ອນໄຂ ກໍຈະໄດ້ເຂົ້າຮຽນພາສາເພື່ອກະກຽມໃນການເດີນທາງໄປເຮັດວຽກຢູ່ຍີ່ປຸ່ນ.
2. ໄລຍະການຮຽນພາສາ: ແຮງງານຈະຕ້ອງເຂົ້າຮຽນພາສາ ແລະ ວັດທະນະທຳຂອງປະເທດຢີ່ປຸ່ນ ເປັນເວລາ 3-6 ເດືອນ ເພື່ອລໍຖ້າໃບຮັບຮອງສະຖານະພາບການພຳນັກ (COE) ຈາກຍີ່ປຸ່ນ.
3. ໃນໄລຍະຝຶກອົບຮົມພາສາຍີ່ປຸ່ນ ບໍລິສັດຈະນັດຜູ້ຄ້ຳປະກັນເຂົ້າມາມີສ່ວນຮ່ວມໃນການເຊັນສັນຍາ ແລະ ຮັບຮູ້ເງື່ອນໄຂຕ່າງໆກ່ອນການເດີນທາງ ສັນຍາທີ່ຕ້ອງເຊັນມີ 2 ປະເພດເຊັ່ນ:
- ສັນຍາລະຫວ່າງ ແຮງງານ ແລະ ບໍລິສັດຈັດສົ່ງ
- ສັນຍາຈ້າງງານ ລະຫວ່າງ ແຮງງານ ແລະ ບໍລິສັດຍີ່ປຸ່ນ.
✅ ໄລຍະທີ 3: ການກຽມວີຊ້າ ແລະ ຄ່າທຳນຽມການເດີນທາງ
1. ການຍື່ນວີຊ້າ : ເມື່ອເອກະສານຈາກຍີ່ປຸ່ນອອກແລ້ວ ບໍລິສັດຈະຍື່ນຂໍວີຊ້າທີ່ສະຖານທູດຍີ່ປຸ່ນ ປະຈຳລາວ
2. ຄ່າທຳນຽມການເດີນທາງ: ແຮງງານຈະຕ້ອງຊຳລະຄ່າທຳນຽມກ່ອນການເດີນທາງ. ກໍລະນີທີ່ແຮງງານບໍ່ສາມາດທີ່ຈະຊໍາລະດ້ວຍຕົນເອງ ແຮງງານສາມາດກູ້ຢືມນໍາສະຖາບັນການເງິນ ສຸກໃຈໄດ້ ໂດຍການນຳໃຊ້ໃບຕາດິນເປັນຫຼັກຊັບຄ້ຳປະກັນ
3. ກຳນົດມື້ເດີນທາງ: ບໍລິສັດຈະປະສານງານກັບສະມາຄົມທາງຍີ່ປຸ່ນ ແລະ ແຈ້ງໃຫ້ແຮງງານຊາບ ເພື່ອໃຫ້ແຮງງານໄດ້ວາງແຜນ, ຕັດສິນໃຈເລືອກມື້ເດີນທາງ ແລະ ກະກຽມຄວາມພ້ອມ.
✅ ໄລຍະທີ 4: ມື້ເດີນທາງ ແລະ ການເຮັດວຽກຢູ່ຍີ່ປຸ່ນ
1. ບໍລິສັດຈະນັດແຮງງານຢູ່ສະໜາມບິນ ເພື່ອອະທິບາຍຂໍ້ຄວນຮູ້-ຂໍ້ຄວນລະວັງໃນການເດີນທາງ
2. ຕະຫຼອດໄລຍະເວລາທີ່ເຮັດວຽກຢູ່ຍີ່ປຸ່ນ ຫາກແຮງງານພົບບັນຫາ ບໍ່ວ່າຈະເປັນເລື່ອງສະພາບແວດລ້ອມ, ການເຈັບປ່ວຍ ຫຼື ມີຂໍ້ຂັດແຍ່ງກັບນາຍຈ້າງ ທາງບໍລິສັດມີຜູ້ປະສານງານ ໃຫ້ຄຳແນະນຳ ແລະ ໃຫ້ຄວາມຊ່ວຍເຫຼືອແຮງງານຈົນຄົບສັນຍາເຮັດວຽກ.
3. ເມື່ອແຮງງານເຮັດວຽກຄົບ 1 ປີ ແລະ ສາມາດຊຳລະໜີ້ສິນ ທີ່ກູ້ຢືມນຳ ສະຖາບັນການເງິນ ສຸກໃຈ ຄົບຖ້ວນຮຽບຮ້ອຍແລ້ວ, ສາມາດໃຫ້ຄອບຄົວມາຕິດຕໍ່ຂໍຮັບຫຼັກຊັບຄ້ຳປະກັນ (ໃບຕາດິນ) ຄືນໄດ້ທັນທີໂດຍບໍ່ຕ້ອງລໍຖ້າໃຫ້ຄົບສັນຍາເຮັດວຽກ 3 ປີ.
✅ ໄລຍະສິ້ນສຸດສັນຍາ ແລະ ເດີນທາງກັບຄືນ ສປປ ລາວ
1. ເມື່ອແຮງງານເຮັດວຽກຄົບກໍານົດສັນຍາ 3 ປີ ແລະ ເດີນທາງກັບຄືນ ສປປ ລາວ ຕາມລະບຽບເປັນທີ່ຮຽບຮ້ອຍແລ້ວ ແຮງງານຈະໄດ້ຮັບເງິນຄ້ຳປະກັນຄືນຈາກບໍລິສັດ.
2. ສຳລັບແຮງງານທີ່ໄດ້ຈ່າຍເງິນສະສົມບຳນານຢູ່ຍີ່ປຸ່ນຢ່າງຖືກຕ້ອງເປັນປະຈຳ, ເມື່ອເດີນທາງກັບມາຮອດປະເທດລາວແລ້ວ, ທາງບໍລິສັດຈະຊ່ວຍດຳເນີນເອກະສານແລ່ນຂໍຄືນເງິນບຳນານຄືນໃຫ້.

EN ✅ 6. ລີວິວຈາກຜູ້ໃຊ້ບໍລິການແທ້
EN ຫາກທ່ານກຳລັງຊອກຫາຂໍ້ມູນ, ມີຄວາມກັງວົນ ຫຼື ຢາກຮູ້ວ່າ ຖ້າໄປເຮັດວຽກຕ່າງປະເທດຕົວຈິງແລ້ວຈະເປັນແນວໃດ? ການລີວິວດ້ານລຸ່ມນີ້ມີຄຳຕອບໃຫ້ທ່ານ ຜ່ານປະສົບການຈິງ 100% ຈາກອ້າຍເອື້ອຍນ້ອງແຮງງານລາວທີ່ເດີນທາງໄປເຮັດວຽກກັບບໍລິສັດ ສຸກໃຈ ບໍລິການຈັດຫາງານ ຂອງພວກເຮົາ.
EN ທຸກການລີວິວນີ້ຢັ້ງຢືນຈາກຜູ້ໃຊ້ບໍລິການຕົວຈິງ ຈະຊ່ວຍໃຫ້ທ່ານໝັ້ນໃຈໃນຄວາມໂປ່ງໃສ, ຄວາມປອດໄພ ພ້ອມທັງລະບົບການຄຸ້ມຄອງທີ່ຖືກຕ້ອງຕາມກົດໝາຍຂອງບໍລິສັດເຮົາຫຼາຍຍິ່ງຂຶ້ນ. ເປີດໃຈຮັບຊົມວິຖີຊີວິດ, ຄວາມເປັນຢູ່ ແລະ ຄວາມສຳເລັດຂອງແຮງງານໃນແຕ່ລະປະເທດ ເພື່ອຊ່ວຍໃຫ້ທ່ານຕັດສິນໃຈເລືອກອະນາຄົດທີ່ເໝາະສົມກັບຕົນເອງໄດ້ງ່າຍຂຶ້ນ.

EN ✅ 7. ຄຳຖາມທີ່ພົບຫຼາຍ ປະເທດຢີ່ປຸ່ນ
EN 1. ສະໝັກໄປເຮັດວຽກຢູ່ປະເທດຍີ່ປຸ່ນຮັບອາຍຸຈັກປີ?
ຄຳຕອບ: ການໄປເຮັດວຽກທີ່ປະເທດຍີ່ປຸ່ນ ຮັບສະໝັກຜູ້ທີ່ມີອາຍຸລະຫວ່າງ 18 ຫາ 35 ປີ.
2. ເອກະສານປະກອບໃນການສະໝັກໄປເຮັດວຽກຢູ່ປະເທດຍີ່ປຸ່ນມີຫຍັງແດ່?
ຄຳຕອບ: ເອກະສານທີ່ໃຊ້ໃນການສະໝັກວຽກໄປຍີ່ປຸ່ນ ມີດັ່ງນີ້:
• ກັອບປີ້ໜ້າສໍາຄັນຂອງໜັງສືຜ່ານແດນ (ພາສປອດ)
• ກັອບປີ້ສໍາມະໂນຄົວ
• ກັອບປີ້ບັດປະຈໍາຕົວ (ຖ້າມີ)
• ກັອບປີ້ໃບຈົບການສຶກສາ
• ຮູບຖ່າຍຂະໜາດ 3×4 ຈໍານວນ 1 ໃບ ແລະ ຂະໜາດ 4×6 ຈໍານວນ 1 ໃບ
ກະລຸນາກຽມເອກະສານໃຫ້ຄົບຖ້ວນເພື່ອຄວາມສະດວກ ແລະ ວ່ອງໄວໃນຂັ້ນຕອນການສະໝັກ.
3. ຖ້າສະໝັກແລ້ວແມ່ນສາມາດເດີນທາງໄປໄດ້ເລີຍບໍ?
ຄຳຕອບ: ຫຼັງຈາກສະໝັກສໍາເລັດ ຂັ້ນຕອນຈະດໍາເນີນຕາມລໍາດັບດັ່ງນີ້:
• ລໍຖ້າການສໍາພາດຈາກທາງຝ່າຍຍີ່ປຸ່ນ
• ເມື່ອຜ່ານການສໍາພາດ ດໍາເນີນການກວດສຸຂະພາບ
• ເມື່ອຜ່ານການກວດສຸຂະພາບ ຮຽນກຽມພາສາຍີ່ປຸ່ນ 3–6 ເດືອນ
• ດໍາເນີນເອກະສານ ແລະ ເດີນທາງໄປຍີ່ປຸ່ນ
4. ເມື່ອສໍາພາດ ແລະ ກວດສຸຂະພາຍຜ່ານຈະມີຄ່າໃຊ້ຈ່າຍຫຍັງແນ່?
ຄຳຕອບ: ຄ່າໃຊ້ຈ່າຍທີ່ຈໍາເປັນຫຼັງຈາກຜ່ານການສໍາພາດ ແລະ ກວດສຸຂະພາບ ມີດັ່ງນີ້:
• ຄ່າຮຽນພາສາ
• ເງິນຄໍ້າປະກັນ(ຊໍາລະຜ່ານການໂອນເທົ່ານັ້ນ) ໂດຍແຮງງານຈະໄດ້ຮັບຄືນຄົບຖ້ວນເມື່ອເຮັດວຽກຄົບກໍານົດຕາມສັນຍາ
• ຄ່າທໍານຽມການດໍາເນີນເອກະສານ ສາມາດກູ້ຢືມຈາກທາງ ສະຖາບັນການເງິນ ສຸກໃຈ ຫຼື ຈ່າຍດ້ວຍຕົນເອງ
5. ຕ້ອງມີການຮຽນກຽມພາສາກ່ອນໄປບໍ່?
ຄຳຕອບ: ທຸກຄົນທີ່ຕ້ອງການໄປເຮັດວຽກທີ່ຍີ່ປຸ່ນ ຈໍາເປັນຕ້ອງຜ່ານການຮຽນກຽມພາສາຍີ່ປຸ່ນກ່ອນການເດີນທາງ ເນື່ອງຈາກການສື່ສານໃນການເຮັດວຽກ ແລະ ການດໍາລົງຊີວິດໃນຍີ່ປຸ່ນ ຕ້ອງໃຊ້ພາສາຍີ່ປຸ່ນເປັນຫຼັກ. ການມີທັກສະພາສາທີ່ດີ ຈະຊ່ວຍໃຫ້ທ່ານປັບຕົວໄດ້ໄວ ແລະ ສາມາດເຮັດວຽກໄດ້ງ່າຍ.
EN _______________________
ຄຳຖາມຍອດຮິດ (ສ.ເກົາຫຼີ, ໄທ, ຢີ່ປຸນ, ສະຖາບັນການເງິນ)

EN ✅ 8. ຄວາມມຸ່ງໝັ້ນຈາກ CEO
EN ສະບາຍດີ ພີ່ນ້ອງແຮງງານ ທີ່ຮັກແພງ ທຸກໆທ່ານ
ບໍລິສັດ ສຸກໃຈ ບໍລິການຈັດຫາງານ ພວກເຮົາດຳເນີນທຸລະກິດ ພາຍໃຕ້ວິໃສທັດທີ່ຈະກາຍເປັນຜູ້ນຳດ້ານການຈັດຫາງານທີ່ມີຄຸນະພາບຢ່າງຄົບວົງຈອນ ເພື່ອມອບໂອກາດທີ່ດີທີ່ສຸດໃຫ້ກັບແຮງງານທຸກລະດັບຢູ່ ສປປ ລາວ
ກຸ່ມບໍລິສັດສຸກໃຈ ເລີ່ມຕົ້ນມາຈາກບໍລິສັດ ສຸກໃຈ ບໍລິການຈັດຫາງານ ຈຳກັດຜູ້ດຽວ , ຂ້າພະເຈົ້າມີຄວາມມຸ່ງໝັ້ນ ແລະ ຕັ້ງໃຈ ທີ່ຢາກຈະສ້າງວຽກເຮັດງານທຳ ແລະ ພັດທະນາສີມືແຮງງານໃຫ້ກັບຄົນລາວທຸກລະດັບ ໂດຍສະເພາະແຮງງານທີ່ບໍ່ມີວິຊາຊີບທີ່ຢູ່ເຂດຫ່າງໄກສອກຫຼີກ ໃຫ້ມີໂອກາດເຂົ້າເຖິງຕຳແໜ່ງງານທີ່ຫຼາກຫຼາຍ ທັງພາຍໃນ ແລະ ຕ່າງປະເທດ ທັງຮູບແບບລະດູການ ແລະ ຮູບແບບໄລຍະຍາວ ໂດຍການມອບການບໍລິການທີ່ໂປ່ງໃສ, ເປັນມືອາຊີບ ແລະ ເປັນທຳໃຫ້ກັບລູກຄ້າທຸກຄົນທີ່ມາໃຊ້ບໍລິການ.
EN ຂ້າພະເຈົ້າໃຫ້ຄວາມສຳຄັນທີ່ສຸດໃນການດຳເນີນທຸລະກິດດ້ວຍຈັນຍາບັນຕໍ່ ລູກຄ້າ ນັ້ນກໍຄືແຮງງານທຸກຄົນທີ່ມາໃຊ້ບໍລິການ, ຕໍ່ຄູ່ຮ່ວມງານທັງພາຍໃນ ແລະ ຕ່າງປະເທດ ແລະ ຕໍ່ປະເທດຊາດ ເພື່ອການຂະຫຍາຍທຸລະກິດແບບໝັ້ນຄົງ ແລະ ຍືນຍົງ .
ໃນນາມຄົນລາວຄົນໜື່ງ, ຂ້າພະເຈົ້າມີຄວາມມຸ່ງໝັ້ນທີ່ຢາກປະກອບສ່ວນຊ່ວຍໃນການສ້າງສາ ແລະ ພັດທະນາປະເທດຊາດ ໂດຍການສ້າງວຽກເຮັດງານທຳໃຫ້ກັບຄົນລາວ, ພັດທະນາສີມືແຮງງານໃຫ້ເຂົາເຈົ້າມີທັກສະ ເພື່ອມີລາຍຮັບທີ່ໝັ້ນຄົງ ແລະ ມີຊິວິດການເປັນຢູ່ທີ່ນັບມື້ນັບດີຂື້ນເທື່ອລະກ້າວ.
ຂ້າພະເຈົ້າມຸ່ງໝັ້ນຂະຫຍາຍທຸລະກິດທີ່ປິ່ນອ້ອມວຽກຈັດຫາງານຄື ສ້າງຕັ້ງສະຖາບັນການເງິນທີ່ມີຄວາມພ້ອມດ້ານການສະໜອງແຫຼ່ງທຶນດອກເບ້ຍຕຳ່ໃຫ້ແຮງງານທຸກຄົນທີ່ຕ້ອງການໄປເຮັດວຽກໂດຍຜ່ານ ບໍລິສັດ ສຸກໃຈ ບໍລິການຈັດຫາງານ ສາມາດໄປໄດ້ສະດວກ ແລະ ບໍ່ຕ້ອງຫຍຸ້ງຍາກໃນການຊອກແຫຼ່ງທຶນເອງ, ຮ່ວມມືກັບທະນາຄານ ເພື່ອອຳນວຍຄວາມສະດວກໃຫ້ແຮງງານໂອນເງິນກັບຄືນປະເທດໄດ້ຢ່າງສະດວກ ,ປອດໄພ ແລະ ນຳເງິນຕາເຂົ້າປະເທດໂດຍຜ່ານລະບົບທະນາຄານ ເຊິ່ງສອດຄ່າງກັບນະໂຍບາຍຂອງພັກ ແລະ ລັດຖະບານ.
ນອກຈາກນີ້ພວກເຮົາຍັງມີ ສູນພັດທະນາສີມືແຮງງານ ສຸກໃຈ ເພື່ອເຮັດຫນ້າທີ່ຝຶກແຮງງານກ່ອນການຈັດສົ່ງ ແລະ ຫຼັງກັບຄືນປະເທດ ເພື່ອສຶບຕໍ່ພັດທະນາທັກສະທີ່ໄດ້ຮຽນຮູ້ມາ ພັດທະນາຕໍ່ໃຫ້ສາມາດກາຍເປັນຜູ້ປະກອບການ ຫຼື ສຶບຕໍ່ເຮັດວຽກພາຍໃນປະເທດ.
ຂໍໃຫ້ລູກຄ້າທຸກຄົນທີ່ມາໃຊ້ບໍລິການໝັ້ນໃຈວ່າ ພວກທ່ານຈະໄດ້ຮັບການບໍລິການທີ່ໂປ່ງໃສ, ວ່ອງໄວ, ເປັນມືອາຊີບ. ພວກເຮົາພ້ອມທີ່ຈະດູແລທ່ານ ແລະ ຢູ່ຄຽງຂ້າງທຸກການເຕີບໂຕໄປພ້ອມໆກັນ, ອົງກອນຂອງພວກເຮົາມີການຮຽນຮູ້ຈາກປັນຫາໃນທຸກໆມື້ ແລະ ບໍ່ຢຸດທີ່ຈະຮຽນຮູ້ ແລະພັດທະນາບຸກຄະລາກອນໃນອົງກອນທຸກຄົນ ເພື່ອປັບຕົວໃຫ້ທັນກັບສະພາບການປ່ຽນແປງ ແລະ ມອບການບໍລິການທີ່ດີທີ່ສຸດໃຫ້ກັບລູກຄ້າ ແລະ ຄູ່ຮ່ວມງານຂອງພວກເຮົາ.
ດັ່ງຄຳຂວັນບໍລິສັດຄື ສຸກໃຈ ເມື່ອໄປກັບເຮົາ
ທ່ານ ນາງ ສິນໃຈ ໄຊຍະລາດ
ປະທານ ກຸ່ມບໍລິສັດ ສຸກໃຈ


EN ✅ 9. ຂໍ້ມູນຕິດຕໍ່ແຕ່ລະພະແນກ ຫຼື ສອບຖາມຂໍ້ມູນເພີ່ມເຕີມ
EN ເບີໂທປະສານງານ
ມື້ເຮັດວຽກ: ວັນຈັນ-ວັນສຸກ (ພັກວັນເສົາ-ອາທິດ ແລະ ມື້ພັກລັດຖະການ)
ເວລາເຮັດວຽກ: 08:00-17:00 ໂມງ
1. ພະແນກບໍລິການລູກຄ້າ 020 5704 9666
- Email: info@soukchay.com
2. ພະແນກຈັດຫາງານໄປ ສ.ເກົາຫຼີ
- ໜ່ວຍງານສະໝັກວຽກລະດູການ ສ.ເກົາຫຼີ 020 5710 9666
- ໜ່ວຍງານກວດສຸຂະພາບແຮງງານ 020 5290 9666
- ໜ່ວຍງານຮັບບັນຫາ ແລະ ແກ້ໄຂບັນຫາແຮງງານ 020 5767 9666, 020 5643 9666
- Email: kr@soukchay.com
3. ພະແນກຈັດຫາງານໄປປະເທດໄທ 020 5420 9666
- Email: th@soukchay.com
4. ພະແນກຈັດຫາງານໄປປະເທດຍີ່ປຸ່ນ 020 5450 9666
- Email: jp@soukchay.com
5. ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ສຸກໃຈ 020 5994 1966
- Email: mfi@soukchay.com
EN ກຸ່ມບໍລິສັດ ສຸກໃຈ : ສຳນັກງານໃຫຍ່ຕັ້ງຢູ່ ຖະໜົນນາຄວາຍ ບ້ານ ດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
Facebook Page : ບໍລິສັດ ສຸກໃຈ ບໍລິການຈັດຫາງານ ຈຳກັດຜູ້ດຽວ Soukchay Employment Service Sole















